ຜູ້ຊ່ວຍບໍລິຫານ-ການເງິນ ປະຈຳພາກສະໜາມ ແຂວງ

ADRA Lao PDR

Details

Province:
Xiengkhouang
Type of Position:
Full-time
Contract Duration:
Initial contract January to 31 December 2025 with likely annual extension to 2029 dependent on funding and performance
Type of Organization:
iNGO
National/International Position:
National
Application Deadline:
November 14, 2025

Description

ປະກາດຮັບສະໝັກພະນັກງານ

ຜູ້ຊ່ວຍບໍລິຫານການເງິນ ປະຈຳພາກສະໜາມ ແຂວງຊຽງຂວາງ

 

ອົງການພັດທະນາ ແລະ ບັນເທົາທຸກ (ອາດຣາ) ເປັນອົງການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານ ມີເຄືອຄ່າຍຢູ່ຫຼາຍກວ່າ 115 ປະເທດທົ່ວໂລກ.​ ໃນນາມອົງການຈັດຕັ້ງສາກົນ ອົງການ ອາດຣາ ປະຈໍາ ສປປ ລາວ ໄດ້ເຄື່ອນໄຫວໃຫ້ການຊ່ວຍເຫຼືອຊຸມຊົນຜູ້ທີ່ດ້ອຍໂອກາດໃນຫຼາຍຂະແໜງການ ເຊ່ັນ: ຊີວິດການເປັນຢູ່, ກະສິກໍາ, ສາທາລະນະສຸກ ແລະ ການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ນອກຈາກນີ້ ອົງການ ອາດຣາ ຍັງໃຫ້ການຊ່ວຍເຫຼືອບັນເທົາທຸກກໍລະນີເກີດໄພພິບັດ ໂດຍຮ່ວມມືກັບເຄື່ອຄ່າຍອົງການ ອາດຣາ ສາກົນ ແລະ ອໍານາດການປົກຄອງທ້ອງຖິ່ນໃນ ສປປ ລາວ. ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ ອົງການ ອາດຣາ ປະຈໍາ ສປປ ລາວ ໄດ້ຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 150 ໂຄງການ ເຊິ່ງກວມເອົາ 13 ແຂວງ.

ຕໍາແໜ່ງຮັບສະໝັກ:

ຕໍາແໜ່ງທີ່ຮັບສະໝັກແມ່ນ ຜູ້ຊ່ວຍບໍລິຫານ/ການເງິນ ປະຈໍາຢູ່ໂຄງການ ເມືອງໝອກ, ແຂວງຊຽງຂວາງ ໂດຍໄດ້ຮັບທຶນຈາກ Canadian Foodgrains Bank. ເປົ້າໝາຍຂອງໂຄງການແມ່ນປັບປຸງໂພຊະນາການ, ສຸຂະພາບ ແລະ ຄວາມເປັນຢູ່ຂອງຊຸມຊົນເປົ້າໝາຍໃນເມືອງໝອກ, ແຂວງຊຽງຂວາງ.

 

ຄວາມຮັບຜິດຊອບລວມ:

ຜູ້ຊ່ວຍບໍລິຫານ/ການເງິນແມ່ນຮັບຜິດຊອບວຽກການເງິນ-ບໍລິຫານ, ຊ່ວຍເຫຼືອທີມງານໂຄງການ ເພື່ອໃຫ້ກິດຈະກໍາໂຄງການມີຄຸນນະພາບສູງ  ແລະ ເຮັດວຽກຢ່າງມີປະສິດທິຜົນກັບຄູ່ຮ່ວມງານທັງພາຍໃນລະພາຍນອກ.

ໜ້າວຽກລວມ:

  • ຊ່ວຍວຽກບໍລິຫານການເງິນຂອງໂຄງການ ເພື່ອໃຫ້ການຄຸ້ມຄອງໂຄງການມີປະສິດທິພາບ ໂດຍສອດຄ່ອງກັບນະໂຍບາຍ ແລະ ລະບຽບຂອງອົງການຜູ້ໃຫ້ທຶນ
  • ຮັກສາຫ້ອງການໃຫ້ມີຄວາມສະອາດປອດໄພຢູ່ສະເໝີ
  • ປະຕິບັດໜ້າທີ່ຕາມການມອບໝາຍຂອງຫ້ອງການ ອາດຣາ ວຽກຈັນ
  • ປະສານງານຢ່າງມີປະສິດທິພາບກັບທີມງານໂຄງການ, ຄູ່ຮ່ວມງານ ແລະ ຜູ້ໄດ້ຮັບຜົນປະໂຫຍດ

 

ເງື່ອນໄຂຮັບສະໝັກ:

  • ປະລິຍາຕີສາຂາບັນຊີ ຫຼື ບໍລິຫານທຸລະກິດ
  • ມີປະສົບການເຮັດວຽກຢ່າງໜ້ອຍ 3 ປີ ໃນຕໍາແໜ່ງຜູ້ຊ່ວຍການເງິນ, ບັນຊີ ແລະ ບໍລິຫານ ກັບອົງການພັດທະນາສາກົນຕ່າງໆ
  • ມີຄວາມຊຳນານດ້ານເທັກນິກ ແລະ ມີປະສົບການໃນການນຳໃຊ້ software ບັນຊີ ແລະ ຄຸ້ນເຄີຍກັບການກວດສອບບັນຊີ
  • ມີມະນຸດສຳພັນດີ ແລະ ສາມາດສື່ສານໄດ້ດີ ແລະ ມີຄວາມຫ້າວຫັນໃນການຮັບໃຊ້ວຽກງານ
  • ມີຄວາມຊື່ສັດສູງ ຍຶດຖືຫຼັກຄຸນນະທຳ ແລະ ເຮັດວຽກເປັນທີມໄດ້ດີ
  • ມີຄວາມຊໍາຊານໃນການນຳໃຊ້ໂປໄມໂຄຼຊອບ ອອບຟິສ (Microsoft Office Software programs) ໂດຍສະເພາະ Excel
  • ມັກຮຽນຮູ້ ແລະ ພັດທະນາຕົນເອງ

 

ໝາຍເຫດ: ທາງອົງການຈະຕິດຕໍ່ຫາຜູ້ທີ່ໄດ້ຮັບຄັດເລືອກສໍາພາດເທົ່ານັ້ນ.

 

ຂັ້ນຕອນການສະໝັກ

ສົ່ງເອກະສານສະໝັກຜ່ານ:  https://forms.gle/Y6r5BsGFY1AeYRUX6

ສອບຖາມຂໍ້ມູນເພີ່ມເຕີມຕິດຕໍ່ hr@adralaos.org ຫຼື ໂທ/WA 020 22788299.

ຄຳຮ້ອງຄວນປະກອບມີ:

  • ຈົດໝາຍສະໝັກວຽກ (Cover Letter) ພ້ອມອະທິບາຍວ່າ ທ່ານໄດ້ບັນລຸເງື່ອນໄຂຂ້າງເທິງແນວໃດ.
  • ປະຫວັດ (Resume/CV) ພ້ອມທັງລະບຸຂໍ້ມູນຕິດຕໍ່ຜູ້ຢັ້ງຢືນ (Referees) 3 ທ່ານ.
  • ໃບປະກາດ, ໃບຢັ້ງຢືນ ແລະ ອື່ນໆ.

ປິດຮັບຄໍາຮ້ອງ 14 ພະຈິກ 2025. ຜູ້ສະໝັກຍິງ, ຄົນພິການ ແລະ ຊົນເຜົ່າທີ່ມີຄຸນສົມບັດ ແລະ ປະສົບການເໝາະສົມ ຈະໄດ້ຮັບພິຈາລະນາພິເສດ.

Contact Details

Contact Person:
Ms. Koung Kouangbounyalath
Phone:
020 22788299
Email:
hr@adralaos.org

Additional Information

Attachments

Save & Share