ພະນັກງານວາງແຜນການປະຕິບັດງານ
The HALO Trust Laos

Details
Description
ພະນັກງານວາງແຜນການປະຕິບັດງານ
ຊື່ຕຳແໜ່ງ: ພະນັກງານວາງແຜນການປະຕິບັດງານ
ພະແນກ: ປະຕິບັດງານ
ສະຖານທີ່: ຫ້ອງການປະຈຳເມືອງ ເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ
ລະດັບຕຳແໜ່ງ: 2.1
ເງິນເດືອນ: ຕໍ່ລອງໄດ້
ຊົ່ວໂມງເຮັດວຽກ: ເຕັມເວລາ
ປະເພດສັນຍາ: ສັນຍາມີກຳນົດ (ອາດຈະມີການຕໍ່ສັນຍາ)
ລາຍງານເຖິງ: ຮອງຫົວໜ້າຝ່າຍປະຕິບັດງານ
ຜູ້ລາຍງານທາງກົງ: ຜູ້ຊ່ວຍວາງແຜນການປະຕິບັດງານ
ຜູ້ປະສານງານ/ຄວາມສຳພັນພາຍໃນທີ່ສຳຄັນ: ຫົວໜ້າຝ່າຍປະຕິບັດງານ, ຮອງຫົວໜ້າຝ່າຍປະຕິບັດງານ, ຜູ້ຈັດການເສີມສ້າງຄວາມສາມາດ, ພະນັກງານເສີມສ້າງຄວາມສາມາດ, ພະນັກງານຝຶກອົບຮົມ, ຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ, ຫົວໜ້າຝ່າຍຄຸ້ມຄອງຂໍ້ມູນ, ຫົວໜ້າໂຄງການ, ຮອງຫົວໜ້າໂຄງການ, ແລະ ຫົວໜ້າພະແນກທຸກພະແນກ.
ຜູ້ປະສານງານ/ຄວາມສຳພັນພາຍນອກທີ່ສຳຄັນ: ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ອຳນາດການປົກຄອງແຂວງ ແລະ ເມືອງ (ຜ່ານພະແນກພົວພັນ), ອົງການເກັບກູ້ລະເບີດແຫ່ງຊາດລາວ ແລະ ອົງການອື່ນໆທີ່ປະຕິບັດງານໃນບັນດາເມືອງດຽວກັນ.
ຈຸດປະສົງຂອງຕຳແໜ່ງ: ເພື່ອວາງແຜນວ່າ ທີມງານອົງການ ຮາໂລ ປະຈຳລາວ ຈະປະຕິບັດງານຢູ່ໃສ ແລະ ນຳໃຊ້ຊັບພະຍາກອນໃດ, ໂດຍໃຊ້ຂໍ້ມູນເພື່ອຊີ້ນຳໃຫ້ເຂົາເຈົ້າເຮັດວຽກຢູ່ຈຸດທີ່ມີຜົນກະທົບສູງສຸດ, ພ້ອມທັງຕິດຕາມການດຳເນີນງານ ເພື່ອໃຫ້ໂຄງການບັນລຸຂໍ້ຜູກພັນຕາມທຶນຊ່ວຍເຫຼືອ ແລະ ບູລິມະສິດຂອງຊາດ.
ກ່ຽວກັບອົງການ ຮາໂລ ລາວ
ອົງການ ຮາໂລ ທຣາສທ໌ ແມ່ນອົງການເພື່ອການກຸສົນສາກົນທີ່ປະຕິບັດການເກັບກູ້ ລບຕ ແລະ ລະເບີດຝັງດິນ. ພວກເຮົາປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເຊິ່ງມີພະນັກງານຫຼາຍກວ່າ 1,100 ຄົນ ປະຈຳການຢູ່ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ແລະ ມີຫ້ອງການບໍລິຫານຕັ້ງຢູ່ ນະຄອນຫຼວງວຽງຈັນ.
ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ 22-23 ມື້ ເລີ່ມວຽກໃນຕົ້ນເດືອນ ເຊິ່ງມື້ທີ່ເຫຼືອຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາ, ທ່ານສາມາດເຂົ້າອ່ານໄດ້ທີ່ນີ້ www.halotrust.org
ກ່ຽວກັບຕຳແໜ່ງ
ພະນັກງານວາງແຜນການປະຕິບັດງານ ຈະເປັນຜູ້ນຳພາການວາງແຜນໃນສ່ວນສະໜັບສະໜູນການປະຕິບັດງານ, ພາຍໃຕ້ການຊີ້ນຳຂອງ ຮອງຫົວໜ້າຝ່າຍປະຕິບັດງານ. ຫົວໜ້າຝ່າຍປະຕິບັດງານ ເປັນຜູ້ຮັບຜິດຊອບແຜນປະຕິບັດງານປະຈຳປີ ແລະ ແຜນງານ 5 ປີ, ສ່ວນ ຮອງຫົວໜ້າຝ່າຍປະຕິບັດງານ ເປັນຜູ້ຮັບຜິດຊອບແຜນສົ່ງທີມອອກສະໜາມປະຈຳເດືອນ. ພະນັກງານວາງແຜນການປະຕິບັດງານ ຈະເປັນຜູ້ກະກຽມແຜນເຫຼົ່ານີ້, ກຽມວຽກທີ່ຈະດຳເນີນການໄວ້ລ່ວງໜ້າ ແລະ ລາຍງານຄວາມຄືບໜ້າຕາມແຜນ. ຫົວໜ້າຝ່າຍປະຕິບັດງານ ຈະມອບໝາຍວຽກໂດຍກົງໃຫ້ຕຳແໜ່ງນີ້ ກ່ຽວກັບແຜນວຽກປະຈຳປີ, ແຜນ 5 ປີ ແລະ ການວາງແຜນໄລຍະຍາວ ແລະ ຕຳແໜ່ງນີ້ຕ້ອງເຂົ້າຮ່ວມການປະຊຸມຂອງ ໜ່ວຍງານຄຸ້ມຄອງການປະຕິບັດງານ (OMU) ເມື່ອມີການຄົ້ນຄວ້າກ່ຽວກັບການວາງແຜນ.
ຕຳແໜ່ງນີ້ແມ່ນປະຈຳຢູ່ ສຳນັກງານ ເຊໂປນ. ກຳນົດເວລາການວາງແຜນແມ່ນກ່ອນແຕ່ລະຮອບວຽນການເຮັດວຽກໃໝ່ຈະເລີ່ມຕົ້ນຂຶ້ນ ແລະ ຜູ້ຮັບຕຳແໜ່ງແມ່ນຖືກຄາດຫວັງໃຫ້ໄປຢ້ຽມຢາມໜ່ວຍງານຕ່າງໆໃນລະຫວ່າງຮອບວຽນການເຮັດວຽກ ເພື່ອຕິດຕາມເບິ່ງການນຳໃຊ້ແຜນງານຕົວຈິງ.
ອົງການ ຮາໂລ ປະຈຳລາວ ອາດຈະຂະຫຍາຍຂອບເຂດພື້ນທີ່ປະຕິບັດງານ. ຜູ້ຮັບຕຳແໜ່ງອາດຈະຖືກຮ້ອງຂໍໃຫ້ສະໜັບສະ ໜູນການວາງແຜນສຳລັບພື້ນທີ່ໃໝ່ ແລະ ເຮັດວຽກຈາກສະຖານທີ່ອື່ນໆ.
ໜ້າທີ່ຮັບຜິດຊອບ
ການວາງແຜນ
- ກະກຽມຮ່າງແຜນປະຕິບັດງານປະຈຳປີ ພ້ອມກັບແຜນງານ 5 ປີ ໃຫ້ແກ່ ຫົວໜ້າຝ່າຍປະຕິບັດງານ, ໂດຍອີງໃສ່ຄຳໝັ້ນສັນຍາຂອງທຶນຊ່ວຍເຫຼືອ, ບູລິມະສິດຂອງ ແຂວງ ແລະ ຄຊກລ, ຄວາມສາມາດຂອງທີມງານ ແລະ ວຽກທີ່ຢູ່ໃນຂະບວນການດຳເນີນງານ.
- ກະກຽມແຜນສົ່ງທີມອອກສະໜາມປະຈຳເດືອນ ຮ່ວມກັບ ຮອງຫົວໜ້າຝ່າຍປະຕິບັດງານ, ໂດຍຈັດສັນທີມ, ພາຫະນະ ແລະ ອຸປະກອນໃຫ້ກັບແຕ່ລະສະໜາມ, ເພື່ອໃຫ້ພ້ອມຕາມກຳນົດເວລາການສົ່ງທີມອອກສະໜາມຂອງ ພະແນກພາຫະນະ ແລະ ສາງ.
- ຕົກລົງຮ່ວມກັບ ພະນັກງານຝຶກອົບຮົມ ກ່ຽວກັບຫຼັກສູດ, ຈຳນວນຄົນ ແລະ ເວລາທີ່ຈຳເປັນ ເພື່ອໃຫ້ບັນລຸຕາມແຜນວຽກ, ເພື່ອໃຫ້ພະນັກງານທີ່ຜ່ານການຝຶກອົບຮົມມີຄວາມພ້ອມເມື່ອທີມອອກສະໜາມ.
- ປະສານງານບັນດາໜ້າວຽກທີ່ຢູ່ໃນຂະບວນການດຳເນີນງານກັບທຸກໜ່ວຍງານສຳລັບທຸກຂົງເຂດການປະຕິບັດງານ (ການເກັບກູ້ ລບຕ, ການເກັບກູ້ລະເບີດຝັງດິນ, ການສຳຫຼວດ ແລະ ການທຳລາຍລະເບີດ) ໂດຍເຮັດວຽກຮ່ວມກັບທີມຄຸ້ມຄອງຂໍ້ມູນ ກ່ຽວກັບຂໍ້ມູນ ແລະ ແຜນທີ່ ທີ່ແຕ່ລະສະໜາມຕ້ອງການ, ພ້ອມທັງຕິດຕາມຄວາມພ້ອມຂອງແຕ່ລະສະໜາມ ລວມທັງການອະນຸມັດສະໜາມຈາກ ຄຊກລ, ຂໍ້ຕົກລົງຂອງບ້ານ ແລະ ການເຂົ້າເຖິງພື້ນທີ່.
- ປະສານງານການສະໜັບສະໜູນທີ່ແຕ່ລະແຜນງານຕ້ອງການຈາກ ພະແນກຄຸ້ມຄອງຍານພາຫະນະ, ສາງ, ແພດ, ພົວພັນ ແລະ ສຶກສາຄວາມສ່ຽງຈາກລະເບີດບໍ່ທັນແຕກ, ລວມທັງສະຖານທີ່ຕັ້ງຂອງແຄັ້ມ ແລະ ໄລຍະທາງການຍົກຍ້າຍຜູ້ບາດເຈັບ ພ້ອມທັງແຈ້ງຂໍ້ບົກພ່ອງ/ຊ່ອງຫວ່າງ ໃຫ້ຮອງຫົວໜ້າຝ່າຍປະຕິບັດງານຮັບຊາບ ກ່ອນສົ່ງທີມອອກສະໜາມ.
- ປະສານງານກັບຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ອົງການເກັບກູ້ລະເບີດແຫ່ງຊາດລາວ ແລະ ອົງການອື່ນໆ ກ່ຽວກັບການຈັດສັນສະໜາມ ແລະ ຂອບເຂດສະໜາມ, ເປັນຕົວແທນຂອງ ຮາໂລ ໃນການປະຊຸມວາງແຜນຮ່ວມ.
ການວິເຄາະ ແລະ ການຄາດຄະເນ
- ວິເຄາະອັດຕາຜົນໄດ້ຮັບຈາກການເຮັດວຽກຮ່ວມກັບບັນດາໜ່ວຍງານຕ່າງໆ ໂດຍແບ່ງຕາມທີມ, ປະເພດຂອງວຽກ, ວິທີການ ແລະ ສະພາບພື້ນທີ່ ແລ້ວນຳມາໃຊ້ຕັ້ງເກນຄຳນວນໃນການວາງແຜນວຽກ.
- ເຮັດວຽກຮ່ວມກັບໜ່ວຍງານຕ່າງໆ ເພື່ອຈັດລຳດັບຄວາມສຳຄັນຂອງສະໜາມທີ່ຢູ່ໃນຂະບວນການດຳເນີນງານ ຕາມຜົນກະທົບທາງມະນຸດສະທຳທີ່ຄາດໄວ້, ໂດຍໃຊ້ຫຼັກຖານ ເຊັ່ນ: ຂໍ້ມູນອຸບັດຕິເຫດຈາກ ລບຕ ແຫ່ງຊາດ, ສິ່ງທີ່ພົບໃນສະໜາມທີ່ຄ້າຍຄືກັນ, ຂໍ້ມູນການຕົກຄ້າງ, ແລະ ຮູບແບບການຄາດຄະເນ.
- ສ້າງທາງເລືອກຮູບແບບການວາງແຜນ ຮ່ວມກັບໜ່ວຍງານ ເຊັ່ນ: ການປ່ຽນແປງຈຳນວນທີມ, ລະດູຝົນ ຫຼື ການປ່ຽນແປງພື້ນທີ່ບຸລິມະສິດ ແລະ ຄາດຄະເນຈຳນວນທີມ, ພະນັກງານ, ພາຫະນະ, ອຸປະກອນ ແລະ ທາດດິນລະເບີດ ທີ່ແຕ່ລະທາງເລືອກຕ້ອງການ ລວມທັງການເຕີບໃຫຍ່ຂອງໂຄງການ.
ການຕິດຕາມ ແລະ ການລາຍງານ
- ລາຍງານການປະຕິບັດງານ ທຽບໃສ່ແຜນງານ ແລະ ແຜນສົ່ງທີມອອກສະໜາມແຕ່ລະເດືອນ ໃຫ້ຫົວໜ້າຝ່າຍປະຕິບັດງານ, ຮອງຫົວໜ້າຝ່າຍປະຕິບັດງານ ແລະ ຜູ້ຈັດການເສີມສ້າງຄວາມສາມາດ ຜ່ານຕາຕະລາງສະຫຼຸບຜົນງານ, ພ້ອມທັງອະທິບາຍຄວາມຜິດດ່ຽງ ແລະ ສາເຫດ.
- ຕິດຕາມການປະຕິບັດງານ ທຽບໃສ່ເປົ້າທີ່ໄດ້ເຊັນສັນຍາໄວ້ຂອງແຕ່ລະທຶນ ແລະ ແຈ້ງເຕືອນລ່ວງໜ້າກ່ຽວກັບແນວໂນ້ມທີ່ຈະບໍ່ບັນລຸຕາມຄາດໝາຍ.
- ສະໜອງຕົວເລກທີ່ວາງແຜນໄວ້ ແລະ ຕົວເລກປະຕິບັດໄດ້ຕົວຈິງ ສຳລັບການລາຍງານໃຫ້ຜູ້ໃຫ້ທຶນ ແລະ ການຄາດຄະເນງົບປະມານ, ພ້ອມທັງຕົວເລກການປະຕິບັດງານສຳລັບຂໍ້ສະເໜີໂຄງການໃໝ່, ໂດຍປະສານສົມທົບກັບຝ່າຍບໍລິຫານໂຄງການ ແລະ ພະແນກການເງິນ.
ລະບົບ ແລະ ທີມງານ
- ເຮັດໜ້າທີ່ເປັນຜູ້ຮັບຜິດຊອບຫຼັກຂອງຝ່າຍປະຕິບັດງານ ສຳລັບເຄື່ອງມືການວາງແຜນຂອງໂຄງການ, ລວມທັງຮູບແບບການວາງແຜນໃນລະບົບຄຸ້ມຄອງຂໍ້ມູນໂຄງການປະຈຳລາວ (PIMS), ກຳນົດຄວາມຕ້ອງການສຳລັບເຄື່ອງມື ໃໝ່ ແລະ ການປ່ຽນແປງ ພ້ອມທັງທົດສອບ ແລະ ເຊັນຮັບຮອງຮ່ວມກັບຫົວໜ້າຝ່າຍຄຸ້ມຄອງຂໍ້ມູນ.
- ຊີ້ນຳ ຜູ້ຊ່ວຍວາງແຜນການປະຕິບັດງານ, ລວມທັງການມອບໝາຍວຽກ, ການຝຶກອົບຮົມ, ການລາພັກ ແລະ ການປະເມີນຜົນງານ. ເມື່ອຕຳແໜ່ງຜູ້ຊ່ວຍຫວ່າງຢູ່, ຕ້ອງຮັກສາເອກະສານ ແລະ ຕົວເລກການວາງແຜນໃຫ້ອັບເດດຢູ່ສະເໝີ ໂດຍກົງ.
ທົ່ວໄປ
- ຍຶດໝັ້ນຄ່ານິຍົມ ແລະ ມາດຕະຖານຫຼັກຂອງ ຮາໂລ ພ້ອມທັງສົ່ງເສີມຈາລິຍະທຳ ແລະ ພາລະກິດຂອງອົງການ.
- ຮັບປະກັນວ່າມີຄວາມຄຸ້ນເຄີຍ ແລະ ປະຕິບັດຕາມນະໂຍບາຍ ແລະ ລະບຽບການທັງໝົດຂອງ ຮາໂລ ຢ່າງເຄັ່ງຄັດ, ໂດຍສະເພາະຈັນຍາບັນໃນການປະພຶດ ແລະ ນະໂຍບາຍການປ້ອງກັນຄຸ້ມຄອງ.
ຄຸນສົມບັດທີ່ຈໍາເປັນ
- ມີປະສົບການຢ່າງນ້ອຍ 3 ປີ ໃນການປະຕິບັດງານເກັບກູ້ ລບຕ ຫຼື ລະເບີດຝັງດິນ, ໃນລະດັບ ຜູ້ຄຸມງານ/ຫົວໜ້າສາຍງານຂຶ້ນໄປ ຫຼື ໃນຕຳແໜ່ງວາງແຜນການປະຕິບັດງານ.
- ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການເກັບກູ້ ລບຕ ແລະ ການທຳລາຍລະເບີດ ພ້ອມທັງການຈັດສັນຊັບພະຍາກອນສຳລັບວຽກເຫຼົ່ານີ້.
- ມີທັກສະ Microsoft Excel ໃນລະດັບດີ, ລວມທັງຄວາມສາມາດໃນການຮຽນຮູ້ວຽກໄດ້ໄວ.
- ມີຄວາມສາມາດໃນການສະຫຼຸບລາຍງານໃຫ້ຫົວໜ້າເຂົ້າໃຈໄດ້ຢ່າງແຈ່ມແຈ້ງ ແລະ ກະທັດຮັດ ກ່ຽວກັບແຜນງານ, ຄວາມຄືບໜ້າ ແລະ ບັນຫາຕ່າງໆ.
- ມີຄວາມສາມາດໃນການຈັດລຳດັບຄວາມສຳຄັນ ແລະ ເຮັດວຽກໃຫ້ທັນຕາມກຳນົດເວລາທີ່ແນ່ນອນ.
- ສາມາດເວົ້າ ແລະ ຂຽນ ພາສາລາວ ໄດ້ຢ່າງຄ່ອງແຄ້ວ.
- ມີທັກສະ ພາສາອັງກິດ (ເວົ້າ ແລະ ຂຽນ) ໃນການເຮັດວຽກ.
ຄຸນສົມບັດເພີ່ມຕື່ມທີ່ຕ້ອງການ
- ມີໃບຢັ້ງຢືນ EOD3 ຂອງປະເທດລາວ.
- ເຂົ້າໃຈກ່ຽວກັບວິທີການສຳຫຼວດ ແລະ ເກັບກູ້ລະເບີດຝັງດິນ.
- ມີປະສົບການໃນການວິເຄາະຂໍ້ມູນດ້ານການປະຕິບັດງານ ເພື່ອຊ່ວຍເຫຼືອໃນການຕັດສິນໃຈ.
- ຜ່ານການຝຶກອົບຮົມຫົວໜ້າສາຍງານ ຫຼື ຮອງຫົວໜ້າໜ່ວຍງານ ຂອງຮາໂລ ຫຼື ການຝຶກອົບຮົມທີ່ທຽບເທົ່າຈາກອົງການອື່ນ.
- ມີປະສົບການນຳໃຊ້ Power BI, SQL, ArcGIS ຫຼື Survey123.
- ມີຄວາມຮູ້ກ່ຽວກັບລະບົບຄຸ້ມຄອງການປະຕິບັດງານຂອງ ຮາໂລ ເຊັ່ນ: ທີມຕໍ່ຜູ້ໃຫ້ທຶນ (Team to Donor), ORBATs, ແລະ ລະບົບ GOIMS.
- ຄວາມຮູ້ກ່ຽວກັບຂັ້ນຕອນການອະນຸມັດສະໜາມຂອງ ຄຊກລ ແລະ ຂັ້ນຕອນການລາຍງານແຫ່ງຊາດ.
- ຜ່ານການຝຶກອົບຮົມດ້ານການວາງແຜນ ຫຼື ການບໍລິຫານໂຄງການ.
ກຳນົດທາງດ້ານຮ່າງກາຍສໍາລັບຕໍາແໜ່ງ
- ຄວາມສາມາດໃນການລົງຢ້ຽມຢາມສະໜາມປະຕິບັດງານ ໃນພື້ນທີ່ຫ່າງໄກສອກຫຼີກຢ່າງເປັນປະຈຳໄດ້.
ຂໍ້ກຳນົດໃນການເດີນທາງ
- ເດີນທາງເປັນປະຈຳໄປຫາໜ່ວຍງານ, ຮອງໜ່ວຍງານ, ແລະ ສະໜາມຕ່າງໆ ທົ່ວຂອບເຂດປະຕິບັດງານຂອງໂຄງການ.
- ເດີນທາງໄປ ນະຄອນຫຼວງວຽງຈັນ ເປັນບາງໂອກາດ ເພື່ອເຂົ້າຮ່ວມການປະຊຸມກັບ ຄຊກລ ແລະ ຂະແໜງການຕ່າງໆ.
ສະຫວັດດີການ
- ຂໍ້ຕົກລົງ ແລະ ເງື່ອນໄຂການຈ້າງງານສຳລັບພະນັກງານທ້ອງຖິ່ນ.
ວິທີສະໝັກ:
ກະລຸນາສົ່ງຊີວະປະຫວັດ (CV, ບໍ່ເກີນ 2 ໜ້າ) ແລະ ໜັງສືສະໝັກງານ (Cover Letter, ບໍ່ເກີນ 1 ໜ້າ) ລະບຸວ່າປະສົບການຂອງທ່ານສອງຄ່ອງກັບທັກສະ ແລະ ຄວາມສາມາດຫຼັກຂອງຕຳແໜ່ງແນວໃດ ພາຍໃນວັນທີ 27/10/2026.
ຟອມສະໝັກທີ່ບໍ່ແນບໜັງສືສະໝັກງານ ທີ່ສ້າງຂຶ້ນເພື່ອສະໝັກຕຳແໜ່ງນີ້ໂດຍສະເພາະ ຈະບໍ່ໄດ້ຮັບການພິຈາລະນາ.
ພວກເຮົາຂໍສະຫງວນສິດໃນການປ່ຽນແປງມື້ປິດຮັບສະໝັກ ອີງຕາມຈຳນວນຜູ້ສະໝັກທີ່ອົງການໄດ້ຮັບ.
ອົງການ ຮາໂລ ທຣາສທ໌ ແມ່ນຜູ້ຈ້າງງານທີ່ໃຫ້ໂອກາດຢ່າງເທົ່າທຽມ ແລະ ບໍ່ແບ່ງແຍກ ຫຼື ເລືອກປະຕິບັດຕໍ່ຜູ້ສະໝັກວຽກບໍ່ວ່າດ້ວຍເຫດຜົນໃດກໍຕາມເຊັ່ນ: ອາຍຸ, ຄວາມພິການ, ການແປງເພດ, ການແຕ່ງງານ ແລະ ການຈົດທະບຽນຄູ່ສົມລົດ, ການຖືພາ ແລະ ການເປັນແມ່, ເຊື້ອຊາດ, ສາສະໜາ ຫຼື ຄວາມເຊື່ອ, ເພດ ຫຼື ລົດສະນິຍົມທາງເພດ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການສ້າງວັດທະນະທຳທີ່ມີຄວາມຫຼາກຫຼາຍ ແລະ ຄອບຄຸມ ໂດຍເນັ້ນການຈັດຫາ, ພັດທະນາ ແລະ ຮັກສາບຸກຄະລາກອນທີ່ມີຄວາມສາມາດຈາກກຸ່ມຜູ້ສະໝັກທີ່ມີຄວາມຫຼາກຫຼາຍ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການຮັບປະກັນວ່າ ສະພາບແວດລ້ອມແມ່ນມີຄວາມປອດໄພ ແລະ ໜ້າເຊື່ອຖື ໂດຍໃຫ້ຄວາມສຳຄັນກັບການຄຸ້ມຄອງ ແລະ ສົ່ງເສີມສະຫວັດດີການ ແລະ ການເປັນຢູ່ທີ່ດີຂອງທຸກຄົນທີ່ມີສ່ວນກ່ຽວຂ້ອງ ຫຼື ເປັນສ່ວນໜຶ່ງຂອງອົງການ ໂດຍມີມາດຕະການເດັດຂາດຕໍ່ພຶດຕິກຳໃດໆທີ່ຂັດຕໍ່ຫຼັກການດັ່ງກ່າວ.
Operations Planning Officer
Job Title: Operations Planning Officer
Department: Operations
Location: Sepon HQ, Savannakhet Province, Laos
Grade: 2.1
Salary: Negotiable
Hours: Full Time
Contract Type: Operations
Reports To: Deputy Operations Manager
Direct Reports: Operations Planning Assistant
Key Internal Contacts/Relationships: Operations Manager, Deputy Operations Manager, Capability Manager, Capability Officer, Training Officer, Unit Commanders, Sub-Unit Commanders, Information Management (IM) Manager, Programme Manager, Deputy Programme Manager, all heads of department
Key External Contacts/Relationships: National Regulatory Authority (NRA), provincial and district authorities (through the Liaison Department), UXO Lao and other operators working in the same districts
Job Purpose: To plan where HALO Laos teams work and with what resources, using data to direct them to where they will have most impact, and to track delivery so that the programme meets its grant commitments and national priorities.
About HALO Laos
The HALO Trust is an international landmine and UXO clearance charity. We work in Lao PDR conducting survey and clearance of Unexploded Ordnance (UXO), employing over 1,100 staff based in Sepon, Savannakhet Province, with a small administrative office in Vientiane.
The HALO Trust team in Sepon works a monthly cycle, with an average of 22-23 days worked at the start of the month, with the remainder of the month as stand-down (rest days). HALO works a short cycle during April with an extended break for public holidays. More information on us can be found at www.halotrust.org.
About the Role
The Operations Planning Officer leads planning in operations support, under the Deputy Operations Manager. The Operations Manager owns the annual operations workplan and five-year plan, and the Deputy Operations Manager owns the monthly deployment plan. The Operations Planning Officer prepares them, keeps the task pipeline ready ahead of them, and reports progress against them. The Operations Manager tasks the post directly on the annual workplan, the five-year plan and longer-term planning, and the post attends Operations Management Unit (OMU) meetings when planning is discussed.
The post is based at Sepon HQ. Planning deadlines fall before each cycle begins, and the postholder is expected to visit the units during the cycle to see plans in practice.
HALO Laos may expand its area of operations. The postholder may be asked to support planning for new areas and to work from other locations.
Responsibilities
Planning
- Prepare the draft annual operations workplan, along with the five-year plan, for the Operations Manager, drawing on grant commitments, NRA and provincial priorities, team capacity and the task pipeline.
- Prepare the monthly deployment plan with the Deputy Operations Manager, allocating teams, vehicles and equipment to tasks, so that it is ready for the Fleet and Logistics deployment deadlines.
- Agree with the Training Officer the courses, numbers and timing needed to deliver the workplan, so that trained staff are ready when teams deploy.
- Coordinate the task pipeline across the Units for all operational disciplines (UXO clearance, mine clearance, survey and explosive ordnance disposal (EOD)), working with the IM team on the data and maps each task needs, and tracking each task’s readiness, including NRA task approval, village agreements and access.
- Coordinate the support each plan needs from the Fleet, Logistics, Medical, Liaison and Explosive Ordnance Risk Education (EORE) departments, including camp locations and casualty evacuation distances, and flag gaps to the Deputy Operations Manager before deployment.
- Coordinate with the NRA, UXO Lao and other operators on task allocation and boundaries, representing HALO at joint planning meetings.
Analysis and forecasting
- Work with the Units to analyse output rates by team, discipline, method and terrain, and use them to set the planning rates behind the workplan.
- Work with the Units to rank tasks in the pipeline by expected humanitarian impact, using evidence such as national UXO accident data, what similar tasks have found, contamination data and predictive models.
- Model planning options with the Units, such as changes in team numbers, the rainy season or a shift in priority areas, and forecast the teams, staff, vehicles, equipment and explosives each option needs, including any growth in the programme.
Tracking and reporting
- Report delivery against the workplan and deployment plan each month to the Operations Manager, Deputy Operations Manager and Capability Manager through a performance dashboard, explaining variance and its causes.
- Track delivery against each grant’s contracted outputs, and flag likely shortfalls early.
- Provide planned and actual figures for donor reporting and budget forecasts, and the operational figures for new proposals, in coordination with programme management and the Finance Department.
Systems and team
- Act as the operations owner of the programme’s planning tools, including the planning modules in the Laos Programme Information Management System (PIMS), defining requirements for new tools and changes, and testing and signing them off with the IM Manager.
- Line manage the Operations Planning Assistant, including tasking, training, leave and performance reviews. When the Assistant post is vacant, keep the planning records and figures up to date directly.
General
- Uphold HALO’s core values and standards, promoting its ethos and mission statement.
- Ensure familiarity with and adherence to all HALO policies and procedures, especially the code of conduct and safeguarding.
Essential Requirements
- At least 3 years’ experience in UXO clearance or mine action operations, at Supervisor level or above or in an operations planning role.
- Sound understanding of UXO clearance and EOD methods and how they are resourced.
- Good Microsoft Excel skills, or the ability to learn them quickly.
- Ability to brief managers clearly and concisely on plans, progress and problems.
- Ability to organise competing demands and meet fixed deadlines.
- Fluent Lao, spoken and written.
- Working written and spoken English.
Desirable Requirements
- Lao EOD Level 3 qualification.
- Understanding of survey and mine clearance methods.
- Experience analysing operational data to support decisions.
- HALO Supervisor or Sub-Unit Commander training, or equivalent training with another operator.
- Experience with Power BI, SQL, ArcGIS or Survey123.
- Knowledge of HALO’s operational management systems, such as Team to Donor, orders of battle (ORBATs) and the Global Operations Information Management System (GOIMS).
- Knowledge of NRA task approval and national reporting procedures.
- Training in planning or project management.
Physical Requirements
- Ability to conduct regular visits to operational worksites in remote locations.
Travel Requirements
- Regular travel to units, sub-units and tasks across the programme area of operations.
- Occasional travel to Vientiane for NRA and sector meetings.
Benefits
- National staff terms and conditions.
To Apply
Please submit a CV (no more than 2 pages) and a cover letter (no more than 1 page) outlining how your experience matches the key skills and competencies required by 27/10/2026.
Applications without a cover letter tailored to this position will not be considered.
We reserve the right to amend the closing date depending on the number of applications received.
The HALO Trust is an Equal Opportunity Employer and does not discriminate against any applicant for employment because of age, disability, gender reassignment, marriage and civil partnership, pregnancy and maternity, race, religion or belief, sex, or sexual orientation.
The HALO Trust is committed to attracting, developing, and retaining talented individuals from a wide range of backgrounds, experiences, and perspectives.
The HALO Trust is committed to ensuring that it provides a safe and trusted environment which safeguards and promotes the welfare and wellbeing of anyone who comes into contact with, or is part of, the Charity, with a zero-tolerance approach to behaviours which challenge this.
