ຜູ້ຊ່ວຍຫົວໜ້າຝ່າຍປະຕິບັດງານປະຈໍາແຂວງ

MAG Lao

Details

Province:
Xiengkhouang
Type of Position:
Full-time
Contract Duration:
05 months
Type of Organization:
iNGO
National/International Position:
National
Application Deadline:
March 15, 2026

Description

ຈຸດປະສົງໜ້າວຽກ:

ຜູ້ຊ່ວຍຫົວໜ້າຝ່າຍປະຕິບັດງານປະຈຳແຂວງ ມີໜ້າທີ່ຮັບຜີດຊອບ ຊ່ວຍການບໍລິຫານຈັດແຜນວຽກ,ເອກະສານ, ແຜນວາດ ໃຫ້ຄົບຊຸດເພື່ອຕອບສະໜອງໃຫ້ທີມງານພາກສະໜາມ ແລະ ກວດກາເອກະສານອື່ນໆ ໃຫ້ຫົວໜ້າຝ່ານປະຕິບັດງານປະຈຳແຂວງ ໃຫ້ຖືກຕ້ອງຕາມມາດຕະຖານການປະຕິບັດງານຂອງອົງການ.

ໜ້າທີ່ຮັບຜິດຊອບ

  • ກະກຽມເອກະສານ, ໃບຄຳສັ່ງໜ້າ ໃຫ້ຄົບຖ້ວນເພື່ອຕອບສະໜອງວຽກງານການສຳຫຼວດ ແລະ ກວດກູ້ລະເບີດ.
  • ປັບປຸງ/ດັດແກ້ຄຳສັ່ງໜ້າວຽກຕາມຄວາມເໝາະສົມ,ປັບປຸງກະດານຕິດຕາມວຽກປະຕິບັດງານເປັນປະຈຳ
  • ກະກຽມ ແຜນວາດໃຫ້ພຽງພໍ ເພື່ອຕອບສະໜອງວຽກງານການສຳຫຼວດ ແລະ ກວດກູ້
  • ຊ່ວຍ POM ກວດກາ ບິນຄ່ານ້ຳ, ຄ່າໄຟຟ້າ ແລະ ເອກະສານສັນຍາເຮືອນເຊົ່າໃຫ້ພະທີມງານ.
  • ກະກຽມຄຳສັ່ງໜ້າວຽກ ພ້ອມເອກະສານ DA ເພື່ອຕອບສະໜອງໃຫ້ທີມງານການທຳລາຍເຄື່ອນທີ່
  • ກວດກາບົດງານປະຈຳວັນ ແລະ ຜົນສຳເລັດສຳໜາມສຳລັບວຽກງານ AC, TS ແລະ DA.
  • ຊ່ວຍ FS ໃນການກະກຽມເອກະສານຈັດຊື້ປະຈຳເດືອນເພື່ອຕອບສະໜອງໃຫ້ທີມງານພາກສະໜາມ
  • ຊ່ວຍໃນການສະເໜີຈັດຊື້ປະຈຳເດືອນ
  • ສະຫຼຸບແລະລາຍງານຜົນສຳເລັດທັງໝົດຈາກພາກສະໜາມ AC, TS ແລະ DA
  • ຊ່ວຍ POM ສະຫຼຸບບັນຊີດິນລະເບີດ ເພື່ອບັນທືກເຂົ້າໃນຖານຂໍ້ມູນ.
  • ຊ່ວຍຕອບ/ຮັບວິທະຍຸສື່ສານຈາກສະໜາມ ຫາ ຫ້ອງການ.

ເງື່ອນໄຂ, ຄຸນວຸດທິ ແລະ ປະສົບການ ທີ່ຕ້ອງການ:

  • ຮຽນຈົບວິຊາສະເພາະໃດໜຶ່ງໃນລະດັບ ຊັ້ນສູງຂຶ້ນໄປ.
  • ມີປະສົບການເຮັດວຽກກ່ຽວກັບ ລບຕ ຫຼື ວຽກໃນອົງກອນທີ່ເຮັດວຽກກ່ຽວກັບ ລບຕ.
  • ຜ່ານການຝຶກອົບຮົມ ຫຼື ຮູ້ກ່ຽວກັບລະບົບ GIS, ຄອມພິວເຕີ ແລະ  ລະບົບ IT ອື່ນໆ
  • ມີຄວາມເຂົ້າໃຈກ່ຽວກັບຂັ້ນຕອນໃນການປະຕິບັດວຽກຢູ່ໃນພາກສະໜາມ.
  • ມີທັກສະຄວາມເປັນຜູ້ນຳສູງ ແລະ ສາມາດເຮັດໄດ້ຫຼາຍໜ້າວຽກ.
  • ສາມາດ ເວົ້າ ແລະ ຂຽນພາສາລາວ ໄດ້ເປັນຢ່າງດີ ແລະ ມີຄວາມຮູ້ພື້ນຖານດ້ານພາສາອັງກິດ.
  • ມີຄວາມໝັ້ນໃຈໃນການນຳໃຊ້ອຸປະກອນ IT ລວມມີ ແທັບເບຣັດ, ໂທລະສັບ ແລະ ຄອມພິວເຕີ.
  • ມີຄວາມສາມາດໃນການນຳໃຊ້ໂປຼແກຼມ Microsoft Office (Word, Excel, Outlook)
  • ມີຄວາມຊື່ສັດ ແລະ ສາມາດປັບຕົວໄດ້.
  • ເຄົາລົບຕໍ່ກັບນະໂຍບາຍພາຍໃນ ຂອງອົງການເກັບກູ້ລະເບີດ ແມັກ.
  • ສາມາດເຮັດວຽກເປັນທີມໄດ້.

ເອກະສານທີ່ຕ້ອງການ:

  • ຊີວະປະຫວັດ (CV) ແລະ ໜັງສືຂໍສະໝັກວຽກຂຽນດ້ວຍຕົນເອງ (Cover Letter)ຖ້າຂຽນເປັນພາສາອັງກິດໄດ້ຍິ່ງເປັນການດີ.
  • ສຳເນົາ ປື້ມສຳມະໂນຄົວ ແລະ ບັດປະຈຳຕົວ ຫຼື ພາສປອດ
  • ສຳເນົາ ໃບປະກາສະນິຍາບັດ
  • ສຳເນົາ ໃບຄະແນນ
  • ສຳເນົາໃບຂັບຂີ່ (ຖ້າມີ)
  • ສຳເນົາ ໃບຜ່ານງານ (ຖ້າມີ)

ຂັ້ນຕອນການສະໝັກສຳລັບຕຳແໜ່ງນີ້:

  1. ຜູ້ທີ່ສົນໃຈກະລຸນາປະກອບເອກະສານທີ່ໄດ້ລະບຸຂ້າງເທິງ ແລ້ວສົ່ງເອກະສານທັງໝົດ ໂດຍຂຽນລະບຸຕື່ມໃສ່ໜ້າຊອງ ເຊັ່ນ: ຊື່, ເບີໂທລະສັບ ແລະ ຕຳແໜ່ງທີ່ຕ້ອງການສະໝັກ ໃຫ້ກັບພະແນກບຸກຄະລາກອນຂອງອົງການເກັບກູ້ລະເບີດແມັກ ຫ້ອງການແມັກ ບ້ານ ໂງຍ, ເມືອງ ແປກ ແຂວງ ຊຽງຂວາງ – ສອບຖາມຂໍ້ມູນເພີ່ມເຕີມໂມງລັດຖະການ ໂທລະສັບ: 020 555 61371 (ເອກະສານທຸກຢ່າງຍື່ນແລ້ວຈະບໍ່ສາມາດຖອນຄືນໄດ້).
  2. ປະກອບເອກະສານທີ່ໄດ້ລະບຸຂ້າງເທິງແລ້ວສະແກນລວມເປັນຟາຍດຽວ ພ້ອມອັບໂຫລດອອນລາຍຜ່ານລິ້ງ:

 

ລິ້ງສະໝັກ: https://forms.gle/Cqdw7t3fkAFM911C8

 

ການສະໝັກຜ່ານລິ້ງອອນລາຍແມ່ນຖ້າຫາກຕື່ມຂໍ້ມູນເປັນພາສາອັງກິດໄດ້ຈະເປັນການດີ.

ປິດຮັບສະໝັກແມ່ນ: ເວລາ 16:00 PM ຂອງ ວັນທີ 15 ເດືອນ ມີນາ 2026

ຜູ້ສະໝັກທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ແມ່ນຈະໄດ້ຮັບການຕິດຕໍ່ເພື່ອມາສຳພາດ.

 ອິງຕາມຄໍາຫມັ້ນສັນຍາຂອງອົງການເກັບກູ້ລະເບີດ ແມັກ ວ່າດ້ວຍນະໂຍບາຍດ້ານການປົກປ້ອງ, ການຄັດເລືອກຕໍາແຫນ່ງນີ້ແມ່ນຕ້ອງ ຜ່ານຂະບວນການກວດສອບປະຫວັດຄວາມເປັນມາ ເພື່ອຢັ້ງຢືນຄວາມຖືກຕ້ອງ ກ່ອນທີ່ຈະມີການສະເຫນີການຈ້າງງານ, ອົງການເກັບ ກູ້ລະເບີດແມັກ ມຸ່ງຫມັ້ນໃນຫຼັກການຂອງຄວາມຫຼາກຫຼາຍ, ສິດສະເຫມີພາບ ແລະ ການມີສ່ວນຮ່ວມ ແລະ ເປີດໂອກາດໃນການຈ້າງ ງານແບບເທົ່າທຽມກັນ. ຖ້າທ່ານຄິດວ່າ ທ່ານມີຄຸນວຸດທິເຫມາະສົມກັບບົດບາດຂອງຕໍາແຫນ່ງນີ້ ໃນອົງການຂອງພວກເຮົາ, ພວກເຮົາຍິນ ດີຕ້ອນຮັບການສະຫມັກງານຂອງທ່ານ ໂດຍບໍ່ຄໍານຶງເຖິງພື້ນຖານຄວາມເປັນຢູ່ຂອງທ່ານ. ພວກເຮົາມຸ່ງຫມັ້ນໃນການສະຫນອງສະພາບ ແວດລ້ອມໃນການເຮັດວຽກແບບມີສ່ວນຮວ່ມ ແລະ ໃຫ້ສະຫນັບສະຫນູນ ເພື່ອໃຫ້ພະນັກງານທຸກຄົນຮູ້ສຶກໄດ້ຮັບຄວາມເຄົາລົບ ແລະ ໄດ້ຮັບການສະຫນັບສະຫນູນ ແລະ ໃນການບັນລຸຄວາມອາດສາມາດຂອງເຂົາເຈົ້າ.

ທຸກໆຮູບແບບຂອງການຈ້າງງານ ແລະ ຂະບວນການຄັດເລືອກພະນັກງານ, ບໍ່ວ່າຈະເປັນການຈ້າງງານພະນັກງານໃຫມ່ຄັ້ງທໍາອິດ ຫຼື ການເລື່ອນຕໍາແຫນ່ງພະນັກງານພາຍໃນອົງການ ຈະອີງໃສ່ຄຸນສົມບັດ, ຄຸນວຸດທິ, ຄວາມສາມາດ, ຜົນການປະຕິບັດວຽກງານ ແລະ ຄວາມຕ້ອງການຂອງອົງການ, ອົງການເກັບກູ້ລະເບີດ ແມັກ (ຫຼື ພາກສ່ວນອື່ນໆ ທີ່ກ່ຽວຂ້ອງກັບຂະບວນການຄັດ ເລືອກພະນັກງານ ຂອງອົງການເກັບກູ້ລະເບີດ ແມັກ) ຈະບໍ່ເກັບຄ່າທໍານຽມ (ຫຼື ຮັບເອົາຂອງຂວັນ ຫຼື ສິ່ງຕອບ ແທນອື່ນໆ) ໃນທຸກຂັ້ນຕອນຂອງຂະບວນການຄັດເລືອກພະນັກງານ (ການປະກາດຮັບສະຫມັກວຽກ, ການສໍາ ພາດ, ການປະເມີນຜົນ), ຖ້າທ່ານມີຂໍ້ຂ້ອງໃຈກ່ຽວກັບຂະບວນການນີ້ ທ່ານສາມາດລາຍງານ ໃຫ້ອົງການຂອງພວກເຮົາ ຜ່ານທາງ ໂທລະສັບ: 020 55582523

ຂໍ້ກຳນົດ ແລະ ເງື່ອນໄຂ:

ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ມີສະພາບແວດລ້ອມຂອງການເຮັດວຽກທີ່ດີ, ສະຫວັດດີການທີ່ດີ ແລະ ມີນະໂຍບາຍໃນການສົ່ງເສີມຝຶກອົບຮົມເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ກັບພະນັກງານ.

Contact Details

Contact Person:
MAG LAOS
Phone:
020 5556 1371
Email:
Human.Resources.Laos@maginternational.org

Additional Information

Attachments

Save & Share