ຜູ້ຈັດການ ສະຫະກອນ (Cooperative Manager)

GRET ORGANISATION

Details

Province:
Bokeo
Type of Position:
Full-time
Contract Duration:
12 months renewable
Type of Organization:
iNGO
National/International Position:
National
Application Deadline:
July 6, 2026

Description

ປະກາດຮັບສະໝັກພະນັກງານToR KE 5 – Coop manager-Lao_Job Vacancy-
ຕໍາແໜ່ງ: ຜູ້ຈັດການ ສະຫະກອນ (Cooperative Manager)
ບ່ອນປະຈໍາການ: ສະຫະກອນຜູ້ຜະລິດຊາເມືອງ (MTPC), ເມືອງ ເມີງ, ແຂວງ ບໍ່ແກ້ວ

ອົງການ ເກຣັດ (GRET) ກຳລັງເປີດຮັບສະໝັກບຸກຄະລາກອນສັນຊາດລາວ ທີ່ມີປະສົບການດ້ານທຸລະກິດກະສິກຳ, ການພັດທະນາຊົນນະບົດ, ຫຼື ຕ່ອງໂສ້ມູນຄ່າກະສິກຳ. ຜູ້ສະໝັກຄວນມີທັກສະທີ່ເຂັ້ມແຂງດ້ານການຈັດຕັ້ງ, ການບໍລິຫານຈັດການ-ການເງິນ, ແລະ ການສື່ສານ, ພ້ອມທັງສາມາດເຮັດວຽກຮ່ວມກັບຊາວກະສິກອນ, ໜ່ວຍງານລັດຖະບານ ແລະ ພາກເອກະຊົນໄດ້ເປັນຢ່າງດີ ຫາກມີປະສົບການກ່ຽວກັບການຜະລິດຊາ ແລະ ລະບົບການຄວບຄຸມພາຍໃນ (ICS) ແມ່ນຈະໄດ້ຮັບການພິຈາລະນາເປັນພິເສດ (ແຕ່ບໍ່ແມ່ນເງື່ອນໄຂບັງຄັບ) ຜູ້ຖືກຄັດເລືອກໃນຕຳແໜ່ງນີ້ແມ່ນຈະໄດ້ປະຈຳການຢູ່ ເມືອງເມິງ, ແຂວງບໍ່ແກ້ວ.
ອົງການ ເກຣັດ (GRET) ແມ່ນອົງການດ້ານການພັດທະນາ ທີ່ເຮັດວຽກຕັ້ງແຕ່ລະດັບພາກສະໜາມໄປຈົນເຖິງລະດັບນະໂຍບາຍ ເພື່ອຕໍ່ສູ້ຕ້ານຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບ. ອົງການ ເກຣັດ ໄດ້ຈັດຕັ້ງປະຕິບັດໂຄງການ ຢູ່ ສປປ ລາວ ມາຕັ້ງແຕ່ປີ 2004 ໃນຫຼາຍຂະແໜງການ ເຊັ່ນ: ການບໍລິການທ້ອງຖິ່ນ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ການພັດທະນາຕ່ອງໂສ້ມູນຄ່າກະສິກຳ, ການຄຸ້ມຄອງທີ່ດິນ, ນິເວດກະສິກຳ (Agroecology), ອົງການ ເກຣັດ ແມ່ນຄູ່ຮ່ວມງານຫຼັກໃນກຸ່ມພັນທະມິດ ຂອງໂຄງການ GREEN CUP – IP Tea (ໂຄງການສ້າງຄວາມເຂັ້ມແຂງເສດຖະກິດສີຂຽວ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດດ້ານກະສິກຳ-ອົງປະກອບຊາ) ທີ່ສະໜັບສະໜູນການພັດທະນາຕ່ອງໂສ້ມູນຄ່າຊາ ທີ່ມີຄຸນນະພາບ, ສາມາດປັບຕົວເຂົ້າກັບສະພາບພູມອາກາດ ແລະ ເປີດໂອກາດໃຫ້ທຸກພາກສ່ວນມີສ່ວນຮ່ວມ ຢູ່ ສປປ ລາວ.

ຕໍາແໜ່ງ: ຜູ້ຈັດການສະຫະກອນ

ຂະແໜງການ: ທຸລະກິດກະສິກຳ, ການພັດທະນາຊົນນະບົດ, ຕ່ອງໂສ້ມູນຄ່າກະສິກຳ
ປະສົບການທີ່ກ່ຽວຂ້ອງ: ຕ່ອງໂສ້ມູນຄ່າຊາ
ສະຖານທີ່ປະຈຳການ: ເມືອງເມິງ, ແຂວງບໍ່ແກ້ວ
ຮູບແບບການເຮັດວຽກ: ເຕັມເວລາ
ວັນປິດຮັບສະໝັກ: ວັນທີ 6 ກໍລະກົດ 2026

ໜ້າທີ່ຮັບຜິດຊອບຫຼັກ – ຜູ້ຈັດການສະຫະກອນ MTPC:

• ການບໍລິຫານຈັດການ: ຄຸ້ມຄອງການດໍາເນີນງານທັງໝົດ, ວຽກງານບໍລິຫານ-ການເງິນ ແລະ ການຈັດຕັ້ງປະຕິບັດວຽກງານຂອງ ສະຫະກອນຜູ້ຜະລິດຊາເມືອງເມິງ (MTPC).
• ການປະສານງານ ແລະ ວາງແຜນ: ປະສານງານການຜະລິດຊາ, ການປຸງແຕ່ງ, ວາງແຜນການສະໜອງ (Supply planning) ແລະ ການສົ່ງອອກຊາ ຮ່ວມກັບບັນດາກຸ່ມຜູ້ຜະລິດ ແລະ ສະມາຊິກສະຫະກອນ.
• ການສ້າງຂີດຄວາມສາມາດ: ສ້າງຂີດຄວາມສາມາດໃຫ້ແກ່ສະມາຊິກ ແລະ ຄະນະບໍລິຫານງານຂອງສະຫະກອນ ຜ່ານການຝຶກອົບຮົມ ແລະ ການຊ່ວຍເຫຼືອດ້ານເຕັກນິກວິຊາການ.
• ການພົວພັນ ແລະ ຮ່ວມມື: ຕິດຕໍ່ປະສານງານກັບໜ່ວຍງານລັດຖະບານ, ຜູ້ຊື້ ແລະ ຄູ່ຮ່ວມງານໂຄງການ, ພ້ອມທັງສະໜັບສະໜູນການວາງແຜນສົ່ງອອກ, ການລາຍງານ ແລະ ກິດຈະກຳຕ່າງໆ ຂອງໂຄງການ ຢູ່ພາຍໃນແຂວງບໍ່ແກ້ວ.

ໜ້າທີ່ຮັບຜິດຊອບອື່ນ:
1. ວຽກງານກັບສະຫະກອນຜູ້ຜະລິດຊາເມືອງເມິງ (MTPC)

• ປົກປ້ອງຊັບສິນ, ກວດກາ ແລະ ເບິ່ງແຍງລາຍຮັບ-ລາຍຈ່າຍທັງໝົດຂອງສະຫະກອນຜູ້ຜະລິດຊາເມືອງເມິງ.
• ເຂົ້າຮ່ວມ ແລະ ອໍານວຍຄວາມສະດວກໃນກອງປະຊຸມສາມັນ ແລະ ກອງປະຊຸມວິສາມັນ (ເລັ່ງດ່ວນ) ຂອງສະມາຊິກ, ກອງປະຊຸມຄະນະບໍລິຫານ ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງກັບວຽກງານຂອງສະຫະກອນ.
• ສະຫຼຸບຜົນການດຳເນີນທຸລະກິດ ແລະ ນຳສະເໜີແຜນວຽກຂອງສະຫະກອນ ຕໍ່ກອງປະຊຸມຄະນະລິຫານງານ ເປັນປະຈຳເດືອນ, ໄຕມາດ ແລະ ປະຈຳປີ.
• ກະກຽມ ແລະ ຕິດຕາມແຜນວຽກປະຈຳປີຂອງສະຫະກອນ MTPC.
• ບໍລິຫານຈັດການວຽກງານໃຫ້ເປັນໄປຕາມນະໂຍບາຍຂອງຄະນະບໍລິຫານ, ແຜນທຸລະກິດ ແລະ ແຜນການຜະລິດຂອງສະຫະກອນ.
• ຊີ້ນໍາ-ນໍາພາ ແລະ ຕິດຕາມກວດກາວຽກງານບໍລິຫານ ແລະ ວຽກງານບັນຊີ.
• ຕິດຕາມກວດກາສັນຍາທາງທຸລະກິດ.
• ຄຸ້ມຄອງຊັບພະຍາກອນມະນຸດ (ຮ່ວມກັບຜູ້ຈັດການ ICS ໃນວຽກງານທີ່ກ່ຽວຂ້ອງກັບສະກະກອນMTPC) ແລະ ການຄຸ້ມຄອງຊັບສິນ.
• ກະກຽມບົດລາຍງານທາງດ້ານການເງິນ.
• ກະກຽມແຜນງານວີຊາການສຳລັບບກຸ່ມຜູ້ຜະລິດ, ປະສານງານ ແລະ ຕິດຕາມການຈັດຕັ້ງປະຕິບັດກິດຈະກຳ (ການຜະລິດ ແລະ ການປຸງແຕ່ງ).
• ອໍານວຍຄວາມສະດວກໃນການປະສານງານລະຫວ່າງສະມາຊິກ (ກຸ່ມຂັ້ນບ້ານ) ແລະ ທີມງານບໍລິຫານຂອງສະຫະກອນ MTPC.
• ຊ່ວຍເຫຼືອກຸ່ມຜູ້ຜະລິດໃນການກະກຽມອຸປະກອນ ແລະ ງົບປະມານ ສະເໜີຕໍ່ ສະຫະກອນMTPC.
• ວາງແຜນປະຈໍາປີ ແລະ ເຮັດສັນຍາລະຫວ່າງສະຫະກອນ MTPC ກັບສະມາຊິກ ໃນການສະໜອງໃບຊາສົດ.
• ສະໜັບສະໜູນກຸ່ມຜູ້ຜະລິດໃນການນໍາໃຊ້ມາດຕະຖານກະສິກໍາອິນຊີ (Organic) ແລະ ການຄ້າທີ່ເປັນທຳ (Fair-trade), ກະກຍມເອກະສານ/ຖານຂໍ້ມູນທີ່ຈຳເປັນ ແລະ ຈັດຕັ້ງການກວດກາຂອງອົງການຢັ້ງຢືນມາດຕະຖານ.
• ສະໜັບສະໜູນທີມງານ ICS ແລະ ການຈັດຕັ້ງປະຕິບັດລະບົບ ICS ຢູ່ ສະຫະກອນ MTPC.

2. ການສ້າງຂີດຄວາມສາມາດດ້ານການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດຊາ

• ສະໜັບສະໜູນການຝຶກອົບຮົມ ແລະ ມາດຕະການສ້າງຂີດຄວາມສາມາດໃຫ້ແກ່ຜູ້ມີສ່ວນຮ່ວມໃນລະດັບທ້ອງຖິ່ນ, ໂດຍເນັ້ນໃສ່ສະມາຊິກສະຫະກອນ ແລະ ຄະນະບໍລິຫານງານເປັນຫຼັກ ແຕ່ຖ້າຈຳເປັນກໍລວມເຖິງພາກລັດ, ພາກເອກະຊົນ ແລະ ຜູ້ມີສ່ວນຮ່ວມອື່ນໆ ທີ່ກ່ຽວຂ້ອງ (ຕົວຢ່າງ: ບົດບາດຂອງຄະນະບໍລິຫານງານສະຫະກອນ, ກົດລະບຽບພາຍໃນ ແລະ ອື່ນໆ).
• ວາງແຜນສ້າງຂີດຄວາມສາມາດໃຫ້ແກ່ສະຫະກອນຮ່ວມກັບອົງການພາຍນອກໃນວຽກງານທີ່ຈຳເປັນ (ເຊັ່ນ: ການຝຶກອົບຮົມໂດຍ DGRV ກ່ຽວກັບການຄຸ້ມຄອງສະຫະກອນ ແລະ ການບໍລິຫານການເງິນ, ການທັດສະນະສຶກສາຢູ່ສະຫະກອນອື່ນໆ ແລະ ອື່ນໆ).

3. ການປະສານງານຮ່ວມກັບຄູ່ຮ່ວມງານພາກລັດ ແລະ ຜູ້ຊື້
• ສະໜັບສະໜູນການປະສານງານກັບຄູ່ຮ່ວມງານລັດຖະບານ ເຊັ່ນ: ພະແນກກສິກໍາ ແລະ ປ່າໄມ້ແຂວງ ແລະ ຫ້ອງການກສິກຳ ແລະ ປ່າໄມ້ເມືອງ ໃນວຍກງານທີ່ຈຳເປັນ ເພື່ອບັນລຸເປົ້າໝາຍຂອງໂຄງການ.
• ເຈລະຈາຕໍ່ລອງກັບຜູ້ຊື້ທີ່ມີທ່າແຮງໃນອະນາຄົດ ກ່ຽວກັບການພັດທະນາສັນຍາ, ເງື່ອນໄຂການສົ່ງອອກ ແລະ ເງື່ອນໄຂຂໍ້ກຳນົດສຳລັບມາດຕະຖານສາກົນ (ໂດຍຮ່ວມມືກັບ SE 2 ແລະ ຜູ້ຈັດການ ICS).
• ຄຸ້ມຄອງການວາງແຜນການສົ່ງອອກ ແລະ ການສົ່ງຕົວຢ່າງຊາ (ໂດຍຮ່ວມມືກັບ ຜູ້ຈັດການ ICS) ພ້ອມທັງຮັບການສະໜັບສະໜູນຈາກທີມງານໂຄງການ IP-Tea GreenCUP.

4. ການບໍລິຫານຈັດການ ແລະ ຕິດຕາມກິດຈະກຳໃນພາບລວມ ຢູ່ເມືອງເມິງ
• ສະໜັບສະໜູນການເຮັດເອກະສານ ແລະ ເກັບກໍາເອກະສານທີ່ກ່ຽວຂ້ອງ (ເຊັ່ນ: ລາຍຊື່ຜູ້ເຂົ້າຮ່ວມ, ໃບບິນໂຮງແຮມ ແລະ ອື່ນໆ) ໃນລະຫວ່າງການຈັດງານຝຶກອົບຮົມ ຫຼື ກອງປະຊຸມ.
• ຄຸ້ມຄອງການເບີກ-ຈ່າຍອັດຕາກິນ (DSA) ແລະ ຄ່າໃຊ້ຈ່າຍອື່ນໆ ໃນລະຫວ່າງການຝຶກອົບຮົມ ຫຼື ກອງປະຊຸມ.
• ສະໜັບສະໜູນວຽກງານຕິດຕາມ ແລະ ປະເມີນຜົນ (M&E) ພ້ອມທັງເກັບກຳຂໍ້ມູນສຳລັບຕົວຊີ້ວັດທີ່ກ່ຽວຂ້ອງ ຢູ່ເມືອງເມິງ.
• ສະໜັບສະໜູນການກຽຈັດກິດຈະກໍາຕ່າງໆ ທີ່ກ່ຽວຂ້ອງກັບໂຄງການ ເຊັ່ນ: ກອງປະຊຸມ, ງານວາງສະແດງສິນຄ້າ ແລະ ອື່ນໆ ຢູ່ເມືອງເມິງ ແລະ ແຂວງບໍ່ແກ້ວ.

5. ກິດຈະກໍາລວມຂອງໂຄງການ
• ເຂົ້າຮ່ວມກິດຈະກຳຂອງໂຄງການໃນຂັ້ນເມືອງ, ແຂວງ ແລະ ລະດັບຊາດ ໃນພື້ນທີ່ກ່ຽວຂ້ອງ.
• ເຂົ້າຮ່ວມການປະຊຸມທີມງານ, ກິດຈະກຳຕ່າງໆ ແລະ ວຽກງານອື່ນໆ ໃນຈຸດທີ່ກ່ຽວຂ້ອງ.

ຄຸນສົມບັດ ແລະ ປະສົບການ
• ລະດັບການສຶກສາ: ຈົບປະລິນຍາຕີ ຂຶ້ນໄປ ສາຂາກະສິກຳ, ທຸລະກິດກະສິກຳ ຫຼື ສາຂາອື່ນໆ ທີ່ກ່ຽວຂ້ອງ.
• ມີປະສົບການເຮັດວຽກດ້ານວິຊາຊີບຢ່າງໜ້ອຍ 5 ປີ ໃນການຄຸ້ມຄອງການດຳເນີນງານທຸລະກິດກະສິກຳ ຫຼື ໂຄງການພັດທະນາຊົນນະບົດ.
• ມີປະສົບການໃນການບໍລິຫານຈັດການສະຫະກອນ, ການເຮັດແຜນງົບປະມານ ແລະ ການລາຍງານ.
• ມີປະສົບການເຮັດວຽກກ່ຽວກັບ ລະບົບຄວບຄຸມພາຍໃນ (ICS), ຫາກມີປະສົບການດ້ານການຢັ້ງຢືນມາດຕະຖານ ຈະໄດ້ຮັບການພິຈາລະນາເປັນພິເສດ.
• ມີຄວາມຄຸ້ນເຄີຍກັບໂຄງສ້າງການບໍລິຫານຈັດການຂອງລັດຖະບານລາວ.
• ມີທັກສະຄວາມເປັນຜູ້ນຳ, ການຈັດຕັ້ງ ແລະ ການຄຸ້ມຄອງບຸກຄະລາກອນທີ່ເຂັ້ມແຂງ.
• ມີຄວາມຮູ້ຄວາມເຂົ້າໃຈດ້ານການເງິນ, ການກວດກາການບັນທຶກບັນຊີ ແລະ ທັກສະການວາງແຜນງົບປະມານ.
• ມີຄວາມສາມາດໃນການວາງແຜນໂຄງການ, ການຕິດຕາມ ແລະ ການກະກຽມບົດລາຍງານ.
• ມີຄວາມສາມາດນອອກແບບ ແລະ ຈັດຕັ້ງປະຕິບັດ ຫຼື ປະສານງານການຝຶກອົບຮົມ ແລະ ການສ້າງຂີດຄວາມສາມາດ.
• ມີຄວາມຊໍານານໃນການນໍາໃຊ້ໂປຣແກຣມ Microsoft Office.
• ພາສາລາວ: ສາມາດນຳໃຊ້ໄດ້ຢ່າງຄ່ອງແຄ້ວ (ທັງການເວົ້າ ແລະ ການຂຽນ).
• ມີພູມລຳເນົາຢູ່ ແຂວງບໍ່ແກ້ວ ຫຼື ມີຄວາມສະໝັກໃຈທີ່ຈະຍົກຍ້າຍໄປປະຈຳການຢູ່ແຂວງບໍ່ແກ້ວ.

ຂໍ້ມູນເພີ່ມຕື່ມ
ຕຳແໜ່ງນີ້ແມ່ນເປີດຮັບສະໝັກສະເພາະບຸກຄະລາກອນສັນຊາດລາວ. ພະນັກງານທີ່ຖືກຄັດເລືອກແມ່ນຈະໄດ້ປະ ຈຳການຢູ່ ເມືອງເມິງ, ແຂວງບໍ່ແກ້ວ ແລະ ອາດຈະໄດ້ເດີນທາງໄປເຄື່ອນໄຫວວຽກງານຢູ່ເຂດອື່ນທີ່ເປັນພື້ນທີ່ຂອງໂຄງການ ຕາມຄວາມຈຳເປັນ. ສ່ວນເງິນເດືອນແມ່ນຈະອີງຕາມທັກສະ ແລະ ປະສົບການ.

ຜູ້ທີ່ສົນໃຈສະໝັກແມ່ນສາມາດສົ່ງຊີວະປະຫວັດ ແລະ ຈົດໝາຍສະໝັກງານ ມາທີ່:
ອົງການ ເກຣັດ ຕູ້ ປນ 2483, ບ້ານສະພານທອງ, ເມືອສີສັດຕະນາກ, ນະຄອນຫຼວງວຽງຈັນ
ໂທ: 021 454 198
Email: natapervushina.laos@gret.org and vontobel@gret.org
ກຳນົດປິດຮັບສະໝັກ: 06 ກໍລະກົດ 2026
ໂດຍໃສ່ຫົວຂໍ້ໃນການສະໝັກທາງອິເມລ: KE5 Cooperative manager
ສຳລັບຜູ້ທີ່ໄດ້ຮັບການຄັດເລືອກ ຈະຖືກຕິດຕໍ່ຫາເພື່ອເຂົ້າມາສະພາດ

Contact Details

Contact Person:
Natalia Pervushina
Phone:
Email:
natapervushina.laos@gret.org

Additional Information

Attachments

    Save & Share