(Re-advertise) ອາສາສະໝັກຊ່ວຍວຽກໂຄງການ

Swisscontact

Details

Province:
Vientiane Capital
Type of Position:
Full-time
Contract Duration:
6 moths (renewable)
Type of Organization:
iNGO
National/International Position:
National
Application Deadline:
October 21, 2024

Description

Swisscontact ແມ່ນອົງການທີ່ເອກະລາດທາງດ້ານທຸລະກິດທີ່ເຮັດວຽກສໍາລັບການຮ່ວມມືພັດທະນາສາກົນ. ມີຕົວແທນຢູ່ໃນ 40 ປະເທດ ແລະ ມີພະນັກງານຫຼາຍກວ່າ 1400 ຄົນ, ມີການສົ່ງເສີມນັບຕັ້ງແຕ່ 1959 ທາງດ້ານການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.

Swisscontact ໄດ້ເຂົ້າມາເຄື່ອນໄຫວຢູ່ ສປປ ລາວ ຕັ້ງແຕ່ປີ 2013 ດ້ວຍບັນດາໂຄງການດ້ານອາຊີວະສຶກສາ ແລະ ການຝຶກອົບຮົມ ເພື່ອປັບປຸງສີມືແຮງງານຂອງປະຊາຊົນ ແລະ ສ້າງໂອກາດໃຫ້ເຂົາເຈົ້າມີລາຍຮັບທີ່ໝັ້ນຄົງ ແລະ ມີສ່ວນຮ່ວມຢ່າງຫ້າວຫັນໃນຕະຫຼາດແຮງງານ, ເປັນຕົ້ນແມ່ນໃນຂົງເຂດການທ່ອງທ່ຽວແບບຍືນຍົງ, ການຄຸ້ມຄອງສິ່ງເສດເຫຼືອ. ແລະ ສົ່ງເສີມການບໍລິໂພກ ແລະ ການຜະລິດແບບຍືນຍົງ ເພື່ອສ້າງໂອກາດທາງເສດຖະກິດທີ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມີຄວາມຍືນຍົງຕໍ່ສິ່ງແວດລ້ອມ.

ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ມີເປົ້າໝາຍເລັງ​ໃສ່ເພື່ອສະໜອງການຝຶກອົບຮົມວິຊາຊີບ ທີ່​ສອດ​ຄ່ອງ​ກັບຄວາມ​ຕ້ອງ​ການຂອງຕະຫຼາດແຮງງານ ໂດຍສຸມໃສ່ກຸ່ມເປົ້າໝາຍທີ່ເປັນໄວໝຸ່ມຜູ້ດ້ອຍໂອກາດ ທີ່ມີອາຍຸລະຫວ່າງ 15-35 ປີ, ທີ່ຮຽນຈົບຊັ້ນປະຖົມ ແຕ່ບໍ່ຈົບຊັ້ນມັດທະຍົມສຶກ​ສາຕອນຕົ້ນ ແລະ ມີຄວາມທຸກຍາກ ເປົ້າໝາຍແມ່ນເພື່ອ​ໃຫ້​ເຂົາ​ເຈົ້າມີວຽກເຮັດງານທຳ, ປະກອບອາຊີບດ້ວຍຕົນເອງ ຫຼື ກັບຄືນເຂົ້າສູ່ ລະບົບການສຶກສາ.

(Re-advertise) ອາສາສະໝັກຊ່ວຍວຽກໂຄງການ (IVETS/TVET)

  • ຜູ້ສະໝັກເປົ້າໝາຍ: ນັກຮຽນ/ສືກສາຈົບໃໝ່ ຜູ້ຕ້ອງການຮຽນຮູ້ວຽກ ແລະ ຊອກຫາປະສົບການການເຮັດວຽກກັບ ອົງການຈັດຕັ້ງສາກົນ
  • ການເລີ່ມເຮັດວຽກ: ເດືອນ ຕຸລາ-ພະຈິກ 2024 ເປັນຕົ້ນໄປ.
  • ໄລຍະເວລາ ຂອງສັນຍາ: 6 ເດືອນ ແຕ່ ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ
  • ສະຖານທີ່ ເຮັດວຽກ: ວິທະຍາໄລເຕັກນິກ-ວິຊາຊີບ ແຂວງ ອຸດົມໄຊ

ສະຫວັດດີການ: ອາສາສະໝັກຊ່ວຍວຽກໂຄງການ ຈະໄດ້ຮັບເງິນອຸດໝູນແຮງງານປະມານ 3,000,000 ກີບ / ເດືອນ, ນອກນັ້ນຍັງມີການຄຸ້ມຄອງປະກັນໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ, ການກວດສຸຂະພາບປະຈໍາປີ.

 ໜ້າວຽກລວມ

ອາສາສະໝັກຊ່ວຍວຽກໂຄງການ ແມ່ນເຮັດວຽກຮ່ວມກັບຄູ່ຮ່ວມງານຂອງໂຄງານ ແລະ ເຮັດວຽກພາຍໃນການຊີ້ນໍາຂອງພະນັກງານຜູ້ປະສານງານຂອງໂຄງການຂັ້ນແຂວງ ເພື່ອສະໝັບສະໝູນວຽກບໍລິກຫານ, ວຽກວິຊາການ, ການປ້ອນຂໍ້ມູນ ແລະ ໃຫ້ການຊ່ວຍເຫຼືອດ້ານວິຊາການຕາມການແນະນໍາຂອງຜູ້ປະສານງານໂຄງການ.

ຄວາມຮັບຜິດຊອບ ແລະ ໜ້າວຽກຂອງອາສາສະໝັກມີດັ່ງນີ້:

  • ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຂອງຜູ້ປະສານງານຂັ້ນແຂວງ.
  • ຊ່ວຍໃນການປັບປຸງ ແລະ ຈັດລະບຽບບັນທຶກໂຄງການ ແລະ ເອກະສານໃຫ້ເປັນລະບົບ, ມີປະສິດທິພາບ ແລະ ສາມາດເຂົ້າເຖິງໄດ້ງ່າຍ.
  • ສະຫນັບສະຫນູນການບໍລິຫານຫ້ອງການ (ສໍາເນົາ ແລະ ສະແກນເອກະສານ).
  • ຊ່ວຍ​ກະ​ກຽມ​ກອງ​ປະ​ຊຸມ​ຂອງ​ໂຄງ​ການ ​ແລະ ​ການ​ປະ​ສານ​ງານ​ການ​ຝຶກ​ອົບ​ຮົມ​ ແລະ​ ກອງ​ປະ​ຊຸມ​ໂດຍ​ການ​ຕິດ​ຕາມ​ການ​ຢືນ​ຢັນ​ຂອງ​ຜູ້​ເຂົ້າ​ຮ່ວມ ​ແລະ​ ການ​ກະ​ກຽມ​ເອ​ກະ​ສານ​ ແລະ​ ອຸ​ປະ​ກອນ​ຕ່າງໆ​.
  • ສະໜັບສະໜູນວຽກການຈັດຊື້ຕາມການຊີ້ນຳຂອງຄະນະປະສານງານດ້ານວິຊາການຂັ້ນແຂວງ.
  • ປະສານງານກັບທີມງານບໍລິຫານຂອງ Swisscontact ນະຄອນຫຼວງວຽງຈັນ.
  • ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາຂອງຫົວໜ້າ.

ຄຸນສົມບັດ, ປະສົບການ ແລະ ຄວາມສາມາດ

  • ລະດັບການສືກສາຈົບຊັ້ນກາງ ຫຼື ຊັ້ນສູງ ຫຼື ປະລິນຍາຕຼີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງກັບວຽກການພັດທະນາການສຶກສາ (ໂດຍສະເພາະນັກສືກສາຈົບໃໝ່ ຫລື ຜູ້ຕ້ອງການຮຽນຮູ້ ແລະ ຊອກປະສົບການ)
  • ລະດັບພາສາອັງກິດແມ່ນ ສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ ໃນລະດັບພື້ນຖານ.
  • ລະດັບຄວາມຮູ້ພື່ນຖານທາງດ້ານ ຄອມພິວເຕີ ແລະ ອຸປະກອນການສື່ສານ (Phone, Internet, Microsoft Office)
  • ມີຄວາມຮູ້ກ່ຽວກັບລະບົບການເຮັດວຽກຂອງ ໂຮງຮຽນວິຊາຊີບຈະພິຈາລະນາເປັນພິເສດ
  • ເຕັມໃຈທີ່ຈະສະຫນັບສະຫນູນຕາມການຮ້ອງຂໍຂອງໂຄງການ ແລະ ມັກໃນການຮຽນຮູ້

ການຮັບສະໝັກ

  • ຕື່ມຂໍ້ມູນໃນແບບຟ້ອມສະໝັກໂດຍ ກົດ “Clicking here” ພ້ອມກັບດາວໂຫຼດແບບຟອມອອກມາ ທາງນອກເພື່ອຕື່ມຂໍ້ມູນ ແລະ ສາມາດສົ່ງຂໍ້ມູນທາງ ອີເມວ recruitment.laos@swisscontact.org ຫລື ສາມາດສົ່ງເອກະສານ ແລະ ຟອມສະໝັກໄດ້ທີ່ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງ ອຸດົມໄຊ ນໍາຜູ້ປະສານທາງດ້ານວິຊາການຂັ້ນແຂວງໄດ້.
  • ຖ້າໃນກໍລະນີ້ສົ່ງຜ່ານທາງ ອີເມວ ກະລຸນາຂຽນ ຫົວຂໍ້ສະໝັກວ່າ: Job applicant: Programme Associate
  • ຮັບສະໝັກແມ່ນຕາມແບບຟອມຂອງໂຄງການເທົ່ານັ້ນ
  • ຜູ້ສະໝັກທີ່ຖືກຄັດເລືອກຈະຖືກຕິດຕໍ່ກັບ

ພວກເຮົາຈະສະເໜີຕຳແຫນ່ງທີ່ມີຄວາມທ້າທາຍ ມີຄວາມເປັນສ່ວນບຸກຄົນ ແລະ ມີຄວາມຮັບຜິດຊອບ. ທ່ານມີຄວາມສົນໃຈຮ່ວມວຽກງານກັັບອົງກອນທີ່ເປັນສາກົນ ແລະ ມີຄວາມມຸ່ງໝັ້ນ ແລະ ມີສ່ວນຮ່ວມເພື່ອຄວາມເປັນເລີດ ແລະ ເຮັດໃນສີ່ງທີ່ແຕກຕ່າງບໍ່?

ວັນປິດຮັບສະໝັກແມ່ນ ວັນທີ  21 ຕຸລາ 2024

We particularly welcome female applicants

Contact Details

Contact Person:
recruitment
Phone:
021454148
Email:
recruitment.laos@swisscontact.org

Additional Information

Attachments

Save & Share