ພະນັກງານວາງແຜນການປະຕິບັດງານ
The HALO Trust Laos
Details
Description
ພະນັກງານວາງແຜນການປະຕິບັດງານ
ຊື່ຕຳແໜ່ງ: ພະນັກງານວາງແຜນການປະຕິບັດງານ
ພະແນກ: ປະຕິບັດງານ
ສະຖານທີ່: ຫ້ອງການປະຈຳເມືອງ ເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ
ລະດັບຕຳແໜ່ງ: 2.1
ເງິນເດືອນ: ຕໍ່ລອງໄດ້
ຊົ່ວໂມງເຮັດວຽກ: ເຕັມເວລາ
ປະເພດສັນຍາ: ປະຕິບັດງານ
ລາຍງານເຖິງ: ຮອງຫົວໜ້າຝ່າຍປະຕິບັດງານ
ຜູ້ລາຍງານທາງກົງ: ຜູ້ຊ່ວຍວາງແຜນການປະຕິບັດງານ
ຜູ້ປະສານງານ/ຄວາມສຳພັນພາຍໃນທີ່ສຳຄັນ: ຫົວໜ້າຝ່າຍປະຕິບັດງານ, ຮອງຫົວໜ້າຝ່າຍປະຕິບັດງານ, ຜູ້ຈັດການເສີມສ້າງຄວາມສາມາດ, ພະນັກງານເສີມສ້າງຄວາມສາມາດ, ພະນັກງານຝຶກອົບຮົມ, ຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ, ຫົວໜ້າຝ່າຍຄຸ້ມຄອງຂໍ້ມູນ, ຫົວໜ້າໂຄງການ, ຮອງຫົວໜ້າໂຄງການ, ແລະ ຫົວໜ້າພະແນກທຸກພະແນກ.
ຜູ້ປະສານງານ/ຄວາມສຳພັນພາຍນອກທີ່ສຳຄັນ: ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ອຳນາດການປົກຄອງແຂວງ ແລະ ເມືອງ (ຜ່ານພະແນກພົວພັນ), ອົງການເກັບກູ້ລະເບີດແຫ່ງຊາດລາວ ແລະ ອົງການອື່ນໆທີ່ປະຕິບັດງານໃນບັນດາເມືອງດຽວກັນ.
ຈຸດປະສົງຂອງຕຳແໜ່ງ: ເພື່ອວາງແຜນວ່າ ທີມງານອົງການ ຮາໂລ ປະຈຳລາວ ຈະປະຕິບັດງານຢູ່ໃສ ແລະ ນຳໃຊ້ຊັບພະຍາກອນໃດ, ໂດຍໃຊ້ຂໍ້ມູນເພື່ອຊີ້ນຳໃຫ້ເຂົາເຈົ້າເຮັດວຽກຢູ່ຈຸດທີ່ມີຜົນກະທົບສູງສຸດ, ພ້ອມທັງຕິດຕາມການດຳເນີນງານ ເພື່ອໃຫ້ໂຄງການບັນລຸຂໍ້ຜູກພັນຕາມທຶນຊ່ວຍເຫຼືອ ແລະ ບູລິມະສິດຂອງຊາດ.
ກ່ຽວກັບອົງການ ຮາໂລ ລາວ
ອົງການ ຮາໂລ ທຣາສທ໌ ແມ່ນອົງການເພື່ອການກຸສົນສາກົນທີ່ປະຕິບັດການເກັບກູ້ ລບຕ ແລະ ລະເບີດຝັງດິນ. ພວກເຮົາປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເຊິ່ງມີພະນັກງານຫຼາຍກວ່າ 1,100 ຄົນ ປະຈຳການຢູ່ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ແລະ ມີຫ້ອງການບໍລິຫານຕັ້ງຢູ່ ນະຄອນຫຼວງວຽງຈັນ.
ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ 22-23 ມື້ ເລີ່ມວຽກໃນຕົ້ນເດືອນ ເຊິ່ງມື້ທີ່ເຫຼືອຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາ, ທ່ານສາມາດເຂົ້າອ່ານໄດ້ທີ່ນີ້ www.halotrust.org
ກ່ຽວກັບຕຳແໜ່ງ
ພະນັກງານວາງແຜນການປະຕິບັດງານ ຈະເປັນຜູ້ນຳພາການວາງແຜນໃນສ່ວນສະໜັບສະໜູນການປະຕິບັດງານ, ພາຍໃຕ້ການຊີ້ນຳຂອງ ຮອງຫົວໜ້າຝ່າຍປະຕິບັດງານ. ຫົວໜ້າຝ່າຍປະຕິບັດງານ ເປັນຜູ້ຮັບຜິດຊອບແຜນປະຕິບັດງານປະຈຳປີ ແລະ ແຜນງານ 5 ປີ, ສ່ວນ ຮອງຫົວໜ້າຝ່າຍປະຕິບັດງານ ເປັນຜູ້ຮັບຜິດຊອບແຜນສົ່ງທີມອອກສະໜາມປະຈຳເດືອນ. ພະນັກງານວາງແຜນການປະຕິບັດງານ ຈະເປັນຜູ້ກະກຽມແຜນເຫຼົ່ານີ້, ກຽມວຽກທີ່ຈະດຳເນີນການໄວ້ລ່ວງໜ້າ ແລະ ລາຍງານຄວາມຄືບໜ້າຕາມແຜນ. ຫົວໜ້າຝ່າຍປະຕິບັດງານ ຈະມອບໝາຍວຽກໂດຍກົງໃຫ້ຕຳແໜ່ງນີ້ ກ່ຽວກັບແຜນວຽກປະຈຳປີ, ແຜນ 5 ປີ ແລະ ການວາງແຜນໄລຍະຍາວ ແລະ ຕຳແໜ່ງນີ້ຕ້ອງເຂົ້າຮ່ວມການປະຊຸມຂອງ ໜ່ວຍງານຄຸ້ມຄອງການປະຕິບັດງານ (OMU) ເມື່ອມີການຄົ້ນຄວ້າກ່ຽວກັບການວາງແຜນ.
ຕຳແໜ່ງນີ້ແມ່ນປະຈຳຢູ່ ສຳນັກງານ ເຊໂປນ. ກຳນົດເວລາການວາງແຜນແມ່ນກ່ອນແຕ່ລະຮອບວຽນການເຮັດວຽກໃໝ່ຈະເລີ່ມຕົ້ນຂຶ້ນ ແລະ ຜູ້ຮັບຕຳແໜ່ງແມ່ນຖືກຄາດຫວັງໃຫ້ໄປຢ້ຽມຢາມໜ່ວຍງານຕ່າງໆໃນລະຫວ່າງຮອບວຽນການເຮັດວຽກ ເພື່ອຕິດຕາມເບິ່ງການນຳໃຊ້ແຜນງານຕົວຈິງ.
ອົງການ ຮາໂລ ປະຈຳລາວ ອາດຈະຂະຫຍາຍຂອບເຂດພື້ນທີ່ປະຕິບັດງານ. ຜູ້ຮັບຕຳແໜ່ງອາດຈະຖືກຮ້ອງຂໍໃຫ້ສະໜັບສະໜູນການວາງແຜນສຳລັບພື້ນທີ່ໃໝ່ ແລະ ເຮັດວຽກຈາກສະຖານທີ່ອື່ນໆ.
ໜ້າທີ່ຮັບຜິດຊອບ
ການວາງແຜນ
- ກະກຽມຮ່າງແຜນປະຕິບັດງານປະຈຳປີ ພ້ອມກັບແຜນງານ 5 ປີ ໃຫ້ແກ່ ຫົວໜ້າຝ່າຍປະຕິບັດງານ, ໂດຍອີງໃສ່ຄຳໝັ້ນສັນຍາຂອງທຶນຊ່ວຍເຫຼືອ, ບູລິມະສິດຂອງ ແຂວງ ແລະ ຄຊກລ, ຄວາມສາມາດຂອງທີມງານ ແລະ ວຽກທີ່ຢູ່ໃນຂະບວນການດຳເນີນງານ.
- ກະກຽມແຜນສົ່ງທີມອອກສະໜາມປະຈຳເດືອນ ຮ່ວມກັບ ຮອງຫົວໜ້າຝ່າຍປະຕິບັດງານ, ໂດຍຈັດສັນທີມ, ພາຫະນະ ແລະ ອຸປະກອນໃຫ້ກັບແຕ່ລະສະໜາມ, ເພື່ອໃຫ້ພ້ອມຕາມກຳນົດເວລາການສົ່ງທີມອອກສະໜາມຂອງ ພະແນກພາຫະນະ ແລະ ສາງ.
- ຕົກລົງຮ່ວມກັບ ພະນັກງານຝຶກອົບຮົມ ກ່ຽວກັບຫຼັກສູດ, ຈຳນວນຄົນ ແລະ ເວລາທີ່ຈຳເປັນ ເພື່ອໃຫ້ບັນລຸຕາມແຜນວຽກ, ເພື່ອໃຫ້ພະນັກງານທີ່ຜ່ານການຝຶກອົບຮົມມີຄວາມພ້ອມເມື່ອທີມອອກສະໜາມ.
- ປະສານງານບັນດາໜ້າວຽກທີ່ຢູ່ໃນຂະບວນການດຳເນີນງານກັບທຸກໜ່ວຍງານສຳລັບທຸກຂົງເຂດການປະຕິບັດງານ (ການເກັບກູ້ ລບຕ, ການເກັບກູ້ລະເບີດຝັງດິນ, ການສຳຫຼວດ ແລະ ການທຳລາຍລະເບີດ) ໂດຍເຮັດວຽກຮ່ວມກັບທີມຄຸ້ມຄອງຂໍ້ມູນ ກ່ຽວກັບຂໍ້ມູນ ແລະ ແຜນທີ່ ທີ່ແຕ່ລະສະໜາມຕ້ອງການ, ພ້ອມທັງຕິດຕາມຄວາມພ້ອມຂອງແຕ່ລະສະໜາມ ລວມທັງການອະນຸມັດສະໜາມຈາກ ຄຊກລ, ຂໍ້ຕົກລົງຂອງບ້ານ ແລະ ການເຂົ້າເຖິງພື້ນທີ່.
- ປະສານງານການສະໜັບສະໜູນທີ່ແຕ່ລະແຜນງານຕ້ອງການຈາກ ພະແນກຄຸ້ມຄອງຍານພາຫະນະ, ສາງ, ແພດ, ພົວພັນ ແລະ ສຶກສາຄວາມສ່ຽງຈາກລະເບີດບໍ່ທັນແຕກ, ລວມທັງສະຖານທີ່ຕັ້ງຂອງແຄັ້ມ ແລະ ໄລຍະທາງການຍົກຍ້າຍຜູ້ບາດເຈັບ ພ້ອມທັງແຈ້ງຂໍ້ບົກພ່ອງ/ຊ່ອງຫວ່າງ ໃຫ້ຮອງຫົວໜ້າຝ່າຍປະຕິບັດງານຮັບຊາບ ກ່ອນສົ່ງທີມອອກສະໜາມ.
- ປະສານງານກັບຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ອົງການເກັບກູ້ລະເບີດແຫ່ງຊາດລາວ ແລະ ອົງການອື່ນໆ ກ່ຽວກັບການຈັດສັນສະໜາມ ແລະ ຂອບເຂດສະໜາມ, ເປັນຕົວແທນຂອງ ຮາໂລ ໃນການປະຊຸມວາງແຜນຮ່ວມ.
ການວິເຄາະ ແລະ ການຄາດຄະເນ
- ວິເຄາະອັດຕາຜົນໄດ້ຮັບຈາກການເຮັດວຽກຮ່ວມກັບບັນດາໜ່ວຍງານຕ່າງໆ ໂດຍແບ່ງຕາມທີມ, ປະເພດຂອງວຽກ, ວິທີການ ແລະ ສະພາບພື້ນທີ່ ແລ້ວນຳມາໃຊ້ຕັ້ງເກນຄຳນວນໃນການວາງແຜນວຽກ.
- ເຮັດວຽກຮ່ວມກັບໜ່ວຍງານຕ່າງໆ ເພື່ອຈັດລຳດັບຄວາມສຳຄັນຂອງສະໜາມທີ່ຢູ່ໃນຂະບວນການດຳເນີນງານ ຕາມຜົນກະທົບທາງມະນຸດສະທຳທີ່ຄາດໄວ້, ໂດຍໃຊ້ຫຼັກຖານ ເຊັ່ນ: ຂໍ້ມູນອຸບັດຕິເຫດຈາກ ລບຕ ແຫ່ງຊາດ, ສິ່ງທີ່ພົບໃນສະໜາມທີ່ຄ້າຍຄືກັນ, ຂໍ້ມູນການຕົກຄ້າງ, ແລະ ຮູບແບບການຄາດຄະເນ.
- ສ້າງທາງເລືອກຮູບແບບການວາງແຜນ ຮ່ວມກັບໜ່ວຍງານ ເຊັ່ນ: ການປ່ຽນແປງຈຳນວນທີມ, ລະດູຝົນ ຫຼື ການປ່ຽນແປງພື້ນທີ່ບຸລິມະສິດ ແລະ ຄາດຄະເນຈຳນວນທີມ, ພະນັກງານ, ພາຫະນະ, ອຸປະກອນ ແລະ ທາດດິນລະເບີດ ທີ່ແຕ່ລະທາງເລືອກຕ້ອງການ ລວມທັງການເຕີບໃຫຍ່ຂອງໂຄງການ.
ການຕິດຕາມ ແລະ ການລາຍງານ
- ລາຍງານການປະຕິບັດງານ ທຽບໃສ່ແຜນງານ ແລະ ແຜນສົ່ງທີມອອກສະໜາມແຕ່ລະເດືອນ ໃຫ້ຫົວໜ້າຝ່າຍປະຕິບັດງານ, ຮອງຫົວໜ້າຝ່າຍປະຕິບັດງານ ແລະ ຜູ້ຈັດການເສີມສ້າງຄວາມສາມາດ ຜ່ານຕາຕະລາງສະຫຼຸບຜົນງານ, ພ້ອມທັງອະທິບາຍຄວາມຜິດດ່ຽງ ແລະ ສາເຫດ.
- ຕິດຕາມການປະຕິບັດງານ ທຽບໃສ່ເປົ້າທີ່ໄດ້ເຊັນສັນຍາໄວ້ຂອງແຕ່ລະທຶນ ແລະ ແຈ້ງເຕືອນລ່ວງໜ້າກ່ຽວກັບແນວໂນ້ມທີ່ຈະບໍ່ບັນລຸຕາມຄາດໝາຍ.
- ສະໜອງຕົວເລກທີ່ວາງແຜນໄວ້ ແລະ ຕົວເລກປະຕິບັດໄດ້ຕົວຈິງ ສຳລັບການລາຍງານໃຫ້ຜູ້ໃຫ້ທຶນ ແລະ ການຄາດຄະເນງົບປະມານ, ພ້ອມທັງຕົວເລກການປະຕິບັດງານສຳລັບຂໍ້ສະເໜີໂຄງການໃໝ່, ໂດຍປະສານສົມທົບກັບຝ່າຍບໍລິຫານໂຄງການ ແລະ ພະແນກການເງິນ.
ລະບົບ ແລະ ທີມງານ
- ເຮັດໜ້າທີ່ເປັນຜູ້ຮັບຜິດຊອບຫຼັກຂອງຝ່າຍປະຕິບັດງານ ສຳລັບເຄື່ອງມືການວາງແຜນຂອງໂຄງການ, ລວມທັງຮູບແບບການວາງແຜນໃນລະບົບຄຸ້ມຄອງຂໍ້ມູນໂຄງການປະຈຳລາວ (PIMS), ກຳນົດຄວາມຕ້ອງການສຳລັບເຄື່ອງມື ໃໝ່ ແລະ ການປ່ຽນແປງ ພ້ອມທັງທົດສອບ ແລະ ເຊັນຮັບຮອງຮ່ວມກັບຫົວໜ້າຝ່າຍຄຸ້ມຄອງຂໍ້ມູນ.
- ຊີ້ນຳ ຜູ້ຊ່ວຍວາງແຜນການປະຕິບັດງານ, ລວມທັງການມອບໝາຍວຽກ, ການຝຶກອົບຮົມ, ການລາພັກ ແລະ ການປະເມີນຜົນງານ. ເມື່ອຕຳແໜ່ງຜູ້ຊ່ວຍຫວ່າງຢູ່, ຕ້ອງຮັກສາເອກະສານ ແລະ ຕົວເລກການວາງແຜນໃຫ້ອັບເດດຢູ່ສະເໝີ ໂດຍກົງ.
ທົ່ວໄປ
- ຍຶດໝັ້ນຄ່ານິຍົມ ແລະ ມາດຕະຖານຫຼັກຂອງ ຮາໂລ ພ້ອມທັງສົ່ງເສີມຈາລິຍະທຳ ແລະ ພາລະກິດຂອງອົງການ.
- ຮັບປະກັນວ່າມີຄວາມຄຸ້ນເຄີຍ ແລະ ປະຕິບັດຕາມນະໂຍບາຍ ແລະ ລະບຽບການທັງໝົດຂອງ ຮາໂລ ຢ່າງເຄັ່ງຄັດ, ໂດຍສະເພາະຈັນຍາບັນໃນການປະພຶດ ແລະ ນະໂຍບາຍການປ້ອງກັນຄຸ້ມຄອງ.
ຄຸນສົມບັດທີ່ຈໍາເປັນ
- ມີປະສົບການຢ່າງນ້ອຍ 3 ປີ ໃນການປະຕິບັດງານເກັບກູ້ ລບຕ ຫຼື ລະເບີດຝັງດິນ, ໃນລະດັບ ຜູ້ຄຸມງານ/ຫົວໜ້າສາຍງານຂຶ້ນໄປ ຫຼື ໃນຕຳແໜ່ງວາງແຜນການປະຕິບັດງານ.
- ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວິທີການເກັບກູ້ ລບຕ, ການເກັບກູ້ລະເບີດຝັງດິນ, ການສຳຫຼວດ ແລະ ການທຳລາຍລະເບີດ ພ້ອມທັງການຈັດສັນຊັບພະຍາກອນສຳລັບວຽກເຫຼົ່ານີ້.
- ມີທັກສະ Microsoft Excel ໃນລະດັບດີຫຼາຍ, ລວມທັງການສ້າງ ແລະ ຮັກສາຕາຕະລາງການວາງແຜນ ແລະ ຕິດຕາມ.
- ມີປະສົບການໃນການວິເຄາະຂໍ້ມູນການປະຕິບັດງານ ເພື່ອສະໜັບສະໜູນການຕັດສິນໃຈ.
- ມີຄວາມສາມາດໃນການສະຫຼຸບລາຍງານໃຫ້ຫົວໜ້າເຂົ້າໃຈໄດ້ຢ່າງແຈ່ມແຈ້ງ ແລະ ກະທັດຮັດ ກ່ຽວກັບແຜນງານ, ຄວາມຄືບໜ້າ ແລະ ບັນຫາຕ່າງໆ.
- ມີຄວາມສາມາດໃນການຈັດລຳດັບຄວາມສຳຄັນ ແລະ ບໍລິຫານຈັດການໜ້າວຽກຫຼາຍຢ່າງທີ່ເຂົ້າມາພ້ອມກັນ ແລະ ເຮັດວຽກໃຫ້ທັນຕາມກຳນົດເວລາທີ່ແນ່ນອນ.
- ສາມາດເວົ້າ ແລະ ຂຽນ ພາສາລາວ ໄດ້ຢ່າງຄ່ອງແຄ້ວ.
- ມີທັກສະ ພາສາອັງກິດ (ເວົ້າ ແລະ ຂຽນ) ໃນລະດັບດີ, ພຽງພໍໃນການກະກຽມແຜນງານ ແລະ ລາຍງານໃຫ້ຫົວໜ້າຕ່າງປະເທດ ແລະ ຜູ້ໃຫ້ທຶນ.
ຄຸນສົມບັດເພີ່ມຕື່ມທີ່ຕ້ອງການ
- ມີໃບຢັ້ງຢືນ EOD3 ຂອງປະເທດລາວ.
- ຜ່ານການຝຶກອົບຮົມຫົວໜ້າສາຍງານ ຫຼື ຮອງຫົວໜ້າໜ່ວຍງານ ຂອງຮາໂລ ຫຼື ການຝຶກອົບຮົມທີ່ທຽບເທົ່າຈາກອົງການອື່ນ.
- ມີປະສົບການນຳໃຊ້ Power BI, SQL, ArcGIS ຫຼື Survey123.
- ມີຄວາມຮູ້ກ່ຽວກັບລະບົບຄຸ້ມຄອງການປະຕິບັດງານຂອງ ຮາໂລ ເຊັ່ນ: ທີມຕໍ່ຜູ້ໃຫ້ທຶນ (Team to Donor), ORBATs, ແລະ ລະບົບ GOIMS.
- ຄວາມຮູ້ກ່ຽວກັບຂັ້ນຕອນການອະນຸມັດສະໜາມຂອງ ຄຊກລ ແລະ ຂັ້ນຕອນການລາຍງານແຫ່ງຊາດ.
- ຜ່ານການຝຶກອົບຮົມດ້ານການວາງແຜນ ຫຼື ການບໍລິຫານໂຄງການ.
ກຳນົດທາງດ້ານຮ່າງກາຍສໍາລັບຕໍາແໜ່ງ
- ຄວາມສາມາດໃນການລົງຢ້ຽມຢາມສະໜາມປະຕິບັດງານ ໃນພື້ນທີ່ຫ່າງໄກສອກຫຼີກຢ່າງເປັນປະຈຳໄດ້.
ຂໍ້ກຳນົດໃນການເດີນທາງ
- ເດີນທາງເປັນປະຈຳໄປຫາໜ່ວຍງານ, ຮອງໜ່ວຍງານ, ແລະ ສະໜາມຕ່າງໆ ທົ່ວຂອບເຂດປະຕິບັດງານຂອງໂຄງການ.
- ເດີນທາງໄປ ນະຄອນຫຼວງວຽງຈັນ ເປັນບາງໂອກາດ ເພື່ອເຂົ້າຮ່ວມການປະຊຸມກັບ ຄຊກລ ແລະ ຂະແໜງການຕ່າງໆ.
ສະຫວັດດີການ
- ຂໍ້ຕົກລົງ ແລະ ເງື່ອນໄຂການຈ້າງງານສຳລັບພະນັກງານທ້ອງຖິ່ນ.
ວິທີສະໝັກ:
ກະລຸນາສົ່ງຊີວະປະຫວັດ (CV, ບໍ່ເກີນ 2 ໜ້າ) ແລະ ໜັງສືສະໝັກງານ (Cover Letter, ບໍ່ເກີນ 1 ໜ້າ) ລະບຸວ່າປະສົບການຂອງທ່ານສອງຄ່ອງກັບທັກສະ ແລະ ຄວາມສາມາດຫຼັກຂອງຕຳແໜ່ງແນວໃດ ພາຍໃນວັນທີ 18/10/2026.
ຟອມສະໝັກທີ່ບໍ່ແນບໜັງສືສະໝັກງານ ທີ່ສ້າງຂຶ້ນເພື່ອສະໝັກຕຳແໜ່ງນີ້ໂດຍສະເພາະ ຈະບໍ່ໄດ້ຮັບການພິຈາລະນາ.
ພວກເຮົາຂໍສະຫງວນສິດໃນການປ່ຽນແປງມື້ປິດຮັບສະໝັກ ອີງຕາມຈຳນວນຜູ້ສະໝັກທີ່ອົງການໄດ້ຮັບ.
ອົງການ ຮາໂລ ທຣາສທ໌ ແມ່ນຜູ້ຈ້າງງານທີ່ໃຫ້ໂອກາດຢ່າງເທົ່າທຽມ ແລະ ບໍ່ແບ່ງແຍກ ຫຼື ເລືອກປະຕິບັດຕໍ່ຜູ້ສະໝັກວຽກບໍ່ວ່າດ້ວຍເຫດຜົນໃດກໍຕາມເຊັ່ນ: ອາຍຸ, ຄວາມພິການ, ການແປງເພດ, ການແຕ່ງງານ ແລະ ການຈົດທະບຽນຄູ່ສົມລົດ, ການຖືພາ ແລະ ການເປັນແມ່, ເຊື້ອຊາດ, ສາສະໜາ ຫຼື ຄວາມເຊື່ອ, ເພດ ຫຼື ລົດສະນິຍົມທາງເພດ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການສ້າງວັດທະນະທຳທີ່ມີຄວາມຫຼາກຫຼາຍ ແລະ ຄອບຄຸມ ໂດຍເນັ້ນການຈັດຫາ, ພັດທະນາ ແລະ ຮັກສາບຸກຄະລາກອນທີ່ມີຄວາມສາມາດຈາກກຸ່ມຜູ້ສະໝັກທີ່ມີຄວາມຫຼາກຫຼາຍ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການຮັບປະກັນວ່າ ສະພາບແວດລ້ອມແມ່ນມີຄວາມປອດໄພ ແລະ ໜ້າເຊື່ອຖື ໂດຍໃຫ້ຄວາມສຳຄັນກັບການຄຸ້ມຄອງ ແລະ ສົ່ງເສີມສະຫວັດດີການ ແລະ ການເປັນຢູ່ທີ່ດີຂອງທຸກຄົນທີ່ມີສ່ວນກ່ຽວຂ້ອງ ຫຼື ເປັນສ່ວນໜຶ່ງຂອງອົງການ ໂດຍມີມາດຕະການເດັດຂາດຕໍ່ພຶດຕິກຳໃດໆທີ່ຂັດຕໍ່ຫຼັກການດັ່ງກ່າວ.
