Call for Proposals

ໜັງສືເຊີນການເຂົ້າຮ່ວມປະມູນຮັບເໝົາກໍ່ສ້າງຫ້ອງກຽມ ແລະ ຫ້ອງນໍ້າ 100%

                                              ໜັງສືເຊີນການເຂົ້າຮ່ວມປະມູນ

 ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດ ທີ່ມີປະສົບການ ແລະ ຄວາມສົນໃຈ ເພື່ອເຂົ້າຮ່ວມການປະມູນໂຄງການກໍ່ສ້າງ, ລາຍລະອຽດດັ່ງລຸ່ມນີ້:

ບໍລິສັດຮັບເໝົາກໍ່ສ້າງ 100% ໃນໂຄງການກໍ່ສ້າງ: ໂຮງຮຽນອະນຸບານ ຫ້ອງກຽມ ແລະ ຫ້ອງນໍ້າ ຈໍານວນ 03 ແຫ່ງ: ບ້ານ ຫວົນ້ຳປາ, ບ້ານ ຄຳ ແລະ ບ້ານ ປີງ, ເມືອງປາກແບງ, ແຂວງ ອຸດົມໄຊ

 

ເງື່ອນໄຂ ແລະ ເອກະສານ​ທີ່​ຄັດ​ຕິດ: ບໍລິສັດ/ຜູ້ໃຫ້ບໍລິການ ທີ່ສົນໃຈ ຕ້ອງສົ່ງເອກະສານລຸ່ມນີ້

  1. ໃບສະເໜີລາຄາ                                                                                         1 ຊຸດ
  1. ລວມໄລຍະເວລາການກໍ່ສ້າງ                                                                         1 ຊຸດ
  2. ສໍາ​ເນົາ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​ ປີ 2021                                 1 ຊຸດ
  3. ສໍາ​ເນົາໃບຢັ້ງຢືນການ​​ເສຍ​ພາສີ​ອາກອນປະຈໍາປີ 2020 (ຈ່າຍປີ 2021)               1 ຊຸດ
  4. ເອກະສານ ອື່ນໆກ່ຽວຂ້ອງ (ຕາມເງື່ອນໄຂ ຢູ່ໃນຊອງເອກະສານປະມູນ)

 

ບໍລິສັດທີມີຄວາມສົນໃຈກະລຸນາເຂົ້າໄປພົວພັນເອົາຊອງປະມູນຢູ່ຫ້ອງການຕາມທີ່ຢູ່ລຸ່ມນີ້

ວັນ ແລະ ເວລາກຳນົດສົ່ງ: ມື້ສຸດທ້າຍໃນການຢື່ນເອກະສານການປະມູນແມ່ນ: 5:00 ໂມງແລງ ຂອງວັນທີ 17 ກຸມພາ (02) ປີ 2022 ແລະ ກະລຸນາສົ່ງເອກະສານການປະມູນ ຕາມທີ່ຢູ່ ລຸ່ມນີ້ນັບແຕ່ມື້ປະກາດເປັນຕົ້ນໄປ.

ເຖິງ: ໜ່ວຍງານບໍລິຫານ ແລະ ຈັດຊື້ ປະຈຳຫ້ອງການອົງການແພລນ:

ຫ້ອງການອົງການແພລນ ປະຈໍາ ນະຄອນຫຼວງວຽງຈັນ
ຫ້ອງການອົງການແພລນ ປະຈໍາ ແຂວງ ອຸດົມໄຊ

ເຮືອນເລກທີ 203, ໜ່ວຍ 10, ບ. ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ ໂທຣ:   +856 (0) 21 353 409 -11,

ແຟັກ: +856 (0) 21 313 512
ບ້ານ ໜອງແມງດາ

ເມືອງ ໄຊ, ແຂວງ ອຸດົມໄຊ ສປປ ລາວ

ໂທ: (081) 312535 / 312536

Attachments

Save & Share