Deputy Programme Doctor

The HALO Trust Laos

Details

Province:
Savannakhet
Type of Position:
Full-time
Contract Duration:
Fix Term Contract
Type of Organization:
iNGO
National/International Position:
National
Application Deadline:
September 22, 2026

Description

English version below:

ຕໍາແໜ່ງ: ຮອງທ່ານໝໍປະຈໍາໂຄງການ

ສະຖານທີ່: ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ

ລະດັບຕຳແໜ່ງ: 2.1

ລາຍງານເຖິງ: ທ່ານໝໍປະຈໍາໂຄງການ

ຜູ້ລາຍງານທາງກົງ: ພະນັກງານແພດ

ຜູ້ລາຍງານທາງອ້ອມ: ຜູ້ຊ່ວຍພະນັກງານແພດ

ຜູ້ປະສານງານ/ຄວາມສຳພັນພາຍໃນທີ່ສຳຄັນ: ທ່ານໝໍປະຈໍາໂຄງການ, ຮອງຫົວໜ້າໂຄງການ, ໜ່ວຍງານຄຸ້ມຄອງການປະຕິບັດງານ, ຜູ້ປະສານງານຝ່າຍບຸກຄະລາກອນ, ຜູ້ຈັດການພະແນກສະໜອງອຸປະກອນ ແລະ ສາງ, ແອດມິນແພດ

ຜູ້ປະສານງານ/ຄວາມສຳພັນພາຍນອກທີ່ສຳຄັນ: ໂຮງໝໍເມືອງ, ຄລີນິກທ້ອງຖິ່ນ, ກະຊວງສາທາລະນະສຸກ (ດ້ານວິຊາການ)

ຈຸດປະສົງຂອງຕຳແໜ່ງ: ຮອງທ່ານໝໍປະຈໍາໂຄງການ ເຮັດໜ້າທີ່ແທນທ່ານໝໍປະຈໍາໂຄງການ ໂດຍມີອໍານາດເຕັມທີ່ໄດ້ຮັບການມອບໝາຍໃນໄລຍະທີ່ທ່ານໝໍປະຈໍາໂຄງການລາພັກ ຫຼື ບໍ່ຢູ່, ເພີ່ມຂີດຄວາມສາມາດດ້ານການປິ່ນປົວຂອງພະແນກ, ແລະ ພັດທະນາທີມງານແພດຄົນລາວ. ບົດບາດນີ້ປະກອບດ້ວຍການຮັບຜິດຊອບວຽກງານທາງການປິ່ນປົວກໍລະນີຄົນເຈັບໃນລະດັບອາວຸໂສ ພ້ອມທັງການບໍລິຫານຄຸ້ມຄອງພະນັກງານແພດ ແລະ ການເປັນຜູ້ນຳດ້ານວິຊາການໃຫ້ແກ່ພະແນກການແພດໂດຍລວມ.

 

ກ່ຽວກັບ ອົງການຮາໂລ ປະຈໍາ ລາວ:

ອົງການ ຮາໂລ ທຣາສທ໌ ແມ່ນອົງການເພື່ອການກຸສົນສາກົນທີ່ປະຕິບັດການເກັບກູ້ ລບຕ ແລະ ລະເບີດຝັງດິນ. ພວກເຮົາປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເຊິ່ງມີພະນັກງານຫຼາຍກວ່າ 1,200 ຄົນ ປະຈຳການຢູ່ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ແລະ ມີຫ້ອງການບໍລິຫານຕັ້ງຢູ່ ນະຄອນຫຼວງວຽງຈັນ.

ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ 22-23 ມື້ ເລີ່ມວຽກໃນຕົ້ນເດືອນ ເຊິ່ງມື້ທີ່ເຫຼືອຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາ, ທ່ານສາມາດເຂົ້າອ່ານໄດ້ທີ່ນີ້ www.halotrust.org

ກ່ຽວກັບຕໍາແໜ່ງງານ:

 

ຮອງທ່ານໝໍປະຈໍາໂຄງການ ແມ່ນຜູ້ຊ່ວຍອາວຸໂສຂອງທ່ານໝໍປະຈໍາໂຄງການ, ສະໜອງຂີດຄວາມສາມາດດ້ານການປິ່ນປົວ, ການເປັນຜູ້ນໍາດ້ານວິຊາການ ແລະ ການບໍລິຫານຄຸ້ມຄອງເພີ່ມເຕີມໃຫ້ແກ່ພະແນກແພດ. ພະແນກແພດມີໜ້າທີ່ຮັບຜິດຊອບສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງພະນັກງານ ຮາໂລ ລາວ ປະມານ 1,200 ຄົນ. ຮອງທ່ານໝໍປະຈໍາໂຄງການ ບໍລິຫານຄຸ້ມຄອງພະນັກງານແພດ, ເຮັດໜ້າທີ່ແທນທ່ານໝໍປະຈໍາໂຄງການໃນເວລາທີ່ບໍ່ຢູ່ ໂດຍມີອໍານາດທີ່ໄດ້ຮັບມອບໝາຍຢ່າງເຕັມທີ່ ແລະ ກວດປິ່ນປົວເບິ່ງແຍງຄົນເຈັບຄຽງຄູ່ກັບທ່ານໝໍປະຈໍາໂຄງການ.

ຮອງທ່ານໝໍປະຈໍາໂຄງການ ຖືກຄາດຫວັງໃຫ້ປະສົມປະສານວຽກງານການປິ່ນປົວໃນລະດັບຂັ້ນອາວຸໂສ ເຂົ້າກັບການຊີ້ນຳດ້ານວິຊາການ, ການຝຶກອົບຮົມ ແລະ ການບໍລິຫານຄຸ້ມຄອງ. ໂຄງສ້າງຂອງຕໍາແໜ່ງນີ້ຖືກອອກແບບມາເພື່ອຮັບປະກັນຄວາມຕໍ່ເນື່ອງຂອງການບໍລິຫານຄຸ້ມຄອງທາງການແພດໃນຊ່ວງໄລຍະການລາພັກ ຫຼື ການປ່ຽນຜ່ານ, ເພື່ອຂະຫຍາຍຂີດຄວາມສາມາດດ້ານການປິ່ນປົວ, ເສີມສ້າງການພັດທະນາພະນັກງານແພດຄົນລາວ ແລະ ເພື່ອປັບປຸງຄຸນນະພາບການເບິ່ງແຍງຄຸ້ມຄອງທົ່ວໂຄງການ.

 

ໜ້າທີ່ຮັບຜິດຊອບ:

ເວັ້ນແຕ່ວ່າຈະມີການລະບຸໄວ້ເປັນຢ່າງອື່ນ, ຄວາມຮັບຜິດຊອບລຸ່ມນີ້ແມ່ນຖືກປະຕິບັດໂດຍມີການປະສານງານຢ່າງໃກ້ຊິດກັບທ່ານໝໍປະຈຳໂຄງການ. ຮອງທ່ານໝໍປະຈຳໂຄງການ ຈະຕ້ອງເຮັດວຽກໃນຖານະເພື່ອນຮ່ວມງານກັບທ່ານໝໍປະຈຳໂຄງການ ໃນດ້ານການປິ່ນປົວທາງຄລີນິກ ແລະ ດ້ານຍຸດທະສາດ, ໃນຂະນະດຽວກັນກໍຮັກສາສາຍງານການຄຸ້ມຄອງບໍລິຫານທີ່ຊັດເຈນຕໍ່ກັບບັນດາພະນັກງານແພດ.

ການປະຕິບັດງານດ້ານການປິ່ນປົວ

  • ຮັບຜິດຊອບການກວດປິ່ນປົວຄົນເຈັບຄຽງຄູ່ກັບທ່ານໝໍປະຈໍາໂຄງການ, ຮ່ວມຮັບຜິດຊອບກໍລະນີຄົນເຈັບທີ່ມີຄວາມຊັບຊ້ອນທີ່ສົ່ງຕໍ່ມາຈາກພະນັກງານແພດ ແລະ ກໍລະນີທີ່ຕ້ອງສົ່ງຕໍ່ໄປໂຮງໝໍ.
  • ປະເມິນພະນັກງານທີ່ເຈັບປ່ວຍ ຫຼື ໄດ້ຮັບບາດເຈັບ ແລະ ແນະນໍາການປິ່ນປົວ.
  • ພິຈາລະນາສະຖານະຄວາມພ້ອມໃນການເຮັດວຽກ ແລະ ຢັ້ງຢືນການລາປ່ວຍຕາມນະໂຍບາຍ.
  • ໃຫ້ຄໍາແນະນໍາກ່ຽວກັບການລາປ່ວຍ ແລະ ຄວາມພ້ອມໃນການເຮັດວຽກໃຫ້ຝ່າຍບຸກຄະລາກອນ ແລະ ຮອງຫົວໜ້າໂຄງການ.
  • ໃຫ້ຄໍາແນະນໍາ ແລະ ປະເມີນທາງການແພດກ່ຽວກັບການຖືພາ ແລະ ການເກີດລູກ ໂດຍປະສານງານກັບຝ່າຍບຸກຄະລາກອນ.
  • ບັນທຶກ ແລະ ຮັກສາປະວັດການແພດຢ່າງຖືກຕ້ອງ ແລະ ເປັນຄວາມລັບ ຕາມນະໂຍບາຍຂອງ ຮາໂລ ແລະ ກົດໝາຍຂອງ ສປປ ລາວ.
  • ຮັບປະກັນວ່າຂັ້ນຕອນການປິ່ນປົວທາງການແພດທັນສະໄໝ ແລະ ສົ່ງເສີມການໃຊ້ຢາຢ່າງມີເຫດຜົນ ແລະ ເໝາະສົມ.

ການເຮັດໜ້າທີ່ແທນທ່ານໝໍປະຈໍາໂຄງການ

  • ຮັບອໍານາດເຕັມໃນການປະຕິບັດໜ້າທີ່ຂອງທ່ານໝໍປະຈໍາໂຄງການໃນໄລຍະທີ່ທ່ານໝໍລາພັກ ຫຼື ບໍ່ຢູ່, ໂດຍໃຊ້ອໍານາດທີ່ໄດ້ຮັບການມອບໝາຍຢ່າງເປັນທາງການສໍາລັບການຕັດສິນໃຈດ້ານການປິ່ນປົວ, ການປະຕິບັດງານ ແລະ ການບໍລິຫານ.
  • ຖືອໍານາດມອບໝາຍໃນຖານະການກຽມພ້ອມຖາວອນ (ປະຕິບັດໜ້າທີ່ເມື່ອທ່ານໝໍປະຈໍາໂຄງການບໍ່ຢູ່) ສໍາລັບການຢັ້ງຢືນການລາປ່ວຍ, ການຕັດສິນໃຈກ່ຽວກັບຄວາມພ້ອມໃນການເຮັດວຽກ, ການອະນຸມັດຢາທີ່ຢູ່ພາຍໃຕ້ການຄວບຄຸມ, ການສົ່ງຕໍ່ຜູ້ມີບັນຫາດ້ານສຸຂະພາບຈິດ, ແລະ ການຕັດສິນໃຈອື່ນໆທີ່ຕ້ອງໃຊ້ແພດທີ່ມີໃບອະນຸຍາດ.
  • ໃຫ້ການສະໜັບສະໜູນທາງການແພດ ແລະ ການປະຕິບັດງານແທນພະນັກງານແພດໂດຍກົງໃນໄລຍະລາພັກ, ບໍ່ຢູ່ ຫຼື ເມື່ອມີຄວາມຕ້ອງການດ້ານການປະຕິບັດງານເພີ່ມຂຶ້ນ.

ການຊີ້ນຳດ້ານວິຊາການ ແລະ ການສ້າງຂີດຄວາມສາມາດ

  • ບໍລິຫານຄຸ້ມຄອງພະນັກງານແພດ, ລວມທັງການມອບໝາຍວຽກ, ໃຫ້ຄຳແນະນຳ, ການບໍລິຫານຄຸ້ມຄອງກຜົນການປະຕິບັດງານ, ແລະ ຮັບປະກັນການເຮັດວຽກແທນ ແລະ ການສົ່ງມອບວຽກຢ່າງເໝາະສົມ.
  • ສະໜອງການຊີ້ນຳດ້ານວິຊາການ ແລະ ໃຫ້ຄໍາແນະນໍາດ້ານການປິ່ນປົວແກ່ພະນັກງານແພດ; ສະໜັບສະໜູນການພັດທະນາພະແນກແພດໃນວົງກວ້າງ, ລວມທັງຜູ້ຊ່ວຍແພດທີ່ຂຶ້ນກັບພະນັກງານແພດ.
  • ວາງແຜນ, ຈັດການຝຶກອົບຮົມ ແລະ ຕິດຕາມການຝຶກອົບຮົມທາງການແພດ ແລະ ການຝຶກອົບຮົມທົບທວນຄືນທາງການແພດ ສໍາລັບພະນັກງານແພດ ແລະ ຜູ້ຊ່ວຍແພດ.
  • ກໍານົດ ແລະ ຕິດຕາມມາດຕະຖານຄວາມສາມາດດ້ານການປິ່ນປົວທົ່ວພະແນກແພດ.

ການຝຶກອົບຮົມ ICP ແລະ ການອົບພະຍົບຜູ້ບາດເຈັບ/CASEVAC:

ຜູ້ດູແລລະດັບກາງ (ICP), ລວມທັງແພດສະໜາມ, ເຊິ່ງແມ່ນພະນັກງານຝ່າຍປະຕິບັດງານ ທີ່ຂຶ້ນກັບສາຍການບັງຄັບບັນຊາຂອງຝ່າຍປະຕິບັດງານ. ພະແນກແພດ ມີຄວາມຮັບຜິດຊອບຕໍ່ຄຸນນະພາບ ແລະ ຄວາມທັນສະໄໝຂອງການຝຶກອົບຮົມຂອງພວກເຂົາ.

  • ວາງແຜນ, ຈັດການຝຶກອົບຮົມ ແລະ ຕິດຕາມກວດກາການຝຶກອົບຮົມ ICP ພ້ອມທັງການຝຶກອົບຮົມທົບທວນ, ໂດຍມີການປະສານງານກັບທ່ານໝໍປະຈຳໂຄງການ (ຫຼື ປະຕິບັດໂດຍກົງໃນເວລາທີ່ທ່ານໝໍປະຈຳໂຄງການບໍ່ຢູ່). ສຳລັບວຽກງານດ້ານຍຸດທະສາດ ແລະ ນະໂຍບາຍ (ຂອບເຂດການຝຶກອົບຮົມ, ມາດຕະຖານ, ແລະ ທິດທາງໃນລະດັບໂຄງການ) ແມ່ນໃຫ້ຜ່ານທ່ານໝໍປະຈຳໂຄງການ.
  • ປະສານງານໂດຍກົງກັບຝ່າຍຄຸ້ມຄອງການປະຕິບັດງານກ່ຽວກັບການຈັດຝຶກອົບຮົມ (ຕາຕະລາງ, ການເຂົ້າຮ່ວມ, ການຂົນສົ່ງໃນການຈຳລອງສະຖານະການ) ແລະ ການລະບຸຄວາມຕ້ອງການຝຶກອົບຮົມຈາກປະສົບການເຮັດວຽກໃນສະໜາມ.
  • ເກັບຮັກສາ ແລະ ຄຸ້ມຄອງ ປະຫວັດການຝຶກອົບຮົມ ແລະ ໃບຢັ້ງຢືນ ຂອງຜູ້ດູແລລະດັບກາງ ທັງໝົດທົ່ວໂຄງການ.
  • ຕິດຕາມອາຍຸຂອງໃບຢັ້ງຢືນ ແລະ ຈັດຕາຕະລາງການຝຶກຕໍ່ອາຍຸ.
  • ຕິດຕາມກວດກາການຊ້ອມ CASEVAC, ບັນທຶກບົດຮຽນທີ່ຖອດຖອນໄດ້ ແລະ ແຈ້ງຂໍ້ກັງວົນ ເພື່ອດຳເນີນການແກ້ໄຂ.
  • ທົບທວນ, ອັບເດດ ແລະ ກວດສອບຄວາມຖືກຕ້ອງຂອງແຜນການຮັບມືອຸບັດຕິເຫດ ແລະ ແຜນການອົບພະຍົບທາງການແພດ ໂດຍມີການປະສານງານກັບພະນັກງານຝ່າຍປະຕິບັດງານ.

ການຄຸ້ມຄອງດ້ານການປິ່ນປົວ ແລະ ຂໍ້ມູນ

  • ເປັນຜູ້ນໍາໃນວຽກງານການຄຸ້ມຄອງດ້ານການປິ່ນປົວ, ລວມທັງການທົບທວນເຫດການ, ການປັບປຸງຂັ້ນຕອນການປິ່ນປົວ ແລະ ການກວດສອບຄວາມພ້ອມຂອງອຸປະກອນການແພດເປັນໄລຍະ.
  • ຮັບຜິດຊອບອຳນາດທາງວິຊາການເໜືອຖານຂໍ້ມູນທາງການແພດຂອງໂຄງການ (ແລະ ລະບົບດິຈິຕອນດ້ານສຸຂະພາບອັນໃດກໍຕາມທີ່ຈະຖືກນຳມາໃຊ້ໃນອະນາຄົດ) ໂດຍກຳນົດມາດຕະຖານຄຸນນະພາບຂໍ້ມູນ ແລະ ການບັນທຶກຂໍ້ມູນ, ກຳນົດສິດການເຂົ້າເຖິງຂໍ້ມູນ, ບຳລຸງຮັກສາບັນທຶກການກວດສອບ ແລະ ຮັບປະກັນວ່າຂໍ້ມູນຖືກຈັດການຕາມນະໂຍບາຍຂອງ ຮາໂລ ແລະ ກົດໝາຍຂອງ ສປປ ລາວ. ສ່ວນວຽກງານບັນທຶກຂໍ້ມູນປະຈຳວັນ ແມ່ນຢູ່ໃນຄວາມຮັບຜິດຊອບຂອງແອດມິນແພດ.
  • ມີສ່ວນຮ່ວມໃນການອອກແບບເຄື່ອງມືການຕິດຕາມ; ວິເຄາະຂໍ້ມູນທາງການແພດເພື່ອຊີ້ໃຫ້ເຫັນທ່າອ່ຽງ, ຄວາມສ່ຽງ ແລະ ໂອກາດໃນການປັບປຸງ; ລາຍງານຜົນການວິເຄາະໃຫ້ແກ່ທ່ານໝໍປະຈຳໂຄງການ ແລະ ຜູ້ບໍລິຫານຂັ້ນອາວຸໂສ.
  • ຮັບປະກັນວ່າພະແນກແພດປະຕິບັດຕາມມາດຕະຖານການດຳເນີນງານທາງການແພດຂອງ ຮາໂລ ລາວ ແລະ ສອດຄ່ອງກັບຂໍ້ກຳນົດແຫ່ງຊາດ ຂອງ ລາວ ທີ່ກ່ຽວຂ້ອງຢ່າງຄົບຖ້ວນ.

ສາທາລະນະສຸກ ແລະ ການລົງພາກສະໜາມ:

  • ລົງຢ້ຽມຢາມພາກສະໜາມ ແລະ ແຄັມທີ່ພັກ ເພື່ອຕິດຕາມການປະຕິບັດຕາມນະໂຍບາຍສຸຂະພາບ ແລະ ຄວາມປອດໄພ ແລະ ໃຫ້ຄຳແນະນຳທີ່ໃຊ້ໄດ້ຈິງ.
  • ປະສານງານມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ພ້ອມທັງສະໜັບສະໜູນການກຽມຄວາມພ້ອມ ແລະ ການໂຕ້ຕອບຕໍ່ການລະບາດຂອງພະຍາດຕິດຕໍ່ ທີ່ສົ່ງຜົນກະທົບຕໍ່ພະນັກງານ.
  • ລາຍງານເຫດການທາງການແພດທີ່ສໍາຄັນ, ການລະບາດຂອງພະຍາດ ຫຼື ທ່າອ່ຽງ ໃຫ້ແກ່ທ່ານໝໍປະຈໍາໂຄງການ ແລະ ຜູ້ບໍລິຫານຂັ້ນອາວຸໂສ; ພ້ອມທັງໃຫ້ຄຳແນະນຳທາງການແພດກ່ຽວກັບການໂຕ້ຕອບທີ່ເໝາະສົມ.

ສາງຢາ ແລະ ອຸປະກອນການແພດ:

  • ແອດມິນແພດ ເປັນຜູ້ຄຸ້ມຄອງວຽກສາງປະຈຳວັນ (ການຮ້ອງຂໍຜ່ານ Survey123, ການຕິດຕາມອຸປະກອນໃນສາງ, ການກະກຽມເຄື່ອງເຊັນຖິ້ມ ແລະ ການບັນທຶກອຸປະກອນ). ຜູ້ຈັດການພະແນກສະໜອງອຸປະກອນ ແລະ ສາງມີໜ້າທີ່ຊີ້ນຳ ແລະ ກວດສອບລະບົບເອກະສານ ແລະ ການປະຕິບັດໃຫ້ສອດຄ່ອງກັບຂໍ້ກຳນົດຂອງສາງແພດ. ສ່ວນບົດບາດຂອງ ຮອງທ່ານໝໍປະຈຳໂຄງການ ແມ່ນເນັ້ນໃສ່ດ້ານເບິ່ງແຍງທາງດ້ານຄລີນິກ:
  • ກຳນົດຄວາມຕ້ອງການດ້ານການແພດ ສຳລັບຢາ ແລະ ອຸປະກອນທາງການແພດ, ລວມທັງລາຍຊື່ຢາທີ່ໄດ້ຮັບອະນຸມັດ ແລະ ລະດັບສະຕັອກຂັ້ນຕ່ຳຂອງສາງການແພດ.
  • ອະນຸມັດໃບສັ່ງຊື້ເພີ່ມສິນຄ້າທີ່ກຽມໂດຍແອັດມິນແພດ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການທາງດ້ານການແພດ ໂດຍບໍ່ໃຫ້ມີອຸປະກອນເກີນຄວາມຈຳເປັນ.
  • ອະນຸມັດການເຊັນຖິ້ມຂອງຢາ ແລະ ອຸປະກອນທີ່ໝົດອາຍຸ ໃຫ້ສອດຄ່ອງກັບນະໂຍບາຍຂອງ ຮາໂລ.
  • ມີສ່ວນຮ່ວມຢ່າງສ້າງສັນ ໃນການກວດສອບສາງ ແລະ ວຽກງານການປະຕິບັດຕາມກົດລະບຽບ ທີ່ຈັດຂຶ້ນໂດຍ ຜູ້ຈັດການພະແນກສະໜອງອຸປະກອນ ແລະ ສາງ.

ສາຍພົວພັນພາຍນອກ

  • ຮັກສາຄວາມສຳພັນການເຮັດວຽກດ້ານການປິ່ນປົວທີ່ມີປະສິດທິພາບ ຮ່ວມກັບ ໂຮງໝໍ, ຄລີນິກ ໃນທ້ອງຖິ່ນ ແລະ ຂະແໜງການສາທາລະນະສຸກທີ່ກ່ຽວຂ້ອງ ສຳລັບການສົ່ງຕໍ່ຄົນເຈັບ, ການປຶກສາຫາລືທາງການແພດ ແລະ ເຄືອຂ່າຍວິຊາຊີບ. ສ່ວນການປະສານງານດ້ານບໍລິຫານກັບໂຮງໝໍເມືອງ (ວຽກເອກະສານ, ໃບຢັ້ງຢືນຕ່າງໆ, ໃບເບີກຄ່າໃຊ້ຈ່າຍ, ແລະ ການແຈ້ງອຸດໜູນປະກັນສັງຄົມ) ແມ່ນຮັບຜິດຊອບໂດຍ ແອດມິນແພດ.
  • ມີສ່ວນຮ່ວມໃນການສືບສວນ-ສອບສວນອຸບັດຕິເຫດຕາມການຮ້ອງຂໍ ພ້ອມທັງໃຫ້ຄຳແນະນຳທາງການແພດຕໍ່ຜົນການສືບສວນ ແລະ ມາດຕະການປ້ອງກັນ.
  • ເຮັດວຽກຢ່າງໃກ້ຊິດກັບ ຝ່າຍປະຕິບັດງານ, ຝ່າຍບຸກຄະລາກອນ ແລະ ຜູ້ບໍລິຫານຂັ້ນອາວຸໂສ ເພື່ອຮັບປະກັນວ່າ ມີການສະໜັບສະໜູນທາງການແພດທີ່ເໝາະສົມໃຫ້ແກ່ກິດຈະກຳວຽກງານຂອງໂຄງການ.

ການສ້າງຂີດຄວາມສາມາດ

  • ການອົບຮົມ ແລະ ການພັດທະນາທາງການແພດທັງໝົດ ສຳລັບທີມງານທາງການແພດ ແມ່ນຈັດຂຶ້ນພາຍໃນໂດຍ ທ່ານໝໍປະຈຳໂຄງການ ແລະ ຮອງທ່ານໝໍປະຈຳໂຄງການ. ໂດຍ ຮອງທ່ານໝໍປະຈຳໂຄງການ ຖືກມອບໝາຍໃຫ້:
  • ໃຫ້ຄຳປຶກສາ ແລະ ແນະນຳ ພະນັກງານແພດເປັນລາຍບຸກຄົນ ກ່ຽວກັບການຄຸ້ມຄອງກໍລະນີຄົນເຈັບ, ການຕັດສິນໃຈທາງດ້ານການປິ່ນປົວ ແລະ ຄວາມຮັບຜິດຊອບດ້ານການບໍລິຫານຄຸ້ມຄອງ, ໂດຍມີເປົ້າໝາຍໄລຍະຍາວ ເພື່ອໃຫ້ພະນັກງານແພດສາມາດຄຸ້ມຄອງຂົງເຂດວຽກງານຂອງຕົນໄດ້ ໂດຍຫຼຸດຜ່ອນການຊີ້ນຳໂດຍກົງ.
  • ພັດທະນາຄວາມສາມາດທາງດ້ານການປິ່ນປົວຂອງ ຜູ້ຊ່ວຍແພດ ໂດຍຜ່ານການໝູນວຽກວຽກຢ່າງມີໂຄງສ້າງ ແລະ ການສອນໂດຍອີງໃສ່ກໍລະນີສຶກສາ.
  • ສ້າງຄວາມສາມາດທາງດ້ານການປິ່ນປົວຮ່ວມກັນໃນພະແນກການແພດ ໂດຍການສົ່ງເສີມການປະຕິບັດງານທີ່ອີງຕາມຫຼັກຖານທາງວິຊາການ, ການທົບທວນຂັ້ນຕອນການປິ່ນປົວເປັນໄລຍະ ແລະ ການກວດສອບມາດຕະຖານດ້ານການປິ່ນປົວ.

ທົ່ວໄປ:

  1. ຍຶດໝັ້ນໃນຄ່ານິຍົມຫຼັກ ແລະ ມາດຕະຖານຂອງ ຮາໂລ ພ້ອມທັງສົ່ງເສີມຈາລິຍະທຳ ແລະ ພາລະກິດຂອງອົງການ.
  2. ຮັບປະກັນວ່າມີຄວາມຄຸ້ນເຄີຍ ແລະ ປະຕິບັດຕາມນະໂຍບາຍ ແລະ ລະບຽບການທັງໝົດຂອງ ຮາໂລ ຢ່າງເຄັ່ງຄັດ, ໂດຍສະເພາະຈັນຍາບັນໃນການປະພຶດ ແລະ ນະໂຍບາຍການປ້ອງກັນຄຸ້ມຄອງ.

 

ຄຸນສົມບັດທີ່ຈໍາເປັນ:

  • ສຳເລັດການສຶກສາດ້ານການແພດ (ປະລິນຍາທາງການແພດ ຫຼື ວຸດທິການສຶກສາທີ່ໄດ້ຮັບການຮັບຮອງວ່າທຽບເທົ່າ).
  • ໄດ້ຮັບການຈົດທະບຽນ ແລະ ມີໃບອະນຸຍາດປະກອບວິຊາຊີບແພດ ຕາມລະບຽບກົດໝາຍຂອງ ສປປ ລາວ.
  • ມີປະສົບການການປິ່ນປົວຫຼັງຈົບການສຶກສາຢ່າງນ້ອຍ 3 ປີ.
  • ມີປະສົບການໃນການຊີ້ນຳ ຫຼື ໃຫ້ຄໍາແນະນໍາພະນັກງານແພດຂັ້ນຕົ້ນ.
  • ມີປະສົບການເຮັດວຽກໃນພື້ນທີ່ຊົນນະບົດ ຫຼື ພື້ນທີ່ຫ່າງໄກ ແລະ ເຮັດວຽກກັບທີມງານພາກສະໜາມ.
  • ມີຄວາມສາມາດດ້ານຄອມພິວເຕີ (Word, Excel, PowerPoint) ພ້ອມດ້ວຍຄວາມສາມາດເກັບບັນທຶກ, ຄຸ້ມຄອງຖານຂໍ້ມູນທາງການແພດ ແລະ ຂຽນບົດລາຍງານໄດ້.
  • ເວົ້າ ແລະ ຂຽນ ພາສາລາວ ໄດ້ເປັນຢ່າງດີ.
  • ມີຄວາມຮູ້ພາສາອັງກິດໃນລະດັບໃຊ້ງານໄດ້ (ພຽງພໍສໍາລັບການຕິດຕໍ່ກັບເພື່ອນຮ່ວມງານຄົນຕ່າງປະເທດ, ເອກະສານນະໂຍບາຍ ຮາໂລ ແລະ ເອກະສານທາງການແພດ).

 

ຄຸນສົມບັດເພີ່ມຕື່ມທີ່ຕ້ອງການ:

  • ມີປະສົບການດ້ານອາຊີວະອານາໄມ (Occupational Health), ການຮັກສາດູແລກ່ອນເຖິງໂຮງໝໍ, ຫຼື ການແພດໃນພື້ນທີ່ຫ່າງໄກ.
  • ມີປະສົບການເຮັດວຽກກັບອົງການ NGO ຫຼື ໂຄງການມະນຸດສະທໍາ.
  • ມີປະສົບການໃນການນຳໃຊ້ລະບົບບັນທຶກຂໍ້ມູນທາງສຸຂະພາບແບບເອເລັກໂຕຣນິກ ຫຼື ລະບົບຖານຂໍ້ມູນທາງການແພດ.
  • ມີໃບຂັບຂີ່ ແລະ ມີປະສົບການຂັບຂີ່.

 

ວິທີການສະໝັກ:

ກະລຸນາສົ່ງຊີວະປະຫວັດ (CV, ບໍ່ເກີນ 2 ໜ້າ) ແລະ ໜັງສືສະໝັກງານ (Cover Letter, ບໍ່ເກີນ 1 ໜ້າ) ລະບຸວ່າປະສົບການຂອງທ່ານສອງຄ່ອງກັບທັກສະ ແລະ ຄວາມສາມາດຫຼັກຂອງຕຳແໜ່ງແນວໃດ, ພ້ອມດ້ວຍເງິນເດືອນທີ່ຄາດຫວັງ ຫາອີເມລ: hr@halolaos.org ພາຍໃນວັນທີ 22/09/2026.

ຟອມສະໝັກທີ່ບໍ່ແນບໜັງສືສະໝັກງານ ທີ່ສ້າງຂຶ້ນເພື່ອສະໝັກຕຳແໜ່ງນີ້ໂດຍສະເພາະ ຈະບໍ່ໄດ້ຮັບການພິຈາລະນາ.

ພວກເຮົາຂໍສະຫງວນສິດໃນການປ່ຽນແປງມື້ປິດຮັບສະໝັກ ອີງຕາມຈຳນວນຜູ້ສະໝັກທີ່ອົງການໄດ້ຮັບ.

ອົງການ ຮາໂລ ທຣາສທ໌ ແມ່ນຜູ້ຈ້າງງານທີ່ໃຫ້ໂອກາດຢ່າງເທົ່າທຽມ ແລະ ບໍ່ແບ່ງແຍກ ຫຼື ເລືອກປະຕິບັດຕໍ່ຜູ້ສະໝັກວຽກບໍ່ວ່າດ້ວຍເຫດຜົນໃດກໍຕາມເຊັ່ນ: ອາຍຸ, ຄວາມພິການ, ການແປງເພດ, ການແຕ່ງງານ ແລະ ການຈົດທະບຽນຄູ່ສົມລົດ, ການຖືພາ ແລະ ການເປັນແມ່, ເຊື້ອຊາດ, ສາສະໜາ ຫຼື ຄວາມເຊື່ອ, ເພດ ຫຼື ລົດສະນິຍົມທາງເພດ.

 

ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການສ້າງວັດທະນະທຳທີ່ມີຄວາມຫຼາກຫຼາຍ ແລະ ຄອບຄຸມ ໂດຍເນັ້ນການຈັດຫາ, ພັດທະນາ ແລະ ຮັກສາບຸກຄະລາກອນທີ່ມີຄວາມສາມາດຈາກກຸ່ມຜູ້ສະໝັກທີ່ມີຄວາມຫຼາກຫຼາຍ.

 

ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການຮັບປະກັນວ່າ ສະພາບແວດລ້ອມແມ່ນມີຄວາມປອດໄພ ແລະ ໜ້າເຊື່ອຖື ໂດຍໃຫ້ຄວາມສຳຄັນກັບການຄຸ້ມຄອງ ແລະ ສົ່ງເສີມສະຫວັດດີການ ແລະ ການເປັນຢູ່ທີ່ດີຂອງທຸກຄົນທີ່ມີສ່ວນກ່ຽວຂ້ອງ ຫຼື ເປັນສ່ວນໜຶ່ງຂອງອົງການ ໂດຍມີມາດຕະການເດັດຂາດຕໍ່ພຶດຕິກຳໃດໆທີ່ຂັດຕໍ່ຫຼັກການດັ່ງກ່າວ.

Job Title: Deputy Programme Doctor

Location: Sepon, Lao PDR

PO Level: 2.1

 

Reports To: Programme Doctor

Direct Reports: Medical Officer

Indirect Reports: Medical Assistant

Key Internal Contacts/Relationships:  Programme Doctor, Deputy Programme Manager, Operations Management Unit, HR Coordinator, Logistics & Stores Manager, Medical Administrator

Key External Contacts/Relationships:  District hospitals, local clinics, Ministry of Health (technical relationships)

 

Job Purpose: The Deputy Programme Doctor deputises for the Programme Doctor with full delegated authority during periods of leave or absence, expands the department’s clinical capacity, and develops the national medical team. The role combines a senior clinical caseload with line management of the Medical Officers and technical leadership across the medical department.

About HALO Laos:

The HALO Trust is an international landmine and UXO clearance charity. We work in Lao PDR conducting survey and clearance of Unexploded Ordnance (UXO), employing over 1,200 staff based in Sepon, Savannakhet Province, with a small administrative office in Vientiane.

The HALO Trust team in Sepon works a monthly cycle, with an average of 22-23 days worked at the start of the month, with the remainder of the month as ‘standdown’ (rest days). HALO works a short cycle during April with an extended break for public holidays.   More information on us can be found here www.halotrust.org.

 

About the role:

The Deputy Programme Doctor is the senior deputy to the Programme Doctor and provides additional clinical capacity, technical leadership and management to the medical department. The medical department is responsible for the health and wellbeing of approximately 1,200 HALO Laos staff. The Deputy Programme Doctor line manages the Medical Officers, deputises for the Programme Doctor in their absence with full delegated authority, and runs their own clinical caseload alongside the Programme Doctor.

The Deputy Programme Doctor is expected to combine senior clinical work with technical supervision, training and governance. The role is structured to ensure continuity of medical leadership during periods of leave or transition, to expand the department’s clinical capacity, to strengthen the development of national medical staff, and to improve the quality of care delivered across the programme.

 

Responsibilities:

Unless otherwise stated, the responsibilities below are exercised in close coordination with the Programme Doctor. The Deputy Programme Doctor is expected to work as a peer to the Programme Doctor on clinical and strategic matters, while maintaining clear line management of the Medical Officers.

Clinical Practice 

  • Run a clinical caseload alongside the Programme Doctor, sharing responsibility for more complex cases referred from Medical Officers and for hospital referrals.
  • Assess sick or injured staff and recommend treatment.
  • Determine fitness-to-work status and certify sick leave in line with policy.
  • Provide sick-leave and fitness-to-work recommendations to HR and the Deputy Programme Manager.
  • Provide medical advice and assessment relating to pregnancy and maternity, in coordination with HR.
  • Maintain accurate and confidential medical records in line with HALO policies and applicable Lao law.
  • Ensure medical treatment protocols remain current and promote rational and appropriate use of medicines.

Deputy to the Programme Doctor 

  • Assume full Programme Doctor responsibilities during periods of leave or absence, exercising formally delegated authority for clinical, operational and administrative medical decisions.
  • Hold delegated authority on a permanent standby basis (activated when the Programme Doctor is absent) for sick leave certification, fitness-to-work decisions, controlled medication approval, mental health referrals, and other decisions that require a registered medical practitioner.
  • Provide direct medical and operational cover for Medical Officers during periods of leave, absence or increased operational demand.

Technical Supervision & Capacity Building 

  • Line manage the Medical Officers, including tasking, coaching, performance management, and ensuring appropriate cover and handovers.
  • Provide technical supervision and clinical mentoring to Medical Officers; support the development of the wider medical department, including Medical Assistants who report through the Medical Officers.
  • Plan, deliver and oversee medical training and refresher training for Medical Officers and Medical Assistants.
  • Set and monitor clinical competency standards across the medical department.

ICP Training & CASEVAC 

Intermediate Care Providers (ICPs), including technician medics, are operations staff who report through the operations chain of command. The medical department is responsible for the quality and currency of their training.

  • Plan, deliver and oversee ICP training and refresher training, in coordination with the Programme Doctor (or directly when the Programme Doctor is absent). Strategic and policy matters (training scope, standards, programme-wide direction) route through the Programme Doctor.
  • Coordinate directly with operations management on operational delivery of training (scheduling, attendance, simulation logistics) and on identifying training needs from field experience.
  • Maintain training records and certifications for all ICPs across the programme.
  • Track currency of certifications and schedule renewals.
  • Oversee CASEVAC exercises, document lessons learned, and escalate concerns for corrective action.
  • Review, update and validate accident response and medical evacuation plans in coordination with operations staff.

Clinical Governance & Data 

  • Lead clinical governance activities, including incident review, protocol updates and periodic checks of medical kit readiness.
  • Hold technical authority over the programme’s medical database (and any successor digital health system) — set data quality and recording standards, define access controls, maintain audit logs, and ensure data is handled in line with HALO policy and Lao law. Day-to-day data entry sits with the Medical Administrator.
  • Contribute to the design of monitoring tools; analyse medical data to identify trends, risks and opportunities for improvement; report findings to the Programme Doctor and senior management.
  • Ensure full compliance with HALO Laos medical SOPs and applicable Lao national regulations across the medical department.

Public Health & Field Presence 

  • Conduct field and camp visits to monitor compliance with health and safety policies and provide practical recommendations.
  • Coordinate infection prevention and control measures and support preparedness and response to communicable disease outbreaks affecting staff.
  • Report significant medical incidents, outbreaks or trends to the Programme Doctor and senior management; provide medical guidance on appropriate responses.

Medical Stores & Supplies 

  • The Medical Administrator manages the day-to-day operational stores work (Survey123 requests, stock monitoring, write-off preparation, equipment records). The Logistics & Stores Manager has functional oversight of Medical Stores documentation systems and compliance. The Deputy Programme Doctor’s role is clinical:
  • Set clinical requirements for medicines and medical supplies, including the approved formulary and clinical minimum stock levels.
  • Approve replenishment orders prepared by the Medical Administrator to ensure clinical needs are met without unnecessary surplus.
  • Authorise the write-off of expired medicines and supplies in line with HALO policy.
  • Engage constructively with store checks and compliance work conducted by the Logistics & Stores Manager.

External Relations 

  • Maintain effective clinical working relationships with local hospitals, clinics and relevant medical authorities for referrals, consultations and professional networks. Administrative liaison with district hospitals (paperwork, certificates, expense vouchers, social security claims) is handled by the Medical Administrator.
  • Participate in accident investigations as requested and provide medical input to findings and preventive measures.
  • Work closely with Operations, HR and senior management to ensure appropriate medical support to programme activities.

Capacity Building 

  • All medical training and development for the medical team is delivered in-house by the Programme Doctor and Deputy Programme Doctor. The Deputy Programme Doctor is expected to:
  • Coach Medical Officers individually on case management, clinical decision-making and management responsibilities, with the long-term aim of MOs who can run their areas with reduced direct supervision.
  • Develop Medical Assistants’ clinical competence through structured rotations and case-based teaching.
  • Build the medical department’s collective clinical competence by promoting evidence-based practice, periodic protocol review and clinical audit.

General:

  1. Uphold HALO’s core values and standards, promoting its ethos and mission statement.
  2. Ensure familiarity with and adherence to all HALO policies and procedures, especially the code of conduct and safeguarding

 

Essential Requirements:

  • Medical degree (MD or recognised equivalent).
  • Registered and licensed medical practitioner in accordance with Lao national regulations.
  • Minimum 3 years’ post-qualification clinical experience.
  • Demonstrated experience supervising or mentoring junior medical staff.
  • Experience working in rural or remote environments and with field-based teams.
  • Computer literacy (Word, Excel, PowerPoint) with the ability to maintain records, manage a clinical database, and produce reports.
  • Fluent in Lao (spoken and written).
  • Working knowledge of English (sufficient for engagement with international colleagues, HALO policy documents, and clinical literature).

Desirable Requirements:

  • Experience in occupational health, pre-hospital care, or remote/expedition medicine.
  • Experience working with NGOs or in humanitarian programmes.
  • Experience with electronic health records or clinical database systems.
  • Driving licence and driving experience.

To Apply:

Please submit a CV (no more than 2 pages) and a cover letter (no more than 1 page) outlining how your experience matches the key skills and competencies and your salary expectation to hr@halolaos.org required by 22/09/2026.

Applications without a cover letter tailored to this position will not be considered.

We reserve the right to amend the closing date depending on the number of applications received.

The HALO Trust is an Equal Opportunity Employer and does not discriminate against any applicant for employment because of age, disability, gender reassignment, marriage and civil partnership, pregnancy and maternity, race, religion or belief, sex, or sexual orientation.

The HALO Trust is committed to attracting, developing, and retaining talented individuals from a wide range of backgrounds, experiences, and perspectives.

The HALO Trust is committed to ensuring that it provides a safe and trusted environment which safeguards and promotes the welfare and wellbeing of anyone who comes into contact with, or is part of, the Charity, with a zero-tolerance approach to behaviours which challenge this.

Contact Details

Contact Person:
Lattana Inthavongsa
Phone:
+8562093171980
Email:
hr@halolaos.org

Additional Information

Attachments

Save & Share