ຮ່ວມສົມທຽບລາຄາ ບໍລິການຫ້ອງປະຊຸມ

Plan International Laos

Details

Province:
Vientiane Capital
Type of Position:
Other
Contract Duration:
Type of Organization:
iNGO
National/International Position:
National
Application Deadline:
February 11, 2026

Description

 ອົງການແພລນສາກົນ ປະຈຳ ສ ປ ປ ລາວ

ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ ບໍລິການຫ້ອງປະຊຸມ

ອົງການແພລນສາກົນ ປະຈຳ ສປປ ລາວ ແມ່ນອົງການສາກົນທີ່ພັດທະນາຊຸມຊົນໂດຍຖືເອົາ ເດັກນ້ອຍເປັນໃຈກາງ ພວກເຮົາຊ່ວຍເຫຼືອເດັກທຸກຍາກຢູ່ຫຼາຍປະເທດທີ່ກຳລັງພັດທະນາໃນທົ່ວໂລກ. ປະຈຸບັນອົງການແພລນ ກໍາລັງຈັດຕັ້ງປະຕິບັດໂຄງການຢູ່ 5 ແຂວງ: ແຂວງ ບໍ່ແກ້ວ,​ ອຸດົມໄຊ, ຈຳປາສັກ, ວຽງຈັນ, ຫຼວງພະບາງ ແລະ ມີຫ້ອງການໃຫຍ່ຢູ່ນະຄອນຫຼວງວຽງຈັນ. ແຕ່ລະປີອົງການແພລນໄດ້ມີການໃຊ້ບໍລິການ ຫ້ອງປະຊຸມ ບໍ່ວ່າຈະເປັນຫ້ອງຂະໜາດນ້ອຍ, ກາງ ແລະ ໃຫ່ຍ ເຊິ່ງປະກອບດ້ວຍອຸປະກອນຮັບໃຊ້ໃນຫ້ອງປະຊຸມ, ອາຫານວ່າງ ແລະ ອາຫານສວຍ ຫຼື ຄ່ຳ. ສະນັ້ນ, ອົງການແພລນ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາໂຮງແຮມ/ຮ້ານອາຫານທີ່ມີປະສົບການໃນການໃຫ້ບໍລິການຫ້ອງປະຊຸມທີ່ສົນໃຈ ປະກອບເອກະສານສົມທຽບລາຄາການໃນບໍລິການຢູ່ ນະຄອນຫຼວງວຽງຈັນ ແລະ ຕົວເມືອງ ວັງວຽງ. ລາຍລະອຽດເງື່ອນໄຂດັ່ງລຸ່ມນີ້:

  • ສຳເນົາ ທະບຽນວິສາຫະກິດ ແລະ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​            1 ຊຸດ
  • ສຳ​ເນົາ ໃບ​​ເສຍ​ພາສີ​ອາກອນປະຈໍາປີ 2025 ຫຼື 2026    1 ຊຸດ
  • ເອກະສານອື່ນໆ ແມ່ນໃຫ້ປະກອບຕາມເງື່ອນໄຂໃນເອກະສານຄັດຕິດ

 

ບັນດາໂຮງແຮມ/ຮ້ານອາຫານ ທີ່ມີຄວາມສົນໃຈ ກະລຸນາເຂົ້າມາເອົາແບບຟອມສົມທຽບລາຄາຢູ່ຫ້ອງການ ແລ້ວປະກອບເອກະສານສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້ ຫຼື ອີແມວ Laos.procurement@plan-international.org.

ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 11 ກຸມພາ 2026.

 

ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ

ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ  ສປປ ລາວ

ໂທຣ: +856 (0) 21 353 409 -11, ແຟັກ: +856 (0) 21 313 512.

 

ໝາຍເຫດ:

  • ໂຮງແຮມ/ຮ້ານອາຫານ ທີ່ຍື່ນເອກະສານສົມທຽບລາຄາ ຕ້ອງຍິນດີທີ່ຈະເຮັດສັນຍາໄລຍະຍາວກັບອົງການແພລນ, ຮັບເງິນໂອນ, ຮັບແຊັກ (Check), ແລະ ສາມາດຕິດໜີ້ໄດ້.
  • ເອກະສານ ແລະ ຂໍ້ມູນ​ຖືກ​ຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ.
  • ເອກະສານທີ່ທາງໂຮງແຮມ/ຮ້ານອາຫານສົ່ງຫາອົງການແພລນແລ້ວ ຈະບໍ່ສາມາດຖອນຄືນໄດ້.

Contact Details

Contact Person:
Plan International Laos
Phone:
Email:
Laos.procurement@plan-international.org

Additional Information

Attachments

Save & Share