ພະນັກງານພົວພັນຊຸມຊົນ

MAG Lao

Details

Province:
Xiengkhouang
Type of Position:
Full-time
Contract Duration:
ໄລຍະສັນຍາ 6 ເດືອນ-ອີງຕາມທຶນ
Type of Organization:
iNGO
National/International Position:
National
Application Deadline:
April 30, 2025

Description

ໜ້າທີ່ຮັບຜິດຊອບຫຼັກ:

ໂຄສະນາສືກສາຄວາມສ່ຽງ ຕໍ່ ລບຕ:

  • ປະສານງານກັບອຳນາດການປົກຄອງທ້ອງຖິ່ນ ແລະ ຊຸມຊົນເພື່ອໂຄສະນາເຜີຍແຜ່ເປົ້າໝາຍຂອງວຽກງານໂຄສະນາສຶກສາຄວາມສ່ຽງຕໍ່ ລບຕ ແລະ ຮ່ວມມືກັບພາກສ່ວນດັ່ງກ່າວ ເພື່ອຈັດຕັ້ງກິດຈະກຳຢ່າງມີປະສິດທິພາບ.
  • ດໍາເນີນການໂຄສະນາສຶກສາຄວາມສ່ຽງຕໍ່ ລບຕ ໃຫ້ແກ່ຜູ້ໃຫຍ່, ໄວໜຸ່ມ, ເດັກນ້ອຍ ແລະ ພາກສ່ວນກ່ຽວຂ້ອງ ໂດຍອີງຕາມ ມາດຕະຖານການປະຕິວຽກຂອງ ອົງການເກັບກູ້ລະເບີດ ແມັກ ໂດຍນໍາໃຊ້ວິທີການ ແລະ ຄູ່ມືການຮຽນ-ການສອນ ທີ່ມີມາດຕະຖານ ແລະ ຖືກຮັບຮອງ.
  • ນໍາສະເໜີກ່ຽວກັບວຽກງານໂຄສະນາສຶກສາຄວາມສ່ຽງຕໍ່ ລບຕ ໃນພາສາທ້ອງຖິ່ນ ແລະ ຄວາມເຂົ້າໃຈກ່ຽວກັບວັດທະນະທຳ ເພື່ອປັບກິດຈະກຳໃຫ້ເໝາະສົມກັບບໍລິບົດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາ.

ການສຳຫຼວດທີ່ບໍ່ແມ່ນວິຊາການ:

  • ປະສານງານກັບອຳນາດການປົກຄອງທ້ອງຖິ່ນ, ຜູ້ນຳຊຸມຊົນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດການສໍາຫຼວດທີ່ບໍ່ແມ່ນວິຊາການ ດໍາເນີນການຢ່າງສະດວກ ແລະ ໄດ້ຮັບການຍອມຮັບ.
  • ດຳເນີນການແຕ້ມແຜນທີ່ຊຸມຊົນ ເພື່ອເກັບຂໍ້ມູນກ່ຽວກັບຜົນກະທົບຂອງລະເບີດໃນຊຸມຊົນ.

ການສະໜັບສະໜູນການປະຕິບັດວຽກທາງດ້ານວິຊາການ:

  • ສະໜອງຂໍ້ມູນໃຫ້ແກ່ຊຸມຊົນທີ່ຈະດໍາເນີນການກວດກູ້ ກ່ຽວກັບຄວາມສຳຄັນ, ຂໍ້ກຳນົດ, ຂັ້ນຕອນ, ອຸປະກອນທີ່ຈະໃຊ້ດໍາເນີນການ, ພະນັກງານທີ່ຖືກມອບໝາຍໃຫ້ດຳເນີນການ ແລະ ໄລຍະເວລາ.
  • ປະສານງານກັບອຳນາດການປົກຄອງ ແລະ ເຈົ້າຂອງດິນ ເພື່ອຮັບປະກັນໃຫ້ກິດຈະກໍາກວດກູ້ດໍາເນີນການຢ່າງສະດວກ.

ຄວາມປອດໄພ

  • ປະຕິບັດຕາມນະໂຍບາຍວ່າດ້ວຍ ຄວາມປອດໄພ ແລະ ມາດຕະຖານການປະຕິບັດວຽກຢ່າງເຂັ້ມງວດ.
  • ລາຍງານການລະເມີດ, ບັນຫາທາງດ້ານຄວາມປອດໄພ, ຫຼື ເຫດການອື່ນໆໃຫ້ຜູ້ຊີ້ນໍາວຽກງານພົວພັນຊຸມຊົນ.

ເງື່ອນໄຂຂອງຜູ້ສະໝັັກ:

  • ຮຽນຈົບວິຊາຊີບສາຂາໃດໜຶ່ງ ໃນລະດັບຊັ້ນກາງ ຫຼື ທຽບເທົ່າ ຂຶ້ນໄປ, ຖ້າຮຽນຈົບສາຍຄູ ຍິ່ງເປັນການດີ.
  • ມີໃບຂັບຂີ່ລົດຈັກ ປະເພດ A ຂຶ້ນໄປ ແລະ ຕ້ອງຍັງມີອາຍຸການນຳໃຊ້ຢູ່
  • ຜູ້ສະໝັກຕ້ອງມີ ອາຍຸລະຫວ່າງ 18 ຫາ 45 ປີ ແລະ ເປັນຄົນທ້ອງຖິ່ນ ແຂວງ ຊຽງຂວາງ.
  • ມີປະສົບການເຮັດວຽກກັບຊຸມຊົນໃນຕົວເມືອງ ແລະ ເຂດຊົນນະບົດ.
  • ມີປະສົບການເຮັດວຽກກັບຊົນເຜົ່າ ຈະພິຈາລະນາເປັນພິເສດ.
  • ມີປະສົບການເຮັດວຽກກັບໂຄງການກ່ຽວກັບການສໍາຫຼວດ ຫຼື ການເກັບກໍາຂໍ້ມູນ.
  • ມີທັກສະທາງດ້ານການນໍາໃຊ້ຄອມພິວເຕີ: ມີຄວາມຮູ້ທີ່ດີກ່ຽວກັບ Microsoft Office (ໂດຍສະເພາະ Excel, Word, ແລະ PowerPoint).
  • ສາມາດສື່ສານພາສາອັງກິດໄດ້ໃນລະດັບພື້ນຖານ
  • ມີຄວາມຮູ້ກ່ຽວກັບຊຸມຊົນໃນທ້ອງຖິ່ນ, ຜູ້ທີ່ຕັ້ງຖິ່ນຖານ ຫຼື ອາໄສຢູ່ໃນພື້ນທີ່ເປົ້າໝາຍ ຈະພິຈາລະນາເປັນພິເສດ.
  • ມີທັກສະທາງດ້ານການຈັດການບໍລິຫານທີ່ດີ.
  • ມີຄວາມຍືດຍຸ່ນ, ມະນຸດສໍາພັນທີ່ດີ ແລະ ມີຄວາມມຸ່ງໝັ້ນໃນການເຮັດວຽກກັບຊຸມຊົນ.
  • ສາມາດຂຶ້ນນຳສະເໜີການປະຕິບັດວຽກງານຂອງອົງການແມັກ ໃຫ້ແກ່ຊຸມຊົນຂະໜາດນ້ອຍ ແລະ ໃຫຍ່.

ເອກະສານທີ່ຕ້ອງໄດ້ປະກອບ:

  • )ແບບຟອມສະໝັກວຽກຂອງ ອົງການ ແມັກ (ສາມາດມາເອົາໄດ້ຢູ່ທີ່ຫ້ອງການເກັບກູ້ລະເບີດແມັກ ແຂວງຊຽງຂວາງ ຫລື ດາວໂຫລດໄດ້ຈາກ ເຟສບຸກຂອງອົງການ ແມັກ ປະຈຳ ສປປ ລາວ FB Page: MAG UXO Visitor Information Centres, Lao PDR), ລິ້ງດາວໂຫລດ: https://shorturl.at/jgLU8
  • ໃບຢັ້ງຢືນທີ່ຢູ່.
  • ໃບຢັ້ງຢືນຄ້ຳປະກັນ ຈາກບ້ານທີ່ອາໄສຢູ່.
  • ໃບແຈ້ງໂທດ ເລກທີ 03.
  • ໃບຢັ້ງຢືນສຸຂະພາບ (ຈາກໂຮງໝໍ)
  • ສຳເນົາໃບຂັບຂີີ່
  • ສຳເນົາ ປື້ມສຳມະໂນຄົວ ແລະ ບັດປະຈຳຕົວ ຫຼື ພາສປອດ (ຖ້າມີ)
  • ສຳເນົາ ໃບປະກາສະນິຍາບັດ
  • ສຳເນົາ ໃບຄະແນນ
  • ສຳເນົາ ໃບຜ່ານງານ (ຖ້າມີ)

ໝາຍເຫດສຳລັບແບບຟອມສະໝັກວຽກຂອງ ອົງການ ແມັກ ທີ່ມາເອົາຢູ່ຫ້ອງການ ແມ່ນບໍ່ມີຄ່າໃຊ້ຈ່າຍ.

Contact Details

Contact Person:
MAG Laos
Phone:
021 251 849/ 252 004. 
Email:
Human.Resources.Laos@maginternational.org

Additional Information

ວິທີ ແລະ ຂັ້ນຕອນການສະໝັກສຳລັບຕຳແໜ່ງນີ້:

ສຳລັບຕຳແໜ່ງນີ້ມີ ສອງ ທາງເລືອກໃຫ້ສະໝັກຄື:

  1. ຜູ້ທີ່ສົນໃຈກະລຸນາປະກອບເອກະສານທີ່ໄດ້ລະບຸຂ້າງເທິງ ແລ້ວສົ່ງເອກະສານທັງໝົດ ໂດຍຂຽນລະບຸຕື່ມໃສ່ໜ້າຊອງ ເຊັ່ນ: ຊື່, ເບີໂທລະສັບ ແລະ ຕຳແໜ່ງທີ່ຕ້ອງການສະໝັກ ໃຫ້ກັບພະແນກບຸກຄະລາກອນຂອງອົງການເກັບກູ້ລະເບີດແມັກ ຫ້ອງການປະຈຳແຂວງ ບ້ານໂງຍ,​ ເມືອງແປກ, ແຂວງຊຽງຂວາງ ສອບຖາມຂໍ້ມູນເພີ່ມເຕີມໂມງລັດຖະການ ໂທລະສັບ 061 213420 (ເອກະສານທຸກຢ່າງຍື່ນແລ້ວຈະບໍ່ສາມາດຖອນຄືນໄດ້).
  2. ປະກອບເອກະສານທີ່ໄດ້ລະບຸຂ້າງເທິງແລ້ວສະແກນລວມເປັນຟາຍດຽວ ພ້ອມອັບໂຫລດອອນລາຍຜ່ານລິ້ງ:

Click Link: https://forms.gle/vyuBsT9SbMRpYR4T7

 

ປິດຮັບສະໝັກແມ່ນ ເວລາ 16:00 PM ຂອງ ວັນທີ 30 ເດືອນ ເມສາ 2025

ຜູ້ສະໝັກທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການຕິດຕໍ່ເພື່ອມາສຳພາດ.

Attachments

Save & Share