ຮັບສະໝັກພະນັກງານຂັບລົດ
GRET ORGANISATION
Details
Description
ຮັບສະໝັກພະນັກງານຂັບລົດ
ອົງການ GRET ແມ່ນກຳລັງຊອກຫາພະນັກງານຂັບລົດ 1 ຕຳແໜ່ງ ປະຈຳຢູ່ ເມືອງປາກແຊງ ແຂວງ ຫຼວງພະບາງ.
ຕໍ່າແໜ່ງ: ພະນັກງານຂັບລົດ
ເວລາເຮັດວຽກ: ເຕັມເວລາ
ວັນທີ່ປິດຮັບສະໝັກ: ວັນທີ 25 ເດືອນ ກຸາມພາ ປີ 2026
ໜ້າທີຮັບຜິດຊອບ:
• ຂັບລົດໃຫ້ທີມງານຂອງໂຄງການຢ່າງປອດໄພຕາມເຂດພື້ນທີ່ການຈັດຕັ້ງປະຕິບັດໂຄງການ
• ບໍາລຸງຮັກສາສະພາບຂອງຍານພາຫະນະ (ລົດໃຫຍ່+ລົດຈັກ)
• ກວດເຊັກສະພາບຍານພາຫະນະເປັນປະຈຳ ແລະ ລາຍງານບັນຫາທີ່ຕ້ອງການສ້ອມແປງ
• ບັນທຶກການເດີນທາງ ແລະ ສ້ອມແປງທຸກຄັ້ງໃສ່ໃນປື້ມບັນທຶກຍານພາຫະນະ (ລົດໃຫຍ່ ແລະ ລົດຈັກ)
• ປະຕິບັດຕາມກົດລະບຽບຈະລາຈອນ ແລະ ຂອງອົງການ GRET ວາງອອກຢ່າງເຄັ່ງຄັດ
• ຊ່ວຍອຳນວຍຄວາມສະດວກໃຫ້ແກ່ທີມງານດ້ານວຽກງານພະລາທີການ (ສຳຫຼັບການເດີນທາງໄປພາກສະໜາມ ເມືອງປາກແຊງ ຫາ ຕົວເມືອງອື່ນໆ).
ຄຸນນະສົມບັດທີ່ຕ້ອງການ
• ອາຍຸ 30 ປີ ຂື້ນໄປ
• ມີໃບຂັບຂີ່ຍານພາຫະນະປະເພດ AB ຂື້ນໄປ
• ມີປະສົບການໃນວຽກງານການຂັບລົດຢ່າງໜ້ອຍ 5 ປີ ຂື້ນໄປ, ເຄີຍມີປະສົບການເຮັດວຽກກັບອົງການຈັດຕັ້ງສາກົນ ຫຼື ໂຄງການກັບພາກລັດຖະບານຈະພິຈາລະນາເປັນພິເສດ.
• ມີປະສົບການໃນການຂັບຂີ່ຕາມຫົນທາງເຂດພື້ນທີ່ຊົນນະບົດ ແລະ ມີຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນເປັນຢ່າງດີ
• ສື່ສານເປັນພາສາລາວ (ຖ້າສື່ສານເປັນພານອັງກິດໄດ້ກໍ່ຍິ່ງເປັນການດີ)
• ມີຄວາມຮັບຜິດຊອບ ແລະ ຕົງຕໍ່ເວລາ
• ສາມາດເຮັດວຽກຕາມເວລາທີ່ຮ້ອງຂໍໄດ້.
ສະຫວັດດິການ ທີ່ຈະໄດ້ຮັບ:
ອົງການ GRET ຈະມີເງິນເດືອນ 13, ປະກັນໄພ, ກອງທຶນຝຶກອົບຮົມ ແລະ ສະຫວັດດິການອື່ນໆ
ຂໍ້ມູນທີ່ຕ້ອງການຂອງຜູ້ສະໝັກ
• ສຳຫຼັບຕຳແໜ່ງນີ້ ແມ່ນຮັບສະເພາະຜູ້ທີ່ມີສັນຊາດລາວ. ເງິນເດືອນແມ່ນຈະຂື້ນກັບທັກສະ ແລະ ປະສົບການ
ອົງການ GRET ເປັນອົງການ ທີ່ໃຫ້ໂອກາດຢ່າງເທົ່າທຽມ ໂດຍບໍ່ທີການເລືອກປະຕິບັດຈາກເພດຫຼື ສາສະໜາ, ເຊື້ອຊາດ ຫຼື ສາເຫດອື່ນໆ ທີ່ອາດເປັນການເລືອກປະຕິບັດ. ຕຳແໜ່ງນີ້ແມ່ນເປີດກ້ວາງສຳຫຼັບບຸກຄົນທີ່ມີຄຸນສົມບັດຕາມທີ່ກຳນົດໄວ້. ການສະໜັກແມ່ນບໍ່ໄດ້ມີຄ່າໃຊ້ຈ່າຍໃດໆ ແລະ ບໍ່ມີຄ່າທຳນຽມໃດໆທີ່ເກັບກັບຜູ້ສະໝັກ.
ຜູ້ສະໝັກທີ່ສົນໃຈສາມາດຍືນແບບຟອມສະໝັກວຽກ ພ້ອມໃບຢັ້ງຢືນປະສົບການການເຮັດວຽກຈາກຫ້ອງການອື່່ນ) ມາໄດ້ທີ່
ອົງການ GRET ປະຈຳລາວ, ບ້ານສະພານທອງເໜືອ, ເມືອງສີສັດຕະນາກ ນະຄອນຫຼວງວຽຈັນ ໂທ: 021 453 332
ທີ່ອີເມລ: phengkhamac.laos@gret.org ແລະ : laos@gret.org
ຫຼື ສາມາດຕິດຕໍ່ຍືນເອກະສານສະໝັກງານໄດ້ທີ່ເບີ 020 56 536 364
ວັນທີ່ປິດຮັບສະໝັກ: 25 ເດືອນ ກຸມພາ ປີ 2026
ມີພຽງແຕ່ຜູ້ສະໝັກທີ່ຖືກການຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການຕິດຕໍ່ເພື່ອເຂົ້າສຳພາດ
260211_ Job vacancy – Driver in Pakseng-Lao-re-ads
