Camps Manager / ຜູ້ຈັດການແຄ້ມ
The HALO Trust Laos

Details
Description
ຜູ້ຈັດການແຄ້ມ
ຕໍາແໜ່ງ: ຜູ້ຈັດການແຄ້ມ
ພະແນກ: ອຳນວຍຄວາມສະດວກ
ສະຖານທີ່: ຫ້ອງການເຊໂປນ, ແຂວງ ສະຫວັນນະເຂດ, ປະເທດລາວ, ພ້ອມກັບການເດີນທາງໄປແຄ້ມພາກສະໜາມເປັນປະຈຳ
ລະດັບຕຳແໜ່ງ: 2.1
ເວລາເຮັດວຽກ: ເຕັມເວລາ
ປະເພດສັນຍາການຈ້າງງານ: ສັນຍາມີກຳນົດ (ອາດມີການຕໍ່ສັນຍາ)
ລາຍງານເຖິງ: ຜູ້ຈັດການອຳນວຍຄວາມສະດວກ
ຜູ້ລາຍງານທາງກົງ: ທີມແຄ້ມ, ລວມທັງ ຊ່າງໄຟຟ້າ ແລະ ພະນັກງານນ້ຳ, ສຸຂະພິບານ ແລະ ສຸຂະອະນາໄມ (WASH)
ຜູ້ປະສານງານ/ຄວາມສຳພັນພາຍໃນທີ່ສຳຄັນ: ຝ່າຍປະຕິບັດງານ, ທີມອຳນວຍຄວາມສະດວກ, ທີມສະໜອງອຸປະກອນ, ຈັດຊື້, ຍານພາຫະນະ, ການເງິນ, ແພດ, ປ້ອງກັນຄຸ້ມຄອງ, ບຸກຄະລາກອນ, ພົວພັນ, ຄຸ້ມຄອງຂໍ້ມູນ (IM)
ຜູ້ປະສານງານ/ຄວາມສຳພັນພາຍນອກທີ່ສຳຄັນ: ເຈົ້າຂອງເຮືອນ/ດິນ ແລະ ອຳນາດການປົກຄອງບ້ານ, ຜູ້ຮັບເໝົາ ແລະ ຜູ້ສະໜອງ
ຈຸດປະສົງຂອງຕຳແໜ່ງ: ເພື່ອນຳພາໃນການປັບປຸງຄວາມປອດໄພ, ສະຫວັດດີການ, ສຸຂະພາບ ແລະ ສະພາບຄວາມເປັນຢູ່ຂອງພະນັກງານໃນແຄ້ມພາກສະໜາມ ທີ່ມີພະນັກງານຝ່າຍປະຕິບັດງານປະມານ 1,000 ຄົນອາໄສຢູ່.
ກ່ຽວກັບ ອົງການ ຮາໂລ ປະຈໍາ ລາວ
ອົງການ ຮາໂລ ທຣາສທ໌ ແມ່ນອົງການເພື່ອການກຸສົນສາກົນທີ່ປະຕິບັດການເກັບກູ້ ລບຕ ແລະ ລະເບີດຝັງດິນ. ພວກເຮົາປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເຊິ່ງມີພະນັກງານຫຼາຍກວ່າ 1,100 ຄົນ ປະຈຳການຢູ່ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ແລະ ມີຫ້ອງການບໍລິຫານຕັ້ງຢູ່ ນະຄອນຫຼວງວຽງຈັນ.
ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ 22-23 ມື້ ເລີ່ມວຽກໃນຕົ້ນເດືອນ ເຊິ່ງມື້ທີ່ເຫຼືອຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາ, ທ່ານສາມາດເຂົ້າອ່ານໄດ້ທີ່ນີ້ www.halotrust.org
ກ່ຽວກັບຕໍາແໜ່ງງານ
ທີມງານເກັບກູ້ປະມານ 90 ທີມ ອາໄສຢູ່ໃນແຄ້ມພາກສະໜາມໃນແຕ່ລະເດືອນຕາມຮອບວຽນການເຮັດວຽກ. ແຄ້ມເຫຼົ່ານີ້ແມ່ນເຮືອນຂອງປະຊາຊົນທີ່ໃຫ້ເຊົ່າ ແລະ ທີມງານມັກຈະຍ້າຍສະຖານທີ່ປະມານສອງເທື່ອຕໍ່ປີ. ຕຳແໜ່ງນີ້ເປັນຕຳແໜ່ງໃໝ່ໃນພະແນກອຳນວຍຄວາມສະດວກ ແລະ ເປັນຕຳແໜ່ງທຳອິດໃນໂຄງການທີ່ຮັບຜິດຊອບແຄ້ມທີ່ພັກ.
ຜູ້ຈັດການແຄ້ມ ເປັນຜູ້ກຳນົດມາດຕະຖານທີ່ແຄ້ມຕ່າງໆຕ້ອງປະຕິບັດຕາມ, ວາງແຜນການປັບປຸງ, ສ້າງສາ ແລະ ບໍລິຫານທີມງານຂະໜາດນ້ອຍເພື່ອດຳເນີນວຽກງານໃຫ້ບັນລຸຜົນ. ນີ້ແມ່ນບົດບາດດ້ານການບໍລິຫານ ໂດຍຜູ້ດຳລົງຕຳແໜ່ງຈະເປັນຜູ້ຄຸ້ມຄອງຊ່າງໄຟຟ້າ ແລະ ຜູ້ຊ່ຽວຊານດ້ານອື່ນໆ ແຕ່ຈະບໍ່ເປັນຕ້ອງລົງມືປະຕິບັດວຽກດ້ານໄຟຟ້າໂດຍກົງ. ໃນປີທຳອິດ ວຽກງານຫຼັກຂອງຕຳແໜ່ງນີ້ຄື ການພັດທະນາທີມບໍລິຫານຄຸ້ມຄອງແຄ້ມ, ການສ້າງ ແລະ ຕິດຕາມມາດຕະຖານແຄ້ມ, ພ້ອມທັງການວາງແຜນ ແລະ ປະຕິບັດຕາມແຜນການປັບປຸງແຄ້ມ ແລະ ໃຫ້ຄວາມສຳຄັນເປັນພິເສດຕໍ່ການປ້ອງກັນຄຸ້ມຄອງ (Safeguarding) ແລະ ຄວາມປອດໄພດ້ານໄຟຟ້າ.
ຜູ້ດຳລົງຕຳແໜ່ງນີ້ຈະປະຈຳຢູ່ຫ້ອງການເຊໂປນ, ເດີນທາງໄປແຄ້ມພາກສະໜາມຢ່າງສະໝ່ຳສະເໝີ ແລະ ບາງຄັ້ງກໍພັກຄ້າງຄືນຢູ່ໃນແຄ້ມພາກສະໜາມກັບທີມງານ. ຜູ້ດຳລົງຕຳແໜ່ງຈະເຂົ້າຮ່ວມກອງປະຊຸມຫົວໜ້າພະແນກ ເມື່ອມີວາລະທີ່ກ່ຽວຂ້ອງກັບແຄ້ມ ແລະ ຕຳແໜ່ງນີ້ອາດພັດທະນາໄປເປັນຫົວໜ້າພະແນກສະເພາະໃນອະນາຄົດ ເມື່ອວຽກງານດ້ານແຄ້ມທີ່ພັກມີການຂະຫຍາຍຕົວ.
ໜ້າທີ່ຮັບຜິດຊອບ
ມາດຕະຖານ ແລະ ການກວດກາ
- ປັບໃຊ້ມາດຕະຖານຂັ້ນຕ່ຳທີ່ກຳນົດໄວ້ໃນແນວທາງການບໍລິຫານຄຸ້ມຄອງສິ່ງອຳນວຍຄວາມສະດວກໃນແຄ້ມຂອງ ຮາໂລ (GDL13B) ໃຫ້ເໝາະສົມເປັນມາດຕະຖານແຄ້ມຂອງ ຮາໂລ ລາວ. ສ້າງ ແລະ ປະສານງານການດຳເນີນແຜນປັບປຸງແຄ້ມ. ມາດຕະຖານແຄ້ມ ແລະ ແຜນປັບປຸງແຄ້ມຈະຄອບຄຸມຂໍ້ກຳນົດດ້ານການ ປົກປ້ອງຄຸ້ມຄອງ ລວມທັງການຈັດໃຫ້ພະນັກງານຊາຍ ແລະ ຍິງນອນແຍກກັນ, ຄວາມປອດໄພດ້ານໄຟຟ້າ ແລະ ການປ້ອງກັນອັກຄີໄພ, ນ້ຳ ສຸຂາພິບານ ແລະ ສຸຂະອະນາໄມ (WASH), ການປຸງແຕ່ງອາຫານ ແລະ ສຸຂະພາບ. ກຳນົດບູລິມະສິດຕາມລະດັບຄວາມສ່ຽງ ໂດຍອີງໃສ່ຄຳເຫັນຈາກພະນັກງານ ແລະ ລາຍງານຄວາມຄືບໜ້າຕາມແຜນງານໃນແຕ່ລະເດືອນ.
- ກຳນົດເກນ ແລະ ຂໍ້ກຳນົດທີ່ເຮືອນໜຶ່ງຫຼັງຕ້ອງມີ ກ່ອນທີ່ທີມງານຈະຍ້າຍເຂົ້າພັກອາໄສ. ຮັບປະກັນວ່າແຄ້ມໃໝ່ທຸກໆແຄ້ມໄດ້ຮັບການກວດປະເມີນຕາມເກນ ແລະ ຂໍ້ກຳນົດເຫຼົ່ານີ້ກ່ອນທີ່ທີມງານຈະຍ້າຍເຂົ້າ, ໂດຍປະສານງານຢ່າງໃກ້ຊິດກັບທີມປະຕິບັດງານ ແລະ ພະນັກງານວາງແຜນການປະຕິບັດງານ.
- ກຳນົດລາຍການຮັບປະກັນຄຸນນະພາບ (QA) ສຳລັບແຄ້ມ ແລະ ປະສານງານການຈັດຕາຕະລາງການກວດສອບ. ຄຸນນະພາບຂອງແຄ້ມແມ່ນໜ້າທີ່ຮ່ວມກັນຂອງທຸກຝ່າຍ: ຫົວໜ້າສາຍງານ, ຮອງຫົວໜ້າໜ່ວຍງານ, ຫົວໜ້າໜ່ວຍງານ, ຝ່າຍຄຸ້ມຄອງການປະຕິບັດງານ, ທີມແພດ, ຝ່າຍອຳນວຍຄວາມສະດວກ ແລະ ທີມງານແຄ້ມ ທີ່ຕ້ອງຮ່ວມກັນກວດສອບແຄ້ມ. ກວດກາບັນທຶກຂໍ້ມູນແຄ້ມໃນຖານຂໍ້ມູນ QA ເປັນປະຈຳ, ລະບຸບັນຫາ ແລະ ດຳເນີນມາດຕະການແກ້ໄຂທີ່ເໝາະສົມ.
- ຈັດຕັ້ງລະບົບການເກັບບັນທຶກຂໍ້ມູນສຳລັບແຄ້ມ ໂດຍອີງໃສ່ຂໍ້ມູນຈາກການສຳຫຼວດເບື້ອງຕົ້ນ ແລະ ຮັບປະກັນໃຫ້ບັນທຶກຂໍ້ມູນ ແລະ ແຟ້ມເອກະສານຂອງແຄ້ມ ໄດ້ຮັບການປັບປຸງໃຫ້ເປັນປະຈຸບັນຢູ່ສະເໝີ. ກຳນົດລະຫັດປະຈຳສຳລັບແຕ່ລະແຄ້ມໃນທະບຽນຂໍ້ມູນສິ່ງອຳນວຍຄວາມສະດວກ ຮ່ວມກັບພະແນກ
- ໃຫ້ຄຳແນະນຳທີ່ສາມາດນຳໄປປະຕິບັດໄດ້ຈິງກ່ຽວກັບການບໍລິຫານຄຸ້ມຄອງແຄ້ມໃຫ້ແກ່ທີມງານ ໂດຍອີງໃສ່ມາດຕະຖານຂອງແຄ້ມທີ່ກຳນົດໄວ້ ແລະ ຮັບປະກັນວ່າຫົວໜ້າສາຍງານ ແລະ ຫົວໜ້າທີມ ໄດ້ຮັບການຝຶກອົບຮົມຢ່າງເໝາະສົມກ່ຽວກັບໜ້າທີ່ຂອງພວກເຂົາກ່ຽວກັບແຄ້ມ.
ວຽກງານກ່ຽວກັບແຄ້ມ
- ຄຸ້ມຄອງທີມງານແຄ້ມ ໂດຍໃຫ້ຄວາມສຳຄັນເປັນພິເສດຕໍ່ການພັດທະນາ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່.
- ປະສານງານການບຳລຸງຮັກສາ, ການສ້ອມແປງ, ການປັບປຸງ ແລະ ການສະໜອງນ້ຳດື່ມໃຫ້ແກ່ແຄ້ມ ຮ່ວມກັບທີມງານອຳນວຍຄວາມສະດວກ ແລະ ໂລຈິສຕິກ. ຊອກຫາ ແລະ ຄຸ້ມຄອງຜູ້ຮັບເໝົາ ຕາມຄວາມຈຳເປັນ.
- ນຳພາວຽກງານດ້ານຄວາມປອດໄພຈາກອັກຄີໄພ ແລະ ຄວາມປອດໄພດ້ານໄຟຟ້າໃນແຄ້ມ ລວມທັງການຝຶກອົບຮົມການນຳໃຊ້ບັ້ງດັບເພີງ ແລະ ຄວາມປອດໄພໃຫ້ແກ່ພະນັກງານທີ່ຢູ່ໃນແຄ້ມ ຮ່ວມກັບພະນັກງານຝຶກອົບຮົມ.
- ເຮັດວຽກຮ່ວມກັບທີມແພດ ໃນວຽກງານສຸຂະພາບ ແລະ ສຸຂະອະນາໄມ, ແລະ ເຮັດວຽກຮ່ວມກັບພະນັກງານປ້ອງກັນຄຸ້ມຄອງ ໃນການຈັດແຈງບ່ອນນອນໃຫ້ເໝາະສົມ.
ງົບປະມານ ແລະ ອຸປະກອນ
- ກະກຽມຂໍ້ສະເໜີພ້ອມລະບຸລາຄາສຳລັບການປັບປຸງ ແລະ ການລົງທຶນໃນຊັບສິນຖາວອນ ແລະ ບໍລິຫານງົບປະມານສຳລັບແຜນການປັບປຸງແຄ້ມ. ເຮັດວຽກຮ່ວມກັບພະແນກການເງິນ ໃນການສຳຫຼວດລາຄາຄ່າເຊົ່າແຄ້ມທີ່ພັກ ແລະ ຈັດກຽມຂໍ້ມູນກ່ຽວກັບຄ່າໃຊ້ຈ່າຍກ່ຽວກັບແຄ້ມເພື່ອໃຊ້ໃນການເຮັດຂໍ້ສະເໜີໂຄງການໃຫ້ຜູ້ໃຫ້ທຶນ.
- ຕົກລົງຄວາມຕ້ອງການດ້ານອຸປະກອນຂອງແຄ້ມກັບຝ່າຍໂລຈິສຕິກ ແລະ ສະເໜີຄໍາຂໍຈັດຊື້ຜ່ານຝ່າຍຈັດຊື້ ໂດຍປະຕິບັດຕາມຂັ້ນຕອນການຈັດຊື້ ແລະ ການເງິນຂອງ ຮາໂລ.
- ຕົກລົງເງື່ອນໄຂມາດຕະຖານກັບເຈົ້າຂອງເຮືອນ, ລວມທັງການກໍານົດຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃນການສ້ອມແປງ.
ທົ່ວໄປ:
- ຍຶດໝັ້ນໃນຄ່ານິຍົມຫຼັກ ແລະ ມາດຕະຖານຂອງ ຮາໂລ ພ້ອມທັງສົ່ງເສີມຈາລິຍະທຳ ແລະ ພາລະກິດຂອງອົງການ.
- ຮັບປະກັນວ່າມີຄວາມຄຸ້ນເຄີຍ ແລະ ປະຕິບັດຕາມນະໂຍບາຍ ແລະ ຂັ້ນຕອນທັງໝົດຂອງ ຮາໂລ ຢ່າງເຄັ່ງຄັດ, ໂດຍສະເພາະຈັນຍາບັນໃນການປະພຶດ ແລະ ນະໂຍບາຍການປ້ອງກັນຄຸ້ມຄອງ.
ຄຸນສົມບັດທີ່ຈໍາເປັນ
- ມີປະສົບການຢ່າງໜ້ອຍ 3 ປີ ໃນການຄຸ້ມຄອງ ຫຼື ບໍລິຫານທີມງານ ໃນຂົງເຂດໃດກໍໄດ້.
- ມີປະສົບການໃນການວາງແຜນ ແລະ ດຳເນີນວຽກງານໃຫ້ສໍາເລັດ ໃນຫຼາຍສະຖານທີ່ ຫຼື ຫຼາຍວຽກງານພ້ອມກັນ ຕາມກໍານົດເວລາ.
- ມີທັກສະການເປັນຜູ້ນໍາທີ່ເຂັ້ມແຂງ ແລະ ຄວາມສາມາດໃນການມີອິດທິພົນຕໍ່ທີມງານຕ່າງໆ ໃນທົ່ວໂຄງການ, ລວມທັງພະນັກງານປະຕິບັດງານອາວຸໂສ.
- ສາມາດໃຊ້ພາສາລາວໄດ້ຢ່າງຊຳນານ ທັງການເວົ້າ ແລະ ການຂຽນ, ແລະ ມີທັກສະພາສາອັງກິດໃນລະດັບດີ.
- ມີທັກສະດ້ານການຂຽນລາຍງານ ແລະ ການໃຊ້ຄອມພິວເຕີໃນລະດັບດີ, ລວມທັງການໃຊ້ Microsoft Excel ແລະ Microsoft Word.
ຄຸນສົມບັດເພີ່ມຕື່ມທີ່ຕ້ອງການ:
- ມີປະສົບການ ຫຼື ຄຸນວຸດທິດ້ານການອໍານວຍຄວາມສະດວກ, ທີ່ພັກອາໄສ, ວຽກງານໄຟຟ້າ, ນ້ຳ ສຸຂາພິບານ ແລະ ສຸຂະອະນາໄມ (WASH),ໂລຈິສຕິກ, ວິສະວະກຳ ຫຼື ການກໍ່ສ້າງ.
- ມີປະສົບການໃນການຄຸ້ມຄອງງົບປະມານ ຫຼື ການບໍລິຫານໂຄງການການບຳລຸງຮັກສາ ຫຼື ການກໍ່ສ້າງ.
- ມີຄວາມຮູ້ດ້ານສຸຂະພາບ ແລະ ຄວາມປອດໄພ ແລະ ມີຄວາມຮູ້ດ້ານການປ້ອງກັນຄຸ້ມຄອງ.
- ມີໃບຂັບຂີ່ລົດຂອງ ສປປ ລາວ ທີ່ໃຊ້ງານໄດ້.
ຄຸນສົມບັດທາງດ້ານກາຍະພາບ
- ສາມາດເດີນທາງໄປແຄ້ມພາກສະໜາມທີ່ຢູ່ເຂດຫ່າງໄກໄດ້, ລວມທັງໃນຊ່ວງລະດູຝົນ ແລະ ພັກຄ້າງຄືນທີ່ແຄ້ມກັບທີມງານ.
ຂໍ້ກຳນົດດ້ານການເດີນທາງ
- ເດີນທາງໄປແຄ້ມພາກສະໜາມໃນທຸກພື້ນທີ່ຂອງການປະຕິບັດງານຂອງໂຄງການເປັນປະຈຳ.
ສິດຜົນປະໂຫຍດ
- ຂໍ້ກຳນົດ ແລະ ເງື່ອນໄຂຂອງພະນັກງານຄົນລາວ.
ວິທີການສະໝັກ:
ກະລຸນາສົ່ງຊີວະປະຫວັດ (CV, ບໍ່ເກີນ 2 ໜ້າ) ແລະ ໜັງສືສະໝັກງານ (Cover Letter, ບໍ່ເກີນ 1 ໜ້າ) ລະບຸວ່າປະສົບການຂອງທ່ານສອງຄ່ອງກັບທັກສະ ແລະ ຄວາມສາມາດຫຼັກຂອງຕຳແໜ່ງແນວໃດ, ເຖິງອີເມລ hr@halolaos.org ພາຍໃນວັນທີ 16/11/2026.
ຟອມສະໝັກທີ່ບໍ່ແນບໜັງສືສະໝັກງານ ທີ່ສ້າງຂຶ້ນເພື່ອສະໝັກຕຳແໜ່ງນີ້ໂດຍສະເພາະ ຈະບໍ່ໄດ້ຮັບການພິຈາລະນາ.
ພວກເຮົາຂໍສະຫງວນສິດໃນການປ່ຽນແປງມື້ປິດຮັບສະໝັກ ອີງຕາມຈຳນວນຜູ້ສະໝັກທີ່ອົງການໄດ້ຮັບ.
ອົງການ ຮາໂລ ທຣາສທ໌ ແມ່ນຜູ້ຈ້າງງານທີ່ໃຫ້ໂອກາດຢ່າງເທົ່າທຽມ ແລະ ບໍ່ແບ່ງແຍກ ຫຼື ເລືອກປະຕິບັດຕໍ່ຜູ້ສະໝັກວຽກບໍ່ວ່າດ້ວຍເຫດຜົນໃດກໍຕາມເຊັ່ນ: ອາຍຸ, ຄວາມພິການ, ການແປງເພດ, ການແຕ່ງງານ ແລະ ການຈົດທະບຽນຄູ່ສົມລົດ, ການຖືພາ ແລະ ການເປັນແມ່, ເຊື້ອຊາດ, ສາສະໜາ ຫຼື ຄວາມເຊື່ອ, ເພດ ຫຼື ລົດສະນິຍົມທາງເພດ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການສ້າງວັດທະນະທຳທີ່ມີຄວາມຫຼາກຫຼາຍ ແລະ ຄອບຄຸມ ໂດຍເນັ້ນການຈັດຫາ, ພັດທະນາ ແລະ ຮັກສາບຸກຄະລາກອນທີ່ມີຄວາມສາມາດຈາກກຸ່ມຜູ້ສະໝັກທີ່ມີຄວາມຫຼາກຫຼາຍ.
ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການຮັບປະກັນວ່າ ສະພາບແວດລ້ອມແມ່ນມີຄວາມປອດໄພ ແລະ ໜ້າເຊື່ອຖື ໂດຍໃຫ້ຄວາມສຳຄັນກັບການຄຸ້ມຄອງ ແລະ ສົ່ງເສີມສະຫວັດດີການ ແລະ ການເປັນຢູ່ທີ່ດີຂອງທຸກຄົນທີ່ມີສ່ວນກ່ຽວຂ້ອງ ຫຼື ເປັນສ່ວນໜຶ່ງຂອງອົງການ ໂດຍມີມາດຕະການເດັດຂາດຕໍ່ພຶດຕິກຳໃດໆທີ່ຂັດຕໍ່ຫຼັກການດັ່ງກ່າວ.
Camps Manager
Job Title: Camps Manager
Department: Facilities
Location: Sepon HQ, Savannakhet Province, Laos, with regular travel to field camps
Grade: 2.1
Hours: Full Time
Contract Type: Fixed-term Contract (Extendable)
Reports To: Facilities Manager
Direct Reports: Camps team, including electricians and a water, sanitation and hygiene (WASH) officer
Key Internal Contacts/Relationships: Operations, Facilities team, Logistics, Procurement, Fleet, Finance, Medical, Safeguarding, Human Resources, Liaison, Information Management (IM)
Key External Contacts/Relationships: landlords and village authorities, contractors, suppliers
Job Purpose: To lead the improvement of safety, welfare, health and living conditions in the field camps where about 1,000 operations staff live.
About HALO Laos
The HALO Trust is an international landmine and UXO clearance charity. We work in Lao PDR conducting survey and clearance of Unexploded Ordnance (UXO), employing over 1,100 staff based in Sepon, Savannakhet Province, with a small administrative office in Vientiane.
The HALO Trust team in Sepon works a monthly cycle, with an average of 22-23 days worked at the start of the month, with the remainder of the month as stand-down (rest days). HALO works a short cycle during April with an extended break for public holidays. More information on us can be found at www.halotrust.org.
About the Role
About 90 clearance teams live in field camps during each monthly cycle. The camps are rented village houses, and teams usually move twice a year. This is a new post in the Facilities department, and the first on the programme responsible for camps.
The Camps Manager sets the standard camps must meet, plans the improvements, and builds and manages a small team to deliver them. It is a management role: the postholder manages electricians and other specialists, and does not carry out electrical work. In the first year the focus is on developing the camps management team, establishing and monitoring camp standards, and creating and implementing the camps improvement plan, with particular attention to safeguarding and electrical safety.
The postholder is based at Sepon HQ, travels regularly to the camps and sometimes stays overnight in them. The postholder attends the Department Heads Meeting for camp items, and the post may develop into a head of department as the camps function grows.
Responsibilities
Standards and checks
- Adapt the minimum standards in HALO’s Guidelines on the Management of Camp Facilities (GDL13B) into HALO Laos camp standards. Create and coordinate the implementation of the camps improvement plan. The camp standards and the improvement plan will cover safeguarding requirements, including separate sleeping for men and women, electrical and fire safety, WASH, cooking and health. Set priorities by risk, using staff feedback, and report progress against the plan each month.
- Set the criteria a house must meet before a team moves in. Make sure new camps are checked against these criteria before the teams move in, working with the Operations team and the Operations Planning Officer.
- Set the camp QA checklist and coordinate the schedule of checks. Camp quality is everyone’s responsibility: Supervisors, Sub-Unit Commanders, Unit Commanders, Operations Management, Medical, Facilities and the camps team all check camps. Review the camp records in the QA database regularly, identify issues and put solutions in place.
- Set up a record-keeping system for camps, building on the baseline survey, and make sure camp records and dossiers are kept up to date. Give each camp an ID in the facility register with the IM department.
- Provide practical guidance on camp management to teams, based on the camp standards, and make sure Supervisors and Team Leaders are trained in their camp duties.
Camp works
- Manage the camps team, with a strong focus on development and accountability.
- Coordinate maintenance, repairs, refurbishment and drinking water deliveries for camps with the Facilities team and Logistics. Find and manage contractors where needed.
- Lead fire and electrical safety in camps, including extinguishers, and safety training for camp staff with the Training Officer.
- Work with Medical on health and hygiene, and with the Safeguarding Officer on sleeping arrangements.
Budget and equipment
- Prepare costed proposals for camp improvements and capital investments, and manage the camp improvement budget. With Finance, survey camp rents and provide camp costs for donor proposals.
- Agree camp equipment needs with Logistics, and raise purchases through Procurement, following HALO’s procurement and finance procedures.
- Agree standard terms with landlords, including who pays for repairs.
General
- Uphold HALO’s core values and standards, promoting its ethos and mission statement.
- Ensure familiarity with and adherence to all HALO policies and procedures, especially the code of conduct and safeguarding.
Essential Requirements
- At least three years’ experience supervising or managing a team, in any field.
- Experience planning and delivering work across several sites or projects, to deadlines.
- Strong leadership, and the ability to influence teams across the programme, including senior operations staff.
- Fluent Lao, spoken and written, and good English.
- Good reporting and computer skills, including Microsoft Excel and Word.
Desirable Requirements
- Experience or qualifications in facilities, accommodation, electrics, WASH, logistics, engineering or construction.
- Experience managing budgets, or maintenance or building projects.
- Knowledge of health and safety, and of safeguarding.
- Valid Lao driving licence.
Physical Requirements
- Able to travel to remote field camps, including in the wet season, and stay overnight in them.
Travel Requirements
- Regular travel to field camps across the programme area of operations.
Benefits
- National staff terms and conditions.
To Apply
Please submit a CV (no more than 2 pages) and a cover letter (no more than 1 page) outlining how your experience matches the key skills and competencies required to hr@halolaos.org by 16/11/2026.
Applications without a cover letter tailored to this position will not be considered.
We reserve the right to amend the closing date depending on the number of applications received.
The HALO Trust is an Equal Opportunity Employer and does not discriminate against any applicant for employment because of age, disability, gender reassignment, marriage and civil partnership, pregnancy and maternity, race, religion or belief, sex, or sexual orientation.
The HALO Trust is committed to attracting, developing, and retaining talented individuals from a wide range of backgrounds, experiences, and perspectives.
The HALO Trust is committed to ensuring that it provides a safe and trusted environment which safeguards and promotes the welfare and wellbeing of anyone who comes into contact with, or is part of, the Charity, with a zero-tolerance approach to behaviours which challenge this.
