Drilling operations

Reference / ເລກທີ : AGIRE/TRV/2026/01X 

The Comité de Coopération avec le Laos (CCL) is implementing the AGIRE / WaterWise project in the Nam Sa catchment, Bolikhamxay Province, under a Memorandum of Understanding signed with the Bolikhamxay Provincial Health Office. The project works in ten villages of Paksan and Pakkading districts to improve access to safe drinking water, strengthen local water governance and support the sustainable management of the catchment. It is financed by the French Development Agency (AFD), the City of Paris, Fondation Groupe EDF and the Rhin-Meuse Water Agency.

ອົງການ Comité de Coopération avec le Laos (CCL) ກຳລັງຈັດຕັ້ງປະຕິບັດໂຄງການ AGIRE / WaterWise ຢູ່ໃນເຂດອ່າງນ້ຳສາ ແຂວງບໍລິຄຳໄຊ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ (MoU) ທີ່ໄດ້ເຊັນກັບຫ້ອງການສາທາລະນະສຸກແຂວງບໍລິຄຳໄຊ. ໂຄງການດຳເນີນງານໃນ 10 ບ້ານ ຂອງເມືອງປາກຊັນ ແລະ ເມືອງປາກກະດິງ ເພື່ອປັບປຸງການເຂົ້າເຖິງນ້ຳດື່ມທີ່ສະອາດ, ເສີມສ້າງການຄຸ້ມຄອງຊັບພະຍາກອນນ້ຳໃນລະດັບທ້ອງຖິ່ນ ແລະ ສະໜັບສະໜູນການຄຸ້ມຄອງອ່າງນ້ຳແບບຍືນຍົງ. ໂຄງການໄດ້ຮັບການສະໜັບສະໜູນທຶນຈາກ ອົງການພັດທະນາຝຣັ່ງ (AFD), ນະຄອນປາຣີ, ມູນນິທິກຸ່ມ EDF ແລະ ອົງການນ້ຳແຮັງ-ເມີສ (Agence de l’Eau Rhin-Meuse).

CCL invites companies to submit an offer for the works described in the technical specifications attached to this letter.

ອົງການ CCL ຂໍຮຽນເຊີນບັນດາບໍລິສັດ ຍື່ນຂໍ້ສະເໜີສຳລັບວຽກງານທີ່ໄດ້ອະທິບາຍໄວ້ໃນເອກະສານຂໍ້ກຳນົດທາງດ້ານເຕັກນິກ ທີ່ຄັດຕິດມາພ້ອມກັບໜັງສືສະບັບນີ້ (ເລກທີ AGIRE/TRV/2026/01X).

  1. Scope of the assignment / ຂອບເຂດຂອງວຽກງານ

The assignment is carried out in two stages by a single contractor, separated by a decision gate / ວຽກງານແບ່ງອອກເປັນ 2 ໄລຍະ ດຳເນີນໂດຍຜູ້ຮັບເໝົາດຽວ ແລະ ແຍກອອກຈາກກັນດ້ວຍຈຸດຕັດສິນໃຈ :

  • Stage 1 (firm) — geophysical investigation and siting in three villages: desk review of the data supplied by CCL, electrical resistivity survey, targeting report proposing at least two ranked drilling targets per village, and joint site confirmation with the village committees. No site visit is required before the survey mobilization: CCL provides a detailed hydraulic study for each village.
  • Decision gate. CCL reviews the targeting reports and decides, village by village, whether to proceed. Stage 2 is not committed at the time of award.
  • Stage 2 (conditional tranche and option) — drilling works: one primary borehole per village as a conditional tranche, and one standby borehole per village as an option. A maximum of six boreholes is to be priced. Each borehole comprises drilling, casing and completion, sanitary annular grouting, development, step-drawdown and constant-rate pumping tests, wellhead securing and a full completion report including the lithological log and the hydrodynamic interpretation.
  • ໄລຍະທີ 1 (ແນ່ນອນ) — ການສຳຫຼວດທໍລະນີຟີຊິກ ແລະ ການກຳນົດຈຸດເຈາະ ໃນ 3 ບ້ານ: ການທົບທວນຂໍ້ມູນທີ່ CCL ສະໜອງໃຫ້, ການສຳຫຼວດຄວາມຕ້ານທານໄຟຟ້າຂອງດິນ, ບົດລາຍງານກຳນົດຈຸດເຈາະ ທີ່ສະເໜີຢ່າງໜ້ອຍ 2 ຈຸດເຈາະຕໍ່ບ້ານ ພ້ອມການຈັດລຳດັບ, ແລະ ການຢັ້ງຢືນສະຖານທີ່ຮ່ວມກັບຄະນະບ້ານ. ບໍ່ຈຳເປັນຕ້ອງລົງພາກສະໜາມກ່ອນການເຄື່ອນຍ້າຍທີມສຳຫຼວດ: CCL ຈະສະໜອງບົດການສຶກສາທາງດ້ານໄຮໂດຼລິກລະອຽດຂອງແຕ່ລະບ້ານໃຫ້.
  • ຈຸດຕັດສິນໃຈ. CCL ຈະທົບທວນບົດລາຍງານກຳນົດຈຸດເຈາະ ແລະ ຕັດສິນໃຈເປັນແຕ່ລະບ້ານ ວ່າຈະດຳເນີນຕໍ່ຫຼືບໍ່. ໄລຍະທີ 2 ຍັງບໍ່ທັນຖືກຜູກມັດໃນເວລາມອບສັນຍາ.
  • ໄລຍະທີ 2 (ພາກສ່ວນມີເງື່ອນໄຂ ແລະ ພາກສ່ວນທາງເລືອກ) — ວຽກງານເຈາະບໍ່ນ້ຳ: ບໍ່ນ້ຳຫຼັກ 1 ບໍ່ຕໍ່ບ້ານ ເປັນພາກສ່ວນມີເງື່ອນໄຂ, ແລະ ບໍ່ນ້ຳສຳຮອງ 1 ບໍ່ຕໍ່ບ້ານ ເປັນທາງເລືອກ. ຕ້ອງຄິດໄລ່ລາຄາສູງສຸດ 6 ບໍ່. ແຕ່ລະບໍ່ປະກອບດ້ວຍ ການເຈາະ, ການໃສ່ທໍ່ກຸ ແລະ ການປະກອບບໍ່, ການອັດຊີມັງອ້ອມທໍ່ເພື່ອປ້ອງກັນສຸຂະອະນາໄມ, ການລ້າງພັດທະນາບໍ່, ການທົດສອບການສູບນ້ຳແບບເປັນຂັ້ນ ແລະ ແບບອັດຕາຄົງທີ່, ການປິດປ້ອງຫົວບໍ່ ແລະ ບົດລາຍງານສະຫຼຸບຄົບຖ້ວນ ພ້ອມທັງ ຊັ້ນຫີນດິນ ແລະ ການວິເຄາະໄຮໂດຼໄດນາມິກ.
  1. Content of the offer / ເນື້ອໃນຂອງຂໍ້ສະເໜີ

Offers shall be presented in two separate parts, in accordance with article 14.1 of the specifications / ຂໍ້ສະເໜີຕ້ອງແບ່ງອອກເປັນ 2 ພາກສ່ວນແຍກຕ່າງຫາກ ຕາມມາດຕາ 14.1 ຂອງເອກະສານຂໍ້ກຳນົດ:

  • a technical offer: administrative documents, drilling and geophysical references, description of plant (drilling rig, compressors, test pump, resistivity meter and inversion software), curricula vitae of key personnel, technical method statement, typical well design and anticipated schedule;
  • a financial offer: the bill of quantities at Annex A of the specifications, completed, dated and signed, in Lao kip, inclusive of all taxes, with separate subtotals for Stage 1, for the three primary boreholes, for the three standby boreholes and for the optional items.

Offers may be submitted in English or in Lao.

  • ຂໍ້ສະເໜີດ້ານເຕັກນິກ: ເອກະສານດ້ານບໍລິຫານ, ຜົນງານດ້ານການເຈາະ ແລະ ດ້ານທໍລະນີຟີຊິກ, ລາຍລະອຽດເຄື່ອງຈັກອຸປະກອນ (ລົດເຈາະ, ເຄື່ອງອັດລົມ, ປັ໊ມທົດສອບ, ເຄື່ອງວັດຄວາມຕ້ານທານໄຟຟ້າ ແລະ ໂປຼແກຼມ inversion), ຊີວະປະຫວັດຂອງບຸກຄະລາກອນຫຼັກ, ບົດອະທິບາຍວິທີການປະຕິບັດ, ແບບຕັດບໍ່ນ້ຳມາດຕະຖານ ແລະ ແຜນເວລາທີ່ຄາດຄະເນ;
  • ຂໍ້ສະເໜີດ້ານລາຄາ: ຕາຕະລາງລາຄາຫົວໜ່ວຍໃນເອກະສານຊ້ອນທ້າຍ A ຂອງເອກະສານຂໍ້ກຳນົດ ທີ່ຕື່ມຂໍ້ມູນ, ລົງວັນທີ ແລະ ເຊັນຢ່າງຄົບຖ້ວນ, ເປັນສະກຸນເງິນກີບ ລວມພາສີທຸກຊະນິດ ພ້ອມທັງແຍກຍອດລວມຂອງ ໄລຍະທີ 1, ຂອງບໍ່ນ້ຳຫຼັກ 3 ບໍ່, ຂອງບໍ່ນ້ຳສຳຮອງ 3 ບໍ່ ແລະ ຂອງລາຍການທາງເລືອກ.

ຂໍ້ສະເໜີສາມາດຍື່ນເປັນ ພາສາອັງກິດ ຫຼື ພາສາລາວ.

  1. Submission and deadline / ການຍື່ນຂໍ້ສະເໜີ ແລະ ກຳນົດເວລາ

Deadline for offers: 18th September 2026, 17:00 Vientiane time / ກຳນົດສຸດທ້າຍໃນການຍື່ນຂໍ້ສະເໜີ: ວັນທີ 18 ກັນຍາ 2026 ເວລາ 17:00 ໂມງ (ເວລາວຽງຈັນ). 

How to submit: By e-mail to erwin.poligne@ccl-laos.org, khammeun@ccl-laos.org, Manivone@ccl-laos.org, with “AGIRE/TRV/2026/01X” in the subject line, or by hand in two sealed envelopes marked “Technical offer” and “Financial offer” at the CCL office (https://maps.app.goo.gl/nytsDTaq12DgX8oF9) 

ທາງອີເມວ erwin.poligne@ccl-laos.org, khammeun@ccl-laos.org, manivone@ccl-laos.org,  ໂດຍໃສ່ຫົວຂໍ້ວ່າ “AGIRE/TRV/2026/01X” ຫຼື ຍື່ນດ້ວຍຕົນເອງເປັນ 2 ຊອງປິດຜະນຶກ ຂຽນວ່າ “ຂໍ້ສະເໜີດ້ານເຕັກນິກ” ແລະ “ຂໍ້ສະເໜີດ້ານລາຄາ” ທີ່ຫ້ອງການ CCL (https://maps.app.goo.gl/nytsDTaq12DgX8oF9).

  1. Evaluation / ການປະເມີນຜົນ

Offers will be assessed against the criteria set out in article 14.2 of the specifications: 70 points for the technical offer and 30 points for the financial offer. Offers scoring less than 45 of the 70 technical points will be set aside before the financial offer is opened. CCL may visit your premises and contact your references.

CCL is not bound to accept the lowest or any offer, may cancel the consultation at any time without incurring liability, and gives no undertaking as to the number of boreholes that will be ordered.

We should be pleased to receive your offer and remain at your disposal for any clarification you may require.

Yours faithfully,

ຂໍ້ສະເໜີຈະຖືກປະເມີນຕາມເງື່ອນໄຂໃນມາດຕາ 14.2 ຂອງເອກະສານຂໍ້ກຳນົດ: 70 ຄະແນນ ສຳລັບຂໍ້ສະເໜີດ້ານເຕັກນິກ ແລະ 30 ຄະແນນ ສຳລັບຂໍ້ສະເໜີດ້ານລາຄາ. ຂໍ້ສະເໜີທີ່ໄດ້ຄະແນນດ້ານເຕັກນິກຕ່ຳກວ່າ 45 ຈາກ 70 ຄະແນນ ຈະຖືກຄັດອອກ ກ່ອນການເປີດຊອງລາຄາ. CCL ອາດຈະໄປຢ້ຽມຢາມສະຖານທີ່ຂອງບໍລິສັດທ່ານ ແລະ ຕິດຕໍ່ຫາຜູ້ອ້າງອີງຂອງທ່ານ.

CCL ບໍ່ມີພັນທະຕ້ອງຮັບເອົາຂໍ້ສະເໜີທີ່ມີລາຄາຕ່ຳສຸດ ຫຼື ຂໍ້ສະເໜີໃດໜຶ່ງ, ສາມາດຍົກເລີກການປະມູນໄດ້ທຸກເວລາ ໂດຍບໍ່ມີພັນທະຮັບຜິດຊອບ ແລະ ບໍ່ໄດ້ຮັບປະກັນຈຳນວນບໍ່ນ້ຳທີ່ຈະສັ່ງໃຫ້ດຳເນີນການ.

ພວກເຮົາຫວັງຢ່າງຍິ່ງວ່າຈະໄດ້ຮັບຂໍ້ສະເໜີຈາກທ່ານ ແລະ ພ້ອມທີ່ຈະໃຫ້ຂໍ້ມູນເພີ່ມເຕີມຕາມທີ່ທ່ານຕ້ອງການ.

ດ້ວຍຄວາມນັບຖືຢ່າງສູງ,

___________________________

ທ່ານ Erwin Poligne,

Project Advisor / ທີ່ປຶກສາໂຄງການ, Comité de Coopération avec le Laos.

Attachments

Save & Share