Re-advert: ພະນັກງານຝຶກງານຂອງໂຄງການ

Swisscontact

Details

Province:
Salavan
Type of Position:
Full-time
Contract Duration:
6 ເດືອນ ແຕ່ ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ.
Type of Organization:
iNGO
National/International Position:
National
Application Deadline:
February 18, 2006

Description

ສະວິດຄອນແທັກ ແມ່ນອົງການບໍ່ສະແຫວງຫາຜົນກໍາໄລ ສຸມໃສ່ການພັດທະນາເສດຖະກິດແບບຍືນຍົງໂດຍເນັັ້ນໃສ່ພາກສ່ວນເອກະຊົນເປັນຫຼັກ, ໂດຍມີຕົວແທນຢູ່ 41 ປະເທດ ແລະ ມີພະນັກງານຫຼາຍກວ່າ 1400 ຄົນ ໄດ້ຮັບການສ້າງຕັ້ງ ແລະ ດຳເນີນພາລະກິດຕັ້ງແຕ່ປີ 1959.

ອົງການສະວິດຄອນແທັກ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ແຕ່ປີ 2013 ເປັນຕົ້ນມາ ໂດຍສຸມໃສ່ການພັດທະນາພາກເອກະຊົນໃນຂົງເຂດວຽກ: ອາຊີວະສຶກສາ, ເສດຖະກິດໝູນວຽນ ແລະ ການທ່ອງທ່ຽວແບບຍືນຍົງ.​

ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ມີເປົ້າໝາຍເລັງ​ໃສ່ການຍົກລະດັບລາຍຮັບ ແລະ ປັບປຸງຊີ ວິດການເປັນຢູ່ຂອງຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ, ເຊິ່ງມີອາຍຸລະຫວ່າງ 15 ຫາ 35 ປີ, ຮຽນຈົບຊັ້ນປະຖົມ ແລະ/ຫຼື ມັດທະຍົມຕອນຕົ້ນ (ຜູ້ທີ່ຮຽນບໍ່ຈົບ ມ.ຕົ້ນ) ແລະ ມີລາຍໄດ້ຕ່ຳ ໂດຍການສະໜັບສະໜູນການ​ຝຶກ​ອົບ​ຮົມ​ອາ​ຊີບ ​ແລະ ​​ເຂົ້າເຖິງ​ຕະ​ຫຼາດ​ແຮງ​ງານ​ ຫຼື​ ກັບ​ຄືນ​ເຂົ້າສູ່ລະບົບການສຶກສາ​ຂອງ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​. ທ່ານສາມາດສຶກສາຂໍ້ມູນເພີ່ມຕື່ມກ່ຽວກັບໂຄງການໄດ້ທີ່:  https://bit.ly/443BFPN.

ເປີດຮັບສະໝັກ:

ພະນັກງານຝຶກງານຂອງໂຄງການ (Re-Advert)

ຜູ້ສະໝັກເປົ້າໝາຍ: ນັກຮຽນ/ສຶກສາ ທີ່ຮຽນຈົບໃໝ່ ທີ່ຕ້ອງການຊອກຫາປະສົບການ ແລະ ຮຽນຮູ້ການເຮັດວຽກ ກັບ ອົງການຈັດຕັ້ງສາກົນ.

ການເລີ່ມເຮັດວຽກ: ທັນທີ.

ໄລຍະເວລາຂອງສັນຍາ: 6 ເດືອນ ແຕ່ ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ.

ສະຖານທີ່ເຮັດວຽກ: ສູນການສຶກສານອກໂຮງຮຽນ ບ້ານ ຫຼັກ2 ເມືອງ ສາລະວັນ, ແຂວງ ສາລະວັນ

ສະຫວັດດີການ: ຈະໄດ້ຮັບເງິນເບ້ຍລ້ຽງຫລາຍກວ່າ 3,000,000 ກີບ/ເດືອນ, ພ້ອມນະໂຍບາຍອື່ນໆ ເຊັ່ນ: ການຄຸ້ມຄອງປະກັນໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ, ການກວດສຸຂະພາບປະຈໍາປີ.

ໜ້າວຽກລວມ 

ພະນັກງານຝຶກງານຂອງໂຄງການມີໜ້າທີ່ຊ່ວຍວຽກຂອງໂຄງການ ແລະ ເຮັດວຽກຮ່ວມກັບຄູ່ຮ່ວມງານ ລວມເຖິງວຽກງານພາຍໃນ ຕາມການຊີ້ນໍາຂອງພະນັກງານຜູ້ປະສານງານໂຄງການຂັ້ນແຂວງ ເພື່ອສະໝັບສະໝູນວຽກບໍລິຫານ ແລະ ໃຫ້ການຊ່ວຍເຫຼືອດ້ານວິຊາການ.

ຄວາມຮັບຜິດຊອບ ແລະ ໜ້າວຽກຂອງພະນັກງານຝຶກງານຂອງໂຄງການມີດັ່ງນີ້:

  • ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຂອງຜູ້ປະສານງານຂັ້ນແຂວງ.
  • ຊ່ວຍໃນການປັບປຸງ ແລະ ຈັດລະບຽບບັນທຶກໂຄງການ ແລະ ເອກະສານໃຫ້ເປັນລະບົບ, ມີປະສິດທິພາບ ແລະ ເຂົ້າເຖິງໄດ້ງ່າຍ.
  • ສະໜັບສະໜູນການບໍລິຫານຫ້ອງການ (ສໍາເນົາ ແລະ ສະແກນເອກະສານ).
  • ຊ່ວຍ​ກະ​ກຽມ​ກອງ​ປະ​ຊຸມ​ຂອງ​ໂຄງ​ການ ​ແລະ ​ການ​ປະ​ສານ​ງານ​ການ​ຝຶກ​ອົບ​ຮົມ​ ແລະ​ ກອງ​ປະ​ຊຸມ​ໂດຍ​ການ​ຕິດ​ຕາມ​ການ​ຢືນ​ຢັນ​ຂອງ​ຜູ້​ເຂົ້າ​ຮ່ວມ ​ແລະ​ ການ​ກະ​ກຽມ​ເອ​ກະ​ສານ​ ແລະ​ ອຸ​ປະ​ກອນ​ຕ່າງໆ​.
  • ສະໜັບສະໜູນວຽກການຈັດຊື້ຕາມການຊີ້ນຳຂອງຄະນະປະສານງານດ້ານວິຊາການຂັ້ນແຂວງ.
  • ປະສານງານກັບທີມງານບໍລິຫານຂອງ ສະວິດຄອນແທັກ ນະຄອນຫຼວງວຽງຈັນ.
  • ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາຂອງຫົວໜ້າ.

ເງື່ອນໄຂຂອງຜູ້ສະໝັກ

  • ລະດັບການສືກສາຈົບຊັ້ນກາງ ຫຼື ຊັ້ນສູງ ຫຼື ປະລິນຍາຕຼີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງກັບວຽກການພັດທະນາການສຶກສາ (ໂດຍສະເພາະນັກສືກສາຈົບໃໝ່ ຫລື ຜູ້ຕ້ອງການຮຽນຮູ້ ແລະ ຊອກປະສົບການ).
  • ລະດັບພາສາອັງກິດແມ່ນ ສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ ໃນລະດັບພື້ນຖານ.
  • ລະດັບຄວາມຮູ້ພື້ນຖານທາງດ້ານ ຄອມພິວເຕີ ແລະ ອຸປະກອນການສື່ສານ (Phone, Fax, Internet, Microsoft Office).
  • ມີຄວາມຮູ້ກ່ຽວກັບລະບົບການເຮັດວຽກຂອງ ໂຮງຮຽນວິຊາຊີບຈະພິຈາລະນາເປັນພິເສດ.
  • ເຕັມໃຈທີ່ຈະສະໜັບສະໜູນຕາມການມອບໝາຍຂອງໂຄງການ.
  • ມີຄວາມກະຕື້ລືລົ້ນ ແລະ ມັກຮັກໃນການຮຽນຮູ້.

ການຮັບສະໝັກ

  • ກະລູນາສົ່ງຮ່າງຊີວະປະຫວັດສະໝັກວຽກ (CV) ແລະ ເອກະສານທີ່ກ້ຽວຂ້ອງກັບການສະໝັກວຽກ.
  • ວິທີສົ່ງ ແບບທີ 1: ສາມາດສົ່ງຂໍ້ມູນທາງອີເມວ recruitment-sc-lao@swisscontact.org.ກະລຸນາຂຽນຫົວຂໍ້ສະໝັກວ່າ: Job applicant: Internship for VTESS Project SLV
  • ວິທີສົ່ງ ແບບທີ 2: ສາມາດສົ່ງເອກະສານສະໝັກວຽກໄດ້ທີ່ ສູນການສຶກສານອກໂຮງຮຽນ ແມ່ນຕັ້ງຢູ່ບ້ານ ຫຼັກ2 ເມືອງ ສາລະວັນ, ແຂວງ ສາລະວັນ.ນໍາຜູ້ປະສານງານຂັ້ນແຂວງໄດ້. ເບີໂທ: 020 9590 3747.
  • ພວກເຮົາຈະຕິດຕໍ່ຫາຜູ້ສະໝັກທີ່ຖືກຄັດເລືອກ ເທົ່ານັ້ນ!

ວັນປິດຮັບສະໝັກແມ່ນ ວັນທີ 18 ກຸມພາ 2026

ພວກເຮົາເປີດໂອກາດສະໝັກໃຫ້ກັບທຸກທ່ານໂດຍສະເພາະທ່ານຍິງ

Contact Details

Contact Person:
recruitment
Phone:
Email:
recruitment-sc-lao@swisscontact.org

Additional Information

Attachments

Save & Share