Call for Expression of Interest

ຂໍເຊີນ ພາກສ່ວນ ບັນດາສະມາຄົມ ແລະ ອົງການຈັດຕັ້ງ ທີ່ມີຄວາມສົນໃຈເຂົ້າຮ່ວມເປັນຄູ່ຮ່ວມງານ ຂອງ ໂຄງການໃນການຈັດຕັ້ງປະຕິບັດ ວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ     ພາຍໃຕ້ ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ (VTESS)

ໂຄງ​ການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ​ໄລຍະທີ 2 ແມ່ນຈະເລີ່ມແຕ່ ປີ 2024 – 2027, ມີ ເປົ້າໝາຍເລັງໃສ່ເພື່ອສະໜອງການຝຶກອົບຮົມວິຊາຊີບ ທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ໂດຍສຸມໃສ່ກຸ່ມເປົ້າໝາຍທີ່ເປັນໄວໜຸ່ມຜູ້ດ້ອຍໂອກາດທີ່ ຮຽນຈົບຊັ້ນປະຖົມ ຫຼື ຈົບຊັ້ນມັດທະຍົມຕອນຕົ້ນ, ທີ່ມີອາຍຸລະຫວ່າງ 15-35 ປີ. ເປົ້າໝາຍແມ່ນເພື່ອໃຫ້ເຂົາເຈົ້້າມີວຽກເຮັດງານທໍາ, ປະກອບອາຊີບດ້ວຍຕົນເອງ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາ ໂດຍຜ່ານວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ. ເຊິ່ງກຸ່ມເປົ້າໝາຍດັ່ງກ່າວ ຈະໄດ້ເຂົ້້າຮ່ວມວົງຈອນການໃຫ້ຄໍາປຶກສາ ເປັນໄລຍະເວລາ ທັງໝົດ 9 ເດືອນ.

ໂຄງການ VTESS, ອົງການສະວິດຄອນແທັກ ກໍາລັງຊອກຫາ ຄູ່ຮ່ວມງານທີ່ມີຄວາມສົນໃຈ ເຂົ້າຮ່ວມການດໍາເນີນກິດຈະກໍາ ໂດຍການມອບໝາຍ/ແຕ່ງຕັ້ງພະນັກງານທີ່ມີເງື່ອນໄຂເໝາະສົມ ເຂົ້າຮ່ວມຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ.  ໂດຍຄູ່ຮ່ວມງານທີ່ສົນໃຈ ແມ່ນຕ້ອງຢູ່ໃນແຂວງເປົ້າໝາຍຂອງໂຄງການຄື: ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງຄໍາມ່ວນ ແລະ ແຂວງສາລະວັນ.​

 

ການມີ ອົງການຈັດຕັ້ງຄູ່ຮ່ວມງານ ແລະ ຜູ້ໃຫ້ຄໍາປຶກສາ ທີ່ມີຄຸນສົມບັດທີ່ເໝາະສົມ ແມ່ນເປັນປັດໄຈທີ່ສໍາຄັນຕໍ່ຜົນສໍາເລັດ ຂອງ ການຈັດຕັ້ງປະຕິບັດ  ວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ. ໃນປີ 2024 ທາງໂຄງການມີແຜນຝຶກອົບຮົມຜູ້ໃຫ້ຄໍາປຶກສາໃໝ່ ຈໍານວນ 15 ທ່ານ, ພາຍໃນ 6 ແຂວງເປົ້າໝາຍ ຂອງ ໂຄງການ, ໃນນັ້ນ ຜູ້ໃຫ້ຄໍາປຶກສາແຕ່​ລະ​ທ່ານ ຈະໄດ້ຮັບຜິດຊອບໃນການໃຫ້ຄໍາປຶກສາ ໃຫ້ແກ່ໄວໜຸ່ມກຸ່ມເປົ້າໝາຍ 10 ຄົນ/ກຸ່ມ. ທາງໂຄງການໃຫ້ຄວາມສໍາຄັນຕໍ່ກັບຄວາມສົມດຸນ (ສັດສ່ວນ ເພດຍິງ-ຊາຍ, ຊົນເຜົ່າ) ໃນກຸ່ມ ຂອງ ຜູ້ໃຫ້ຄໍາປຶກສາ ເພື່ອດໍາເນີນການໃຫ້ຄໍາປຶກສາ ກົງກັບຄວາມແຕກຕ່າງກັນພາຍໃນກຸ່ມ ຂອງໄວໜຸ່ມກຸ່ມເປົ້າໝາຍ ຕົວຢ່າງ: ກຸ່ມຊົນເຜົ່າ (ດ້ານພາສາ) ແລະ ເພດ (ຈໍານວນ ຊາຍ/ຍິງ). ການຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ ແມ່ນໄດ້ແບ່ງອອກເປັນ 8 ຄັ້ງ, ສະເລ່ຍແຕ່ລະຄັ້ງ ປະມານ 5 ວັນ. ພາຍຫຼັງສໍາເລັດການຝຶກອົບຮົມແຕ່ລະຄັ້ງ ຜູ້ໃຫ້ຄໍາປຶກສາ ຈະໄດ້ນໍາເອົາຄວາມຮູ້ດັ່ງກ່າວ ນໍາໃຊ້ເຂົ້າໃນການດຳເນີນ ການໃຫ້ຄໍາປຶກສາ ແກ່ໄວໜຸ່ມກຸ່ມເປົ້າໝາຍ.

ອົງການຈັດຕັ້ງຄູ່ຮ່ວມງານທີ່ມີຄວາມສົນໃຈ ເຂົ້າຮ່ວມການດໍາເນີນກິດຈະກໍາ ໂດຍການມອບໝາຍ/ແຕ່ງຕັ້ງພະນັກງານທີ່ມີເງື່ອນໄຂ ເໝາະສົມ ໃຫ້ເປັນ ຜູ້ໃຫ້ຄໍາປຶກສາ ຂອງ ໂຄງການ. ອົງການຈັດຕັ້ງຄູ່ຮ່ວມງານຈະໄດ້ຮັບຜິດຊອບ ກ່ຽວກັບ ການບໍລິຫານຈັດການກ່ຽວກັບດໍາເນີນກິດຈະກໍາ, ຊີ້ນໍາຜູ້ໃຫ້ຄໍາປຶກສາ ແລະ ລາຍງານຕໍ່ໂຄງການ, ເຊິ່ງບົດລາຍງານແມ່ນຖືກກະກຽມໂດຍຜູ້ໃຫ້ຄໍາປຶກສາ.

ຂໍ້ແນະນໍາກ່ຽວກັບການປະກອບແບບຟອມສະໝັກທີ່ມີຄວາມສົນໃຈເຂົ້າຮ່ວມເປັນຄູ່ຮ່ວມງານ ຂອງ ໂຄງການໃນການຈັດຕັ້ງປະຕິບັດ ວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ     ພາຍໃຕ້ ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ (VTESS)
 

ໄລຍະເວລາຂອງສັນຍາ: 14 ເດືອນ (ເລີ່ມແຕ່ເດືອນ ກຸມພາ 2024 ຫາ ເດືອນ ມີນາ  2025)

ພື້ນທີ່ເປົ້າໝາຍຂອງໂຄງການ: ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງຄໍາມ່ວນ ແລະ ແຂວງສາລະວັນ.​ ອົງການຈັດຕັ້ງ ທີ່ມີຄວາມສົນໃຈສະໝັກຈະຕ້ອງຢູ່ໃນແຂວງເປົ້າໝາຍດັ່ງກ່າວ ທີ່ກ່າວມາ.

ປິດຮັບສະໝັກ:  24 ພະຈິກ 2023

ຂັ້ນຕອນການສະໝັກ

ພາກສ່ວນ ທີ່ມີເງື່ອນໄຂໃນການສະໝັກເຂົ້າຮ່ວມເປັນຄູ່ຮ່ວມງານ ໃນການຈັດຕັ້ງປະຕິບັດກິດຈະກຳ ຮ່ວມກັບໂຄງການ ລວມມີ   ອົງການຈັດຕັ້ງພາກລັດ, ເອກະຊົນ, ບັນດາ ສະມາຄົມ (NPAs)  ແລະ ອົງການຈັດຕັ້ງສາກົນ (INGOs)

 

ເງື່ອນໄຂ ສົນໃຈເປັນອົງການຈັດຕັ້ງຄູ່ຮ່ວມງານ ແລະ ເປັນ ຜູ້ໃຫ້ຄໍາປຶກສາ:

ເງື່ອນໄຂ ສໍາລັບອົງການຈັດຕັ້ງ ທີ່ຈະສະໝັກ ເປັນຄູ່ຮ່ວມງານ:

  1. ມີ​ຄວາມ​ຮູ້ ແລະ ປະ​ສົບ​ການ ​ເຮັດ​ວຽກ​ກັບ​ໄວ​ໜຸ່ມກຸ່ມຜູ້ດ້ອຍໂອກາດ
  2. ມີ​ຄວາມ​ຮູ້ ແລະ ປະ​ສົບ​ການ ໃນການດຳ​ເນີນ​ກິດ​ຈະ​ກຳ​ໂຄງ​ການ/ກ່ຽວ​ກັບ​ການ​ຝຶກ​ອົບ​ຮົມ​ວິ​ຊາຊີບ, ການແນະນໍາດ້ານອາຊີບ ແລະ ການສະໜັບສະໜູນການຊອກວຽກ,
  3. ມີສະຖານທີ່ ທີ່ເໝາະ​ສົມ​ (ເຊັ່ນ: ຫ້ອງປະຊຸມ ຫຼື ຫ້ອງໃຫ້ຈັດກິດຈະກຳ) ນໍາໃຊ້ເຂົ້າໃນການຈັດກິດຈະກໍາ ຂອງວົງຈອນການໃຫ້ຄໍາປຶກສາ ໄດ້ ຈໍານວນ 20 ຄົນ.
  4. ມີພະນັກງານ ຜູ້ທີ່ມີເງື່ອນໄຂເໝາະສົມ ເພື່ອມອບໝາຍ ໃຫ້ເຂົ້າຮ່ວມການຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາ ແລະ      ດຳເນີີນ ວົງຈອນການໃຫ້ຄໍາປຶກສາ ຮ່ວມກັບ ໄວໜຸ່ມກຸ່ມເປົ້າໝາຍ. ອົງການຈັດຕັ້ງຄູ່ຮ່ວມງານຕ້ອງສາມາດຈັດສັນເວລາ ໃຫ້ແກ່ ພະນັກງານຜູ້ຖືກມອບໝາຍ ໃນການເຮັດວຽກ ເປັນຜູ້ໃຫ້ຄໍາປຶກສາ 50% ຂອງວຽກປະຈໍາພາຍໃນອົງການ        (2.5 ວັນ/ອາທິດ)

ເງື່ອນໄຂ ຜູ້ຈະສະໝັກ ເປັນຜູ້ໃຫ້ຄໍາປຶກສາ:

  1. ມີອາຍຸ ລະຫວ່າງ 25 ຫາ 45 ປີ.
  2. ມີຄວາມຮູ້ ແລະ ປະສົບການຫຼາຍປີໃນການເຮັດວຽກກັບໄວໜຸ່ມ ແລະ ກຸ່ມຜູ້ດ້ອຍໂອກາດ (ເຊັ່ນ: ວຽກການສິດສອນ, ວຽກພັດທະນາໄວໜຸ່ມ,ວຽກພັດທະນາຊຸມຊົນ, ວຽກສັງຄົມສົງເຄາະ) ຫຼື ວຽກອາສາສະໝັກອື່ນໆ ທີ່ກ່ຽວຂ້ອງ.
  3. ມີປະສົບການເຮັດວຽກ ຫຼື ການປະສານງານ ກັບພາກທຸລະກິດ
  4. ເປັນພະນັກງານວິຊາການ
  5. ສາມາດຈັດສັນເວລາ ໃນການດຳເນີນກິດຈະກຳ ວົງຈອນການໃຫ້ຄໍາປຶກສາ ໃຫ້ແກ່ກຸ່ມເປົ້າໝາຍ ໄດ້ (2.5 ວັນ/ອາທິດ ເທົ່າກັບ 50% ຂອງເວລາການເຮັດວຽກປະຈໍາໃນອົງການ);
  6. ສາມາດເຂົ້າຮ່ວມຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາ (ຈໍານວນ 8 ຄັ້ງ x 5 ວັນ ລວມທັງໝົດ = 40 ວັນ).
  7. ເວົ້າ ແລະ ຂຽນພາສາລາວໄດ້ຢ່າງຄ່ອງແຄ້ວ, ສາມາດເວົ້າພາສາຊົນເຜົ່າໃດໜຶ່ງໃນທ້ອງຖິ່ນໄດ້ຍິ່ງເປັນການດີ.

ການສົ່ງແບບຟອມສະໝັກ
ແບບຟອມສະໝັກປະກອບດ້ວຍ 2 ແບບຟອມຄື: ແບບຟອມທີ 1 ແມ່ນ ສໍາລັບ ອົງການຈັດຕັ້ງທີ່ສົນໃຈສະໝັກເປັນຄູ່ຮ່ວມງານ (ເອກະສານຊ້ອນທ້າຍ 1) ແລະ ແບບຟອມທີ 2 ແມ່ນສໍາລັບ ຜູ້ສົນໃຈສະໝັກ ເປັນຜູ້ໃຫ້ຄໍາປຶກສາ (ເອກະສານຊ້ອນທ້າຍ 2).

  1. ອົງການຈັດຕັ້ງ ຕ້ອງໄດ້ຕື່ມລາຍລະອຽດໃສ່ແບບຟອມ ສໍາລັບສະໝັກເປັນຄູ່ຮ່ວມງານ, ໃຫ້ເບິ່ງລາຍລະອຽດໃນ (ເອກະສານຊ້ອນທ້າຍ 1).
  2. ຜູ້ສະໝັກ ເປັນຜູ້ໃຫ້ຄໍາປຶກສາ ຕ້ອງໄດ້ຕື່ມລາຍລະອຽດໃສ່ແບບຟອມ ສໍາລັບສະໝັກເປັນຜູ້ໃຫ້ຄໍາປຶກສາ , ໃຫ້ເບິ່ງລາຍລະອຽດໃນ (ເອກະສານຊ້ອນທ້າຍ 2). ອົງການຈັດຕັ້ງດັ່ງກ່າວ ແມ່ນຈະແຈກຍາຍແບບຟອມໃຫ້ກັບພະນັກງານຜູ້ທີ່ມີເງື່ອນໄຂ ແລະ ສົນໃຈສະໝັກ ທີ່ສັງກັດຢູ່ອົງການຈັດຕັ້ງຂອງຕົນ – ອົງການຈັດຕັ້ງທີ່ຈະເປັນ ຄູ່ຮ່ວມງານກັບໂຄງການ ຕ້ອງມອບໝາຍພະນັກງານຂອງຕົນ ຫຼື ບຸກຄົນທີ່ຈະມາເປັນຜູ້ໃຫ້ຄໍາປຶກສາ ຕ້ອງສາມາດຈັດສັນເວລາ ເພື່ອເຮັດວຽກກັບໂຄງການຢ່າງຕໍ່າ 50% ຂອງເວລາທັງໝົດ ໃນການເຮັດວຽກ.
  3. ພະນັກງານ ທີ່ມີຄວາມສົນໃຈສະໝັກເປັນ ຜູ້ໃຫ້ຄໍາປຶກສາ ຈະຕ້ອງປະກອບແບບຟອມຂອງໃຜລາວ ແລະ ແບບຟອມດຽວເທົ່ານັ້ນ (ໃນກໍລະນີ ໃນອົງການຈັດຕັ້ງໜຶ່ງ ຫາກມີຫຼາຍກວ່າຫຼາຍຄົນສະໝັກ).

ໄລຍະເວລາ ການຮັບສະໝັກ ແລະ ສັງລວມ:

# ໜ້າວຽກ ແລະ ຂອບເຂດ ກໍານົດສົ່ງບໍ່ໃຫ້ເກີນ ວັນທີ

  1. ປະກາດຫາ ພາກສ່ວນອົງການຈັດຕັ້ງ ທີ່ມີຄວາມສົນໃຈເຂົ້າຮ່ວມເປັນຄູ່ຮ່ວມງານ ຂອງ ໂຄງການ, ວັນທີ 6 ພະຈິກ, 2023
  2. ຫາກ ຜູ້ສະໝັກ ສົນໃຈສອບຖາມລາຍລະອຽດເພີ່ມຕື່ມ ມາຍັງໂຄງການ VTESS ຜ່ານທາງອິເມວ  recruitment.laos@swisscontact.org ຈົນເຖິງວັນທີ ທີ່ໄດ້ລະບຸໄວ້ ( ອີເມລ ຈະໄດ້ຮັບການຕອບກັບ, ຫາກບໍ່ໄດ້ຮັບການຕອບກັບ ກະລຸນາລົບກວນສົ່ງອິເມວອີກຄັ້ງ ແລະ ຕິດຕໍ່ໂທລະສັບ ມາທີ່ເບີ +856 21 454 148, ຫຼັງຈາກນັ້້ນ ຄໍາຖາມຈະຖືກຕອບກັບທາງອິເມວ), ວັນທີ 10 ພະຈິກ, 2023
  3. ໂຄງການ VTESS ຈະໃຫ້ຄໍາຊີ້ແຈງ ແລະ ຄໍາຕອບ ຕໍ່ກັບລາຍລະອຽດທີ່ສອບຖາມເຂົ້າມາ ໃຫ້ແກ່ຜູ້ສະໝັກທຸກຄົນ ທາງອີເມລ ບໍ່ກາຍໃນວັນທີ ທີ່ໄດ້ລະບຸໄວ້, ວັນທີ 17 ພະຈິກ, 2023
  4. ຜູ້ສະໝັກ ຕ້ອງໄດ້ ສົ່ງ ແບບຟອມສະໝັກ (ເອກະສານຊ້ອນທ້າຍ 1 ແລະ ເອກະສານຊ້ອນທ້າຍ 2) ມາຍັງໂຄງການ VTESS ຜ່ານທາງອີເມລ recruitment.laos@swisscontact.org  ( ແລະ ອີເມລ ຈະໄດ້ຮັບການຕອບກັບ), ວັນທີ 24 ພະຈິກ, 2023
  5. ໂຄງການ VTESS ຈະໄດ້ສັງລວມ, ຄັດເລືອກຜູ້ຖືກເງື່ອນໄຂ ແລະ ແຈ້ງໃຫ້ ຜູ້ສະໝັກຮັບຊາບ, ວັນທີ 30 ພະຈິກ, 2023

 ການຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາ ແລະ ຈັດຕັ້ງປະຕິບັດວົງຈອນການໃຫ້ຄໍາປຶກສາ ໃຫ້ແກ່ໄວໜຸ່ມກຸ່ມເປົ້າໝາຍ

  • ການຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາ ຄັ້ງທີ 1 ແມ່ນຈະເລີ່ມຂື້ນໃນເດືອນ ກຸມພາ 2024
  • ຜູ້ໃຫ້ຄໍາປຶກສາ ຈະໄດ້ເລີ່ມຈັດຕັ້ງປະຕິບັດວົງຈອນການໃຫ້ຄໍາປຶກສາ ໃຫ້ແກ່ຜູ້ເຂົ້າຮ່ວມວົງຈອນ (ໄວໜຸ່ມກຸ່ມເປົ້າໝາຍ) ແຕ່ເດືອນ ມີຖຸນາ ປີ 2024 ແລະ ຈະສິ້ນສຸດ/ສໍາເລັດ ວົງຈອນການໃຫ້ຄໍາປຶກສາ ໃນເດືອນກຸມພາ ປີ

Attachments

Save & Share