Application Developer

Action Education

Details

Province:
Vientiane Capital
Type of Position:
Short-term
Contract Duration:
Type of Organization:
iNGO
National/International Position:
National
Application Deadline:
August 1, 2025

Description

ການສ້າງສື່ຊ່ວຍໃນການຮຽນ-ການສອນສຳລັບນັກຮຽນຊັ້ນປະຖົມປີທີ 2
ໂຄງການນີ້ມີຈຸດປະສົງເພື່ອພັດທະນາສື່ຊ່ວຍໃນການຮຽນ-ການສອນວິຊາພາສາລາວ ໃນຮູບແບບແອັບພລິເຄຊັນສຳລັບນັກຮຽນຊັ້ນປະຖົມປີທີ 2.
ຈຸດປະສົງ

  • ເພື່ອພັດທະນາສື່ຊ່ວຍໃນການຮຽນ-ການສອນ ວິຊາພາສາລາວ ໃນຮູບແບບເອເລັກໂຕຣນິກ (ແອັບພລິເຄຊັນຮຽນຮູ້ສຳລັບນັກຮຽນຊັ້ນປະຖົມປີທີ 2) ທີ່ສອດຄ່ອງກັບຫຼັກສູດການຮຽນ-ການສອນ ແລະ ແທດເໝາະກັບພັດທະນາການຂອງເດັກ.

ຄາດຄະເນຜົນໄດ້ຮັບ

  • ໄດ້ສື່ຊ່ວຍການຮຽນຮູ້ວິຊາພາສາລາວ ສຳລັບຄູ ແລະ ນັກຮຽນ, ປະກອບດ້ວຍ 25 ເນື້ອໃນ.

ຄຳແນະນຳໃນການພັດທະນາ ແລະ ຂອບເຂດຂອງເນື້ອໃນ
ຄຳແນະນຳໃນການພັດທະນາ

  • ຮູບແບບແອັບ: ພັດທະນາແອັບໃນຮູບແບບ Native App ຫຼື Hybrid App.
  • ເຄື່ອງມື ແລະ ພາສາ: ເລືອກຕາມຄວາມຖະໜັດຂອງຜູ້ພັດທະນາ (ແນະນຳ Flutter).
  • ການຮອງຮັບແພລັດຟອມ: ຮອງຮັບ Android, iOS ຫຼື ແພລັດຟອມອື່ນໆ (ຢ່າງໜ້ອຍໃຫ້ຮອງຮັບ Android) ແລະ ສາມາດອັບໂຫຼດຂຶ້ນຮ້ານຄ້າອອນລາຍໄດ້ (Play Store ຫຼື App Store).
  • ຂະໜາດໜ້າຈໍ: ຮອງຮັບຂະໜາດໜ້າຈໍ 5 ນິ້ວ – 10 ນິ້ວ (Smart Phone – Tablet – Smart Board).
  • ຖານຂໍ້ມູນ: ສາມາດໃຊ້ SQLite, Firebase, MongoDB, ຫຼື ອື່ນໆ.
  • ການອອກແບບ UI-UX: ອອກແບບໃຫ້ສວຍງາມ ແລະ ໃຊ້ງານງ່າຍ.
  • ຂະໜາດແອັບ: ຕ້ອງບໍ່ເກີນ 150MB.
  • Library ເສີມ: ສາມາດນຳໃຊ້ Library ເສີມຕ່າງໆທີ່ໂຫຼດຈາກອິນເຕີເນັດມາໃຊ້ໃນການພັດທະນາໄດ້ (ທີ່ບໍ່ມີລິຂະສິດ).
  • ຮູບແບບການສະແດງ: ການສະແດງຜົນໃນແອັບຕ້ອງເປັນແບບ Landscape (ແນວນອນ).
  • ການເຊື່ອມໂຍງ: ແອັບສາມາດນຳເຂົ້າມາໃຊ້ງານຮ່ວມກັບແອັບ “ຫ້ອງຮຽນເອເລັກໂຕຣນິກ 1 ຫຼື AE E-Classroom E3.1 Lao” ໄດ້.
  • ການເກັບກຳຂໍ້ມູນ: ມີການເກັບກຳຂໍ້ມູນ ແລະ ປະຫວັດການຫຼິ້ນຂອງຜູ້ໃຊ້.
  • ການນຳໃຊ້ແບບ Offline: ແອັບສາມາດໃຊ້ງານໄດ້ໃນສະຖານະການທີ່ບໍ່ມີອິນເຕີເນັດ.
  • ເປົ້າໝາຍຜູ້ໃຊ້: ຄູ ແລະ ນັກຮຽນທີ່ບໍ່ມີປະສົບການການນຳໃຊ້ເຄື່ອງໄອຊີທີມາກ່ອນ, ດັ່ງນັ້ນການອອກແບບຕ້ອງຄຳນຶງເຖິງຈຸດນີ້.

ຂອບເຂດຂອງເນື້ອໃນ
ແອັບຈະມີ 25 ຟັງຊັນ (ອີງຕາມເນື້ອໃນປຶ້ມແບບຮຽນວິຊາພາສາລາວ ປີທີ 2 ສະບັບປີ 2020 ນັບແຕ່ບົດທີ 1 – ບົດທີ 29) ເຊິ່ງມີຫົວຂໍ້ ແລະ ຈຸດປະສົງດັ່ງນີ້:

  1. ຟັງຊັນທີ 01: ຟັງ ແລະ ເວົ້າຊື່ຮູບພາບ
  2. ຟັງຊັນທີ 02: ເວົ້າຊື່ ແລະ ອອກສຽງ
  3. ຟັງຊັນທີ 03: ອ່ານຄໍາສັບ
  4. ຟັງຊັນທີ 04: ຫັດຂຽນງາມ
  5. ຟັງຊັນທີ 05: ອ່ານ ແລະ ຫຼິ້ນເກມຊອກຫາຄໍາສັບ
  6. ຟັງຊັນທີ 06: ອ່ານ ແລະ ບອກຄໍາສັບ
  7. ຟັງຊັນທີ 07: ປະກອບຕົວອັກສອນ
  8. ຟັງຊັນທີ 08: ເບິ່ງຮູບພາບແລ້ວບອກຄວາມໝາຍ
  9. ຟັງຊັນທີ 09: ອ່ານບົດເລື່ອງ
  10. ຟັງຊັນທີ 10: ຕອບຄໍາຖາມ
  11. ຟັງຊັນທີ 11: ຈັດລຽງຄວາມໝາຍຂອງຮູບພາບ
  12. ຟັງຊັນທີ 12: ຈັດລຽງຂັ້ນຕອນ ແລະ ປະໂຫຍກ
  13. ຟັງຊັນທີ 13: ຕື່ມຄໍາສັບໃສ່ບ່ອນວ່າງ
  14. ຟັງຊັນທີ 14: ອ່ານນິທານ
  15. ຟັງຊັນທີ 15: ອ່ານປຶ້ມອ່ານເສີມ
  16. ຟັງຊັນທີ 16: ຕາຕະລາງພະຍັນຊະນະ
  17. ຟັງຊັນທີ 17: ຕາຕະລາງສະຫຼະ
  18. ຟັງຊັນທີ 18: ບົດທົດສອບການຟັງ
  19. ຟັງຊັນທີ 19: ສັງລວມຮູບພາບໃນແຕ່ລະບົດ
  20. ຟັງຊັນທີ 20: ສັງລວມສຽງໃນແຕ່ລະບົດ
  21. ຟັງຊັນທີ 21: ສັງລວມຄໍາສັບໃນແຕ່ລະບົດ
  22. ຟັງຊັນທີ 22: ຫັດພິມຄໍາສັບ
  23. ຟັງຊັນທີ 23: ຈັບຄູ່ຄໍາສັບຕາມສຽງທີ່ໄດ້ຍິນ
  24. ຟັງຊັນທີ 24: ຈັບຄູ່ຮູບພາບຕາມສຽງທີ່ໄດ້ຍິນ
  25. ຟັງຊັນທີ 25: ກະດານຂຽນ

Contact Details

Contact Person:
Suliya VONGCHANTHALANGSY
Phone:
+ 856 20 55755991
Email:
souliya.vongchanthalangsy@action-education.org

Additional Information

For anyone or any company interested, you can download the application form below.

ສຳລັບທ່ານໃດ ຫລື ບໍລິສັດ ມີຄວາມສົນໃຈ ສາມາດດາວໂຫລດ ແບບຟອມສະໝັກຢູ່ດ້ານລຸ່ມ

Attachments

Save & Share