Senior Fleet Manager
The HALO Trust Laos
Details
Description
English version below
ຊື່ຕຳແໜ່ງ: ຜູ້ຈັດການພະແນກຄຸ້ມຄອງຍານພາຫະນະອາວຸໂສ
ສະຖານທີ່: ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ
ລະດັບຕຳແໜ່ງ: 2.2
ລາຍງານເຖິງ: ຮອງຫົວໜ້າໂຄງການ
ຜູ້ລາຍງານທາງກົງ: ຜູ້ຈັດການພະແນກຄຸ້ມຄອງຍານພາຫະນະ, ຜູ້ຈັດການສາງອາໄຫຼ່
ຜູ້ລາຍງານທາງອ້ອມ: ຊ່າງແປງລົດ, ຄົນຂັບລົດ, ຜູ້ປະສານງານພະແນກຍານພາຫະນະ
ຜູ້ປະສານງານ/ຄວາມສຳພັນພາຍໃນທີ່ສຳຄັນ: ໜ່ວຍງານບໍລິຫານຄຸ້ມຄອງການປະຕິບັດງານ
ຜູ້ປະສານງານ/ຄວາມສຳພັນພາຍນອກທີ່ສຳຄັນ: ຜູ້ສະໜອງອຸປະກອນ
ຈຸດປະສົງຂອງຕໍາແໜ່ງ: ຜູ້ຈັດການພະແນກຍານພາຫະນະອາວຸໂສ (Senior Fleet Manager) ມີໜ້າທີ່ຮັບຜິດຊອບໃນການຮັບປະກັນວ່າຍານພາຫະນະ ແລະ ອຸປະກອນຈັກກົນທັງໝົດຂອງໂຄງການມີຄວາມປອດໄພ, ມີຄວາມໜ້າເຊື່ອຖື, ປະຕິບັດຕາມຂໍ້ກໍານົດ ແລະ ມີຄວາມພ້ອມສໍາລັບການນໍາໃຊ້ຢູ່ສະເໝີ. ຕໍາແໜ່ງນີ້ຈະໃຫ້ການນໍາພາດ້ານວິຊາການໃນການຄຸ້ມຄອງວຽກງານສູນສ້ອມແປງ, ການບໍາລຸງຮັກສາຍານພາຫະນະ, ການຄຸ້ມຄອງສາງອາໄຫຼ່ຍານພາຫະນະ, ການບໍລິຫານພະນັກງານຂັບລົດ ແລະ ການຕິດຕາມການນໍາໃຊ້ນໍ້າມັນເຊື້ອໄຟ ເພື່ອຮັບປະກັນວ່າການດໍາເນີນງານທັງໝົດເປັນໄປຕາມມາດຕະຖານການຄຸ້ມຄອງຍານພາຫະນະສາກົນຂອງອົງການ ຮາໂລ.
ກ່ຽວກັບອົງການ ຮາໂລ ລາວ:
ອົງການ ຮາໂລ ທຣາສທ໌ ແມ່ນອົງການເພື່ອການກຸສົນສາກົນທີ່ປະຕິບັດການເກັບກູ້ ລບຕ ແລະ ລະເບີດຝັງດິນ. ພວກເຮົາປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເຊິ່ງມີພະນັກງານຫຼາຍກວ່າ 1,200 ຄົນ ປະຈຳການຢູ່ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ແລະ ມີຫ້ອງການບໍລິຫານຕັ້ງຢູ່ ນະຄອນຫຼວງວຽງຈັນ.
ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ 22-23 ມື້ ເລີ່ມວຽກໃນຕົ້ນເດືອນ ເຊິ່ງມື້ທີ່ເຫຼືອຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາ, ທ່ານສາມາດເຂົ້າອ່ານໄດ້ທີ່ນີ້ www.halotrust.org
ກ່ຽວກັບຕໍາແໜ່ງ:
ຜູ້ຈັດການພະແນກຍານພາຫະນະອາວຸໂສ ເປັນຜູ້ປະສານງານຫຼັກຂອງໂຄງການໃນດ້ານການປະກັນຄຸນນະພາບການບໍລິຫານຍານພາຫະນະ ແລະ ການກໍາກັບເບິ່ງແຍງດ້ານວິຊາການ. ຕໍາແໜ່ງນີ້ ຮັບປະກັນວ່າກິດຈະກໍາການບໍາລຸງຮັກສາທັງໝົດ, ບັນທຶກຂໍ້ມູນຍານພາຫະນະ, ມາດຕະຖານຂອງພະນັກງານຂັບລົດ ແລະ ການດໍາເນີນງານຂອງຍານພາຫະນະ ຖືກບໍລິຫານຜ່ານລະບົບ Fleet Management System (FMS) ແລະ ສອດຄ່ອງກັບນະໂຍບາຍການບໍລິຫານຍານພາຫະນະລະດັບສາກົນຂອງ ຮາໂລ. ນອກຈາກນັ້ນ, ຕໍາແໜ່ງນີ້ຍັງຮັບຜິດຊອບໃນການພັດທະນາຄວາມສາມາດຂອງບຸກຄະລາກອນດ້ານຍານພາຫະນະ, ຊຸກຍູ້ໂຄງການບໍາລຸງຮັກສາເຊິງປ້ອງກັນ (Preventative Maintenance) ແລະ ນໍາໃຊ້ຂໍ້ມູນຜົນການດໍາເນີນງານຂອງຍານພາຫະນະ ເພື່ອສະໜັບສະໜູນການປັບປຸງຢ່າງຕໍ່ເນື່ອງ ແລະ ເພີ່ມປະສິດທິພາບໃນການດໍາເນີນງານ.
ໜ້າທີ່ຮັບຜິດຊອບ:
ການບໍາລຸງຮັກສາຍານພາຫະນະ – ຍານພາຫະນະທີ່ປອດໄພ
- ຮັບປະກັນວ່າຍານພາຫະນະ ແລະ ອຸປະກອນຈັກກົນທັງໝົດໄດ້ຮັບການບໍາລຸງຮັກສາ, ສ້ອມແປງ ແລະ ກວດສອບຕາມມາດຕະຖານຂອງ ຮາໂລ.
- ອະນຸມັດຄຸນນະພາບການສ້ອມແປງ ແລະ ເຮັດໃຫ້ຍານພາຫະນະກັບມາໃຊ້ງານໄດ້ອີກຄັ້ງ ໂດຍຮັບປະກັນວ່າບໍ່ມີຂໍ້ບົກພ່ອງດ້ານຄວາມປອດໄພທີ່ຍັງບໍ່ໄດ້ແກ້ໄຂ.
- ຕິດຕາມຜົນການໃຊ້ງານຂອງຍານພາຫະນະ ແລະ ລະບຸບັນຫາການບໍາລຸງຮັກສາທີ່ເກີດຂຶ້ນຊໍ້າໆ ພ້ອມສະເໜີແນວທາງປັບປຸງ.
- ຈັດຕັ້ງປະຕິບັດ ແລະ ຮັກສາໂຄງການບໍາລຸງຮັກສາເຊິງປ້ອງກັນ ສໍາລັບອຸປະກອນ ແລະ ເຄື່ອງຈັກໃນສູນສ້ອມແປງ.
ການຄຸ້ມຄອງການນໍາໃຊ້ຍານພາຫະນະ – ການເດີນທາງທີ່ປອດໄພ
- ຮັບປະກັນວ່າແຜນການນໍາໃຊ້ ແລະ ຈັດສັນຍານພາຫະນະມີການປັບປຸງເປັນປະຈໍາ ແລະ ສາມາດຕອບສະໜອງຄວາມຕ້ອງການດ້ານການປະຕິບັດງານ.
- ຮັກສາຄວາມຖືກຕ້ອງຂອງບັນທຶກຂໍ້ມູນຍານພາຫະນະ, ປະຫວັດການບໍາລຸງຮັກສາ, ຂໍ້ມູນພະນັກງານຂັບລົດ ແລະ ຂໍ້ມູນຄັງອຸປະກອນ.
- ນໍາພາການກວດສອບ, ການກວດກາ ແລະ ການທົບທວນຄວາມສອດຄ່ອງດ້ານຍານພາຫະນະ ພ້ອມດໍາເນີນມາດຕະການດ້ານຄວາມປອດໄພຕາມຄວາມຈໍາເປັນ.
ພະນັກງານຂັບລົດທີ່ປອດໄພ
- ຄຸ້ມຄອງ ແລະ ຕິດຕາມພຶດຕິກໍາການຂັບຂີ່, ການອະນຸຍາດຂັບລົດ, ການປະເມີນຜົນ ແລະ ການຝຶກອົບຮົມພະນັກງານຂັບລົດ.
- ນໍາພາການສືບສວນອຸປະຕິເຫດທີ່ກ່ຽວກັບຍານພາຫະນະ, ພຶດຕິກໍາການເຮັດວຽກທີ່ບໍ່ປອດໄພ ແລະ ການບໍ່ປະຕິບັດຕາມລະບຽບ.
- ສົ່ງເສີມວັດທະນະທໍາດ້ານຄວາມປອດໄພໃນການຂັບຂີ່ ແລະ ການດູແລຮັກສາຍານພາຫະນະ.
ຄັງອາໄຫຼ່, ນໍ້າມັນ ແລະ ການຄວບຄຸມຊັບສິນ
- ຄວບຄຸມຄັງອາໄຫຼ່ຍານພາຫະນະ ໃຫ້ມີການຄຸ້ມຄອງສະຕັອກຢ່າງເໝາະສົມ ແລະ ປັບປຸງລະດັບການສັ່ງຊື້ຄືນ ສໍາລັບອາໄຫຼ່ສຳຮອງ ແລະ ວັດສະດຸສິ້ນເປືອງທີ່ສໍາຄັນ ເພື່ອສະໜັບສະໜູນແຜນການຈັດຊື້.
- ຕິດຕາມການນໍາໃຊ້ນໍ້າມັນເຊື້ອໄຟ ແລະ ນໍ້າມັນຫຼໍ່ລື່ນ ພ້ອມອະທິບາຍ ຫຼື ສືບສວນຄວາມແຕກຕ່າງທີ່ຜິດປົກກະຕິ.
- ຮັບປະກັນວ່າຊັບສິນດ້ານຍານພາຫະນະ, ເຄື່ອງມື ແລະ ອຸປະກອນໃນສູນສ້ອມແປງ ໄດ້ຮັບການຄຸ້ມຄອງ ແລະ ບໍາລຸງຮັກສາຢ່າງຖືກຕ້ອງ.
ສຸຂະພາບ, ຄວາມປອດໄພ ແລະ ການປະຕິບັດຕາມລະບຽບ
- ດໍາເນີນການກວດສອບຄວາມປອດໄພໃນສູນສ້ອມແປງເປັນປະຈໍາ ແລະ ຮັບປະກັນວ່າການດໍາເນີນງານຂອງສູນສ້ອມແປງ ແລະ ຍານພາຫະນະ ສອດຄ່ອງກັບຂໍ້ກໍານົດດ້ານສຸຂະພາບ ແລະ ຄວາມປອດໄພທັງໝົດ.
- ຮັບປະກັນວ່າມີອຸປະກອນປ້ອງກັນສ່ວນບຸກຄົນ (PPE) ຢ່າງພຽງພໍ ແລະ ຖືກນໍາໃຊ້ຢ່າງຖືກຕ້ອງ.
- ຮັກສາຄວາມປອດໄພຂອງສະຖານທີ່ດ້ານຍານພາຫະນະ, ສາງນໍ້າມັນ, ພື້ນທີ່ສາກໄຟແບັດເຕີຣີ ແລະ ສະພາບແວດລ້ອມໃນສູນສ້ອມແປງໃຫ້ປອດໄພໃນການເຮັດວຽກ.
ທົ່ວໄປ:
- ຍຶດໝັ້ນໃນຄ່ານິຍົມຫຼັກ ແລະ ມາດຕະຖານຂອງ ຮາໂລ ພ້ອມທັງສົ່ງເສີມຈາລິຍະທຳ ແລະ ພາລະກິດຂອງອົງການ.
- ຮັບປະກັນວ່າມີຄວາມຄຸ້ນເຄີຍ ແລະ ປະຕິບັດຕາມນະໂຍບາຍ ແລະ ລະບຽບການທັງໝົດຂອງ ຮາໂລ ຢ່າງເຄັ່ງຄັດ, ໂດຍສະເພາະຈັນຍາບັນໃນການປະພຶດ ແລະ ນະໂຍບາຍການປ້ອງກັນຄຸ້ມຄອງ.
ຄຸນສົມບັດທີ່ຈໍາເປັນ:
- ສໍາເລັດການສຶກສາໃນສາຂາ ວິສະວະກໍາກົນຈັກ, ເຕັກໂນໂລຢີຍານຍົນ, ການບໍລິຫານຍານພາຫະນະ, ການບໍລິຫານການຂົນສົ່ງ ຫຼື ສາຂາທີ່ກ່ຽວຂ້ອງ (ຈະໄດ້ຮັບການພິຈາລະນາເປັນພິເສດ).
- ມີປະສົບການຈຳນວນຫຼາຍ ໃນດ້ານການບໍລິຫານຍານພາຫະນະ, ການບໍລິຫານສູນສ້ອມແປງ, ລະບົບການບໍາລຸງຮັກສາຍານພາຫະນະ ຫຼື ວິສະວະກໍາຍານຍົນ.
- ມີຄວາມຮູ້ເປັນຢ່າງດີກ່ຽວກັບ ການວິນິດໄສ ແລະ ການວິເຄາະບັນຫາຂອງຍານພາຫະນະ ລວມທັງເຂົ້າໃຈລະບົບກົນຈັກ, ລະບົບໄຟຟ້າ ແລະ ລະບົບໄຮໂດຣລິກ.
- ມີປະສົບການໃນການຄຸ້ມຄອງລະບົບບໍລິຫານຄຸ້ມຄອງຍານພາຫະນະ ລວມທັງການກໍາກັບເບິ່ງແຍງຊ່າງແປງລົດ ແລະ ພະນັກງານຂັບລົດ.
- ມີທັກສະຄວາມເປັນຜູ້ນໍາ, ການສື່ສານ ແລະ ການສ້າງສາຍພົວພັນລະຫວ່າງບຸກຄົນໃນລະດັບດີ.
- ມີທັກສະການສື່ສານທັງດ້ານການຂຽນ ແລະ ການເວົ້າເປັນຢ່າງດີທັງໃນ ພາສາລາວ ຫຼື ພາສາອັງກິດ.
ຄຸນສົມບັດເພີ່ມຕື່ມທີ່ຕ້ອງການ:
- ມີປະສົບການເຮັດວຽກໃນພາກສ່ວນອົງການບໍ່ຫວັງຜົນກໍາໄລ (NGO), ອຸດສາຫະກໍາບໍ່ແຮ່ ຫຼື ການປະຕິບັດງານໃນເຂດພື້ນທີ່ຫ່າງໄກ.
- ມີປະສົບການໃນການນໍາໃຊ້ລະບົບຕິດຕາມຍານພາຫະນະຜ່ານ GPS ແລະ ລະບົບບໍລິຫານຍານພາຫະນະ.
- ມີປະສົບການໃນການພັດທະນາ ຫຼື ຈັດການຝຶກອົບຮົມພະນັກງານຂັບລົດ ຫຼື ຊ່າງແປງລົດ.
- ມີປະສົບການໃນການຄຸ້ມຄອງກຸ່ມຍານພາຫະນະຈໍານວນຫຼາຍ ແລະ ກະຈາຍຢູ່ຫຼາຍພື້ນທີ່ທາງພູມສາດ.
ຂໍ້ກຳນົດທາງດ້ານຮ່າງກາຍສໍາລັບຕໍາແໜ່ງ:
ສາມາດທົນຕໍ່ການເຮັດວຽກໃນສະພາບອາກາດຮ້ອນໄດ້ເປັນຢ່າງດີ, ສາມາດຢືນປະຕິບັດວຽກເປັນເວລາດົນນານໄດ້, ສາມາດຍົກ ແລະ ເຄື່ອນຍ້າຍວັດຖຸ ຫຼື ອຸປະກອນທີ່ມີນໍ້າໜັກຫຼາຍໄດ້.
ຂໍ້ກຳນົດໃນການເດີນທາງ
ສາມາດເດີນທາງໄປປະຕິບັດວຽກໃນພື້ນທີ່ປະຕິບັດງານຕ່າງໆ ຂອງ ຮາໂລ ໄດ້ຕາມຄວາມຈໍາເປັນ.
ວິທີສະໝັກ:
ກະລຸນາສົ່ງຊີວະປະຫວັດ (CV, ບໍ່ເກີນ 2 ໜ້າ) ແລະ ໜັງສືສະໝັກງານ (Cover Letter, ບໍ່ເກີນ 1 ໜ້າ) ລະບຸວ່າປະສົບການຂອງທ່ານສອງຄ່ອງກັບທັກສະ ແລະ ຄວາມສາມາດຫຼັກຂອງຕຳແໜ່ງແນວໃດ, ພ້ອມດ້ວຍເງິນເດືອນທີ່ຄາດຫວັງ ຫາອີເມລ: hr@halolaos.org ພາຍໃນວັນທີ 21/09/2026
ຟອມສະໝັກທີ່ບໍ່ແນບໜັງສືສະໝັກງານ ທີ່ສ້າງຂຶ້ນເພື່ອສະໝັກຕຳແໜ່ງນີ້ໂດຍສະເພາະ ຈະບໍ່ໄດ້ຮັບການພິຈາລະນາ.
ພວກເຮົາຂໍສະຫງວນສິດໃນການປ່ຽນແປງມື້ປິດຮັບສະໝັກ ອີງຕາມຈຳນວນຜູ້ສະໝັກທີ່ອົງການໄດ້ຮັບ.
ອົງການ ຮາໂລ ທຣາສທ໌ ແມ່ນຜູ້ຈ້າງງານທີ່ໃຫ້ໂອກາດຢ່າງເທົ່າທຽມ ແລະ ບໍ່ແບ່ງແຍກ ຫຼື ເລືອກປະຕິບັດຕໍ່ຜູ້ສະໝັກວຽກບໍ່ວ່າດ້ວຍເຫດຜົນໃດກໍຕາມເຊັ່ນ: ອາຍຸ, ຄວາມພິການ, ການແປງເພດ, ການແຕ່ງງານ ແລະ ການຈົດທະບຽນຄູ່ສົມລົດ, ການຖືພາ ແລະ ການເປັນແມ່, ເຊື້ອຊາດ, ສາສະໜາ ຫຼື ຄວາມເຊື່ອ, ເພດ ຫຼື ລົດສະນິຍົມທາງເພດ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການສ້າງວັດທະນະທຳທີ່ມີຄວາມຫຼາກຫຼາຍ ແລະ ຄອບຄຸມ ໂດຍເນັ້ນການຈັດຫາ, ພັດທະນາ ແລະ ຮັກສາບຸກຄະລາກອນທີ່ມີຄວາມສາມາດຈາກກຸ່ມຜູ້ສະໝັກທີ່ມີຄວາມຫຼາກຫຼາຍ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການຮັບປະກັນວ່າ ສະພາບແວດລ້ອມແມ່ນມີຄວາມປອດໄພ ແລະ ໜ້າເຊື່ອຖື ໂດຍໃຫ້ຄວາມສຳຄັນກັບການຄຸ້ມຄອງ ແລະ ສົ່ງເສີມສະຫວັດດີການ ແລະ ການເປັນຢູ່ທີ່ດີຂອງທຸກຄົນທີ່ມີສ່ວນກ່ຽວຂ້ອງ ຫຼື ເປັນສ່ວນໜຶ່ງຂອງອົງການ ໂດຍມີມາດຕະການເດັດຂາດຕໍ່ພຶດຕິກຳໃດໆທີ່ຂັດຕໍ່ຫຼັກການດັ່ງກ່າວ.
Job Title: Senior Fleet Manager
Location: Sepon, Lao PDR
PO Level: 2.2
Reports To: Deputy Programme Manager
Direct Reports: Fleet Manager, Fleet Store Manager,
Indirect Reports: Mechanics, Drivers, Fleet Coordinators
Key Internal Contacts/Relationships: Operations Management Unit
Key External Contacts/Relationships: Suppliers
Job Purpose: The Senior Fleet Manager is responsible for ensuring the safety, reliability, compliance and operational readiness of all programme vehicles and mechanical equipment. The role provides technical leadership across workshop operations, fleet maintenance, fleet stores, driver management, and fuel monitoring, ensuring compliance with HALO global fleet standards.
About HALO Laos:
The HALO Trust is an international landmine and UXO clearance charity. We work in Lao PDR conducting survey and clearance of Unexploded Ordnance (UXO), employing over 1,200 staff based in Sepon, Savannakhet Province, with a small administrative office in Vientiane.
The HALO Trust team in Sepon works a monthly cycle, with an average of 22-23 days worked at the start of the month, with the remainder of the month as ‘standdown’ (rest days). HALO works a short cycle during April with an extended break for public holidays. More information on us can be found here www.halotrust.org.
About the role:
The Senior Fleet Manager acts as the programme focal point for fleet quality assurance and technical governance, ensuring all maintenance activities, fleet records, driver standards and vehicle operations are managed through the Fleet Management System and in accordance with global fleet policies. The role develops fleet staff capability, drives preventative maintenance programmes and uses fleet performance data to support continuous improvement and operational effectiveness.
Responsibilities:
Fleet Maintenance – Safe Vehicles
- Ensure all vehicles and mechanical equipment are maintained, repaired and inspected in accordance with HALO standards
- Approve repair quality and return-to-service decisions, ensuring no safety-critical defects remain unresolved
- Monitor vehicle performance and identify recurring maintenance issues and slate improvements
- Implement and maintain preventive maintenance programs for workshop equipment and machinery.
Fleet Operations – Safe Journeys
- Ensure fleet deployment plans are updated and responsive to operational needs
- Maintain accurate fleet records, maintenance history, driver information and inventory data
- Lead fleet audits, inspections and compliance reviews, implementing safety actions.
Safe Drivers
- Maintain and monitor driver behaviour, authorisation, assessment and training
- Lead on investigations for vehicle incidents, unsafe practices and non-compliance
- Promote a strong culture of road safety and vehicle care
Fleet Stores, Fuel and Asset Control
- Oversee fleet stores to ensure stock control and update reorder values for critical spares and consumables, supporting fleet procurement planning.
- Monitor fuel and lubricant consumption and justify or investigate variances
- Ensure fleet assets, tools, and workshop equipment are correctly managed and maintained.
Health, Safety and Compliance
- Conduct regular workshop safety inspections and ensure workshop and fleet operations comply with all health and safety requirements
- Ensure appropriate PPE is available and correctly used
- Maintain safe fleet facilities, fuel storage areas, battery charging areas and workshop working environment
General:
- Uphold HALO’s core values and standards, promoting its ethos and mission statement.
- Ensure familiarity with and adherence to all HALO policies and procedures, especially the code of conduct and safeguarding
Essential Requirements:
- Recognised education in Mechanical Engineering, Automotive Technology, Fleet Management, Transport Management or a related field (preferred).
- Significant experience in fleet management, workshop management, vehicle maintenance systems or automotive engineering
- Strong knowledge of vehicle diagnostics and understanding of mechanical, electrical, and hydraulic systems.
- Experience managing fleet management systems, supervising mechanics and drivers.
- Excellent leadership, communication, and interpersonal skills.
- Strong written and verbal communication skills in Lao or English
Desirable Requirements:
- Experience working in the NGO sector, mining or remote site environments
- Experience using GPS tracking systems and fleet management systems
- Experience developing driver training or mechanic development
- Experience managing large and geographically dispersed vehicle fleets
Physical Requirements for the role:
High-heat tolerance, Prolonged standing, Heavy lifting.
Travel Requirements
Travel requires in different HALO operational area
To Apply:
Please submit a CV (no more than 2 pages) and a cover letter (no more than 1 page) outlining how your experience matches the key skills and competencies and your salary expectation to hr@halolaos.org by 21/09/2026.
Applications without a cover letter tailored to this position will not be considered.
We reserve the right to amend the closing date depending on the number of applications received.
The HALO Trust is an Equal Opportunity Employer and does not discriminate against any applicant for employment because of age, disability, gender reassignment, marriage and civil partnership, pregnancy and maternity, race, religion or belief, sex, or sexual orientation.
The HALO Trust is committed to attracting, developing, and retaining talented individuals from a wide range of backgrounds, experiences, and perspectives.
The HALO Trust is committed to ensuring that it provides a safe and trusted environment which safeguards and promotes the welfare and wellbeing of anyone who comes into contact with, or is part of, the Charity, with a zero-tolerance approach to behaviours which challenge this.
