Capacity Development Opportunity

ຜູ້ປະສານງານໂຄງການ (ກອງທຶນການແພດເດັກ – ປະເທດລາວ)

ທ່ານກຳລັງຊອກຫາໂອກາດໃນການເຮັດວຽກ ທີ່ທ້າທາຍໃນອົງການພັດທະນາ ທີ່ບໍ່ຫວັງຜົນກຳໄລ, ກັບທີມງານທີ່ສະນູກ ແລະ ມີຄວາມສົນໃຈໃນການຊ່ວຍເຫຼືອຄົນອື່ນບໍ່? ມູນນິທີເກື້ອຝັນເດັກປະຈຳຊຽງໃໝ່, ປະເທດໄທ ກຳລັງຊອກຫາຜູ້ທີ່ມີຄວາມສົນໃຈ.
ຜູ້ປະສານງານໂຄງການ (ກອງທຶນການແພດເດັກ – ປະເທດລາວ)
ຮັບສະໝັກດ່ວນ

ຮ່ວມກັນເປັນທີມ, ພວກເຮົາມູນນິທີເກື້ອຝັນເດັກຢູ່ທີ່ນີ້ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຊົນ ໃນຂົງເຂດອະນູພາກພື້ນ
ແມ່ນໍ້າຂອງ, ໂດຍປະຕິບັດໜ້າທີ່ຮ່ວມກັບຊຸມຊົນ ເພື່ອປັບປູງສູຂະພາບ ແລະ ການສືກສາຂອງເດັກເຍົາວະຊົນ ແລະ ໄວໜູ່ມ ເພື່ອການພັດທະນາທີ່ຍືນຍົງ.

ທີມງານກອງທຶນການແພດເດັກຕ້ອງການຜູ້ຊ່ວຍ, ເພື່ອຊ່ວຍຜູ້ທີ່ໄດ້ຮັບຜົນປະໂຫຍດໃນການເຂົ້າເຖິງການຊ່ວຍຊີວິດ ແລະ ທາງການແພດ ໃນປະເທດໄທ, ທ່ານຈະປະຈຳການຢູ່ທີ່ ຫໍພັກຟື້ນຄົນເຈັບ (Safe house) ຂອງມູນນີທີເກື້ອຝັນເດັກໃນຊຽງໃໝ່ ໂດຍເປັນບ່ອນທີ່ ຜູ້ໄດ້ຮັບຜົນປະໂຫຍດຈະໄດ້ຮັບອາຫານ, ທີ່ພັກ ແລະ ການປະຖົມພະຍາບານຂັ້ນພື້ນຖານ ໃນຂະນະທີ່ຄົນເຈັບຢູ່ລະຫວ່າງການປີ່ນປົວ.

ໜ້າທີ່ ແລະ ຄວາມຮັບຜິດຊອບຂອງທ່ານ ມີດັ່ງຕໍ່ໄປນີ້:
ສະຫນັບສະຫນູນການຈັດຕັ້ງປະຕິບັດໂຄງການ
• ປະສານງານ ແລະ ຕິດຕາມການປິ່ນປົວທາງການແພດຂອງຄົນເຈັບຜ່າຕັດຫົວໃຈ, ຕັ້ງແຕ່ການລົງທະບຽນເຂົ້າໃນໂຄງການຈົນກ່ວາສິ້ນສູດການຮັກສາປີ່ນປົວ.
• ຈັດການການເດີນທາງໃນການເຄື່ອນຍ້າຍຄົນເຈັບ ຈາກ ສປປ ລາວ ໄປເຖິງປະເທດໄທ. ປະສານງານກັບຄູ່ຮ່ວມງານ ແລະ ໂຮງໝໍຕ່າງໆ. ເຮັດໜ້າທີ່ເປັນຜູ້ຈັດການ ແລະ ຕິດຕໍ່ພົວພັນກັບຄົນເຈັບໂດຍການມີສ່ວນຮ່ວມກັບຄົນເຈັບເພື່ອຮັບປະກັນຄຸນນະພາບຂອງການດູແລ, ການໃຫ້ສຸຂະສຶກສາ, ແລະ ການຊ່ວຍເຫຼືອຕາມຄວາມຈໍາເປັນ
• ສະຫນັບສະຫນູນສະມາຊິກທີມງານອື່ນໆໃນການປະຕິບັດວຽກງານຢູ່ໂຮງຫມໍ
• ສັງເກດ ແລະ ຍົກບັນຫາກ່ຽວກັບການຈັດຕັ້ງປະຕິບັດໂຄງການກັບຫົວໜ້າທີມ
• ປະເມີນການປະຕິບັດໂຄງການ (ຜົນໄດ້ຮັບ) ແລະ ຜົນກະທົບ (ຜົນເສຍ) ແລະ ລາຍງານໃຫ້ຫົວຫນ້າທີມ
• ການທົບທວນຄືນວຽກງານປະຈໍາປີ ແລະ ການວິເຄາະໂຄງການກ່ອນທີ່ຈະວາງແຜນສໍາລັບປີຕໍ່ໄປ.

ບໍລິຫານໂຄງການ ແລະ ການເງິນ

• ກະກຽມການຊໍາລະຕ່າງໆ ແລະ ເອກະສານທາງດ້ານການເງິນທີ່ກ່ຽວຂ້ອງກັບໂຄງການ
• ແປຂໍ້ມູນຄົນເຈັບເປັນພາສາອັງກີດ
• ໃສ່ຂໍ້ມູນ, ການຮັກສາ, ແລະ ການທົບທວນຂໍ້ມູນ ຂອງຄົນເຈັບຄືນ ລວມທັງຂໍ້ມູນ ທາງການແພດ, ແຜນການປິ່ນປົວ, ປະເມີນຄ່າໃຊ້ຈ່າຍໂດຍປະມານ ສໍາລັບການປິ່ນປົວ ແລະ ລາຍງານສະພາບຂອງ ຄົນເຈັບ ແລະ ການປິ່ນປົວຢູ່ໃນຖານຂໍ້ມູນ
• ກະກຽມເອກະສານທາງກົດໝາຍໃຫ້ຄົນເຈັບ (ເຊັ່ນ: ການອະນຸຍາດເດີນທາງຈາກລັດຖະບານ,
ເອກະສານນໍາສົ່ງຈາກໂຮງໝໍ, ສັນຍາໜີ້ສິນ ແລະ ການຊຳລະ ແລະ ອື່ນໆ.)
• ກະກຽມເກັບກໍາຂໍ້ມູນສໍາລັບການວິເຄາະ
• ການຄຸ້ມຄອງໂຄງການອື່່ນໆທີ່ກ່ຽວຂ້ອງກັບວຽກງານທີ່ເກີດຂຶ້ນ

ພວກເຮົາກໍາລັງຊອກຫາບຸກຄົນທີ່ມີ:
ການສືກສາ ແລະ ປະສົບການ
• ມີຄວາມສົນໃຈຢ່າງຍີ່ງໃນການເຮັດວຽກກັບອົງການ NGO
• ລະດັບປະລິນຍາຕີດ້ານສາທາລະນະສຸກ, ວິທະຍາສາດການແພດ ຫຼື ສາຂາທີ່ກ່ຽວຂ້ອງ. ລະດັບປະລິນຍາດ້ານພະຍາບານແມ່ນໄດ້ປຽບ.
• ມີປະສົບການເຮັດວຽກຢ່າງໜ້ອຍ 3 ປີ ໃນສາຂາທີ່ກ່ຽວຂ້ອງ
ທັກສະທົ່ວໄປ:
• ທັກສະການຈັດຕັ້ງ ແລະ ການຈັດການເວລາທີ່ດີເລີດ
• ທັກສະການແກ້ໄຂບັນຫາ ແລະ ມີທັດສະນະຄະຕິ
• ເອົາໃຈໃສ່ໃນລາຍລະອຽດ
• ຄວາມອ່ອນໄຫວທາງດ້ານວັດທະນະທໍາ ແລະ ຄວາມເຂົ້າໃຈໃນວັດທະນະທໍາ ແລະ ຄວາມເປັນມາຂອງ ສປປ ລາວ
• ຄວາມກະຕືລືລົ້ນທີ່ຈະເຮັດວຽກກັບເດັກອ່ອນ ແລະ ເດັກນ້ອຍ ແລະ ຜູ້ດູແລ ຈາກປະຫັວດເບື້ອງຫລັງທີ່ຫຼາກຫຼາຍ
• ມີຈິດວິນຍານເຮັດວຽກເປັນທີມທີ່ຍີ່ງໃຫ່ຍ ແລະ ມີທັກສະຄວາມເຂັ້ມແຂງ
• ຄວາມສາມາດໃນການເຮັດວຽກພາຍໃຕ້ຄວາມກົດດັນ ແລະ ການປ່ຽນແປງເຊັ່ນ: ຕອນເຊົ້າ, ຕອນກາງຄືນ ຫຼື ວັນພັກ
ທັກສະດ້ານພາສາ
• ທັກສະການອ່ານ ແລະ ຂຽນພາສາໄທທີ່ມີຄວາມຊຳນານ ແລະ ເປັນທາງການ
• ທັກສະພາສາອັງກິດ ເວົ້າ ແລະ ຂຽນລະດັບປານກາງ
• ທັກສະການເວົ້າພາສາລາວແມ່ນໄດ້ປຽບ

ທັກສະເກັ່ງ::
• ທັກສະດ້ານໄອທີ (MS Word, Excel, Power Point, E Mail)
• ໃບຂັບຂີ່
ສິ່ງທີ່ພວກເຮົາສະເໜີ
• ຕໍາແໜ່ງເຕັມເວລາຢູ່ໃນຫໍພັກຟື້ນຄົນເຈັບ (Safe house), ຂອງພວກເຮົາ ໃນຊຽງໃຫມ່ ພ້ອມສັນຍາ ຫນຶ່ງປີ, ສາມາດຕໍ່ໄດ້.
• ສະພາບແວດລ້ອມການເຮັດວຽກຫຼາກຫຼາຍວັດທະນະທໍາທີ່ມີຫຼາຍກວ່າ 14 ສັນຊາດ
• ວັດທະນະທໍາການເຮັດວຽກບົນພື້ນຖານຄວາມໄວ້ວາງໃຈ, ການແລກປ່ຽນ, ການຮຽນຮູ້ ແລະ ການພັດທະນາ ຢ່າງຕໍ່ເນື່ອງ
• ເງິນເດືອນ ແລະ ປະສົບການຂອງ ຜູ້ສະໝັກ ຈະຖືກພີຈາລະນາ ຕາມນະໂຍບາຍ ຄ່າຕອບແທນ ພາຍຫຼັງໄດ້ຮັບການຄັດເລືອກ

ພວກເຮົາກະຕຸ້ນຄວາມສົນໃຈຂອງທ່ານບໍ? ດີເລີຍ! ກະລຸນາສົ່ງໃບສະໝັກສະບັບເຕັມຂອງທ່ານເປັນພາສາອັງກິດ (ລວມທັງຈົດຫມາຍແຮງບັນດານໃຈ, ເງິນເດືອນທີ່ຄາດຫວັງ, ຊີວະປະຫວັດຫຍໍ້, ໃບຢັ້ງຢືນການສືກສາ, ແລະ 2 ເອກະສານອ້າງອີງ)
ສົ່ງເມວ: min@childsdream.org ເຖິງວັນທີ່ 31 ເດືອນ ມີນາ 2024

ແນ່ນອນ, ພວກເຮົາຈະແຈ້ງເພື່ອຢືນຢັນວ່າພວກເຮົາໄດ້ຮັບໃບສະມັກຂອງທ່ານ ແລະ ພວກເຮົາຫັວງວ່າຈະໄດ້ຮັບໃບສະມັກຂອງທ່ານ.

Attachments

Save & Share