ຮ່ວມສົມທຽບລາຄາ ບໍລິການຫ້ອງປະຊຸມ
Plan International Laos

Details
Description
ອົງການແພລນສາກົນ ປະຈຳ ສ ປ ປ ລາວ
ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ ບໍລິການຫ້ອງປະຊຸມ
ອົງການແພລນສາກົນ ປະຈຳ ສປປ ລາວ ແມ່ນອົງການສາກົນທີ່ພັດທະນາຊຸມຊົນໂດຍຖືເອົາ ເດັກນ້ອຍເປັນໃຈກາງ ພວກເຮົາຊ່ວຍເຫຼືອເດັກທຸກຍາກຢູ່ຫຼາຍປະເທດທີ່ກຳລັງພັດທະນາໃນທົ່ວໂລກ. ປະຈຸບັນອົງການແພລນ ກໍາລັງຈັດຕັ້ງປະຕິບັດໂຄງການຢູ່ 5 ແຂວງ: ແຂວງ ບໍ່ແກ້ວ, ອຸດົມໄຊ, ຈຳປາສັກ, ວຽງຈັນ, ຫຼວງພະບາງ ແລະ ມີຫ້ອງການໃຫຍ່ຢູ່ນະຄອນຫຼວງວຽງຈັນ. ແຕ່ລະປີອົງການແພລນໄດ້ມີການໃຊ້ບໍລິການ ຫ້ອງປະຊຸມ ບໍ່ວ່າຈະເປັນຫ້ອງຂະໜາດນ້ອຍ, ກາງ ແລະ ໃຫ່ຍ ເຊິ່ງປະກອບດ້ວຍອຸປະກອນຮັບໃຊ້ໃນຫ້ອງປະຊຸມ, ອາຫານວ່າງ ແລະ ອາຫານສວຍ ຫຼື ຄ່ຳ. ສະນັ້ນ, ອົງການແພລນ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາໂຮງແຮມ/ຮ້ານອາຫານທີ່ມີປະສົບການໃນການໃຫ້ບໍລິການຫ້ອງປະຊຸມທີ່ສົນໃຈ ປະກອບເອກະສານສົມທຽບລາຄາການໃນບໍລິການຢູ່ ນະຄອນຫຼວງວຽງຈັນ ແລະ ຕົວເມືອງ ວັງວຽງ. ລາຍລະອຽດເງື່ອນໄຂດັ່ງລຸ່ມນີ້:
- ສຳເນົາ ທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ ທີ່ຍັງໃຊ້ໄດ້ 1 ຊຸດ
- ສຳເນົາ ໃບເສຍພາສີອາກອນປະຈໍາປີ 2025 ຫຼື 2026 1 ຊຸດ
- ເອກະສານອື່ນໆ ແມ່ນໃຫ້ປະກອບຕາມເງື່ອນໄຂໃນເອກະສານຄັດຕິດ
ບັນດາໂຮງແຮມ/ຮ້ານອາຫານ ທີ່ມີຄວາມສົນໃຈ ກະລຸນາເຂົ້າມາເອົາແບບຟອມສົມທຽບລາຄາຢູ່ຫ້ອງການ ແລ້ວປະກອບເອກະສານສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້ ຫຼື ອີແມວ Laos.procurement@plan-international.org.
ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 11 ກຸມພາ 2026.
ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ
ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ ສປປ ລາວ
ໂທຣ: +856 (0) 21 353 409 -11, ແຟັກ: +856 (0) 21 313 512.
ໝາຍເຫດ:
- ໂຮງແຮມ/ຮ້ານອາຫານ ທີ່ຍື່ນເອກະສານສົມທຽບລາຄາ ຕ້ອງຍິນດີທີ່ຈະເຮັດສັນຍາໄລຍະຍາວກັບອົງການແພລນ, ຮັບເງິນໂອນ, ຮັບແຊັກ (Check), ແລະ ສາມາດຕິດໜີ້ໄດ້.
- ເອກະສານ ແລະ ຂໍ້ມູນຖືກຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ.
- ເອກະສານທີ່ທາງໂຮງແຮມ/ຮ້ານອາຫານສົ່ງຫາອົງການແພລນແລ້ວ ຈະບໍ່ສາມາດຖອນຄືນໄດ້.
