ພະນັກງານພົວພັນຊຸມຊົນ
MAG Lao

Details
Province:
XiengkhouangType of Position:
Full-timeContract Duration:
ໄລຍະສັນຍາ 6 ເດືອນ-ອີງຕາມທຶນType of Organization:
iNGONational/International Position:
NationalApplication Deadline:
April 30, 2025Description
ໜ້າທີ່ຮັບຜິດຊອບຫຼັກ:
ໂຄສະນາສືກສາຄວາມສ່ຽງ ຕໍ່ ລບຕ:
- ປະສານງານກັບອຳນາດການປົກຄອງທ້ອງຖິ່ນ ແລະ ຊຸມຊົນເພື່ອໂຄສະນາເຜີຍແຜ່ເປົ້າໝາຍຂອງວຽກງານໂຄສະນາສຶກສາຄວາມສ່ຽງຕໍ່ ລບຕ ແລະ ຮ່ວມມືກັບພາກສ່ວນດັ່ງກ່າວ ເພື່ອຈັດຕັ້ງກິດຈະກຳຢ່າງມີປະສິດທິພາບ.
- ດໍາເນີນການໂຄສະນາສຶກສາຄວາມສ່ຽງຕໍ່ ລບຕ ໃຫ້ແກ່ຜູ້ໃຫຍ່, ໄວໜຸ່ມ, ເດັກນ້ອຍ ແລະ ພາກສ່ວນກ່ຽວຂ້ອງ ໂດຍອີງຕາມ ມາດຕະຖານການປະຕິວຽກຂອງ ອົງການເກັບກູ້ລະເບີດ ແມັກ ໂດຍນໍາໃຊ້ວິທີການ ແລະ ຄູ່ມືການຮຽນ-ການສອນ ທີ່ມີມາດຕະຖານ ແລະ ຖືກຮັບຮອງ.
- ນໍາສະເໜີກ່ຽວກັບວຽກງານໂຄສະນາສຶກສາຄວາມສ່ຽງຕໍ່ ລບຕ ໃນພາສາທ້ອງຖິ່ນ ແລະ ຄວາມເຂົ້າໃຈກ່ຽວກັບວັດທະນະທຳ ເພື່ອປັບກິດຈະກຳໃຫ້ເໝາະສົມກັບບໍລິບົດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາ.
ການສຳຫຼວດທີ່ບໍ່ແມ່ນວິຊາການ:
- ປະສານງານກັບອຳນາດການປົກຄອງທ້ອງຖິ່ນ, ຜູ້ນຳຊຸມຊົນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດການສໍາຫຼວດທີ່ບໍ່ແມ່ນວິຊາການ ດໍາເນີນການຢ່າງສະດວກ ແລະ ໄດ້ຮັບການຍອມຮັບ.
- ດຳເນີນການແຕ້ມແຜນທີ່ຊຸມຊົນ ເພື່ອເກັບຂໍ້ມູນກ່ຽວກັບຜົນກະທົບຂອງລະເບີດໃນຊຸມຊົນ.
ການສະໜັບສະໜູນການປະຕິບັດວຽກທາງດ້ານວິຊາການ:
- ສະໜອງຂໍ້ມູນໃຫ້ແກ່ຊຸມຊົນທີ່ຈະດໍາເນີນການກວດກູ້ ກ່ຽວກັບຄວາມສຳຄັນ, ຂໍ້ກຳນົດ, ຂັ້ນຕອນ, ອຸປະກອນທີ່ຈະໃຊ້ດໍາເນີນການ, ພະນັກງານທີ່ຖືກມອບໝາຍໃຫ້ດຳເນີນການ ແລະ ໄລຍະເວລາ.
- ປະສານງານກັບອຳນາດການປົກຄອງ ແລະ ເຈົ້າຂອງດິນ ເພື່ອຮັບປະກັນໃຫ້ກິດຈະກໍາກວດກູ້ດໍາເນີນການຢ່າງສະດວກ.
ຄວາມປອດໄພ
- ປະຕິບັດຕາມນະໂຍບາຍວ່າດ້ວຍ ຄວາມປອດໄພ ແລະ ມາດຕະຖານການປະຕິບັດວຽກຢ່າງເຂັ້ມງວດ.
- ລາຍງານການລະເມີດ, ບັນຫາທາງດ້ານຄວາມປອດໄພ, ຫຼື ເຫດການອື່ນໆໃຫ້ຜູ້ຊີ້ນໍາວຽກງານພົວພັນຊຸມຊົນ.
ເງື່ອນໄຂຂອງຜູ້ສະໝັັກ:
- ຮຽນຈົບວິຊາຊີບສາຂາໃດໜຶ່ງ ໃນລະດັບຊັ້ນກາງ ຫຼື ທຽບເທົ່າ ຂຶ້ນໄປ, ຖ້າຮຽນຈົບສາຍຄູ ຍິ່ງເປັນການດີ.
- ມີໃບຂັບຂີ່ລົດຈັກ ປະເພດ A ຂຶ້ນໄປ ແລະ ຕ້ອງຍັງມີອາຍຸການນຳໃຊ້ຢູ່
- ຜູ້ສະໝັກຕ້ອງມີ ອາຍຸລະຫວ່າງ 18 ຫາ 45 ປີ ແລະ ເປັນຄົນທ້ອງຖິ່ນ ແຂວງ ຊຽງຂວາງ.
- ມີປະສົບການເຮັດວຽກກັບຊຸມຊົນໃນຕົວເມືອງ ແລະ ເຂດຊົນນະບົດ.
- ມີປະສົບການເຮັດວຽກກັບຊົນເຜົ່າ ຈະພິຈາລະນາເປັນພິເສດ.
- ມີປະສົບການເຮັດວຽກກັບໂຄງການກ່ຽວກັບການສໍາຫຼວດ ຫຼື ການເກັບກໍາຂໍ້ມູນ.
- ມີທັກສະທາງດ້ານການນໍາໃຊ້ຄອມພິວເຕີ: ມີຄວາມຮູ້ທີ່ດີກ່ຽວກັບ Microsoft Office (ໂດຍສະເພາະ Excel, Word, ແລະ PowerPoint).
- ສາມາດສື່ສານພາສາອັງກິດໄດ້ໃນລະດັບພື້ນຖານ
- ມີຄວາມຮູ້ກ່ຽວກັບຊຸມຊົນໃນທ້ອງຖິ່ນ, ຜູ້ທີ່ຕັ້ງຖິ່ນຖານ ຫຼື ອາໄສຢູ່ໃນພື້ນທີ່ເປົ້າໝາຍ ຈະພິຈາລະນາເປັນພິເສດ.
- ມີທັກສະທາງດ້ານການຈັດການບໍລິຫານທີ່ດີ.
- ມີຄວາມຍືດຍຸ່ນ, ມະນຸດສໍາພັນທີ່ດີ ແລະ ມີຄວາມມຸ່ງໝັ້ນໃນການເຮັດວຽກກັບຊຸມຊົນ.
- ສາມາດຂຶ້ນນຳສະເໜີການປະຕິບັດວຽກງານຂອງອົງການແມັກ ໃຫ້ແກ່ຊຸມຊົນຂະໜາດນ້ອຍ ແລະ ໃຫຍ່.
ເອກະສານທີ່ຕ້ອງໄດ້ປະກອບ:
- )ແບບຟອມສະໝັກວຽກຂອງ ອົງການ ແມັກ (ສາມາດມາເອົາໄດ້ຢູ່ທີ່ຫ້ອງການເກັບກູ້ລະເບີດແມັກ ແຂວງຊຽງຂວາງ ຫລື ດາວໂຫລດໄດ້ຈາກ ເຟສບຸກຂອງອົງການ ແມັກ ປະຈຳ ສປປ ລາວ FB Page: MAG UXO Visitor Information Centres, Lao PDR), ລິ້ງດາວໂຫລດ: https://shorturl.at/jgLU8
- ໃບຢັ້ງຢືນທີ່ຢູ່.
- ໃບຢັ້ງຢືນຄ້ຳປະກັນ ຈາກບ້ານທີ່ອາໄສຢູ່.
- ໃບແຈ້ງໂທດ ເລກທີ 03.
- ໃບຢັ້ງຢືນສຸຂະພາບ (ຈາກໂຮງໝໍ)
- ສຳເນົາໃບຂັບຂີີ່
- ສຳເນົາ ປື້ມສຳມະໂນຄົວ ແລະ ບັດປະຈຳຕົວ ຫຼື ພາສປອດ (ຖ້າມີ)
- ສຳເນົາ ໃບປະກາສະນິຍາບັດ
- ສຳເນົາ ໃບຄະແນນ
- ສຳເນົາ ໃບຜ່ານງານ (ຖ້າມີ)
ໝາຍເຫດ: ສຳລັບແບບຟອມສະໝັກວຽກຂອງ ອົງການ ແມັກ ທີ່ມາເອົາຢູ່ຫ້ອງການ ແມ່ນບໍ່ມີຄ່າໃຊ້ຈ່າຍ.
Contact Details
Contact Person:
MAG LaosPhone:
021 251 849/ 252 004. Email:
Human.Resources.Laos@maginternational.orgAdditional Information
ວິທີ ແລະ ຂັ້ນຕອນການສະໝັກສຳລັບຕຳແໜ່ງນີ້:
ສຳລັບຕຳແໜ່ງນີ້ມີ ສອງ ທາງເລືອກໃຫ້ສະໝັກຄື:
- ຜູ້ທີ່ສົນໃຈກະລຸນາປະກອບເອກະສານທີ່ໄດ້ລະບຸຂ້າງເທິງ ແລ້ວສົ່ງເອກະສານທັງໝົດ ໂດຍຂຽນລະບຸຕື່ມໃສ່ໜ້າຊອງ ເຊັ່ນ: “ຊື່, ເບີໂທລະສັບ ແລະ ຕຳແໜ່ງທີ່ຕ້ອງການສະໝັກ” ໃຫ້ກັບພະແນກບຸກຄະລາກອນຂອງອົງການເກັບກູ້ລະເບີດແມັກ ຫ້ອງການປະຈຳແຂວງ ບ້ານໂງຍ, ເມືອງແປກ, ແຂວງຊຽງຂວາງ ສອບຖາມຂໍ້ມູນເພີ່ມເຕີມໂມງລັດຖະການ ໂທລະສັບ 061 213420 (ເອກະສານທຸກຢ່າງຍື່ນແລ້ວຈະບໍ່ສາມາດຖອນຄືນໄດ້).
- ປະກອບເອກະສານທີ່ໄດ້ລະບຸຂ້າງເທິງແລ້ວສະແກນລວມເປັນຟາຍດຽວ ພ້ອມອັບໂຫລດອອນລາຍຜ່ານລິ້ງ:
Click Link: https://forms.gle/vyuBsT9SbMRpYR4T7
ປິດຮັບສະໝັກແມ່ນ ເວລາ 16:00 PM ຂອງ ວັນທີ 30 ເດືອນ ເມສາ 2025
ຜູ້ສະໝັກທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການຕິດຕໍ່ເພື່ອມາສຳພາດ.