ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ ບໍລິການແປ ພາສາ

ອົງການແພລນສາກົນ ປະຈຳ ສ ປ ປ ລາວ

ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ ບໍລິການແປ ພາສາ

ອົງການແພລນສາກົນ ແມ່ນອົງການສາກົນທີ່ພັດທະນາຊຸມຊົນໂດຍຖືເອົາ ເດັກນ້ອຍເປັນໃຈກາງ ພວກເຮົາຊ່ວຍ ເຫຼືອເດັກທຸກຍາກຢູ່ຫຼາຍປະເທດທີ່ກຳລັງພັດທະນາໃນທົ່ວໂລກ. ປະຈຸບັນອົງການແພລນ ສາກົນປະຈໍາ ສປປ ລາວ ກໍາລັງຈັດຕັ້ງປະຕິບັດໂຄງ ການຢູ່ 4 ແຂວງ: ແຂວງ ບໍ່ແກ້ວ,​ ອຸດົມໄຊ, ສາລະວັນ, ຫຼວງພະບາງ ແລະ ມີຫ້ອງການໃຫຍ່ຢູ່ນະຄອນຫຼວງວຽງຈັນ. ແຕ່ລະປີອົງການແພລນໄດ້ມີການໃຊ້ບໍລິການ ການແປພາສາແບບປາກເປົ່າຈາກພາສາລາວ ເປັນ ອັງກິດ ແລະ ພາສາອັງກິດ ເປັນ ລາວ ແລະ ແປເອກະສານ ຈາກພາສາລາວ ເປັນ ອັງກິດ. ສະນັ້ນ, ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດ ຫຼື ບຸກຄົນທີ່ມີປະສົບການນການແປພາສາ ທີ່ສົນໃຈ ປະກອບເອກະສານ ສົມທຽບລາຄາ ຕາມລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້.

 ຖ້າເປັນບໍລິສັດ

  • ສຳເນົາ ທະບຽນວິສາຫະກິດ ແລະ ສຳ​ເນົາ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​                            1 ຊຸດ
  • ສຳ​ເນົາ ໃບ​​ເສຍ​ພາສີ​ອາກອນປະຈໍາປີ, ເອກະສານກ່ຽວກັບຜົນງານ ແລະ ປະຫວັດຂອງບໍລິສັດ                   1 ຊຸດ
  • ສົ່ງ ຊີວະປະຫວັດຂອງພະນັກງານ ລວມທັງສໍາເນົາໃບປະກາດຈົບຊັ້ນ ແລະ ໃບຜ່ານງານ (ຖ້າມີ)        1 ຊຸດ
  • ສໍາເນົາ ຊີວະປະຫວັດ, ໃບປະກາດຈົບຊັ້ນ ແລະ ໃບຜ່ານງານ, ໃບຢັ້ງຢືນທີ່ຢູ່ ຫຼື ບັດປະຈໍາຕົວ (ຖ້າເປັນສ່ວນບຸກຄົນ) 1 ຊຸດ
  • ເອກະສານອື່ນໆ ແມ່ນໃຫ້ປະກອບຕາມ ເງື່ອນໄຂໃນເອກະສານຕິດຂັດ

 

ໃບສະເໜີສົມທຽບລາຄາ

  • ຕື່ມລາຄາຕາມແບບຟອມຂອງອົງການແພລນ ຕາມລິ່ງ (link) ດັ່ງລຸ່ມນີ້ https://rb.gy/brpynv ແລະ ເປັນລາຄາບໍ່ປ່ຽນແປງ ພາຍໃນ 1 ປີ ຈໍານວນ 1 ຊຸດ

ບັນດາບໍລິສັດ ທີມີຄວາມສົນໃຈ ກະລຸນາ ປະກອບເອກະສານ ແລະ ສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້ ແລະ ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 30/05/2021.

ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ

ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ  ສປປ ລາວ

ໂທຣ:  +856 (0) 21 353 409 -11, ແຟັກ:      +856 (0) 21 313 512   ຕຸ້ ປນ 6026

ອີແມວ: Laos.procurement@plan-international.org

 

ໝາຍເຫດ:

  • ບໍລິສັດ ຫຼື ບຸກຄົນທີ່ມາຍື່ນເອກະສານສົມທຽບລາຄາ ຕ້ອງທີ່ຍີນດີທີ່ຈະເຮັດສັນຍາໄລຍະຍາວ ກັບອົງການ, ຮັບເງິນໂອນ, ຮັບແຊັກ (Check), ແລະ ສາມາດຕິດໜີ້ໄດ້.
  • ເອກະສານ ແລະ ຂໍ້ມູນ​ຖືກ​ຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ (ຖ້າມີການຄິດໄລ່ຜິດພາດຈະບໍ່ໄດ້ພິລະນາຕາມເງື່ອນໄຂ).
  • ເອກະສານທີ່ທາງບໍລິສັດໄດ້ສົ່ງຫາ ອົງການແລ້ວບໍ່ສາມາດຖອນຄືນໄດ້.

Attachments

Save & Share