ປະກາດຮັບສະໝັກພະນັກງານເກັບກຳຂໍ້ມູນ
People in Need

Details
Description
ປະກາດຮັບສະໝັກພະນັກງານເກັບກຳຂໍ້ມູນ
(ສຳລັບການປະເມີນຜົນໄລຍະກາງໂຄງການ)
ປະຫວັດໂຄງການ
ອົງການ ຊ່ວຍເຫຼືອ ຂອງສາທາລະນະລັດ ເຊັກ ປະຈໍາ ສປປລາວ (People in Need – PIN), ຮ່ວມມືກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH) ແລະ ບັນດາພະແນກກໃນຂັ້ນແຂວງ (ອັດຕະປື, ຈຳປາສັກ, ເຊກອງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ໄຊຍະບູລີ, ຫລວງພະບາງ ແລະ ສາລະວັນ), ກຳລັງຈັດຕັ້ງປະຕິບັດໂຄງການ “ຜັນຂະຫຍາຍລະບົບເຄືອຂ່າຍຕາໜ່າງການແຈ້ງເຕືອນໄພລ່ວງໜ້າຢູ່ ສປປ ລາວ”.
ໂຄງການມີຈຸດປະສົງເພື່ອ ເສີມສ້າງຂີດຄວາມສາມາດດ້ານລະບົບເຕືອນໄພລ່ວງໜ້າ ໂດຍການກໍ່ສ້າງ ແລະ ຕິດຕັ້ງເຄືອຂ່າຍສະຖານີອຸທົກກະສາດ ພ້ອມທັງຊ່ອງທາງການກະຈາຍຂ່າວສານ; ເສີມສ້າງຂີດຄວາມສາມາດຂອງເຈົ້າໜ້າທີ່ຂັ້ນສູນກາງ ແລະ ຂັ້ນແຂວງ ໃນການຕິດຕາມໄພພິບັດ ແລະ ກະຈາຍຂໍ້ຄວາມເຕືອນໄພ; ສົ່ງເສີມການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ (DRR) ແລະ ລະບົບເຕືອນໄພລ່ວງໜ້າ ໂດຍຜ່ານການຮ່າງແຄມເປນສ້າງຄວາມຕື່ນຕົວໃຫ້ແກ່ມວນຊົນ ແລະ ກິດຈະກຳການສົ່ງເສີມ; ໂດຍມີຈຸດປະສົງສະເພາະ ແມ່ນເພື່ອໃຫ້ອົງການປົກຄອງ ແລະ ຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ນຳໃຊ້ລະບົບເຕືອນໄພລ່ວງໜ້າແບບຄົບວົງຈອນ ແລະ ມີປະຊາຊົນເປັນສູນກາງ (EWS1393) ຢ່າງມີປະສິດທິຜົນ.
ເຊິ່ງເປັນສ່ວນໜຶ່ງຂອງໂຄງການ, ອົງການ PIN ຈະດຳເນີນການປະເມີນຜົນໄລຍະກາງ ເພື່ອ: (ກ) ປະເມີນຄວາມຄືບໜ້າ ໃນການບັນລຸຜົນໄດ້ຮັບ ແລະ ຜົນຜະລິດທີ 1 ຂອງໂຄງການ, ສິ່ງທ້າທາຍຕົ້ນຕໍ ແລະ ບົດຮຽນທີ່ຖອດຖອນໄດ້; (ຂ) ໃຫ້ຂໍ້ສະເໜີແນະຕົ້ນຕໍ ເພື່ອເສີມສ້າງການຖອດຖອນບົດຮຽນໃນລະດັບພາກສ່ວນຮ່ວມມື (Consortium) ແລະ ການຮວມເອົາປະເດັນຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງທຸກຄົນ (GESI); (ຄ) ໃຫ້ຄຳແນະນຳຕົ້ນຕໍ ໃນການເສີມສ້າງວຽກງານການຕິດຕາມ, ການປະເມີນຜົນ, ການຮຽນຮູ້ (MEAL) ແລະ ກົນໄກການຟັງຄວາມຄິດເຫັນ ແລະ ຂໍ້ຮ້ອງຮຽນ (CFRM); (ງ) ຮ່າງທິດສະດີການປ່ຽນແປງ (Theory of Change – ToC) ກ່ຽວກັບວິທີທີ່ໂຄງການສາມາດຂະຫຍາຍຂອບເຂດ/ຂະຫຍາຍຜົນ ແລະ ພັດທະນາກິດຈະກຳເພີ່ມເຕີມ ສຳລັບໂຄງການໃນອະນາຄົດ.
ດັ່ງນັ້ນ, ອົງການ PIN ຈຶ່ງມີຄວາມຕ້ອງການຮັບສະໝັກ ພະນັກງານເກັບກຳຂໍ້ມູນ (Enumerators) ທີ່ມີຄຸນສົມບັດເໝາະສົມ ຈຳນວນ 6 ທ່ານ ເພື່ອສະໜັບສະໜູນການເກັບກຳຂໍ້ມູນຂັ້ນພື້ນຖານ (Baseline data collection).
ຈຸດປະສົງ ແລະ ຂອບເຂດວຽກງານ
ຈຸດປະສົງຫຼັກ ແມ່ນເພື່ອດຳເນີນການເກັບກຳຂໍ້ມູນທາງດ້ານປະລິມານ ແລະ ຄຸນນະພາບ ຢ່າງມີຄຸນນະພາບ ແລະ ຊັດເຈນ ສຳລັບການປະເມີນຜົນໄລຍະກາງ.
- ກຸ່ມເປົ້າໝາຍການສໍາພາດແມ່ນ ກັບປະຊາຊົນປະມານ 650 ທ່ານ ຢູ່ພື້ນທີ່ເມືອງ/ຕາແສງເປົ້າໝາຍ ໃນ 4 ແຂວງ.
- ການສຳພາດຜູ້ໃຫ້ຂໍ້ມູນຫຼັກ (KIIs) ກັບພາກສ່ວນກ່ຽວຂ້ອງ ຕາມການມອບໝາຍຂອງທີມງານ
- ການເກັບກຳຂໍ້ມູນໂດຍນຳໃຊ້ໂປຣແກຣມ
- ການສົ່ງຂໍ້ມູນທີ່ສຳເລັດແລ້ວ ຢ່າງຖືກຕ້ອງ ແລະ ທັນເວລາ.
ຂົງເຂດຄວາມຮັບຜິດຊອບຕົ້ນຕໍ
ເຂົ້າຮ່ວມການຝຶກອົບຮົມ ແລະ ການທົດລອງເກັບກຳຂໍ້ມູນ (Pilot testing) ສຳລັບພະນັກງານເກັບຂໍ້ມູນ ຕາມທີ່ໄດ້ກຳນົດໄວ້ ກ່ອນການລົງປະຕິບັດງານຕົວຈິງ.
- ດຳເນີນການສຳພາດ ກັບບຸກຄົນທີ່ຖືກເລືອກ ໂດຍນຳໃຊ້ແບບສອບຖາມທີ່ໄດ້ຮັບການອະນຸມັດ.
- ດຳເນີນການສຳພາດຜູ້ໃຫ້ຂໍ້ມູນຫຼັກ (KIIs) ກັບພາກສ່ວນກ່ຽວຂ້ອງ ຕາມທີ່ໄດ້ຮັບການມອບໝາຍ.
- ປະຕິບັດຕາມຂັ້ນຕອນການສຸ່ມຕົວຢ່າງ ແລະ ການເລືອກຜູ້ໃຫ້ຂໍ້ມູນ ທີ່ໄດ້ຮັບການອະນຸມັດ.
- ນຳໃຊ້ໂປຣແກຣມ KoboCollect ໃນໂທລະສັບມືຖື/ແທັບເລັດ ແລະ ເຊື່ອມຂໍ້ມູນການສຳພາດທີ່ສຳເລັດແລ້ວເຂົ້າໃນລະບົບ.
- ນຳໃຊ້ວິທີການສື່ສານ ແລະ ການເຂົ້າເຖິງທີ່ເໝາະສົມ ເມື່ອສຳພາດບຸກຄົນທີ່ມີພື້ນຖານ ແລະ ຄວາມແຕກຕ່າງກັນ.
- ຮັບປະກັນວ່າໄດ້ຮັບການຍິນຍອມ (Informed consent) ກ່ອນການສຳພາດທຸກໆຄັ້ງ.
- ຮັກສາຄວາມລັບ ແລະ ປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຫ້ຂໍ້ມູນ.
- ປະຕິບັດຕາມຂໍ້ກຳນົດດ້ານການປົກປ້ອງ, ການຄຸ້ມຄອງສິດທິ, ການປົກປ້ອງຂໍ້ມູນ ແລະ ຫຼັກຈໍລິຍະທຳຂອງ
- ກວດກາຂໍ້ມູນການສຳພາດທີ່ສຳເລັດແລ້ວປະຈຳວັນ ເພື່ອຮັບປະກັນວ່າຂໍ້ມູນ ມີຄວາມຖືກຕ້ອງ ແລະ ຄົບຖ້ວນ.
- ລາຍງານບັນຫາທ້າທາຍ, ຂໍ້ຮ້ອງຮຽນ, ຄວາມກັງວົນດ້ານການປົກປ້ອງ ຫຼື ບັນຫາການເຂົ້າເຖິງ ຕໍ່ຜູ້ຮັບຜິດຊອບງານ MEAL ໂດຍທັນທີ.
- ເຂົ້າຮ່ວມການປະຊຸມປະຈຳວັນຂອງທີມງານລົງພື້ນທີ່ ເພື່ອທົບທວນຄວາມຄືບໜ້າ ແລະ ແກ້ໄຂບັນຫາທ້າທາຍຕ່າງໆ.
- ໃຫ້ຄຳອະທິບາຍ ຫຼື ຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ມູນທີ່ເກັບກຳໄດ້ ເມື່ອມີການຮ້ອງຂໍຈາກທີມງານ
ສາມາດດໍາເນີນການເກັບກຳຂໍ້ມູນແບບມີສ່ວນຮ່ວມຂອງທຸກຄົນ
ຜູ້ສະໝັກທີ່ມີປະສົບການເຮັດວຽກຜ່ານມາ ກ່ຽວກັບໂຄງການແບບມີສ່ວນຮ່ວມຂອງທຸກຄົນ ແລະ ການພັດທະນາຊຸມຊົນ ຈະໄດ້ຮັບການພິຈາລະນາເປັນພິເສດ.
- ສື່ສານຢ່າງໃຫ້ກຽດ ແລະ ເໝາະສົມ ກັບບຸກຄົນທີ່ມີພື້ນຖານ ແລະ ຄວາມແຕກຕ່າງກັນ.
- ນຳໃຊ້ວິທີການສື່ສານທີ່ຜູ້ໃຫ້ຂໍ້ມູນສະດວກ ຫຼື ມັກ ຕາມຄວາມສາມາດທີ່ເຮັດໄດ້.
- ໃຫ້ເວລາກັບຜູ້ໃຫ້ຂໍ້ມູນຢ່າງພຽງພໍ ໃນການທຳຄວາມເຂົ້າໃຈ ແລະ ຕອບຄຳຖາມ.
- ສະໜອງການຊ່ວຍເຫຼືອດ້ານການສື່ສານ/ການເຂົ້າເຖິງ ຕາມຄວາມເໝາະສົມ ແລະ ສົມເຫດສົມຜົນ.
- ຫຼີກເວັ້ນການຄາດເດົາ ຫຼື ຕັດສິນກ່ຽວກັບຄວາມສາມາດ ຫຼື ຄວາມຕ້ອງການຂອງຜູ້ໃຫ້ຂໍ້ມູນ.
- ຮັບປະກັນວ່າຜູ້ໃຫ້ຂໍ້ມູນສາມາດເຂົ້າຮ່ວມໄດ້ໂດຍຄວາມສະໝັກໃຈ ແລະ ເປັນເອກະລາດ ໃຫ້ໄດ້ຫຼາຍທີສຸດ.
ຂໍ້ພິຈາລະນາສະເພາະດ້ານການເຂົ້າເຖິງ ຈະໄດ້ຮັບການອະທິບາຍ ໃນລະຫວ່າງການຝຶກອົບຮົມພະນັກງານເກັບກຳຂໍ້ມູນ.
ສະຖານທີ່
ການເກັບກໍາຂໍ້ມູນໃນຄັ້ງນີ້ແມ່ນ ຈັດຢູ່ 4 ແຂວງ ຄື: ຫຼວງພະບາງ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສາລະວັນ
ພະນັກງານເກັບກຳຂໍ້ມູນ ຕ້ອງມີຄວາມພ້ອມ ແລະ ເຕັມໃຈ ທີ່ຈະເດີນທາງໄປພື້ນທີ່ທີ່ໄດ້ຮັບມອບໝາຍ ໃນລະຫວ່າງໄລຍະເວລາການເກັບກຳຂໍ້ມູນ.
ໄລຍະເວລາການເດີນທາງ
ກິດຈະກໍາ
ໄລຍະເວລາ
ໄລຍະເວລາການຄັດເລືອກ ພະນັກງານເກັບກໍາຂໍ້ມູນ
ອາທິດທີ່ສາມຂອງເດືອນພະຈິກ 2026
ລົງເກັບກໍາຂໍ້ມູນພາກສະໜາມ ແລະ ທົດສອບແບບສອບຖາມ
· 6 – 10 ທັນວາ 2026 – ຫຼວງພະບາງ ແລະ ຄໍາມ່ວນ
· 14-18 ທັນວາ – ບໍລິຄໍາໄຊ ແລະ ສາລະວັນ
ກວດສອບຂໍ້ມູນ
ໃນຊ່ວງລົງເກັບກໍາຂໍ້ມູນ
ກວດກາຄືນ ແລະ ຢືນຢັນຂໍ້ມູນ
ຫຼັງຈາກພາກສະໜາມ
ໝາຍເຫດ: ຜູ້ສະໝັກຕ້ອງມີຄວາມພ້ອມໃນການລົງພື້ນທີ່ ຕະຫຼອດໄລຍະເວລາ ແຕ່ວັນທີ 6 – 10 ທັນວາ ແລະ 14 – 18 ທັນວາ 2026, ແລະ ຕ້ອງເຂົ້າຮ່ວມການຝຶກອົບຮົມ ຫຼື ທົດສອບແບບສອບຖາມ ຕາມທີ່ໄດ້ກຳນົດໄວ້ ກ່ອນການລົງປະຕິບັດງານ.
ຈໍານວນຄົນທີ່ຕ້ອງການ
PIN ມີຈຸດປະສົງທີ່ຈະຮັບສະໝັກພະນັກງານເກັບກຳຂໍ້ມູນ ຈຳນວນ 6 ທ່ານ. ແນວໃດກໍຕາມ, ຈຳນວນສຸດທ້າຍອາດມີການປັບປ່ຽນ ໂດຍຂຶ້ນກັບຄວາມຕ້ອງການຂອງການລົງປະຕິບັດງານຕົວຈິງ ແລະ ຈຳນວນຜູ້ສະໝັກທີ່ມີຄຸນສົມບັດເໝາະສົມ.
ຄຸນສົມບັດ ແລະ ປະສົບການທີ່ຕ້ອງການ
ຄຸນສົມບັດພື້ນຖານ
- ປະສົບການຢ່າງນ້ອຍ 1 ປີ ໃນການເກັບກຳຂໍ້ມູນ ຫຼື ການວິໄຈລົງພື້ນທີ່.
- ມີປະສົບການໃນການດຳເນີນການສຳພາດແບບມີໂຄງສ້າງ ແລະ/ຫຼື ການສຳພາດແບບເກັບຂໍ້ມູນທາງດ້ານຄຸນນະພາບ.
- ມີປະສົບການໃນການນຳໃຊ້ໂປຣແກຣມ
- ມີທັກສະການສື່ສານ ແລະ ການສ້າງສຳພັນທະພາບລະຫວ່າງບຸກຄົນທີ່ດີ.
- ຖ້າມີປະສົບການເຮັດວຽກກ່ຽວກັບລະບົບແຈ້ງເຕືອນໄພລ່ວງໜ້າ (Early Warning System) ຈະໄດ້ຮັບການພິຈາລະນາເປັນພິເສດ.
- ມີຄວາມສາມາດໃນການສື່ສານຢ່າງໃຫ້ກຽດ ແລະ ມີປະສິດທິພາບ ກັບບຸກຄົນທີ່ມີຄວາມຕ້ອງການດ້ານການສື່ສານ ແລະ ການເຂົ້າເຖິງທີ່ແຕກຕ່າງກັນ.
- ມີຄວາມສາມາດໃນການປະຕິບັດຕາມຂັ້ນຕອນການສຸ່ມຕົວຢ່າງ ແລະ ລະບຽບວິທີການສຳພາດ.
- ມີຄວາມສາມາດໃນການເຮັດວຽກເປັນເອກະລາດ ແລະ ເຮັດວຽກເປັນທີມໄດ້.
- ມີຄວາມເອົາໃຈໃສ່ຕໍ່ລາຍລະອຽດດີ ແລະ ມີຄວາມມຸ່ງໝັ້ນຕໍ່ຄຸນນະພາບຂອງຂໍ້ມູນ.
- ມີຄວາມສາມາດໃນການຮັກສາຄວາມລັບ ແລະ ປະຕິບັດຕາມຂໍ້ກຳນົດດ້ານການປົກປ້ອງ/ຄຸ້ມຄອງສິດທິ ແລະ ຫຼັກຈໍລິຍະທຳ.
- ມີຄວາມພ້ອມໃນການລົງປະຕິບັດງານ ຕະຫຼອດໄລຍະເວລາ ແຕ່ວັນທີ 6 – 10 ແລະ 14 – 18 ທັນວາ
ຄຸນສົມບັດທີ່ຕ້ອງການເພີ່ມເຕີມ
- ມີປະສົບການຜ່ານມາ ໃນການວິໄຈ ຫຼື ການເກັບກຳຂໍ້ມູນ ກ່ຽວກັບລະບົບແຈ້ງເຕືອນໄພລ່ວງໜ້າ.
- ມີປະສົບການໃນການດຳເນີນການສຳພາດຜູ້ໃຫ້ຂໍ້ມູນຫຼັກ (KIIs).
- ມີປະສົບການເຮັດວຽກກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ການຟື້ນໂຕ ແລະ ຮັບມືກັບສະພາບພູມອາກາດ, ລະບົບແຈ້ງເຕືອນໄພລ່ວງໜ້າ ຫຼື ໂຄງການທີ່ກ່ຽວຂ້ອງ.
- ມີປະສົບການເຮັດວຽກຮ່ວມກັບອຳນາດການປົກຄອງທ້ອງຖິ່ນ.
- ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບເມືອງ/ຂົງເຂດເປົ້າໝາຍ.
- ມີປະສົບການເຮັດວຽກຮ່ວມກັບກຸ່ມຄົນທີ່ເປາະບາງ ຫຼື ກຸ່ມທີ່ຕ້ອງການການປົກປ້ອງເປັນພິເສດ.
ຄ່າຕອບແທນ
PIN ຈະຮັບຜິດຊອບຄ່າຕອບແທນ ຈຳນວນ 700,000 ກີບ/ມື້, ລວມທັງອາກອນ.
ຄ່າອາຫານ ແລະ ຄ່າທີພັກ ແມ່ນໄດ້ລວມຢູ່ໃນຄ່າຕອບແທນ. ຄ່າການເດີນທາງ ແລະ ພາຫະນະ ສຳລັບການລົງເຄື່ອນໄຫຍຢູ່ພື້ນທີ່ ແມ່ນຈັດກຽມ ແລະ ປະສານງານໂດຍ ອົງການ PIN.
ຂັ້ນຕອນການສະໝັກ
ຜູ້ສະໝັກທີ່ມີຄວາມສົນໃຈ ກະລຸນາຍື່ນເອກະສານ ດັ່ງຕໍ່ໄປນີ້, ໄປທີ່ ອີເມວ: leesert.bouapao@peopleinneed.net
- ປະວັດຫຍໍ້ (CV) ປັດຈຸບັນ
- ຈົດໝາຍສະໝັກວຽກ (Cover Letter)
- ຂໍ້ຄວາມຢືນຢັນຄວາມພ້ອມ ໃນການລົງພື້ນທີ່ ແຕ່ວັນທີ 6 – 10 ແລະ 14 – 18 ທັນວາ
ວັນທີສິ້ນສຸດການຮັບສະໝັກ: ວັນທີ 17 ພະຈິກ 2026
ສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກຮອບທຳອິດ (Shortlisted) ຈະໄດ້ຮັບການຕິດຕໍ່ກັບເທົ່ານັ້ນ.
ຖ້າຫາກມີຄໍາຖາມຫຍັງສາມາດຕິດຕໍ່ມາໄດ້ທີ່: ເບີໂທ +85620 29215859 ຫຼື ອີເມວ: leesert.bouapao@peopleinneed.net
