Call for Proposals

ໜັງສືເຊີນການເຂົ້າຮ່ວມປະມູນ

ໜັງສືເຊີນການເຂົ້າຮ່ວມປະມູນ

 

ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດຫ້າງຮ້ານທີ່ມີປະສົບການເພື່ອ ເຂົ້າຮ່ວມການ ປະມູນການກໍ່ສ້າງ ສູນສາທິດຮຽນຮູ້ກະສິກຳ ຢູ່ເມືອງ ປາກທາ ແລະ ເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ.

 

ບໍລິສັດຮັບເໝົາກໍ່ສ້າງ 100% ໃນໂຄງການກໍ່ສ້າງສູນສາທິດຮຽນຮູ້ກະສິກຳ 2 ແຫ່ງ: 1 ແຫ່ງ ຢູ່ບ້ານຫ້ວຍໂມງ, ເມືອງປາກທາ ແລະ 1 ແຫ່ງ ຢູ່ບ້ານມົກຄະກາງ, ເມືອງຜາອຸດົມ ແຂວງບໍ່ແກ້ວ

 

ເງື່ອນໄຂ ແລະ ເອກະສານ​ທີ່​ຄັດ​ຕິດ:

  1. ໃບສະເໜີລາຄາ                                                                                       1 ຊຸດ
  2. ສຳ​ເນົາ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​  ປີ 2023                                            1 ຊຸດ
  3. ສຳ​ເນົາ ໃບຢັ້ງຢືນການ​​ເສຍ​ພາສີ​ອາກອນປະຈໍາປີ 2022 (ຈ່າຍປີ 2023)                                  1 ຊຸດ
  4. ເອກະສານ ອື່ນໆທີ່ກ່ຽວຂ້ອງ (ລາຍລະອຽດແມ່ນບັນຈຸໃສ່ຢູ່ໃນຊອງປະມູນ)                              1 ຊຸດ

ບໍລິສັດ ຫຼື ຫ້າງຮ້ານທີ່ມີຄວາມສົນໃຈ, ກະລຸນາເຂົ້າມາພົວພັນເອົາຊອງປະມູນຢູ່ຫ້ອງການ ຂອງອົງການແພລນ ສາກົນ ປະຈໍາ ສປປ ລາວ ຢູ່ລຸ່ມນີ້.

ວັນ ແລະ ເວລາສຸດທ້າຍ ໃນການຮັບເອກະສານການປະມູນ ແມ່ນບໍ່ໃຫ້ກາຍ 5:00 ໂມງແລງ ຂອງວັນທີ  13 ຕຸລາ 2023. ກະລຸນາສົ່ງມາທີ່ຫ້ອງການແຕ່ລະບ່ອນຕາມທີ່ທ່ານສະດວກດັ່ງລຸ່ມນີ້:

ເຖິງ: ໜ່ວຍງານບໍລິຫານ ແລະ ຈັດຊື້ ປະຈຳຫ້ອງການອົງການແພລນ:

ຫ້ອງການອົງການແພລນ ປະຈໍາວຽງຈັນ
ຫ້ອງການອົງການແພລນ ປະຈໍາ ແຂວງ ບໍ່ແກ້ວ

ເຮືອນເລກທີ 203, ໜ່ວຍ 10, ບ. ໂພນສີນວນ

ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທຣ: +856 (0) 21 353 408 -11,

ແຟັກ: +856 (0) 21 313 512
ເຮືອນເລກທີ 22, ໜ່ວຍ 01, ບ້ານ ອຸດົມ,

ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ສປປ ລາວ

ໂທ: (084) 212119 / 212164

ໝາຍເຫດ:

1, ເອກະສານ ແລະ ຂໍ້ມູນ​ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ

2, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ (ຖ້າບໍລິສັດໃດມີ ການຄິດໄລ່ຜິດພາດຈະບໍ່ໄດ້ພິລະນາຕາມເງື່ອນໄຂ)

Attachments

Save & Share