ແຈ້ງເຊີນຄືນ ການປະມູນລົດຂົນສົ່ງຄົນເຈັບ/re-advertise Invitation bidding for Ambulance vehicle

                                               ໜັງສືເຊີນການເຂົ້າຮ່ວມປະມູນ

 

ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດ, ຫ້າງຮ້ານທີ່ມີປະສົບການ ເພື່ອເຂົ້າຮ່ວມການປະມູນ, ເຊິ່ງອົງການແພລນຕ້ອງການຈັດຊື້ລົດໃຫຍ່ຈໍານວນ 1 ຄັນ ຍັງບໍ່ທັນເສຍພາສີ

ລາຍລະອຽດຂອງລົດ ດັ່ງລຸ່ມນີ້:

ລົດຍີ່ຫໍ້ TOYOTA Landcruiser 78 Hardtop ໃຊ້ສໍາລັບເປັນລົດຂົນສົ່ງຄົນເຈັບໃຫ້ແກ່ໂຮງໝໍ ແລະ ສຸກສາລາ

–       ຄວາມແຮງ 4,200cc, ນໍາ້ມັນກາຊວນ (DIESEL), ໂຟວິນ (4WD) ແລະ ສຸງ

–       ຜະລິດປີ 2021 ຫຼື 2022, ສີຂາວ, ເກຍກະປຸກ

–       ເປັນລົດທີ່ໄດ້ຕິດຕັ້ງບັນດາອຸປະກອນ ສໍາລັບຂົນສົ່ງຄົນເຈັບ (Ambulance)

–       ລົດຍັງບໍ່ທັນເສຍພາສີ

 

ເງື່ອນໄຂ ແລະ ເອກະສານ​ທີ່​ຄັດ​ຕິດ: ບັນດາບໍລິສັດ, ຫ້າງຮ້ານທີ່ມີຄວາມສົນໃຈກະລຸນາສົ່ງເອກະສານດັ່ງລຸ່ມນີ້  

  1. ໃບສະເໜີລາຄາ ແລະ ໄລຍະເວລາສາມາດສົ່ງລົດໄດ້                                                     1ຊຸດ
  2. ສຳ​ເນົາ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​  ປີ 2022                                           1 ຊຸດ
  3. ສຳ​ເນົາ ໃບຢັ້ງຢືນການ​​ເສຍ​ພາສີ​ອາກອນຂອງບໍລິສັດປະຈໍາປີ 202 (ຈ່າຍປີ 2021)            1 ຊຸດ
  4. ຕິດຂັດຮູບ ແລະ ລາຍລະອຽດຂອງລົດ ລວມທັງລາຍການອຸປະກອນພາຍໃນລົດ                1 ຊຸດ

 

ລາຍລະອຽດຂອງເງື່ອນໄຂປະມູນ ກະລຸນາເອົາຕາມ ລິ້ງ https://bit.ly/3Ai8WJO ຫຼື ຕິດຕໍ່ຫາຫ້ອງການຕາມທີ່ຢູ່ລູ່ມນີ້

ວັນ ແລະ ເວລາສຸດທ້າຍ ໃນການຢື່ນເອກະສານການປະມູນ ແມ່ນ 5:00 ໂມງແລງ ຂອງວັນທີ 14/07/2022 ແລະ ສົ່ງມາທີ່ຫ້ອງການ ດັ່ງລຸ່ມນີ້:

ເຖິງ: ໜ່ວຍງານບໍລິຫານ ແລະ ຈັດຊື້ ປະຈຳຫ້ອງການອົງການແພລນ:

ຫ້ອງການອົງການແພລນ ປະຈໍາ ນະຄອນຫຼວງວຽງຈັນ

ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ

ສປປ ລາວ,

ໂທຣ:  +856 (0) 21 353 409 -11

ແຟັກ: +856 (0) 21 313 512

Attachments

Save & Share