Water System Building Technician-Mason
Comité de Coopération avec le Laos (CCL)

Details
Description
ສະບັບພາສາລາວ
- ຄວາມເປັນມາຂອງໂຄງການ
ອົງການຮ່ວມມືກັບປະເທດລາວ (CCL) ກຳລັງຈັດຕັ້ງປະຕິບັດໂຄງການ GREEN (2023-2026), ເຊິ່ງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃນການປັບໂຕຂອງຊຸມຊົນໃນທ້ອງຖິ່ນຕໍ່ກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.ອົງປະກອບຫຼັກຂອງວຽກດັ່ງກ່າວນີ້ແມ່ນກ່ຽວຂ້ອງກັບການປັບປຸງການເຂົ້າເຖິງນໍ້າສະອາດແບບຍືນຍົງໂດຍການກໍ່ສ້າງ ແລະ ຟື້ນຟູລະບົບນໍ້າລິນຢູ່ໃນບ້ານເປົ້າໝາຍຂອງໂຄງການ.
ພວກເຮົາກຳລັງຊອກຫາວິຊາການ/ນາຍຊ່າງກໍ່ສ້າງລະບົບນໍ້າລິນທີ່ມີປະສົບການ ແລະ ມີຄວາມຫ້າວຫັນເຂົ້າຮ່ວມທີມງານຂອງພວກເຮົາຢູ່ພາກສະໜາມ,ທ່ານຈະເປັນຜູ້ທີ່ມີບົດບາດສໍາຄັນໃນການນໍາເອົານໍາສະອາດເຂົ້າເຖິງຊຸມຊົນໂດຍການນໍາພາເຂົາເຈົ້າກໍ່ສ້າງພື້ນຖານໂຄງຮ່າງຂອງລະບົບນໍ້າລິນດັ່ງກ່າວ.
- ໜ້າທີ່ຮັບຜິດຊອບຫຼັກ
ວິຊາການ/ນາຍຊ່າງກໍ່ສ້າງລະບົບນໍ້າລິນຈະເປັນຜູ້ນໍາພາການກໍ່ສ້າງຢູ່ພາກສະໜາມ ແລະ ເຮັດວຽກຮ່ວມກັບຊຸມຊົນໂດຍມີໜ້າວຽກຫຼັກດັ່ງຕໍ່ໄປນີ້ຄື:
- ໃຫ້ຄໍາແນະນໍາໃນການກໍ່ສ້າງ : ປະສານງານ, ໃຫ້ຄໍາແນະນໍາ ແລະ ຕິດຕາມວຽກງານການກໍ່ສ້າງ ແລະ ວາງລະບົບທໍ່ນໍ້າປະປາທັງໝົດ (ການກໍ່ສ້າງຫົວງານ, ການສ້າງອ່າງເກັບນໍ້າ, ການວາງທໍ່ຕາມເຕັກນິກການອອກແບບ).
- ໃຫ້ການຝຶກອົບຮົມ ແລະ ຄໍາແນະນໍາ : ໃຫ້ຄໍາແນະນໍາທີ່ຈະແຈ້ງ ແລະ ການຝຶກອົບຮົມກັບບ່ອນເຮັດວຽກໂຕຈິງແກ່ຊາວບ້ານ.
- ການຄວບຄຸມຄຸນນະພາບ : ໃຫ້ແນ່ໃຈວ່າວຽກງານການກໍ່ສ້າງທັງໝົດປະຕິບັດຕາມແຜນ ແລະ ໄດ້ມາດຕະຖານຄຸນນະພາບຢ່າງເຂັ້ມງວດ (ວຽກກໍ່ສ້າງຄອນກີດເສີມເຫຼັກ, ການວາງທໍ່, ວຽກອື່ນໆ).
- ການປະສານງານກັບຊຸມຊົນ : ປະສານງານ ແລະ ເຮັດວຽກຮ່ວມກັບອໍານາດການປົກຄອງບ້ານ ແລະ ຄະນະກໍາມະການຄຸ້ມຄອງນໍ້າຂັ້ນບ້ານຢ່າງໃກ້ຊິດ ເພື່ອໃຫ້ແນ່ໃຈວ່າເຂົາເຈົ້າເຂົ້າຮ່ວມໃນຂະບວນການກໍ່ສ້າງລະບົບນໍ້າລິນ.
- ການລາຍງານ : ລາຍງານປາກເປົ່າກ່ຽວກັບຄວາມຄຶບໜ້າຂອງວຽກປະຈໍາວັນໃຫ້ກັບຜູ້ປະສານງານໂຄງການຊີຊີແອວຮັບຮູ້.
- ປະສົບການ :
ພວກເຮົາກໍາລັງຊອກຫາບຸກຄົນທີ່ສາມາດນໍາພາ ແລະ ລົງມືເຮັດຕົວຈິງໄດ້:
- ເປັນນາຍຊ່າງທີ່ມີປະສົບການດ້ານການກໍ່ສ້າງພື້ນຖານໂຄງລ່າງ (ອ່າງເກັບນໍ້າ, ລະບົບຫົວງານ) ຫຼື ວຽກກໍ່ສ້າງໂຄງຮ່າງຄອນກີດເສີມເຫຼັກ.
- ມີທັກສະໃນການອ່ານ ແລະ ເຂົ້າໃຈແບບແຕ້ມທາງດ້ານເຕັກນິກຢ່າງເລີກເຊີ່ງ.
- ມີປະສານການໃນການໃຫ້ຄໍາແນະນໍາທີມງານ ແລະ ນໍາພາໂຄງການກໍ່ສ້າງໃນຊຸມຊົນ.
- ມີທັກສະໃນການສື່ສານ ແລະ ຄວາມສາມາດທີ່ດີໃນການເຮັດວຽກຮ່ວມກັບຊຸມຊົນຢ່າງມີຄວາມອົດທົດ ແລະ ມີຄວາມເຄົາລົບ.
- ມີຄວາມກະຕືລືລົ້ນເຮັດວຽກຢູ່ເຂດຫ່າງໄກຊອກຫຼີກ ແລະ ສາມາດປັບຕົວເຂົ້າກັບສະພາບຄວາມເປັນຢູ່ຂັ້ນ ພື້ນຖານໄດ້ເປັນຢ່າງດີ.
- ມີຄວາມຮູ້ກ່ຽວກັບການວາງລະບົບທໍ່ນໍ້າ HDPE ແລະ GSP ຍິ່ງເປັນການດີ.
- ພວກເຮົາມີ :
- ເງິນເດືອນລາຍວັນທີ່ສາມາດແຂ່ງຂັນໄດ້.
- ເງິນຄ່າເດີນທາງ, ຄ່າທີ່ພັກ ແລະ ອາຫານທີ່ກ່ຽວຂ້ອງກັບການເຮັດວຽກ.
- ພາຫານະ (ລົດຈັກ) ໃຫ້ສໍາລັບທ່ຽວເຮັດວຽກ.
- ໂອກາດທີ່ຈະນຳໃຊ້ທັກສະຂອງທ່ານເຂົ້າໃນໂຄງການທີ່ມີຄວາມໝາຍທີ່ມີຜົນກະທົບທາງບວກຕໍ່ຊຸມໃນຊົນນະບົດ.
ການເຮັດວຽກຢູ່ໃນທີມງານທີ່ມີການສະໜັບສະໜູນຂອງຜູ້ຊ່ຽວຊານຕ່າງປະເທດ ແລະ ຊ່ຽວຊານທ້ອງຖິ່ນ.
English Version
- Project background
The Comité de Coopération avec le Laos (CCL) is implementing the GREEN Project (2023-2026), which aims to strengthen local communities’ resilience to climate change impacts. A key component of this work involves improving sustainable access to clean water by constructing and rehabilitating Gravity-Fed Water Systems (GFS) in targeted villages.
We are looking for an experienced and motivated Gravity-Fed Water System (GFS) Technician / Lead Mason to join our team in the field. You will play a crucial role in bringing clean water to communities by leading the construction of vital water infrastructure.
- Key responsibilities
As the GFS Technician, you will be the technical lead on the construction site, working directly with village communities. Your main tasks will include:
- Supervising Construction: Coordinating, supervising, and monitoring all masonry and plumbing work for water systems (spring catchments, storage reservoirs, pipelines) according to technical designs.
- Training and Guiding: Providing clear instructions and on-the-job training to the village construction committee and local laborers.
- Quality Control: Ensuring all construction works strictly follow the technical plans and quality standards (reinforced concrete, pipe laying, etc.).
- Community Liaison: Working closely with village authorities and the elected Water Committee to ensure their full involvement in the construction process.
- Reporting: Providing daily and verbal reports on work progress to the CCL Project Coordinator.
- Your Profile:
We are looking for a practical, hands-on individual with:
- Proven experience as a mason, preferably with experience in building water infrastructure (reservoirs, catchment systems) or other reinforced concrete structures.
- Strong skills in reading and interpreting technical construction drawings.
- Experience in supervising teams and leading community-based construction projects.
- Good communication skills and the ability to work patiently and respectfully with village communities.
- Motivation to work in remote rural areas and adapt to basic living conditions.
- Knowledge of HDPE and GSP pipe systems is a strong advantage.
- We Offer:
- A competitive daily salary.
- Coverage of all travel, accommodation, and meal costs related to the work.
- The provision of a motorcycle for work-related travel.
- The opportunity to apply your skills to a meaningful project that has a direct, positive impact on rural communities.
- Work within a supportive team of international and local experts.
Contact Details
Additional Information
ວິທີສະໜັກ:
ພວກເຮົາເຂົ້າໃຈວ່າຊ່າງກໍ່ສ້າງທີ່ມີຄວາມຊຳນານຫຼາຍຄົນບໍ່ມີໃບສະໝັກງານທີ່ເປັນທາງການ.
ເພື່ອສະໝັກຕໍາແໜ່ງນີ້, ທ່ານພຽງແຕ່ສົ່ງອີເມວ ຫຼື ສົ່ງໜັງສືສະແດງຄວາມສົນໃຈ ແລະ ປະຫວັດຂອງທ່ານ. ຖ້າຫາກວ່າທ່ານບໍ່ສາມາດສະໜອງໃບສະໝັກດັ່ງກ່າວໄດ້, ທ່ານຍັງສາມາດຕິດຕໍ່ບຸກຄົນດັ່ງຕໍ່ໄປນີ້ເພື່ອຂໍຂໍ້ມູນເພີ່ມເຕີມ:
ທ. ປະເສີດ ຄຸນສົມເຮືອງ;
ຜູ້ປະສານງານໂຄງການ ກຮີນ (GREEN), ອົງການ CCL
ໂທ: +856 20 95 530 140
ອີເມລ: sertk14@gmail.com
ທ. ນູ ຢ່າງ;
ຜູ້ຊ່ວຍວິຊາການດ້ານສິ່ງແວດລ້ອມ ໂຄງການ ກຮີນ (GREEN)
ໂທ: +856 20 91 443 662
ອີເມລ: nouyang-n@outlook.com
ທ່ານຈະມີໂອກາດເຂົ້າຮ່ວມການສໍາພາດ ເພື່ອປຶກສາຫາລືກ່ຽວກັບປະສົບການ ແລະ ບົດບາດຂອງທ່ານ. ອົງການ CCL ຈະຮຽກຮ້ອງໃຫ້ທ່ານສະໜອງຜູ້ອ້າງອີງ 2-3 ຄົນເພື່ອຕິດຕໍ່. ມື້ສຸດທ້າຍຂອງການສະໝັກ ແມ່ນ: 30 ກັນຍາ 2025
English Version
How to Apply:
We understand that many skilled masons do not have formal CVs.
To apply, simply send an email or a manuscript letter of interest explaining your interest and background. If it is not possible for you to provide such application, you can still contact the following person for more informations:
Mr. Pasert KOUNSOMHUENG
CCL GREEN Project Coordinator
Phone: +856 20 95 530 140
Email: sertk14@gmail.com
Mr. Nou YANG
CCL GREEN technical assistant in environment
Phone: +856 20 91 443 662
Email: nouyang-n@outlook.com
You will have the opportunity to attend an interview to discuss your experience and the role. CCL will require you to give two to three references to contact.