Driver (ພະນັກງານຂັບລົດ)
Save the Children International

Details
Description
ບົດບາດ
ພວກເຮົາກຳລັງຊອກຫາ ພະນັກງານ ຂັບລົດ, ປະຈຳຢູ່ ເມືອງ ສາລະວັນ, ແຂວງ ສາລະວັນ
ເປົ້າໝາຍຂອງຕຳແໜ່ງນີ້
ຈຸດປະສົງຂອງພະນັກງານຂັບລົດ ແມ່ນໃຫ້ຂັບຂີ່ໄປເຖິງຈຸດໝາຍປາຍທາງຢ່າງປອດໄພ, ຮັບຜິດຊອບກວດກາພາຫະນະກ່ອນອອກນອກສະຖານທີ່, ໃຊ້ມາດຕະການທີ່ເໝາະສົມເພື່ອປ້ອງກັນ ແລະ ຮັກສາພາຫະນະໃຫ້ຖືກຕ້ອງ ຈົນກວ່າຈະກັບຄືນສູ່ສະຖານທີ່ກຳນົດໄວ້ ແລະ ຈອດຕາມບ່ອນຈອດລົດທີ່ທາງໂຄງການໄດ້ກຳນົດໄວ້ ຫຼື ສະຖານທີ່ເໝາະສົມ ໃນເວລານອກໂມງການ.
ຕໍາແໜ່ງນີ້ ແມ່ນປະຈໍາການຢູ່ ເມືອງ ໄຊ, ແຂວງ ອຸດົມໄຊ ເຊິ່່ງຈະຮັບໃຊ້ການດຳເນີນກິດຈະກຳຂອງ ໂຄງການຂັ້ນແຂວງ, ເມືອງ ແລະ ບ້ານ ຢູ່ ເຂດເປົ້າໝາຍຂອງໂຄງການພາກເໜືອ ເຊິ່ງກວມເອົາ ແຂວງ ອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ ແລະ ຫຼວງພະບາງ.
ພະນັກງານຂັບລົດຕ້ອງຮັບສົ່ງສະເພາະຜູ້ໂດຍສານທີ່ມີເຂັມຂັດນິລະໄພຢູ່ໃນລົດເທົ່ານັ້ນ, ເພື່ອໃຫ້ແນ່ໃຈວ່າທຸກຄົນທີ່ຢູ່ໃນລົດຕ້ອງໃສ່ສາຍຮັດນິລະໄພ, ຕ້ອງໄດ້ປະຕິບັດຕາມຂັ້ນຕອນປ້ອງກັນໃຫ້ເຫມາະສົມໃນເວລາທີ່ສະພາບການຂັບຂີ່ມີຄວາມອັນຕະລາຍ. (ອັນນີ້ລວມເຖິງແຕ່ບໍ່ຈຳກັດສະເພາະພາຍຸ, ຝຸ່ນ, ໝອກ, ແລະ ຝົນຕົກໜັກ). ເຊິງລວມເຖິງການໃຫ້ເວລາພຽງພໍສໍາລັບການເດີນທາງ, ຮັບຜິດຊອບໃນການປະຕິບັດຕາມກົດລະບຽບ ແລະ ຂໍ້ບັງຄັບທັງໝົດ ທີ່ກ່ຽວຂ້ອງກັບ ກົດໝາຍທ້ອງຖິ່ນ ແລະ ຄໍາແນະນໍາການຂັບຂີ່ ຂອງອົງການຊ່ວຍເຫຼືອເດັກສາກົນ, ຜູ້ຂັບຂີ່ຍັງຄາດວ່າຈະຊ່ວຍໃນການຍົກເຄື່ອງ, ຮັກສາເອກະສານບັນທຶກກິດຈະກໍາ, ຊ່ວຍວຽກງານບໍລິຫານທົ່ວໄປ ຕາມຄວາມຮຽກຮ້ອງຂອງຫ້ອງການ ແລະ ກວດສອບໃຫ້ແນ່ໃຈວ່າພາຫະນະໄດ້ຮັບການບຳລຸງຮັກສາ ແລະ ພ້ອມໃຊ້ງານຕະຫຼອດເວລາ.
ໃນກໍລະນີທີ່ມີເຫດການສຸກເສີນວຽກງາງານດ້ານມະນຸດສະທໍາ, ພະນັກງານໃນຕໍາແໜ່ງນີ້ ຄາດວ່າຈະເຮັດວຽກນອກຈາກພາລະບົດບາດປົກກະຕິ ແລະ ສາມາດປັບປ່ຽນເວລາເຮັດວຽກໄດ້.
ຄວາມຮັບຜິດຊອບລວມ:
ມີຄວາມຮັບຮູ້ ເຂົ້າໃຈແຈ້ງກ່ຽວກັບນະໂຍບາຍການປົກປ້ອງເດັກ, ນະໂຍບາຍການປະພຶດຂອງພະນັກງານອົງການ ແລະ ລະບຽບການປະຕິບັດໃນປະເທດ ແລະ ຊຸມຊົນທີ່ລົງເຮັດວຽກ.
ປະຕິບັດຕາມລະບຽບນະໂຍບາຍການປົກປ້ອງເດັກ ລວມທັງຢູ່ບ່ອນເຮັດວຽກ ແລະ ໃນຊີວິດສ່ວນຕົວ ເຊິ່ງລວມມີການລາຍງານຄວາມສົງໃສກ່ຽວກັບການລ່ວງລະເມີດເດັກໃນທຸກກໍລະນີ.
ຄວາມຮູ້ ແລະ ຄວາມຮັບຜິດຊອບດ້ານວິຊາການ
- ປະຕິບັດຕາມຄໍາແນະນໍາຂອງຫົວໜ້າສາຍງານ ໃນການເຮັດວຽກແຕ່ລະມື້ ຫຼື ການໃຫ້ບໍລິການ ຮັບ/ ສົ່ງ ພະນັກງານ
- ກວດເບິ່ງຢາງລົດ, ເຄື່ອງຈັກ ແລະ ສາຍຮັດນິລະໄພຕາມລາຍການກວດກາ ຂອງລະບຽບອົງການຊ່ວຍເຫຼືອເດັກສາກົນ (SCI) ເພື່ອຮັບປະກັນວ່າມັນຢູ່ໃນສະພາບດີ ແລະ ປົກກະຕິ.
- ກວດການ້ຳມັນ ແລະ ນ້ຳມັນເຄື່ອງພາຫະນະໃຫ້ຢູ່ໃນລະດັບທີ່ເໝາະສົມ.
- ອະນາໄມ, ແຊັດຖູ ເບາະນັ່ງລົດໃຫ້ສະອາດ ແລະ ມີຄວາມພ້ອມໃນການໃຊ້ວຽກໃນແຕ່ລະວັນ.
- ຊ່ວຍໃນການເອົາເຄື່ອງຂື້ນ ແລະ ລົງຈາກລົດ.
- ຊ່ວຍວຽກບໍລິຫານທີ່ຈໍາເປັນໃນເວລາທີ່ລົງວຽກຢູ່ພາກສະໜາມ.
- ຊ່ວຍໄປຮັບ-ສົ່ງ ພະນັກງານ ແລະ ເຄື່ອງຕ່າງໆໃນເວລາຂຶ້ນ ຫຼື ລົງລົດ
- ຮູ້ ແລະ ເຂົ້າໃຈແຈ້ງໃນການວາງແຜນເດີນທາງໃຫ້ ເຖິງຈຸດຫມາຍປາຍທາງທີ່ຕ້ອງການຢ່າງປອດໄພ.
- ຮູ້ຈັກໃຊ້ແຜນທີ່ ແລະ ຮູ້ນຳໃຊ້ GPS ຊ່ວຍໃນການເດີນທາງຢ່າງຖືກຕ້ອງ.
- ມີມາລະຍາດໃນການຂັບຂີ່ເວລາເດີນທາງ.
- ເກັບຮັກສາ ແລະ ກວດສອບ ໃຫ້ແນ່ໃຈວ່າເອກະສານລົດທັງໝົດຖືກຕ້ອງຕະຫຼອດເວລາ.
- ບັນທຶກໄລຍະທາງການເດີນທາງ ແລະ ໃຫ້ຜູ້ເດີນທາງນຳເຊັນຮັບຮູ້ທຸກຄັ້ງ.
- ຂັບຂີ່ໂດຍປະຕິບັດຕາມກົດລະບຽບການຂັບຂີ່ ແລະ ກໍານົດເວລາຢ່າງເຂັ້ມງວດ.
- ປ່ຽນຢາງລົດ ຫຼື ສ້ອມແປງເຄື່ອງຈັກເລັກນ້ອຍ ຫຼື ຕົວເຄື່ອງຂອງລົດໃນລະຫວ່າງ ກ່ອນ ແລະ ຫຼັງການໂດຍສານ
- ປະຕິບັດການບໍາລຸງຮັກສາທົ່ວໄປ ແລະ ປ້ອງກັນໃນຍານພາຫະນະໂດຍການປະຕິບັດຕາມເວລາທີ່ກໍານົດໄວ້
- ກະກຽມລົດໃຫ້ພ້ອມທີ່ຈະໃຊ້ງານໄດ້ຕະຫຼອດເວລາ.
- ສົ່ງບົດລາຍງານປະຈໍາເດືອນໃຫ້ຫົວໜ້າສາຍງານໃນທຸກໆທ້າຍເດືອນ.
- ຊ່ວຍເຫຼືອ ພະນັກງານບໍລິຫານ ແລະ ການເງິນ ໃນການສົ່ງເອກະສານ/ ຮັບໃບສະເໜີລາຄາ ສຳລັບຂະບວນການຈັດຊື້ຕ່າງໆ.
- ລາຍງານ ແລະ ແນະນໍາ ການສ້ອມແປງພາຫະນະ.
ວຸດທິການສຶກສາ
- ມີໃບຂັບຂີ່ຍານພາຫະນະທີ່ຖືກຕ້ອງ
ທັດສະ ແລະ ປະສົບການ
ສິ່ງຈຳເປັນທີ່ຕ້ອງມີ
- ມີຄວາມຄຸ້ນເຄີຍກັບຂັ້ນຕອນ ແລະ ວິທີການຂັບຂີ່ເປັນຢ່າງດີ.
- ມີຄວາມຮັບຜິດຊອບສູງຕໍ່ຄວາມປອດໄພຂອງຍານພາຫະນະ, ຜູ້ໂດຍສານ ແລະ ເຄື່ອງຂອງຕ່າງໆຂອງໂຄງການ.
- ມີປະສົບການ ການຂັບຂີ່ພາຫະນະໃຫ້ກັບອົງການສາກົນ/ ຫຼື ຂັບຂີ່ທີເຂດຊົນນະບົດຢ່າງໜ່ອຍ 5 ປີຂຶ້ນໄປ.
- ມີພອນສະຫວັນພິເສດໃນການວາງແຜນເສັ້ນທາງທີ່ດີເພື່ອປະຫຍັດເວລາ ແລະ ນ້ຳມັນລົດ.
- ມີຄວາມເຂົ້າໃຈຢ່າງລະອຽດໃນການຈັດການບຳລຸງຮັກສາ ແລະ ສ້ອມແປງຍານພາຫະນະຂັ້ນຕົ້ນ.
ຄວາມຕ້ອງການ
- ມີຄວາມສາມາດໃນການປະຕິບັດການດຳເນີີນງານຢ່າງມີເຫດຜົນ ແລະ ສາມາດຮັບມືກັບສະຖານະການທີ່ບໍ່ຄາດຄິດຕ່າງໆໄດ້.
- ມີຄວາມຊຳນານໃນການຂັບຂີ່ພາຫະນາເພື່ອສົ່ງເຄື່ອງຂອງໂຄງການ.
- ມີຄວາມຊໍານິຊໍານານທາງດ້ານກາຍຍະພາບເພື່ອຈັດການກັບວຽກງານການຂົນສົ່ງ ແລະ ການໂຫຼດເຄື່ອງ.
- ມີຄວາມສາມາດໃນການຈັດຕາຕະລາງການຂັບຂີ່ ແລະ ເພື່ອໃຫ້ສອດຄ່ອງກັບການປະຕິບັດວຽກ.
- ເປັນຄົນທີ່ເກັບຄວາມລັບ ແລະສາມາດໄວ້ວາງໃຈໄດ້, ມີບຸກຄະລິກທີ່ເປັນມິດແລະ ເຕັມໃຈທີ່ຈະໃຫ້ບໍລິການພະນັກງານ.
- ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ ແລະ ສາມາດເຮັດວຽກຢ່າງເປັນອິດສະຫຼະ ແລະ ສາມາດສະໜັບສະໜູນທີມງານໄດ້ທັນເວລາ.
- ມີຄວາມເຂົ້າໃຈຢ່າງລະອຽດກ່ຽວກັບລະບຽບຈະລາຈອນ ແລະ ຄວາມສາມາດໃນການ “ຄິດ ແລະ ຕັດສິນໃຈໄດ້ໄວ້”
ໄລຍະສັນຍາ: ມີກຳນົດ
The Organisation
We employ approximately 25,000 people across the globe and work on the ground in over 100 countries to help children affected by crises, or those that need better healthcare, education and child protection. We also campaign and advocate at the highest levels to realise the right of children and to ensure their voices are heard.
We are working towards three breakthroughs in how the world treats children by 2030:
- No child dies from preventable causes before their 5th birthday
- All children learn from a quality basic education and that,
- Violence against children is no longer tolerated
We know that great people make a great organization, and that our employees play a crucial role in helping us achieve our ambitions for children. We value our people and offer a meaningful and rewarding career, along with a collaborative and inclusive workplace where ambition, creativity, and integrity are highly valued.
Application Information:
Interested candidates please submit a full application using a cover letter and up-to-date CV as a single document including contact details of three professional referees (current and last line managers and HR department). Please also include details of your salary expectations and a copy of your ID card. Please note that we will require a copy of your Criminal Records (ໃບແຈ້ງໂທດ) later.
Apply via (ສະໝັກຜ່ານລິ້ງຕໍ່ໄປນີ້): https://hcri.fa.em2.oraclecloud.com/hcmUI/CandidateExperience/en/job/11429
Save the Children International is a child-rights based organization. Safe recruitment is central to the safeguarding of children and young people that we come into contact with, and support through our programmes.
We need to keep children safe so our selection process, which includes rigorous background checks, reflects our commitment to the protection of children from abuse.
Save the children is an equal opportunities employer, qualified females, persons with disability and candidates from diverse cultural backgrounds are encouraged to apply.
All employees are expected to carry out their duties in accordance with our global anti-harassment policy.