ປະກາດຮັບສະໝັກພະນັກງານເກັບກຳຂໍ້ມູນ

People in Need

Details

Province:
Vientiane Capital
Type of Position:
Short-term
Contract Duration:
10days
Type of Organization:
iNGO
National/International Position:
National
Application Deadline:
November 17, 2026

Description

ປະກາດຮັບສະໝັກພະນັກງານເກັບກຳຂໍ້ມູນ
(ສຳລັບການປະເມີນຜົນໄລຍະກາງໂຄງການ)
ປະຫວັດໂຄງການ
ອົງການ ຊ່ວຍເຫຼືອ ຂອງສາທາລະນະລັດ ເຊັກ ປະຈໍາ ສປປລາວ (People in Need – PIN), ຮ່ວມມືກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດ (DMH) ແລະ ບັນດາພະແນກກໃນຂັ້ນແຂວງ (ອັດຕະປື, ຈຳປາສັກ, ເຊກອງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ໄຊຍະບູລີ, ຫລວງພະບາງ ແລະ ສາລະວັນ), ກຳລັງຈັດຕັ້ງປະຕິບັດໂຄງການ “ຜັນຂະຫຍາຍລະບົບເຄືອຂ່າຍຕາໜ່າງການແຈ້ງເຕືອນໄພລ່ວງໜ້າຢູ່ ສປປ ລາວ”.

ໂຄງການມີຈຸດປະສົງເພື່ອ ເສີມສ້າງຂີດຄວາມສາມາດດ້ານລະບົບເຕືອນໄພລ່ວງໜ້າ ໂດຍການກໍ່ສ້າງ ແລະ ຕິດຕັ້ງເຄືອຂ່າຍສະຖານີອຸທົກກະສາດ ພ້ອມທັງຊ່ອງທາງການກະຈາຍຂ່າວສານ; ເສີມສ້າງຂີດຄວາມສາມາດຂອງເຈົ້າໜ້າທີ່ຂັ້ນສູນກາງ ແລະ ຂັ້ນແຂວງ ໃນການຕິດຕາມໄພພິບັດ ແລະ ກະຈາຍຂໍ້ຄວາມເຕືອນໄພ; ສົ່ງເສີມການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ (DRR) ແລະ ລະບົບເຕືອນໄພລ່ວງໜ້າ ໂດຍຜ່ານການຮ່າງແຄມເປນສ້າງຄວາມຕື່ນຕົວໃຫ້ແກ່ມວນຊົນ ແລະ ກິດຈະກຳການສົ່ງເສີມ; ໂດຍມີຈຸດປະສົງສະເພາະ ແມ່ນເພື່ອໃຫ້ອົງການປົກຄອງ ແລະ ຊຸມຊົນທ້ອງຖິ່ນ ໃນ ສປປ ລາວ ນຳໃຊ້ລະບົບເຕືອນໄພລ່ວງໜ້າແບບຄົບວົງຈອນ ແລະ ມີປະຊາຊົນເປັນສູນກາງ (EWS1393) ຢ່າງມີປະສິດທິຜົນ.

ເຊິ່ງເປັນສ່ວນໜຶ່ງຂອງໂຄງການ, ອົງການ PIN ຈະດຳເນີນການປະເມີນຜົນໄລຍະກາງ ເພື່ອ: (ກ) ປະເມີນຄວາມຄືບໜ້າ ໃນການບັນລຸຜົນໄດ້ຮັບ ແລະ ຜົນຜະລິດທີ 1 ຂອງໂຄງການ, ສິ່ງທ້າທາຍຕົ້ນຕໍ ແລະ ບົດຮຽນທີ່ຖອດຖອນໄດ້; (ຂ) ໃຫ້ຂໍ້ສະເໜີແນະຕົ້ນຕໍ ເພື່ອເສີມສ້າງການຖອດຖອນບົດຮຽນໃນລະດັບພາກສ່ວນຮ່ວມມື (Consortium) ແລະ ການຮວມເອົາປະເດັນຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງທຸກຄົນ (GESI); (ຄ) ໃຫ້ຄຳແນະນຳຕົ້ນຕໍ ໃນການເສີມສ້າງວຽກງານການຕິດຕາມ, ການປະເມີນຜົນ, ການຮຽນຮູ້ (MEAL) ແລະ ກົນໄກການຟັງຄວາມຄິດເຫັນ ແລະ ຂໍ້ຮ້ອງຮຽນ (CFRM); (ງ) ຮ່າງທິດສະດີການປ່ຽນແປງ (Theory of Change – ToC) ກ່ຽວກັບວິທີທີ່ໂຄງການສາມາດຂະຫຍາຍຂອບເຂດ/ຂະຫຍາຍຜົນ ແລະ ພັດທະນາກິດຈະກຳເພີ່ມເຕີມ ສຳລັບໂຄງການໃນອະນາຄົດ.

ດັ່ງນັ້ນ, ອົງການ PIN ຈຶ່ງມີຄວາມຕ້ອງການຮັບສະໝັກ ພະນັກງານເກັບກຳຂໍ້ມູນ (Enumerators) ທີ່ມີຄຸນສົມບັດເໝາະສົມ ຈຳນວນ 6 ທ່ານ ເພື່ອສະໜັບສະໜູນການເກັບກຳຂໍ້ມູນຂັ້ນພື້ນຖານ (Baseline data collection).

ຈຸດປະສົງ ແລະ ຂອບເຂດວຽກງານ

ຈຸດປະສົງຫຼັກ ແມ່ນເພື່ອດຳເນີນການເກັບກຳຂໍ້ມູນທາງດ້ານປະລິມານ ແລະ ຄຸນນະພາບ ຢ່າງມີຄຸນນະພາບ ແລະ ຊັດເຈນ ສຳລັບການປະເມີນຜົນໄລຍະກາງ.

  • ກຸ່ມເປົ້າໝາຍການສໍາພາດແມ່ນ ກັບປະຊາຊົນປະມານ 650 ທ່ານ ຢູ່ພື້ນທີ່ເມືອງ/ຕາແສງເປົ້າໝາຍ ໃນ 4 ແຂວງ.
  • ການສຳພາດຜູ້ໃຫ້ຂໍ້ມູນຫຼັກ (KIIs) ກັບພາກສ່ວນກ່ຽວຂ້ອງ ຕາມການມອບໝາຍຂອງທີມງານ
  • ການເກັບກຳຂໍ້ມູນໂດຍນຳໃຊ້ໂປຣແກຣມ
  • ການສົ່ງຂໍ້ມູນທີ່ສຳເລັດແລ້ວ ຢ່າງຖືກຕ້ອງ ແລະ ທັນເວລາ.

 

ຂົງເຂດຄວາມຮັບຜິດຊອບຕົ້ນຕໍ

ເຂົ້າຮ່ວມການຝຶກອົບຮົມ ແລະ ການທົດລອງເກັບກຳຂໍ້ມູນ (Pilot testing) ສຳລັບພະນັກງານເກັບຂໍ້ມູນ ຕາມທີ່ໄດ້ກຳນົດໄວ້ ກ່ອນການລົງປະຕິບັດງານຕົວຈິງ.

  • ດຳເນີນການສຳພາດ ກັບບຸກຄົນທີ່ຖືກເລືອກ ໂດຍນຳໃຊ້ແບບສອບຖາມທີ່ໄດ້ຮັບການອະນຸມັດ.
  • ດຳເນີນການສຳພາດຜູ້ໃຫ້ຂໍ້ມູນຫຼັກ (KIIs) ກັບພາກສ່ວນກ່ຽວຂ້ອງ ຕາມທີ່ໄດ້ຮັບການມອບໝາຍ.
  • ປະຕິບັດຕາມຂັ້ນຕອນການສຸ່ມຕົວຢ່າງ ແລະ ການເລືອກຜູ້ໃຫ້ຂໍ້ມູນ ທີ່ໄດ້ຮັບການອະນຸມັດ.
  • ນຳໃຊ້ໂປຣແກຣມ KoboCollect ໃນໂທລະສັບມືຖື/ແທັບເລັດ ແລະ ເຊື່ອມຂໍ້ມູນການສຳພາດທີ່ສຳເລັດແລ້ວເຂົ້າໃນລະບົບ.
  • ນຳໃຊ້ວິທີການສື່ສານ ແລະ ການເຂົ້າເຖິງທີ່ເໝາະສົມ ເມື່ອສຳພາດບຸກຄົນທີ່ມີພື້ນຖານ ແລະ ຄວາມແຕກຕ່າງກັນ.
  • ຮັບປະກັນວ່າໄດ້ຮັບການຍິນຍອມ (Informed consent) ກ່ອນການສຳພາດທຸກໆຄັ້ງ.
  • ຮັກສາຄວາມລັບ ແລະ ປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຫ້ຂໍ້ມູນ.
  • ປະຕິບັດຕາມຂໍ້ກຳນົດດ້ານການປົກປ້ອງ, ການຄຸ້ມຄອງສິດທິ, ການປົກປ້ອງຂໍ້ມູນ ແລະ ຫຼັກຈໍລິຍະທຳຂອງ
  • ກວດກາຂໍ້ມູນການສຳພາດທີ່ສຳເລັດແລ້ວປະຈຳວັນ ເພື່ອຮັບປະກັນວ່າຂໍ້ມູນ ມີຄວາມຖືກຕ້ອງ ແລະ ຄົບຖ້ວນ.
  • ລາຍງານບັນຫາທ້າທາຍ, ຂໍ້ຮ້ອງຮຽນ, ຄວາມກັງວົນດ້ານການປົກປ້ອງ ຫຼື ບັນຫາການເຂົ້າເຖິງ ຕໍ່ຜູ້ຮັບຜິດຊອບງານ MEAL ໂດຍທັນທີ.
  • ເຂົ້າຮ່ວມການປະຊຸມປະຈຳວັນຂອງທີມງານລົງພື້ນທີ່ ເພື່ອທົບທວນຄວາມຄືບໜ້າ ແລະ ແກ້ໄຂບັນຫາທ້າທາຍຕ່າງໆ.
  • ໃຫ້ຄຳອະທິບາຍ ຫຼື ຂໍ້ມູນເພີ່ມເຕີມກ່ຽວກັບຂໍ້ມູນທີ່ເກັບກຳໄດ້ ເມື່ອມີການຮ້ອງຂໍຈາກທີມງານ

ສາມາດດໍາເນີນການເກັບກຳຂໍ້ມູນແບບມີສ່ວນຮ່ວມຂອງທຸກຄົນ

ຜູ້ສະໝັກທີ່ມີປະສົບການເຮັດວຽກຜ່ານມາ ກ່ຽວກັບໂຄງການແບບມີສ່ວນຮ່ວມຂອງທຸກຄົນ ແລະ ການພັດທະນາຊຸມຊົນ ຈະໄດ້ຮັບການພິຈາລະນາເປັນພິເສດ.

  • ສື່ສານຢ່າງໃຫ້ກຽດ ແລະ ເໝາະສົມ ກັບບຸກຄົນທີ່ມີພື້ນຖານ ແລະ ຄວາມແຕກຕ່າງກັນ.
  • ນຳໃຊ້ວິທີການສື່ສານທີ່ຜູ້ໃຫ້ຂໍ້ມູນສະດວກ ຫຼື ມັກ ຕາມຄວາມສາມາດທີ່ເຮັດໄດ້.
  • ໃຫ້ເວລາກັບຜູ້ໃຫ້ຂໍ້ມູນຢ່າງພຽງພໍ ໃນການທຳຄວາມເຂົ້າໃຈ ແລະ ຕອບຄຳຖາມ.
  • ສະໜອງການຊ່ວຍເຫຼືອດ້ານການສື່ສານ/ການເຂົ້າເຖິງ ຕາມຄວາມເໝາະສົມ ແລະ ສົມເຫດສົມຜົນ.
  • ຫຼີກເວັ້ນການຄາດເດົາ ຫຼື ຕັດສິນກ່ຽວກັບຄວາມສາມາດ ຫຼື ຄວາມຕ້ອງການຂອງຜູ້ໃຫ້ຂໍ້ມູນ.
  • ຮັບປະກັນວ່າຜູ້ໃຫ້ຂໍ້ມູນສາມາດເຂົ້າຮ່ວມໄດ້ໂດຍຄວາມສະໝັກໃຈ ແລະ ເປັນເອກະລາດ ໃຫ້ໄດ້ຫຼາຍທີສຸດ.

ຂໍ້ພິຈາລະນາສະເພາະດ້ານການເຂົ້າເຖິງ ຈະໄດ້ຮັບການອະທິບາຍ ໃນລະຫວ່າງການຝຶກອົບຮົມພະນັກງານເກັບກຳຂໍ້ມູນ.

ສະຖານທີ່

ການເກັບກໍາຂໍ້ມູນໃນຄັ້ງນີ້ແມ່ນ ຈັດຢູ່ 4 ແຂວງ ຄື: ຫຼວງພະບາງ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສາລະວັນ

ພະນັກງານເກັບກຳຂໍ້ມູນ ຕ້ອງມີຄວາມພ້ອມ ແລະ ເຕັມໃຈ ທີ່ຈະເດີນທາງໄປພື້ນທີ່ທີ່ໄດ້ຮັບມອບໝາຍ ໃນລະຫວ່າງໄລຍະເວລາການເກັບກຳຂໍ້ມູນ.

ໄລຍະເວລາການເດີນທາງ

ກິດຈະກໍາ

ໄລຍະເວລາ

ໄລຍະເວລາການຄັດເລືອກ ພະນັກງານເກັບກໍາຂໍ້ມູນ
ອາທິດທີ່ສາມຂອງເດືອນພະຈິກ 2026

ລົງເກັບກໍາຂໍ້ມູນພາກສະໜາມ ແລະ ທົດສອບແບບສອບຖາມ
·         6 – 10 ທັນວາ 2026 – ຫຼວງພະບາງ ແລະ ຄໍາມ່ວນ

·         14-18 ທັນວາ – ບໍລິຄໍາໄຊ ແລະ ສາລະວັນ

ກວດສອບຂໍ້ມູນ
ໃນຊ່ວງລົງເກັບກໍາຂໍ້ມູນ

ກວດກາຄືນ ແລະ ຢືນຢັນຂໍ້ມູນ
ຫຼັງຈາກພາກສະໜາມ

ໝາຍເຫດ: ຜູ້ສະໝັກຕ້ອງມີຄວາມພ້ອມໃນການລົງພື້ນທີ່ ຕະຫຼອດໄລຍະເວລາ ແຕ່ວັນທີ 6 – 10 ທັນວາ ແລະ 14 – 18 ທັນວາ 2026, ແລະ ຕ້ອງເຂົ້າຮ່ວມການຝຶກອົບຮົມ ຫຼື ທົດສອບແບບສອບຖາມ ຕາມທີ່ໄດ້ກຳນົດໄວ້ ກ່ອນການລົງປະຕິບັດງານ.

ຈໍານວນຄົນທີ່ຕ້ອງການ

PIN ມີຈຸດປະສົງທີ່ຈະຮັບສະໝັກພະນັກງານເກັບກຳຂໍ້ມູນ ຈຳນວນ 6 ທ່ານ. ແນວໃດກໍຕາມ, ຈຳນວນສຸດທ້າຍອາດມີການປັບປ່ຽນ ໂດຍຂຶ້ນກັບຄວາມຕ້ອງການຂອງການລົງປະຕິບັດງານຕົວຈິງ ແລະ ຈຳນວນຜູ້ສະໝັກທີ່ມີຄຸນສົມບັດເໝາະສົມ.

ຄຸນສົມບັດ ແລະ ປະສົບການທີ່ຕ້ອງການ

ຄຸນສົມບັດພື້ນຖານ

  • ປະສົບການຢ່າງນ້ອຍ 1 ປີ ໃນການເກັບກຳຂໍ້ມູນ ຫຼື ການວິໄຈລົງພື້ນທີ່.
  • ມີປະສົບການໃນການດຳເນີນການສຳພາດແບບມີໂຄງສ້າງ ແລະ/ຫຼື ການສຳພາດແບບເກັບຂໍ້ມູນທາງດ້ານຄຸນນະພາບ.
  • ມີປະສົບການໃນການນຳໃຊ້ໂປຣແກຣມ
  • ມີທັກສະການສື່ສານ ແລະ ການສ້າງສຳພັນທະພາບລະຫວ່າງບຸກຄົນທີ່ດີ.
  • ຖ້າມີປະສົບການເຮັດວຽກກ່ຽວກັບລະບົບແຈ້ງເຕືອນໄພລ່ວງໜ້າ (Early Warning System) ຈະໄດ້ຮັບການພິຈາລະນາເປັນພິເສດ.
  • ມີຄວາມສາມາດໃນການສື່ສານຢ່າງໃຫ້ກຽດ ແລະ ມີປະສິດທິພາບ ກັບບຸກຄົນທີ່ມີຄວາມຕ້ອງການດ້ານການສື່ສານ ແລະ ການເຂົ້າເຖິງທີ່ແຕກຕ່າງກັນ.
  • ມີຄວາມສາມາດໃນການປະຕິບັດຕາມຂັ້ນຕອນການສຸ່ມຕົວຢ່າງ ແລະ ລະບຽບວິທີການສຳພາດ.
  • ມີຄວາມສາມາດໃນການເຮັດວຽກເປັນເອກະລາດ ແລະ ເຮັດວຽກເປັນທີມໄດ້.
  • ມີຄວາມເອົາໃຈໃສ່ຕໍ່ລາຍລະອຽດດີ ແລະ ມີຄວາມມຸ່ງໝັ້ນຕໍ່ຄຸນນະພາບຂອງຂໍ້ມູນ.
  • ມີຄວາມສາມາດໃນການຮັກສາຄວາມລັບ ແລະ ປະຕິບັດຕາມຂໍ້ກຳນົດດ້ານການປົກປ້ອງ/ຄຸ້ມຄອງສິດທິ ແລະ ຫຼັກຈໍລິຍະທຳ.
  • ມີຄວາມພ້ອມໃນການລົງປະຕິບັດງານ ຕະຫຼອດໄລຍະເວລາ ແຕ່ວັນທີ 6 – 10 ແລະ 14 – 18 ທັນວາ

ຄຸນສົມບັດທີ່ຕ້ອງການເພີ່ມເຕີມ

  • ມີປະສົບການຜ່ານມາ ໃນການວິໄຈ ຫຼື ການເກັບກຳຂໍ້ມູນ ກ່ຽວກັບລະບົບແຈ້ງເຕືອນໄພລ່ວງໜ້າ.
  • ມີປະສົບການໃນການດຳເນີນການສຳພາດຜູ້ໃຫ້ຂໍ້ມູນຫຼັກ (KIIs).
  • ມີປະສົບການເຮັດວຽກກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ, ການຟື້ນໂຕ ແລະ ຮັບມືກັບສະພາບພູມອາກາດ, ລະບົບແຈ້ງເຕືອນໄພລ່ວງໜ້າ ຫຼື ໂຄງການທີ່ກ່ຽວຂ້ອງ.
  • ມີປະສົບການເຮັດວຽກຮ່ວມກັບອຳນາດການປົກຄອງທ້ອງຖິ່ນ.
  • ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບເມືອງ/ຂົງເຂດເປົ້າໝາຍ.
  • ມີປະສົບການເຮັດວຽກຮ່ວມກັບກຸ່ມຄົນທີ່ເປາະບາງ ຫຼື ກຸ່ມທີ່ຕ້ອງການການປົກປ້ອງເປັນພິເສດ.

ຄ່າຕອບແທນ

PIN ຈະຮັບຜິດຊອບຄ່າຕອບແທນ ຈຳນວນ 700,000 ກີບ/ມື້, ລວມທັງອາກອນ.

ຄ່າອາຫານ ແລະ ຄ່າທີພັກ ແມ່ນໄດ້ລວມຢູ່ໃນຄ່າຕອບແທນ. ຄ່າການເດີນທາງ ແລະ ພາຫະນະ ສຳລັບການລົງເຄື່ອນໄຫຍຢູ່ພື້ນທີ່ ແມ່ນຈັດກຽມ ແລະ ປະສານງານໂດຍ ອົງການ PIN.

ຂັ້ນຕອນການສະໝັກ

ຜູ້ສະໝັກທີ່ມີຄວາມສົນໃຈ ກະລຸນາຍື່ນເອກະສານ ດັ່ງຕໍ່ໄປນີ້, ໄປທີ່ ອີເມວ: leesert.bouapao@peopleinneed.net

  • ປະວັດຫຍໍ້ (CV) ປັດຈຸບັນ
  • ຈົດໝາຍສະໝັກວຽກ (Cover Letter)
  • ຂໍ້ຄວາມຢືນຢັນຄວາມພ້ອມ ໃນການລົງພື້ນທີ່ ແຕ່ວັນທີ 6 – 10 ແລະ 14 – 18 ທັນວາ

ວັນທີສິ້ນສຸດການຮັບສະໝັກ: ວັນທີ 17 ພະຈິກ 2026

ສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກຮອບທຳອິດ (Shortlisted) ຈະໄດ້ຮັບການຕິດຕໍ່ກັບເທົ່ານັ້ນ.

ຖ້າຫາກມີຄໍາຖາມຫຍັງສາມາດຕິດຕໍ່ມາໄດ້ທີ່: ເບີໂທ +85620 29215859 ຫຼື  ອີເມວ: leesert.bouapao@peopleinneed.net

Contact Details

Contact Person:
Pavina Savannaly
Phone:
02052274376
Email:
pavina.savannaly@peopleinneed.net

Additional Information

Attachments

Save & Share