ຫົວໜ້າທີມ ພົວພັນຊຸມຊົນ (CLS)

MAG Lao

Details

Province:
Xiengkhouang
Type of Position:
Full-time
Contract Duration:
ໄລຍະສັນຍາ 6 ເດືອນ-ອີງຕາມທຶນ
Type of Organization:
iNGO
National/International Position:
National
Application Deadline:
April 30, 2025

Description

ໜ້າທີ່ຮັບຜິດຊອບຫຼັກ:

ຫົວໜ້າທີມພົວພັນຊຸມຊົນ ມີໜ້າທີ່ຄຸ້ມຄອງການປະຕິບັດວຽກໃນພາກສະໜາມ ເພື່ອຮັບປະກັນໃຫ້ກິດຈະກຳພົວພັນຊຸມຊົນທີ່ດຳເນີນການໂດຍພະນັກງານພົວພັນຊຸມຊົນ (CLO) ຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມແຜນງານທີ່ໄດ້ວາງໄວ້ຮ່ວມກັບຜູ້ປະສານງານຝ່າຍພົວພັນຊຸມຊົນ (CLC). ຜູ້ຫົວໜ້າທີມພົວພັນຊຸມຊົນ ຈະຮັບປະກັນໃຫ້ການປະຕິບັດວຽກ ສອດຄ່ອງກບມາດຕະຖານການປະຕິບັດວຽກ ແລະ ຄູ່ມືທາງດ້ານວິຊາການຕ່າງໆ ໃນລະຫວ່າງການຈັດຕັ້ງປະຕິບັດ. ນອກຈາກນີ້, ຫົວໜ້າທີມພົວພັນຊຸມຊົນຈະຮັບຜິດຊອບໃນການຕິດຕາມການປະຕິບັດວຽກໃນພາກສະໜາມ, ການຝຶກອົບຮົມພາຍໃນ ແລະ ຊີ້ນໍາຂັ້ນຕອນເລີ່ມຕົ້ນ ໃນຂະບວນການຄຸ້ມຄອງ ແລະ ຄວບຄຸມຄຸນະພາບ.

ການຊີ້ນໍາ ແລະ ການສະໜັບສະໜູນທີມງານ:

  • ຊີ້ນຳ ແລະ ໃຫ້ຄໍາແນະນໍາພະນັກງານພົວພັນຊຸມຊົນ ປະຈໍາວັນ.
  • ຕິດຕາມຜົນການປະຕິບັດວຽກຂອງທີມງານ ແລະ ຮັບປະກັນວ່າ ໄດ້ປະຕິບັດຕາມ ແຜນງານ ແລະ ຕາຕະລາງການເຮັດວຽກ.
  • ຮັບປະກັນວ່າ ພະນັກງານພົວພັນຊຸມຊົນທຸກຄົນປະຕິບັດຕາມມາດຕະຖານທາງດ້ານຄວາມປອດໄພ ແລະ ລາຍງານເຫດການດ້ານຄວາມໝັ້ນຄົງທີ່ເກີດຂຶ້ນທັນທີ.

ການວາງແຜນ ແລະ ຈັດຕັ້ງປະຕິບັດກິດຈະກຳພົວພັນຊຸມຊົນ:

  • ສ້າງ ແລະ ຮັກສາຄວາມສໍາພັນທີ່ດີກັບອຳນາດການປົກຄອງທ້ອງຖິ່ນ, ຊຸມຊົນ ແລະ ບັນດາພາກສ່ວນກ່ຽວຂ້ອງ ເພື່ອສະໜັບສະໜູນການການຈັດຕັ້ງປະຕິບັດວຽກຂອງ ອົງການເກັບກູ້ລະເບີດ ແມັກ ສາມາດໍາເນີນຢ່າງສະດວກ.
  • ປະສານງານກິດຈະກຳປະຈຳວັນ ແລະ ແຜນການລົງພື້ນທີ່ກັບພະນັກງານພົວພັນຊຸມຊົນ ແລະ ຜູ້ປະສານງານຝ່າຍພົວພັນຊຸມຊົນ.
  • ສະໜອງຂໍ້ມູນຢ່າງຖືກຕ້ອງ ແລະ ໃຫ້ທັນເວລາແກ່ຜູ້ປະສານງານຝ່າຍພົວພັນຊຸມຊົນ ແລະ ຫົວໜ້າຝ່າຍພົວພັນຊຸມຊົນ ເພື່ອສະໜັບສະໜູນໃນການຈັດບຸລິມະສິດ ແລະ ລະບຸກຸ່ມເປົ້າໝາຍ ແລະ ພື້ນທີ່ເປົ້າໝາຍສໍາລັບວຽກງານພົວພັນຊຸມຊົນ ແລະ ກິດຈະກໍາທາງດ້ານວິຊາການອື່ນໆ.

ການຝຶກອົບຮົມ ແລະ ການສ້າງຄວາມອາດສາມາດ:

  • ສະໜັບສະໜູນຜູ້ປະສານງານຝ່າຍພົວພັນຊຸມຊົນ ແລະ ຫົວໜ້າຝ່າຍພົວພັນຊຸມຊົນ ໃນການວາງແຜນ ແລະ ຈັດຝຶກອົບຮົມໃຫ້ແກ່ພະນັກງານໃໝ່ ພ້ອມທັງຝຶກອົບຮົມທົບທວນຄວາມຮູ້ໃຫ້ແກ່ພະນັກງານພົວພັນຊຸມຊົນທັງໝົດ.
  • ຈັດຝຶກອົບຮົມພາຍໃນທີມງານ ອີງຕາມຄວາມຮຽກຮ້ອງຕ້ອງການ ແລະ ຈຸດທີ່ຕ້ອງການພັດທະນາ ທີ່ລະບຸໄດ້ຈາກການລົງຕິດຕາມພາກສະໜາມ ໂດຍຮ່ວມກັບຜູ້ປະສານງານຝ່າຍພົວພັນຊຸມຊົນ.

ການຕິດຕາມ ແລະ ການລາຍງານ

  • ຕິດຕາມການຈັດຕັ້ງປະຕິບັດແຜນງານກິດຈະກໍາພົວພັນຊຸມຊົນ ເພື່ອຮັບປະກັນວ່າ ສາມາດຈັດຕັ້ງປະຕິບັດຕາມເວລາ ແລະ ບັນລຸເປົ້າໝາຍ.
  • ລາຍງານການລະເມີດມາດຕະຖານການປະຕິບັດວຽກຂອງອົງການເກັບກູ້ລະເບີດ ແມັກ ໃຫ້ກັບຜູ້ປະສານງານຝ່າຍພົວພັນຊຸມຊົນ ແລະ ຫົວໜ້າຝ່າຍພົວພັນຊຸມຊົນ.
  • ເຮັດບົດລາຍງານປະຈຳວັນ, ປະຈໍາອາທິດ, ແລະ ປະຈໍາເດືອນຢ່າງຖືກຕ້ອງ ໂດຍນໍາໃຊ້ແບບຟອມມາດຕະຖານ ແລະ ສົ່ງໃຫ້ຜູ້ປະສານງານຝ່າຍພົວພັນຊຸມຊົນ ໃຫ້ທັນຕາມກໍານົດເວລາ.

ເງື່ອນໄຂຂອງຜູ້ສະໝັັກ:

  • ຮຽນຈົບວິຊາຊີບສາຂາໃດໜຶ່ງ ໃນລະດັບຊັ້ນສູງ ຫຼື ທຽບເທົ່າ ຂຶ້ນໄປ.
  • ມີໃບຂັບຂີ່ລົດຈັກ ປະເພດ A ຂຶ້ນໄປ ແລະ ຕ້ອງຍັງມີອາຍຸການນຳໃຊ້ຢູ່
  • ຜູ້ສະໝັກຕ້ອງມີ ອາຍຸລະຫວ່າງ 18 ຫາ 45 ປີ ແລະ ເປັນຄົນທ້ອງຖິ່ນ ແຂວງ ຊຽງຂວາງ.
  • ມີປະສົບການໃນການວາງແຜນ, ການຈັດຕັ້ງປະຕິບັດ ແລະ ການຕິດຕາມກິດຈະກໍາໃນພາກສະໜາມ, ພ້ອມທັງຄວາມສາມາດໃນການພັດທະນາ ແລະ ປະຕິບັດຕາມແຜນງານຢ່າງລະອຽດ.
  • ມີປະສົບການໃນການເກັບກໍາຂໍ້ມູນ, ການຈັດການບໍລິຫານ ແລະ ການວິເຄາະຂໍ້ມູນ.
  • ມີປະສົບການໃນການດໍາເນີນ ແລະ ອໍານວຍຄວາມສະດວກໃນການຝຶກອົບຮົມ.
  • ມີປະສົບການເຮັດວຽກກັບຊຸມຊົນໃນເຂດຊົນນະບົດ ຢູ່ແຂວງ ຊຽງຂວາງ, ໂດຍສະເພາະເຮັດວຽກກັບຫຼາຍກຸ່ມຊົນເຜົ່າ ແລະ ວັດທະນະທໍາທີ່ຫຼາກຫຼາຍ ຈະພິຈາລະນາເປັນພິເສດ.
  • ມີທັກສະທາງດ້ານການນໍາໃຊ້ຄອມພິວເຕີ: ມີຄວາມຮູ້ທີ່ດີກ່ຽວກັບ Microsoft Office (ໂດຍສະເພາະ Excel, Word, ແລະ PowerPoint).
  • ສາມາດສື່ສານພາສາອັງກິດໄດ້ໃນລະດັບດີ.
  • ມີທັກສະທາງດ້ານການຈັດການບໍລິຫານທີ່ດີ.
  • ມີຄວາມຮູ້ ແລະ ຄວາມຄຸ້ນເຄີຍກັບເຄື່ອງມື ແລະ ວິທີການປະເມີນຜົນແບບມີສ່ວນຮ່ວມ.
  • ມີຄວາມຍືດຍຸ່ນ, ມະນຸດສໍາພັນທີ່ດີ ແລະ ມີຄວາມມຸ່ງໝັ້ນໃນການເຮັດວຽກກັບຊຸມຊົນ.
  • ສາມາດຂຶ້ນນຳສະເໜີການປະຕິບັດວຽກງານຂອງອົງການແມັກ ໃຫ້ແກ່ຊຸມຊົນຂະໜາດນ້ອຍ ແລະ ໃຫຍ່.
  • ມີຄວາມຊື່ສັດ ແລະ ຈັນຍາບັນໃນລະດັບສູງ.

ເອກະສານທີ່ຕ້ອງໄດ້ປະກອບ:

  • ແບບຟອມສະໝັກວຽກຂອງ ອົງການ ແມັກ (ສາມາດມາເອົາໄດ້ຢູ່ທີ່ຫ້ອງການເກັບກູ້ລະເບີດແມັກ ແຂວງຊຽງຂວາງ ຫລື ດາວໂຫລດໄດ້ຈາກ ເຟສບຸກຂອງອົງການ ແມັກ ປະຈຳ ສປປ ລາວ FB Page: MAG UXO Visitor Information Centres, Lao PDR), ລິ້ງດາວໂຫລດ: https://shorturl.at/jgLU8
  • ໃບຢັ້ງຢືນທີ່ຢູ່.
  • ໃບຢັ້ງຢືນຄ້ຳປະກັນ ຈາກບ້ານທີ່ອາໄສຢູ່.
  • ໃບແຈ້ງໂທດ ເລກທີ 3.
  • ໃບຢັ້ງຢືນສຸຂະພາບ (ຈາກໂຮງໝໍ)
  • ສຳເນົາໃບຂັບຂີີ່
  • ສຳເນົາ ປື້ມສຳມະໂນຄົວ ແລະ ບັດປະຈຳຕົວ ຫຼື ພາສປອດ (ຖ້າມີ)
  • ສຳເນົາ ໃບປະກາສະນິຍາບັດ, ໃບຢັ້ງຢືນການຝຶກອົມຮົມ (ຖ້າມີ)
  • ສຳເນົາ ໃບຄະແນນ
  • ສຳເນົາ ໃບຜ່ານງານ (ຖ້າມີ)

ໝາຍເຫດສຳລັບແບບຟອມສະໝັກວຽກຂອງ ອົງການ ແມັກ ທີ່ມາເອົາຢູ່ຫ້ອງການ ແມ່ນບໍ່ມີຄ່າໃຊ້ຈ່າຍ.

Contact Details

Contact Person:
MAG Laos
Phone:
021 251 849/ 252 004. 
Email:
Human.Resources.Laos@maginternational.org

Additional Information

ວິທີ ແລະ ຂັ້ນຕອນການສະໝັກສຳລັບຕຳແໜ່ງນີ້:

ສຳລັບຕຳແໜ່ງນີ້ມີ ສອງ ທາງເລືອກໃຫ້ສະໝັກຄື:

  1. ຜູ້ທີ່ສົນໃຈກະລຸນາປະກອບເອກະສານທີ່ໄດ້ລະບຸຂ້າງເທິງ ແລ້ວສົ່ງເອກະສານທັງໝົດ ໂດຍຂຽນລະບຸຕື່ມໃສ່ໜ້າຊອງ ເຊັ່ນ: ຊື່, ເບີໂທລະສັບ ແລະ ຕຳແໜ່ງທີ່ຕ້ອງການສະໝັກ ໃຫ້ກັບພະແນກບຸກຄະລາກອນຂອງອົງການເກັບກູ້ລະເບີດແມັກ ຫ້ອງການປະຈຳແຂວງ ບ້ານໂງຍ,​ ເມືອງແປກ, ແຂວງຊຽງຂວາງ ສອບຖາມຂໍ້ມູນເພີ່ມເຕີມໂມງລັດຖະການ ໂທລະສັບ 061 213420 (ເອກະສານທຸກຢ່າງຍື່ນແລ້ວຈະບໍ່ສາມາດຖອນຄືນໄດ້).
  2. ປະກອບເອກະສານທີ່ໄດ້ລະບຸຂ້າງເທິງແລ້ວສະແກນລວມເປັນຟາຍດຽວ ພ້ອມອັບໂຫລດອອນລາຍຜ່ານລິ້ງ:

Click Link: https://forms.gle/UvpBkAfKsHRP6Gam8

 

ປິດຮັບສະໝັກແມ່ນ ເວລາ 16:00 PM ຂອງ ວັນທີ 30 ເດືອນ ເມສາ 2025

ຜູ້ສະໝັກທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການຕິດຕໍ່ເພື່ອມາສຳພາດ.

Attachments

Save & Share