ໜັງສືເຊີນການເຂົ້າຮ່ວມປະມູນ: ການກໍ່ສ້າງແມ່ນທາງບໍລິສັດຜູ້ຮັບເໝົາຈະຕ້ອງຮັບຜິດຊອບ 100%: ໂຄງການກໍ່ສ້າງໃໝ່ ແລະ ສອ້ມແປງຫ້ອງນໍ້າ ແລະ ສິ່ງອໍານວຍຄວາມສະດວກ ລວມທັງເຈາະນໍ້າບາດານໃຫ້ແກ່ 13 ໂຮງຮຽນ ຢູ່ເມືອງ ຫຼາ ແລະເມືອງ ນາໝໍ້, ແຂວງອຸດົມໄຊ
- Plan International Laos
- July 22, 2025
- 4 weeks ago
ເລກທີ: …………
ວັນທີ: 22 ກໍລະກົດ 2025
ໜັງສືເຊີນການເຂົ້າຮ່ວມປະມູນ
ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດທີ່ມີປະສົບການໃນການສະໜອງການກໍ່ສ້າງ ເພື່ອເຂົ້າຮ່ວມການປະມູນການກໍ່ສ້າງຂອງອົງການແພລນສາກົນ ປະຈໍາ ສປປ ລາວ, ລາຍລະອຽດດັ່ງລຸ່ມນີ້:
ການກໍ່ສ້າງແມ່ນທາງບໍລິສັດຜູ້ຮັບເໝົາຈະຕ້ອງຮັບຜິດຊອບ 100%: ໂຄງການກໍ່ສ້າງໃໝ່ ແລະ ສອ້ມແປງຫ້ອງນໍ້າ ແລະ ສິ່ງອໍານວຍຄວາມສະດວກ ລວມທັງເຈາະນໍ້າບາດານໃຫ້ແກ່ 13 ໂຮງຮຽນ ຢູ່ເມືອງ ຫຼາ ແລະເມືອງ ນາໝໍ້, ແຂວງອຸດົມໄຊ. ໃບສະເໜີລາຄາ ແມ່ນຕ້ອງໄດ້ສົ່ງແຍກຊອງດັ່ງລຸ່ມນີ້:
Ø ຊອງລາຄາທີ່ 1 ອິງໃສ່ເອກະສານຊ້ອນທ້າຍ B1: ມີ 06 ແຫ່ງ ເຊິ່ງຢູ່ ເມືອງຫຼາ 3 ແຫ່ງ (ໂຮງຮຽນປະຖົມ ອາໂນ ແລະ ຫ້ວຍຈາຍ ແລະ ໂຮງຮຽນມັດທະຍົມຕອນຕົ້ນອາໂນ) ແລະ ຢູ່ເມືອງນາໝໍ້ 03 ແຫ່ງ (ໂຮງຮຽນປະຖົມ ໝາກຈຸກ, ກູລົງ ແລະ ນາທົ່ງ).
Ø ຊອງລາຄາທີ່ 2 ອິງໃສ່ເອກະສານຊ້ອນທ້າຍ B2: ມີ 07 ແຫ່ງຢູ່ເມືອງນາໝໍ້ (ໂຮງຮຽນປະຖົມ ພູເຄືອ, ນາຖົ່ວ, ນໍ້າວຶ່ນໄຕ້, ນາໝໍ້ໄຕ້ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ປາງສາ, ຫ້ວຍປອດ ແລະ ພູເຄືອ).
(ກະລຸນາເຂົ້າມາພົວພັນກັບທາງຫ້ອງການແພລນສາກົນ ປະຈໍາ ສປປ ລາວ ສໍາລັບລາຍການລະອຽດ ແລະ ເອກະສານການປະມູນ)
ເງື່ອນໄຂ ແລະ ເອກະສານຕ້ອງການ:
- ໃບສະເໜີລາຄາ ການກໍ່ສ້າງ 1 ຊຸດ
- ສໍາເນົາ ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ ປີ 2025 1 ຊຸດ
- ສໍາເນົາ ໃບຢັ້ງຢືນການເສຍພາສີອາກອນປະຈໍາປີ 2024 (ຈ່າຍປີ 2025) 1 ຊຸດ
- ເອກະສານ ອື່ນໆທີ່ຕ້ອງການ (ລາຍລະອຽດຢູໃນເງື່ອນໄຂຂອງເອກະສານຊ້ອນທ້າຍຂອງການປະມູນ)
ວັນ ແລະ ເວລາສຸດທ້າຍ ໃນການຢື່ນເອກະສານການປະມູນ ແມ່ນ 5:00 ໂມງແລງ ຂອງວັນທີ 25 ສິງຫາ (08) ປີ 2025.
ບໍລິສັດທີ່ສົນໃຈກະລຸນາຕິດຕໍ່ ແລະ ສົ່ງຊອງປະມູນມາທີ່ຫ້ອງການຂອງ ອົງການແພລນສາກົນ ປະຈໍາ ສປປ ລາວ ຕາມທີ່ຢູ່ລຸ່ມນີ້:
ຕິດຕໍ່ ແລະ ສົ່ງເຖິງ: ໜ່ວຍງານຈັດຊື້ຈັດຈ້າງ
ຫ້ອງການອົງການແພລນ ປະຈໍາວຽງຈັນ
ຫ້ອງການອົງການແພລນ ປະຈໍາ ແຂວງ ອຸດົມໄຊ
ເຮືອນເລກທີ 203, ໜ່ວຍ 10, ບ. ໂພນສີນວນ
ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ
ໂທຣ: +856 (0) 21 353 408 -11,
ບ້ານ ໜອງແມງດາ
ເມືອງ ໄຊ, ແຂວງ ອຸດົມໄຊ ສປປ ລາວ
ໂທ: 081 312535
ໝາຍເຫດ:
- 1. ເອກະສານ ແລະ ຂໍ້ມູນ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ
2. ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ