ອາສາສະໝັກຊ່ວຍວຽກໂຄງການ VTESS

Swisscontact Laos

Details

Province:
Khammouane
Type of Position:
Full-time
Contract Duration:
6 moths (renewable)
Type of Organization:
iNGO
National/International Position:
National
Application Deadline:
August 18, 2025

Description

ສະວິດຄອນແທັກ ແມ່ນອົງການບໍໍ່ສະແຫວງຫາຜົນກໍາໄລ ສຸມໃສ່ການພັດທະນາເສດຖະກິດແບບຍືນຍົງໂດຍເນັັັັ້ນໃສ່ພາກສ່ວນເອກະຊົນເປັນຫຼັກ, ໂດຍມີຕົວແທນຢູ່ 41 ປະເທດ ແລະ ມີພະນັກງານຫຼາຍກວ່າ 1400 ຄົນ ໄດ້ຮັບການສ້າງຕັັັ້ງ ແລະ ດໍາເນີນພາລະກິດຕັັັ້ງແຕ່ປີ 1959.

ອົງການສະວິດຄອນແທັກ ໄດ້ເລີ່ມຈັດຕັັັ້ງປະຕິບັດວຽກງານຢູ່ ສປປ ລາວ ແຕ່ປີ 2013 ເປັນຕົ້ນມາ ໂດຍສຸມໃສ່ການພັດທະນາພາກເອກະຊົນໃນຂົງເຂດວຽກ: ອາຊີວະສຶກສາ, ເສດຖະກິດໝູນວຽນ ແລະ ການທ່ອງທ່ຽວແບບຍືນຍົງ.

ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ມີເປົ້າໝາຍເລັງໃສ່ການຍົກລະດັບລາຍຮັບ ແລະ ປັບປຸງຊີ ວິດການເປັນຢູ່ຂອງຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ, ເຊິ່ງມີອາຍຸລະຫວ່າງ 15 ຫາ 35 ປີ, ຮຽນຈົບຊັັັ້ນປະຖົມ ແລະ/ຫຼື ມັດທະຍົມຕອນຕົ້ນ (ຜູ້ທີ່ຮຽນບໍໍ່ຈົບ ມ.ຕົ້ນ) ແລະ ມີລາຍໄດ້ຕໍໍ່າ ໂດຍການສະໜັບສະໜູນການຝຶກອົບຮົມອາຊີບ ແລະ ເຂົ້າເຖິງຕະຫຼາດແຮງງານ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາຂອງຜູ້ໄດ້ຮັບຜົນປະໂຫຍດ. ທ່ານສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບໂຄງການໄດ້ທີ່: https://bit.ly/443BFPN.

ພະນັກງານຝຶກງານຂອງໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS)

  • ຜູ້ສະໝັກເປົ້າໝາຍ: ນັກຮຽນ/ສືກສາຈົບໃໝ່ ຜູ້ຕ້ອງການຮຽນຮູ້ວຽກ ແລະ ຊອກຫາປະສົບການການເຮັດວຽກກັບ ອົງການຈັດຕັ້ງສາກົນ
  • ການເລີ່ມເຮັດວຽກ: ເດືອນ ສິງຫາ 2025 ເປັນຕົ້ນໄປ.
  • ໄລຍະເວລາ ຂອງສັນຍາ: 6 ເດືອນ ແຕ່ ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ
  • ສະຖານທີ່ ເຮັດວຽກ: ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງ ຄຳມ່ວນ

ສະຫວັດດີການ: ອາສາສະໝັກຊ່ວຍວຽກໂຄງການ ຈະໄດ້ຮັບເງິນເດືອນຫຼາຍກວ່າ 3,000,000 ກີບ / ເດືອນ, ນອກນັ້ນຍັງມີການຄຸ້ມຄອງປະກັນໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ, ການກວດສຸຂະພາບປະຈໍາປີ.

 ໜ້າວຽກລວມ

ອາສາສະໝັກຊ່ວຍວຽກໂຄງການ ແມ່ນເຮັດວຽກຮ່ວມກັບຄູ່ຮ່ວມງານຂອງໂຄງານ ແລະ ເຮັດວຽກພາຍໃນການຊີ້ນໍາຂອງພະນັກງານຜູ້ປະສານງານຂອງໂຄງການຂັ້ນແຂວງ ເພື່ອສະໝັບສະໝູນວຽກບໍລິກຫານ, ວຽກວິຊາການ, ການປ້ອນຂໍ້ມູນ ແລະ ໃຫ້ການຊ່ວຍເຫຼືອດ້ານວິຊາການຕາມການແນະນໍາຂອງຜູ້ປະສານງານໂຄງການ.

ຄວາມຮັບຜິດຊອບ ແລະ ໜ້າວຽກຂອງອາສາສະໝັກມີດັ່ງນີ້:

  • ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຂອງຜູ້ປະສານງານຂັ້ນແຂວງ.
  • ຊ່ວຍໃນການປັບປຸງ ແລະ ຈັດລະບຽບບັນທຶກໂຄງການ ແລະ ເອກະສານໃຫ້ເປັນລະບົບ, ມີປະສິດທິພາບ ແລະ ສາມາດເຂົ້າເຖິງໄດ້ງ່າຍ.
  • ສະຫນັບສະຫນູນການບໍລິຫານຫ້ອງການ (ສໍາເນົາ ແລະ ສະແກນເອກະສານ).
  • ຊ່ວຍ​ກະ​ກຽມ​ກອງ​ປະ​ຊຸມ​ຂອງ​ໂຄງ​ການ ​ແລະ ​ການ​ປະ​ສານ​ງານ​ການ​ຝຶກ​ອົບ​ຮົມ​ ແລະ​ ກອງ​ປະ​ຊຸມ​ໂດຍ​ການ​ຕິດ​ຕາມ​ການ​ຢືນ​ຢັນ​ຂອງ​ຜູ້​ເຂົ້າ​ຮ່ວມ ​ແລະ​ ການ​ກະ​ກຽມ​ເອ​ກະ​ສານ​ ແລະ​ ອຸ​ປະ​ກອນ​ຕ່າງໆ​.
  • ສະໜັບສະໜູນວຽກການຈັດຊື້ຕາມການຊີ້ນຳຂອງຄະນະປະສານງານດ້ານວິຊາການຂັ້ນແຂວງ.
  • ປະສານງານກັບທີມງານບໍລິຫານຂອງ Swisscontact ນະຄອນຫຼວງວຽງຈັນ.
  • ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາຂອງຫົວໜ້າ.

ເງື່ອນໄຂຜູ້ສະໝັກ:

  • ລະດັບການສືກສາຈົບຊັ້ນກາງ ຫຼື ຊັ້ນສູງ ຫຼື ປະລິນຍາຕຼີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງກັບວຽກການພັດທະນາການສຶກສາ (ໂດຍສະເພາະນັກສືກສາຈົບໃໝ່ ຫລື ຜູ້ຕ້ອງການຮຽນຮູ້ ແລະ ຊອກປະສົບການ)
  • ລະດັບພາສາອັງກິດແມ່ນ ສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ ໃນລະດັບພື້ນຖານ.
  • ລະດັບຄວາມຮູ້ພື່ນຖານທາງດ້ານ ຄອມພິວເຕີ ແລະ ອຸປະກອນການສື່ສານ (Phone, Internet, Microsoft Office)
  • ມີຄວາມຮູ້ກ່ຽວກັບລະບົບການເຮັດວຽກຂອງ ໂຮງຮຽນວິຊາຊີບຈະພິຈາລະນາເປັນພິເສດ
  • ເຕັມໃຈທີ່ຈະສະຫນັບສະຫນູນຕາມການຮ້ອງຂໍຂອງໂຄງການ ແລະ ມັກໃນການຮຽນຮູ້

ການຮັບສະໝັກ:

  • ກະລຸນາຮ່າງຊີວະປະຫວັດສະໝັກວຽກ (CV) ແລະ ເອກະສານທີີ່ກ້ຽວຂ້ອງກັບການສະໝັກວຽກ.
    – ວິທີສົ່ງ ແບບທີ 1: ສາມາດສົໍ່ງຂໍ້ມູນທາງ ອີເມວ recruitment.laos@swisscontact.org. ກະລຸນາຂຽນ ຫົວຂໍັັ້ສະໝັກວ່າ: Job applicant: Internship for VTESS Project KHM
    – ວິທີສົ່ງແບບທີ 2: ສາມາດສົໍ່ງເອກະສານສະໝັກວຽກໄດ້ທີ່ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງ ຄໍາມ່ວນ ນໍາຜູ້ປະສານງານຂັັັ້ນແຂວງໄດ້.
  • ພວກເຮົາຈະຕິດຕໍໍ່ຫາຜູ້ສະໝັກທີ່ຖືກຄັດເລືອກ ເທົ່ານັັັ້ນ!

ວັນປິດຮັບສະໝັກແມ່ນ ວັນທີ  18 ສິງຫາ 2025

ພວກເຮົາເປີດໂອກາດສະໝັກໃຫ້ກັບທຸກທ່ານໂດຍສະເພາະທ່ານຍິງ

Contact Details

Contact Person:
recruitment.laos
Phone:
021454148
Email:
recruitment.laos@swisscontact.org

Additional Information

Attachments

Save & Share