ອາສາສະໝັກຊ່ວຍວຽກໂຄງການ VTESS
Swisscontact Laos
Details
Description
ສະວິດຄອນແທັກ ແມ່ນອົງການບໍໍ່ສະແຫວງຫາຜົນກໍາໄລ ສຸມໃສ່ການພັດທະນາເສດຖະກິດແບບຍືນຍົງໂດຍເນັັັັ້ນໃສ່ພາກສ່ວນເອກະຊົນເປັນຫຼັກ, ໂດຍມີຕົວແທນຢູ່ 41 ປະເທດ ແລະ ມີພະນັກງານຫຼາຍກວ່າ 1400 ຄົນ ໄດ້ຮັບການສ້າງຕັັັ້ງ ແລະ ດໍາເນີນພາລະກິດຕັັັ້ງແຕ່ປີ 1959.
ອົງການສະວິດຄອນແທັກ ໄດ້ເລີ່ມຈັດຕັັັ້ງປະຕິບັດວຽກງານຢູ່ ສປປ ລາວ ແຕ່ປີ 2013 ເປັນຕົ້ນມາ ໂດຍສຸມໃສ່ການພັດທະນາພາກເອກະຊົນໃນຂົງເຂດວຽກ: ອາຊີວະສຶກສາ, ເສດຖະກິດໝູນວຽນ ແລະ ການທ່ອງທ່ຽວແບບຍືນຍົງ.
ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ມີເປົ້າໝາຍເລັງໃສ່ການຍົກລະດັບລາຍຮັບ ແລະ ປັບປຸງຊີ ວິດການເປັນຢູ່ຂອງຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ, ເຊິ່ງມີອາຍຸລະຫວ່າງ 15 ຫາ 35 ປີ, ຮຽນຈົບຊັັັ້ນປະຖົມ ແລະ/ຫຼື ມັດທະຍົມຕອນຕົ້ນ (ຜູ້ທີ່ຮຽນບໍໍ່ຈົບ ມ.ຕົ້ນ) ແລະ ມີລາຍໄດ້ຕໍໍ່າ ໂດຍການສະໜັບສະໜູນການຝຶກອົບຮົມອາຊີບ ແລະ ເຂົ້າເຖິງຕະຫຼາດແຮງງານ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາຂອງຜູ້ໄດ້ຮັບຜົນປະໂຫຍດ. ທ່ານສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບໂຄງການໄດ້ທີ່: https://bit.ly/443BFPN.
ພະນັກງານຝຶກງານຂອງໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS)
- ຜູ້ສະໝັກເປົ້າໝາຍ: ນັກຮຽນ/ສືກສາຈົບໃໝ່ ຜູ້ຕ້ອງການຮຽນຮູ້ວຽກ ແລະ ຊອກຫາປະສົບການການເຮັດວຽກກັບ ອົງການຈັດຕັ້ງສາກົນ
- ການເລີ່ມເຮັດວຽກ: ເດືອນ ສິງຫາ 2025 ເປັນຕົ້ນໄປ.
- ໄລຍະເວລາ ຂອງສັນຍາ: 6 ເດືອນ ແຕ່ ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ
- ສະຖານທີ່ ເຮັດວຽກ: ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງ ຄຳມ່ວນ
ສະຫວັດດີການ: ອາສາສະໝັກຊ່ວຍວຽກໂຄງການ ຈະໄດ້ຮັບເງິນເດືອນຫຼາຍກວ່າ 3,000,000 ກີບ / ເດືອນ, ນອກນັ້ນຍັງມີການຄຸ້ມຄອງປະກັນໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ, ການກວດສຸຂະພາບປະຈໍາປີ.
ໜ້າວຽກລວມ
ອາສາສະໝັກຊ່ວຍວຽກໂຄງການ ແມ່ນເຮັດວຽກຮ່ວມກັບຄູ່ຮ່ວມງານຂອງໂຄງານ ແລະ ເຮັດວຽກພາຍໃນການຊີ້ນໍາຂອງພະນັກງານຜູ້ປະສານງານຂອງໂຄງການຂັ້ນແຂວງ ເພື່ອສະໝັບສະໝູນວຽກບໍລິກຫານ, ວຽກວິຊາການ, ການປ້ອນຂໍ້ມູນ ແລະ ໃຫ້ການຊ່ວຍເຫຼືອດ້ານວິຊາການຕາມການແນະນໍາຂອງຜູ້ປະສານງານໂຄງການ.
ຄວາມຮັບຜິດຊອບ ແລະ ໜ້າວຽກຂອງອາສາສະໝັກມີດັ່ງນີ້:
- ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຂອງຜູ້ປະສານງານຂັ້ນແຂວງ.
- ຊ່ວຍໃນການປັບປຸງ ແລະ ຈັດລະບຽບບັນທຶກໂຄງການ ແລະ ເອກະສານໃຫ້ເປັນລະບົບ, ມີປະສິດທິພາບ ແລະ ສາມາດເຂົ້າເຖິງໄດ້ງ່າຍ.
- ສະຫນັບສະຫນູນການບໍລິຫານຫ້ອງການ (ສໍາເນົາ ແລະ ສະແກນເອກະສານ).
- ຊ່ວຍກະກຽມກອງປະຊຸມຂອງໂຄງການ ແລະ ການປະສານງານການຝຶກອົບຮົມ ແລະ ກອງປະຊຸມໂດຍການຕິດຕາມການຢືນຢັນຂອງຜູ້ເຂົ້າຮ່ວມ ແລະ ການກະກຽມເອກະສານ ແລະ ອຸປະກອນຕ່າງໆ.
- ສະໜັບສະໜູນວຽກການຈັດຊື້ຕາມການຊີ້ນຳຂອງຄະນະປະສານງານດ້ານວິຊາການຂັ້ນແຂວງ.
- ປະສານງານກັບທີມງານບໍລິຫານຂອງ Swisscontact ນະຄອນຫຼວງວຽງຈັນ.
- ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາຂອງຫົວໜ້າ.
ເງື່ອນໄຂຜູ້ສະໝັກ:
- ລະດັບການສືກສາຈົບຊັ້ນກາງ ຫຼື ຊັ້ນສູງ ຫຼື ປະລິນຍາຕຼີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງກັບວຽກການພັດທະນາການສຶກສາ (ໂດຍສະເພາະນັກສືກສາຈົບໃໝ່ ຫລື ຜູ້ຕ້ອງການຮຽນຮູ້ ແລະ ຊອກປະສົບການ)
- ລະດັບພາສາອັງກິດແມ່ນ ສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ ໃນລະດັບພື້ນຖານ.
- ລະດັບຄວາມຮູ້ພື່ນຖານທາງດ້ານ ຄອມພິວເຕີ ແລະ ອຸປະກອນການສື່ສານ (Phone, Internet, Microsoft Office)
- ມີຄວາມຮູ້ກ່ຽວກັບລະບົບການເຮັດວຽກຂອງ ໂຮງຮຽນວິຊາຊີບຈະພິຈາລະນາເປັນພິເສດ
- ເຕັມໃຈທີ່ຈະສະຫນັບສະຫນູນຕາມການຮ້ອງຂໍຂອງໂຄງການ ແລະ ມັກໃນການຮຽນຮູ້
ການຮັບສະໝັກ:
- ກະລຸນາຮ່າງຊີວະປະຫວັດສະໝັກວຽກ (CV) ແລະ ເອກະສານທີີ່ກ້ຽວຂ້ອງກັບການສະໝັກວຽກ.
– ວິທີສົ່ງ ແບບທີ 1: ສາມາດສົໍ່ງຂໍ້ມູນທາງ ອີເມວ recruitment.laos@swisscontact.org. ກະລຸນາຂຽນ ຫົວຂໍັັ້ສະໝັກວ່າ: Job applicant: Internship for VTESS Project KHM
– ວິທີສົ່ງແບບທີ 2: ສາມາດສົໍ່ງເອກະສານສະໝັກວຽກໄດ້ທີ່ ວິທະຍາໄລເຕັກນິກ-ວິຊາຊີບ ແຂວງ ຄໍາມ່ວນ ນໍາຜູ້ປະສານງານຂັັັ້ນແຂວງໄດ້. - ພວກເຮົາຈະຕິດຕໍໍ່ຫາຜູ້ສະໝັກທີ່ຖືກຄັດເລືອກ ເທົ່ານັັັ້ນ!
ວັນປິດຮັບສະໝັກແມ່ນ ວັນທີ 18 ສິງຫາ 2025
ພວກເຮົາເປີດໂອກາດສະໝັກໃຫ້ກັບທຸກທ່ານໂດຍສະເພາະທ່ານຍິງ