ໜັງສືເຊີນການເຂົ້າຮ່ວມປະມູນ: ການກໍ່ສ້າງແມ່ນທາງບໍລິສັດຜູ້ຮັບເໝົາຈະຕ້ອງຮັບຜິດຊອບ 100%: ໂຄງການກໍ່ສ້າງໃໝ່ ແລະ ສອ້ມແປງຫ້ອງນໍ້າ ແລະ ສິ່ງອໍານວຍຄວາມສະດວກ ລວມທັງເຈາະນໍ້າບາດານໃຫ້ແກ່ 13 ໂຮງຮຽນ ຢູ່ເມືອງ ຫຼາ ແລະເມືອງ ນາໝໍ້, ແຂວງອຸດົມໄຊ

                                                                                                                            ເລກທີ: …………

­  ວັນທີ: 22 ກໍລະກົດ 2025

ໜັງສືເຊີນການເຂົ້າຮ່ວມປະມູນ

 

ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດທີ່ມີປະສົບການໃນການສະໜອງການກໍ່ສ້າງ ເພື່ອເຂົ້າຮ່ວມການປະມູນການກໍ່ສ້າງຂອງອົງການແພລນສາກົນ ປະຈໍາ ສປປ ລາວ, ລາຍລະອຽດດັ່ງລຸ່ມນີ້:

ການກໍ່ສ້າງແມ່ນທາງບໍລິສັດຜູ້ຮັບເໝົາຈະຕ້ອງຮັບຜິດຊອບ 100%: ໂຄງການກໍ່ສ້າງໃໝ່ ແລະ ສອ້ມແປງຫ້ອງນໍ້າ ແລະ ສິ່ງອໍານວຍຄວາມສະດວກ ລວມທັງເຈາະນໍ້າບາດານໃຫ້ແກ່ 13 ໂຮງຮຽນ ຢູ່ເມືອງ ຫຼາ ແລະເມືອງ ນາໝໍ້, ແຂວງອຸດົມໄຊ. ໃບສະເໜີລາຄາ ແມ່ນຕ້ອງໄດ້ສົ່ງແຍກຊອງດັ່ງລຸ່ມນີ້:

Ø  ຊອງລາຄາທີ່ 1 ອິງໃສ່ເອກະສານຊ້ອນທ້າຍ B1: ມີ 06 ແຫ່ງ ເຊິ່ງຢູ່ ເມືອງຫຼາ 3 ແຫ່ງ (ໂຮງຮຽນປະຖົມ ອາໂນ ແລະ ຫ້ວຍຈາຍ ແລະ ໂຮງຮຽນມັດທະຍົມຕອນຕົ້ນອາໂນ) ແລະ ຢູ່ເມືອງນາໝໍ້ 03 ແຫ່ງ (ໂຮງຮຽນປະຖົມ ໝາກຈຸກ, ກູລົງ ແລະ ນາທົ່ງ).

Ø  ຊອງລາຄາທີ່ 2 ອິງໃສ່ເອກະສານຊ້ອນທ້າຍ B2: ມີ 07 ແຫ່ງຢູ່ເມືອງນາໝໍ້ (ໂຮງຮຽນປະຖົມ ພູເຄືອ, ນາຖົ່ວ, ນໍ້າວຶ່ນໄຕ້, ນາໝໍ້ໄຕ້  ແລະ ໂຮງຮຽນມັດທະຍົມຕອນຕົ້ນ ປາງສາ, ຫ້ວຍປອດ ແລະ ພູເຄືອ).

(ກະລຸນາເຂົ້າມາພົວພັນກັບທາງຫ້ອງການແພລນສາກົນ ປະຈໍາ ສປປ ລາວ ສໍາລັບລາຍການລະອຽດ ແລະ ເອກະສານການປະມູນ)

 

ເງື່ອນໄຂ ແລະ ເອກະສານຕ້ອງການ:

  1. ໃບສະເໜີລາຄາ ການກໍ່ສ້າງ                                                                                                1 ຊຸດ
  2. ສໍາ​ເນົາ ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ປີ 2025                                1 ຊຸດ
  3. ສໍາເນົາ ໃບຢັ້ງຢືນການ​​ເສຍ​ພາສີ​ອາກອນປະຈໍາປີ 2024 (ຈ່າຍປີ 2025)                                     1 ຊຸດ
  4. ເອກະສານ ອື່ນໆທີ່ຕ້ອງການ (ລາຍລະອຽດຢູໃນເງື່ອນໄຂຂອງເອກະສານຊ້ອນທ້າຍຂອງການປະມູນ)

 

ວັນ ແລະ ເວລາສຸດທ້າຍ ໃນການຢື່ນເອກະສານການປະມູນ ແມ່ນ 5:00 ໂມງແລງ ຂອງວັນທີ 25 ສິງຫາ (08) ປີ 2025.

ບໍລິສັດທີ່ສົນໃຈກະລຸນາຕິດຕໍ່ ແລະ ສົ່ງຊອງປະມູນມາທີ່ຫ້ອງການຂອງ ອົງການແພລນສາກົນ ປະຈໍາ ສປປ ລາວ ຕາມທີ່ຢູ່ລຸ່ມນີ້:

ຕິດຕໍ່ ແລະ ສົ່ງເຖິງ: ໜ່ວຍງານຈັດຊື້ຈັດຈ້າງ

ຫ້ອງການອົງການແພລນ ປະຈໍາວຽງຈັນ
ຫ້ອງການອົງການແພລນ ປະຈໍາ ແຂວງ ອຸດົມໄຊ

ເຮືອນເລກທີ 203, ໜ່ວຍ 10, ບ. ໂພນສີນວນ

ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທຣ:  +856 (0) 21 353 408 -11,
ບ້ານ ໜອງແມງດາ

ເມືອງ ໄຊ, ແຂວງ ອຸດົມໄຊ ສປປ ລາວ

ໂທ: 081 312535

 

ໝາຍເຫດ:

  1. 1. ເອກະສານ ແລະ ຂໍ້ມູນ​ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ

2. ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ

Attachments

Save & Share