ແຈ້ງການປະມູນ

JSI Research & Training Institute, Inc. (JSI) ແມ່ນອົງການສາກົນທີ່ຕັ້ງຢູ່ບອສຕັນ, ລັດເມເຊິຊູເຊັດ, ສະຫະລັດອາເມລິກາ. JSI ເຮັດວຽກຢ່າງກວ້າງຂວາງກັບລັດຖະບານ ແລະ ທ້ອງຖິ່ນ, ກະຊວງສາທາລະນະສຸກ, ຜູ້ໃຫ້ບໍລິການດ້ານສຸຂະພາບ ແລະ ຊຸມຊົນເພື່ອຂະຫຍາຍການເຂົ້າເຖິງການບໍລິການສໍາລັບປະຊາກອນທີ່ມີຄວາມສ່ຽງ. JSI ມຸ່ງໝັ້ນທີ່ຈະປັບປຸງສຸຂະພາບຂອງປະຊາກອນທີ່ດ້ອຍໂອກາດໂດຍຜ່ານວິທີການນະວັດຕະກໍາໃນຫຼາຍໆຂົງເຂດສາທາລະນະສຸກ, ລວມທັງ HIV, ສຸຈະພາບຈະເລີນພັນ, ສຸຂະພາບແມ່ ແລະ ເດັກ, ການສ້າງຄວາມອາດສາມາດດ້ານວິຊາການ ແລະ ອົງການຈັດຕັ້ງ, ການເສີມສ້າງລະບົບຕ່ອງໂສ້ການສະໜອງ, ການຄຸ້ມຄອງຂໍ້ມູນຍຸດທະສາດ, ການຄຸ້ມຄອງລະບົບສຸຂະພາບ ແລະການພັດທະນານະໂຍບາຍ.

ໂຄງການສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ (LMCHN) ຂອງລາວ ເປັນໂຄງການທີ່ໄດ້ຮັບທຶນຈາກ USAID ເປັນເວລາ 5 ປີ ເພື່ອປັບປຸງຜົນໄດ້ຮັບດ້ານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການທີ່ເປັນບູລິມະສິດໃນປະຊາກອນທີ່ດ້ອຍໂອກາດຫຼາຍທີ່ສຸດໃນເຂດເປົ້າໝາຍຂອງລາວ. ນີ້ຈະບັນລຸໄດ້ໂດຍຜ່ານວິທີການສ້າງຄວາມເຂັ້ມແຂງລະບົບສຸຂະພາບເພື່ອຮັບປະກັນຄຸນນະພາບຂອງການບໍລິການ ແລະ ການເຂົ້າເຖິງເທົ່າທຽມກັນ.

 

ຈຸດປະສົງ

ສະຖາບັນ ຄົ້ນຄວ້າ ແລະ ຝຶກອົບຮົມ  (JSI)  ກໍາລັງຊອກຫາຜູ້ສະໜອງດ້ານປະກັນໄພ ໃຫ້ຫ້ອງການ JSI ເຊິ່ງລວມມີ: ປະກັນໄພສຸຂະພາບ, ປະກັນໄພອຸປະຕິເຫດສ່ວນບຸກຄົນ ແລະປະກັນຊິວີດ ໃຫ້ພະນັກງານ JSI ແລະ ປະກັນໄພສຸຂະພາບໃຫ້ກັບຄອບສະມາຊິກຄອບຄົວຂອງພະນັກງານ JSI ທີ່ຂຶ້ນກັບແຂວງຜົ້ງສາລີ, ອຸດົມໄຊ, ຊຽງຂວາງ, ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ສາລະວັນ ແລະເຊກອງ.

ການຮັບເອົາເອກະສານປະມຸນ:

ທ່ານສາມາດສົ່ງອີເມວຜ່ານ procurement@la.jsi.com ເພື່ອລົງທະບຽນ ແລະຮັບເອົາເອກະສານປະມູນທີ່ກ່ຽວຂ້ອງ ໂດຍລະບຸຫົວຂໍ້ເອກະສານປະມູນທີ່ທ່ານຕ້ອງການ ເລີ່ມແຕ່ ວັນຈັນ, ວັນທີ 7-16 ຕຸລາ 2024. ເອກະສານປະມູນລວມມີ:

  1. RFP2024-001_ປະກັນໄພສຸຂະພາບ, ປະກັນໄພອຸປະຕິເຫດສ່ວນບຸກຄົນສຳຫຼັບພະນັກງານ
  2. RFP2024-002_ປະກັນໄພສຸຂະພາບສຳຫຼັບຄອບຄົວຂອງພະນັກງານ
  3. RFP2024-003_ປະກັນຊິວິດສຳຫຼັບພະນັກງານ

ການສົ່ງຊອງປະມູນ ແລະ ບັນດາເອກະສານຄັດຕິດທີ່ກ່ຽວຂ້ອງແມ່ນຈະສົ່ງທາງອີເມວໂດຍໃຊ້ແບບຟອມຂອງ JSI.

ຖ້າຫາກມີຄຳຖາມ ຕ້ອງສົ່ງຄຳຖາມບໍ່ໃຫ້ກາຍ 17:00 ໂມງ ຂອງພຸດ ວັນທີ 16 ຕຸລາ 2024

ການສົ່ງເອກະສານປະມູນ ຕ້ອງສົ່ງບໍ່ໃຫ້ກາຍ 17:00 ໂມງ ຂອງສຸກ ວັນທີ 25 ຕຸລ 2024

ທີ່ຢູ່ຫ້ອງການ JSI

ສະຖາບັນ ຄົ້ນຄວ້າ ແລະ ຝຶກອົບຮົມ  (JSI)

ບ້ານສະພານທອງໃຕ້, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທລະສັບ: (+856-21) 319 063, 319 064, 020 96779080

ອີເມວ: procurement@la.jsi.com

ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ JSI ອອກເເບບໂຄງການ ເພື່ອໃຫ້ເປັນປະໂຫຍດຕໍ່ເດັກ ແລະ ຄອບຄົວຂອງເຂົາເຈົ້າ. ໂຄງການເຫຼົ່ານີ້, ບາງຄັ້ງອາດມີບາງກິດຈະກຳທີ່ມີຄວາມສ່ຽງຕໍ່ການລ່ວງລະເມີດ, ການກົດຂີ່ຂົ່ມເຫັງ ແລະ ການປ່ອຍປະລະເລີຍເດັກ. ສິ່ງເຫຼົ່ານີ້ ເເມ່ນໜ້າທີ່ຮັບຜິດຊອບຂອງທຸກຄົນໃນການປົກປ້ອງເດັກທີ່ພວກເຮົາພົວພັນນຳໃຫ້ປອດໄພຈາກອັນຕະລາຍດັ່ງກ່າວ.

Attachments

Save & Share