ພະນັກງານຂັບລົດ ປະຈໍາພາກສະໜາມ

MAG Lao

Details

Province:
Xiengkhouang
Type of Position:
Full-time
Contract Duration:
ໄລຍະສັນຍາ 4 ເດືອນ (ມີໂອກາດຕໍ່)
Type of Organization:
iNGO
National/International Position:
National
Application Deadline:
August 14, 2025

Description

ໜ້າທີ່ຮັບຜິດຊອບຫລັກ ດັ່ງລຸ່ມມນີ້: 

• ຂັບລົດຮັບໃຊ້ທີມງານພາກສະໜາມໃນການໄປ-ມາ ລະວ່າງທີ່ພັກ ຫາ ບ່ອນເຮັດວຽກ ແລະ ອື່ນໆຕາມຄວາມຮຽກຮ້ອງຕ້ອງການ
• ມີໜ້າທີ່ຮັບຜິດຊອບໃນການຮັກສາ, ເຮັດຄວາມສະອາດພາຫະນະ ຂອງອົງການເກັບກູ້ລະເບີດ ແມັກ ໃຫ້ສະອາດ ແລະ ມີສະພາບການໃຊ້ງານທີ່ດີ ຕະຫຼອດເວລາ
• ຮັບຜິດຊອບໃນການກວດກາ ແລະ ບຳລຸງຮັກສາເຄື່ອງຈັກລົດໂດຍອີງຕາມການຮັບປະກັນ ແລະ ຕາຕະລາງການບຳລຸງຮັກສາ
• ຂັບຂີ່ພາຫະນະຢ່າງລະມັດລະວັງ ແລະ ປອດໄພ ຕາມຄວາມໄວທີ່ໄດ້ກໍານົດໄວ້
• ຮັບຟັງ ແລະ ປະຕິບັດຕາມຄໍາຊີ້ນໍາ ຂອງຫົວໜ້າທີມ/ແພດສະໜາມ ວ່າ ຄວນເຮັດຫຍັງ ແລະ ໄປໂຮງໝໍໃດ ເມື່ອເກີດເຫດສຸກເສີນ
• ລາຍງານຫາຫົວໜ້າສາຍງານທັນທີ ຖ້າພາຫະນະມີບັນຫາ, ການຊ້ອມແປງ ຫຼື ມີການປ່ຽນອາໄຫຼ່ຕ່າງໆ
• ກວດກາເອກະສານ ກ່ຽວກັບພາຫະນະ (ລົງທະບຽນການນໍາໃຊ້, ການກວດກາເຕັກນິກລົດ, ປະກັນໄພ, ເສຍຄ່າທ່າງ, ອື່ນໆ) ເພື່ອຮັບປະກັນ ຄວາມຖືກຕ້ອງ ແລະ ວັນໝົດອາຍຸ ເປັນປະຈໍາ.

ເງື່ອນໄຂ, ຄຸນວຸດທິ ແລະ ປະສົບການມີດັ່ງນີ້:

• ເພດຊາຍ ຫຼື ຍິງ, ອາຍຸ ລະຫວ່າງ 18 ຫາ 45 ປີ
• ມີປະສົບການເຮັດວຽກເປັນພະນັກງານຂັບລົດ ຢ່າງໜ້ອຍ 2 ປີຂຶ້ນໄປ
• ມີປະສົບການໃນການຂັບລົດບັນທຸກ ຫຼື ລົດໂດຍສານ ຈະພິຈາລະນາເປັນພິເສດ.
• ມີໃບຂັບຂີ່ລົດໃຫຍ່ ຢ່າງໜ້ອຍ ຫ້ອງ C ຂຶ້ນໄປ.
• ສາມາດເຮັດວຽກຢູ່ສະໜາມ ແລະ ຫ່າງໄກຈາກບ້ານເຮືອນ ເປັນເວລາ 3 ອາທິດ ທຸກໆເດືອນ
• ມີຄວາມທຸ່ນທ່ຽງ, ຄວາມຮັບຜິດຊອບສູງ ແລະ ເອົາໃຈໃສ່ໃນລາຍລະອຽດຂອງການຂັບຂີ່
• ສາມາດເຮັດວຽກເປັນທີມໄດ້

ເອກະສານທີ່ຕ້ອງການ:
• ໃບຄໍາຮ້ອງຂໍສະໝັກວຽກ (ທົ່ວໄປ).
• ຊີວະປະຫວັດຫຍໍ້ (ເພົາ 4 ຫນ້າ).
• ໃບຢັ້ງຢືນຮັບປະກັນຈາກນາຍບ້ານ.
• ສໍາເນົາປຶ້ມສໍາມະໂນຄົວ.
• ສຳເນົາໃບຢັ້ງຢືນການສຶກສາ
• ສຳເນົາໃບຜ່ານງານ (ຖ້າມີ)
• ສຳເນົາໃບຂັບຂີ່ ( ຕ້ອງຍັງມີອາຍຸການນຳໃຊ້ຢ່າງໜ້ອຍ 6 ເດືອນ)

ໝາຍເຫດ: ກະລຸນາຖືໃບຂັບຂີ່ຂອງແທ້ມາພ້ອມ ໃນມື້ມາສົ່ງເອກະສານ

Contact Details

Contact Person:
MAG Laos
Phone:
061 213420
Email:
Human.Resources.Laos@maginternational.org

Additional Information

ຂັ້ນຕອນການສະໝັກສຳລັບຕຳແໜ່ງນີ້:

ຜູ້ທີ່ສົນໃຈກະລຸນາ ປະກອບເອກະສານທີ່ຕ້ອງການຕາມທີ່ໄດ້ລະບຸຂ້າງເທິງ ໂດຍມີການລະບຸໜ້າຊອງວ່າ

ເອກະສານສຳຄັນ”ແລ້ວສົ່ງໃຫ້ ອົງການເກັບກູ້ລະເບີດແມັກ ປະຈຳແຂວງ ຊຽງຂວາງ, ພະແນກ ບຸກຄະລາກອນ

ຫ້ອງການອົງການເກັບກູ້ລະເບີດ ແມັກ ຕູ້ໄປສະນີ4460, ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ, ໂທລະສັບ 061 213420

.

ປິດຮັບສະໝັກແມ່ນ: ເວລາ 16:00 PM ຂອງ ວັນທີ 14 ເດືອນ ສິງຫາ 2025

ຜູ້ສະໝັກທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ແມ່ນຈະໄດ້ຮັບການຕິດຕໍ່ເພື່ອມາສຳພາດ.

Attachments

Save & Share