ພະນັກງານຝຶກງານຂອງໂຄງການ ປະຈຳແຂວງຊຽງຂວາງ
Swisscontact

Details
Description
ພາລະກິດຂອງພວກເຮົາແມ່ນສົ່ງເສີມ ແລະ ສ້າງສັກກະຍະພາບດ້ານແນວຄິດລິເລີ່ມໃຫ້ພາກເອກະຊົນເພື່ອການພັດທະນາເສດຖະກິດແບບຍືນຍົງ, ມີລັກສະນະບູລະນາການ ແລະ ທຸກຄົນມີສວ່ນຮ່ວມ.
ສະວິດຄອນແທັກ ແມ່ນອົງການບໍ່ສະແຫວງຫາຜົນກໍາໄລ ສຸມໃສ່ການພັດທະນາເສດຖະກິດແບບຍືນຍົງໂດຍເນັັ້ນໃສ່ພາກສ່ວນເອກະຊົນເປັນຫຼັກ, ໂດຍມີຕົວແທນຢູ່ 41 ປະເທດ ແລະ ມີພະນັກງານຫຼາຍກວ່າ 1400 ຄົນ ໄດ້ຮັບການສ້າງຕັ້ງ ແລະ ດຳເນີນພາລະກິດຕັ້ງແຕ່ປີ 1959.
ອົງການສະວິດຄອນແທັກ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ແຕ່ປີ 2013 ເປັນຕົ້ນມາ ໂດຍສຸມໃສ່ການພັດທະນາພາກເອກະຊົນໃນຂົງເຂດວຽກ: ອາຊີວະສຶກສາ, ເສດຖະກິດໝູນວຽນ ແລະ ການທ່ອງທ່ຽວແບບຍືນຍົງ.
ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ມີເປົ້າໝາຍເລັງໃສ່ການຍົກລະດັບລາຍຮັບ ແລະ ປັບປຸງຊີ ວິດການເປັນຢູ່ຂອງຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ, ເຊິ່ງມີອາຍຸລະຫວ່າງ 15 ຫາ 35 ປີ, ຮຽນຈົບຊັ້ນປະຖົມ ແລະ/ຫຼື ມັດທະຍົມຕອນຕົ້ນ (ຜູ້ທີ່ຮຽນບໍ່ຈົບ ມ.ປາຍ) ແລະ ມີລາຍໄດ້ຕ່ຳ ໂດຍການສະໜັບສະໜູນການຝຶກອົບຮົມອາຊີບ ແລະ ເຂົ້າເຖິງຕະຫຼາດແຮງງານ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາຂອງຜູ້ໄດ້ຮັບຜົນປະໂຫຍດ. ທ່ານສາມາດສຶກສາຂໍ້ມູນເພີ່ມຕື່ມກ່ຽວກັບໂຄງການໄດ້ທີ່: https://bit.ly/443BFPN.
ເປີດຮັບສະໝັກ:
ພະນັກງານຝຶກງານຂອງໂຄງການ ປະຈຳແຂວງຊຽງຂວາງ
ຜູ້ສະໝັກເປົ້າໝາຍ:
ນັກຮຽນ/ສຶກສາ ທີ່ຮຽນຈົບໃໝ່ ທີ່ຕ້ອງການຊອກຫາປະສົບການ ແລະ ຮຽນຮູ້ການເຮັດວຽກ ກັບ ອົງການຈັດຕັ້ງສາກົນ.
ການເລີ່ມເຮັດວຽກ:
1 ທັນວາ 2026
ໄລຍະເວລາຂອງສັນຍາ:
6 ເດືອນ ແຕ່ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ.
ສະຖານທີ່ເຮັດວຽກ:
ໂຮງຮຽນເຕັກນິກ-ວິຊາອາຊີບແບບປະສົມ ແຂວງຊຽງຂວາງ ບ້ານລີີ, ເມືອງ ແປກ, ແຂວງ ຊຽງຂວາງ
ສະຫວັດດີການ:
ຈະໄດ້ຮັບເງິນເບ້ຍລ້ຽງຫລາຍກວ່າ 5,000,000 ກີບ/ເດືອນ, ພ້ອມນະໂຍບາຍອື່ນໆ ເຊັ່ນ: ການຄຸ້ມຄອງປະກັນໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ, ການກວດສຸຂະພາບປະຈໍາປີ.
ໜ້າວຽກລວມ
ພະນັກງານຝຶກງານຂອງໂຄງການມີໜ້າທີ່ຊ່ວຍວຽກຂອງໂຄງການ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານ ລວມເຖິງວຽກງານພາຍໃນ ຕາມການຊີ້ນໍາຂອງພະນັກງານຜູ້ປະສານງານໂຄງການຂັ້ນແຂວງ ເພື່ອສະໝັບສະໝູນວຽກບໍລິຫານ ແລະ ໃຫ້ການຊ່ວຍເຫຼືອດ້ານວິຊາການ.
ຄວາມຮັບຜິດຊອບ ແລະ ໜ້າວຽກຂອງພະນັກງານຝຶກງານຂອງໂຄງການມີດັ່ງນີ້:
- ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຂອງຜູ້ປະສານງານຂັ້ນແຂວງ.
- ຊ່ວຍໃນການປັບປຸງ ແລະ ຈັດລະບຽບບັນທຶກໂຄງການ ແລະ ເອກະສານໃຫ້ເປັນລະບົບ, ມີປະສິດທິພາບ ແລະ ເຂົ້າເຖິງໄດ້ງ່າຍ.
- ສະໜັບສະໜູນການບໍລິຫານຫ້ອງການ (ສໍາເນົາ ແລະ ສະແກນເອກະສານ).
- ຊ່ວຍກະກຽມກອງປະຊຸມຂອງໂຄງການ ແລະ ການປະສານງານການຝຶກອົບຮົມ ແລະ ກອງປະຊຸມ
- ຕິດຕາມການຢືນຢັນຂອງຜູ້ເຂົ້າຮ່ວມ ແລະ ການກະກຽມເອກະສານ ແລະ ອຸປະກອນຕ່າງໆ
- ສະໜັບສະໜູນວຽກການຈັດຊື້ຕາມການຊີ້ນຳຂອງຄະນະປະສານງານດ້ານວິຊາການຂັ້ນແຂວງ.
- ປະສານງານກັບທີມງານບໍລິຫານຂອງ ສະວິດຄອນແທັກ ນະຄອນຫຼວງວຽງຈັນ.
- ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາຂອງຫົວໜ້າ.
ເງື່ອນໄຂຂອງຜູ້ສະໝັກ
- ລະດັບການສືກສາຈົບຊັ້ນກາງ ຫຼື ຊັ້ນສູງ ຫຼື ປະລິນຍາຕຼີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງກັບວຽກການພັດທະນາການສຶກສາ (ໂດຍສະເພາະນັກສືກສາຈົບໃໝ່ ຫລື ຜູ້ຕ້ອງການຮຽນຮູ້ ແລະ ຊອກປະສົບການ).
- ລະດັບພາສາອັງກິດແມ່ນ ສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ ໃນລະດັບພື້ນຖານ.
- ລະດັບຄວາມຮູ້ພື້ນຖານທາງດ້ານ ຄອມພິວເຕີ ແລະ ອຸປະກອນການສື່ສານ (Phone, Scanner, Internet, Microsoft Office365).
- ມີຄວາມຮູ້ກ່ຽວກັບລະບົບການເຮັດວຽກຂອງ ໂຮງຮຽນວິຊາຊີບຈະພິຈາລະນາເປັນພິເສດ.
- ເຕັມໃຈທີ່ຈະສະໜັບສະໜູນຕາມການມອບໝາຍຂອງໂຄງການ.
- ມີຄວາມກະຕື້ລືລົ້ນ ແລະ ມັກຮັກໃນການຮຽນຮູ້.
ການຮັບສະໝັກ
- ກະລູນາສົ່ງຊີວະປະຫວັດສະໝັກວຽກ (CV) ແລະ ເອກະສານທີ່ກ່ຽວຂ້ອງກັບການສະໝັກວຽກ.
- ວິທີສົ່ງ ແບບທີ 1: ສາມາດສົ່ງຂໍ້ມູນທາງອີເມວ recruitment-sc-lao@swisscontact.org. ກະລຸນາຂຽນຫົວຂໍ້ສະໝັກວ່າ: Job applicant: Internship for VTESS Project in XKH
- ວິທີສົ່ງ ແບບທີ 2: ສາມາດສົ່ງເອກະສານສະໝັກວຽກໄດ້ທີ່ ວິທະຍາໄລເຕັກນິກ-ວິຊາອາຊີບແບບປະສົມ ແຂວງ ຊຽງຂວາງ ຫຼື ຕິດຕໍ່ຜູ້ປະສານງານຂັ້ນແຂວງໄດ້ທີ່ເບີໂທ: +85620 23904999.
- ພວກເຮົາຈະຕິດຕໍ່ຫາຜູ້ສະໝັກທີ່ຖືກຄັດເລືອກ ເທົ່ານັ້ນ!
ປິດຮັບສະໝັກ ຫຼັງຈາກມີຜູ້ຖືກຮັບຄັດເລືອກ
ພວກເຮົາເປີດໂອກາດສະໝັກໃຫ້ກັບທຸກທ່ານ ໂດຍສະເພາະທ່ານຍິງ ແລະ ຊົນເຜົ່າ
