ຫົວໜ້າທີມພົວພັນຊຸມຊົນ
MAG Lao

Details
Description
ໜ້າທີ່ຮັບຜິດຊອບຫຼັກ:
ຫົວໜ້າທີມພົວພັນຊຸມຊົນ ມີໜ້າທີ່ຄຸ້ມຄອງການປະຕິບັດວຽກໃນພາກສະໜາມ ເພື່ອຮັບປະກັນໃຫ້ກິດຈະກຳພົວພັນຊຸມຊົນທີ່ດຳເນີນການໂດຍພະນັກງານພົວພັນຊຸມຊົນ (CLO) ຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມແຜນງານທີ່ໄດ້ວາງໄວ້ຮ່ວມກັບຜູ້ປະສານງານຝ່າຍພົວພັນຊຸມຊົນ (CLC). ຜູ້ຫົວໜ້າທີມພົວພັນຊຸມຊົນ ຈະຮັບປະກັນໃຫ້ການປະຕິບັດວຽກ ສອດຄ່ອງກບມາດຕະຖານການປະຕິບັດວຽກ ແລະ ຄູ່ມືທາງດ້ານວິຊາການຕ່າງໆ ໃນລະຫວ່າງການຈັດຕັ້ງປະຕິບັດ. ນອກຈາກນີ້, ຫົວໜ້າທີມພົວພັນຊຸມຊົນຈະຮັບຜິດຊອບໃນການຕິດຕາມການປະຕິບັດວຽກໃນພາກສະໜາມ, ການຝຶກອົບຮົມພາຍໃນ ແລະ ຊີ້ນໍາຂັ້ນຕອນເລີ່ມຕົ້ນ ໃນຂະບວນການຄຸ້ມຄອງ ແລະ ຄວບຄຸມຄຸນະພາບ.
ການຊີ້ນໍາ ແລະ ການສະໜັບສະໜູນທີມງານ:
- ຊີ້ນຳ ແລະ ໃຫ້ຄໍາແນະນໍາພະນັກງານພົວພັນຊຸມຊົນ ປະຈໍາວັນ.
- ຕິດຕາມຜົນການປະຕິບັດວຽກຂອງທີມງານ ແລະ ຮັບປະກັນວ່າ ໄດ້ປະຕິບັດຕາມ ແຜນງານ ແລະ ຕາຕະລາງການເຮັດວຽກ.
- ຮັບປະກັນວ່າ ພະນັກງານພົວພັນຊຸມຊົນທຸກຄົນປະຕິບັດຕາມມາດຕະຖານທາງດ້ານຄວາມປອດໄພ ແລະ ລາຍງານເຫດການດ້ານຄວາມໝັ້ນຄົງທີ່ເກີດຂຶ້ນທັນທີ.
ການວາງແຜນ ແລະ ຈັດຕັ້ງປະຕິບັດກິດຈະກຳພົວພັນຊຸມຊົນ:
- ສ້າງ ແລະ ຮັກສາຄວາມສໍາພັນທີ່ດີກັບອຳນາດການປົກຄອງທ້ອງຖິ່ນ, ຊຸມຊົນ ແລະ ບັນດາພາກສ່ວນກ່ຽວຂ້ອງ ເພື່ອສະໜັບສະໜູນການການຈັດຕັ້ງປະຕິບັດວຽກຂອງ ອົງການເກັບກູ້ລະເບີດ ແມັກ ສາມາດໍາເນີນຢ່າງສະດວກ.
- ປະສານງານກິດຈະກຳປະຈຳວັນ ແລະ ແຜນການລົງພື້ນທີ່ກັບພະນັກງານພົວພັນຊຸມຊົນ ແລະ ຜູ້ປະສານງານຝ່າຍພົວພັນຊຸມຊົນ.
- ສະໜອງຂໍ້ມູນຢ່າງຖືກຕ້ອງ ແລະ ໃຫ້ທັນເວລາແກ່ຜູ້ປະສານງານຝ່າຍພົວພັນຊຸມຊົນ ແລະ ຫົວໜ້າຝ່າຍພົວພັນຊຸມຊົນ ເພື່ອສະໜັບສະໜູນໃນການຈັດບຸລິມະສິດ ແລະ ລະບຸກຸ່ມເປົ້າໝາຍ ແລະ ພື້ນທີ່ເປົ້າໝາຍສໍາລັບວຽກງານພົວພັນຊຸມຊົນ ແລະ ກິດຈະກໍາທາງດ້ານວິຊາການອື່ນໆ.
ການຝຶກອົບຮົມ ແລະ ການສ້າງຄວາມອາດສາມາດ:
- ສະໜັບສະໜູນຜູ້ປະສານງານຝ່າຍພົວພັນຊຸມຊົນ ແລະ ຫົວໜ້າຝ່າຍພົວພັນຊຸມຊົນ ໃນການວາງແຜນ ແລະ ຈັດຝຶກອົບຮົມໃຫ້ແກ່ພະນັກງານໃໝ່ ພ້ອມທັງຝຶກອົບຮົມທົບທວນຄວາມຮູ້ໃຫ້ແກ່ພະນັກງານພົວພັນຊຸມຊົນທັງໝົດ.
- ຈັດຝຶກອົບຮົມພາຍໃນທີມງານ ອີງຕາມຄວາມຮຽກຮ້ອງຕ້ອງການ ແລະ ຈຸດທີ່ຕ້ອງການພັດທະນາ ທີ່ລະບຸໄດ້ຈາກການລົງຕິດຕາມພາກສະໜາມ ໂດຍຮ່ວມກັບຜູ້ປະສານງານຝ່າຍພົວພັນຊຸມຊົນ.
ການຕິດຕາມ ແລະ ການລາຍງານ
- ຕິດຕາມການຈັດຕັ້ງປະຕິບັດແຜນງານກິດຈະກໍາພົວພັນຊຸມຊົນ ເພື່ອຮັບປະກັນວ່າ ສາມາດຈັດຕັ້ງປະຕິບັດຕາມເວລາ ແລະ ບັນລຸເປົ້າໝາຍ.
- ລາຍງານການລະເມີດມາດຕະຖານການປະຕິບັດວຽກຂອງອົງການເກັບກູ້ລະເບີດ ແມັກ ໃຫ້ກັບຜູ້ປະສານງານຝ່າຍພົວພັນຊຸມຊົນ ແລະ ຫົວໜ້າຝ່າຍພົວພັນຊຸມຊົນ.
- ເຮັດບົດລາຍງານປະຈຳວັນ, ປະຈໍາອາທິດ, ແລະ ປະຈໍາເດືອນຢ່າງຖືກຕ້ອງ ໂດຍນໍາໃຊ້ແບບຟອມມາດຕະຖານ ແລະ ສົ່ງໃຫ້ຜູ້ປະສານງານຝ່າຍພົວພັນຊຸມຊົນ ໃຫ້ທັນຕາມກໍານົດເວລາ.
ເງື່ອນໄຂຂອງຜູ້ສະໝັັກ:
- ຮຽນຈົບວິຊາຊີບສາຂາໃດໜຶ່ງ ໃນລະດັບຊັ້ນສູງ ຫຼື ທຽບເທົ່າ ຂຶ້ນໄປ.
- ມີໃບຂັບຂີ່ລົດຈັກ ປະເພດ A ຂຶ້ນໄປ ແລະ ຕ້ອງຍັງເຫຼຶອອາຍຸການນຳໃຊ້ຢ່າງໜ້ອຍ 6 ເດືອນຂຶ້ນໄປ.
- ມີປະສົບການໃນການວາງແຜນ, ການຈັດຕັ້ງປະຕິບັດ ແລະ ການຕິດຕາມກິດຈະກໍາໃນພາກສະໜາມ, ພ້ອມທັງຄວາມສາມາດໃນການພັດທະນາ ແລະ ປະຕິບັດຕາມແຜນງານຢ່າງລະອຽດ.
- ມີປະສົບການໃນການເກັບກໍາຂໍ້ມູນ, ການຈັດການບໍລິຫານ ແລະ ການວິເຄາະຂໍ້ມູນ.
- ມີປະສົບການໃນການດໍາເນີນ ແລະ ອໍານວຍຄວາມສະດວກໃນການຝຶກອົບຮົມ.
- ມີປະສົບການເຮັດວຽກກັບຊຸມຊົນໃນເຂດຊົນນະບົດ ຢູ່ແຂວງ ຊຽງຂວາງ, ໂດຍສະເພາະເຮັດວຽກກັບຫຼາຍກຸ່ມຊົນເຜົ່າ ແລະ ວັດທະນະທໍາທີ່ຫຼາກຫຼາຍ ຈະພິຈາລະນາເປັນພິເສດ.
- ມີທັກສະທາງດ້ານການນໍາໃຊ້ຄອມພິວເຕີ: ມີຄວາມຮູ້ທີ່ດີກ່ຽວກັບ Microsoft Office (ໂດຍສະເພາະ Excel, Word, ແລະ PowerPoint).
- ສາມາດສື່ສານພາສາອັງກິດໄດ້ໃນລະດັບດີ.
- ມີທັກສະທາງດ້ານການຈັດການບໍລິຫານທີ່ດີ.
- ມີຄວາມຮູ້ ແລະ ຄວາມຄຸ້ນເຄີຍກັບເຄື່ອງມື ແລະ ວິທີການປະເມີນຜົນແບບມີສ່ວນຮ່ວມ.
- ມີຄວາມຍືດຍຸ່ນ, ມະນຸດສໍາພັນທີ່ດີ ແລະ ມີຄວາມມຸ່ງໝັ້ນໃນການເຮັດວຽກກັບຊຸມຊົນ.
- ສາມາດຂຶ້ນນຳສະເໜີການປະຕິບັດວຽກງານຂອງອົງການແມັກ ໃຫ້ແກ່ຊຸມຊົນຂະໜາດນ້ອຍ ແລະ ໃຫຍ່.
- ມີຄວາມຊື່ສັດ ແລະ ຈັນຍາບັນໃນລະດັບສູງ.
ວິທີ ແລະ ຂັ້ນຕອນການສະໝັກສຳລັບຕຳແໜ່ງນີ້:
ຜູ້ສົນໃຈ ກະລຸນາ ກະກຽມ ຊີວະປະຫວັດຫຍໍ້ (CV) ພ້ອມດ້ວຍ ຈົດໜາຍສະໝັກວຽກ (Cover letter) ຂອງຕົນເອງ ແລ້ວສົ່ງສະ ໝັກທາງອອນລາຍຕາມລິ້ງຕໍ່ໄປນີ້:
ລິ້ງສະໝັກ: https://forms.gle/BYfAv7ioy8WhdcSz9
ປິດຮັບສະໝັກແມ່ນ ເວລາ 16:00 PM ຂອງ ວັນທີ 08 ເດືອນ ກັນຍາ 2025
ຜູ້ສະໝັກທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການຕິດຕໍ່ເພື່ອມາສຳພາດ.
Contact Details
Additional Information
ອີງຕາມຄໍາຫມັ້ນສັນຍາຂອງອົງການເກັບກູ້ລະເບີດ ແມັກ ວ່າດ້ວຍນະໂຍບາຍດ້ານການປົກປ້ອງ, ການຄັດເລືອກຕໍາແຫນ່ງນີ້ແມ່ນຕ້ອງ ຜ່ານຂະບວນການກວດສອບປະຫວັດຄວາມເປັນມາ ເພື່ອຢັ້ງຢືນຄວາມຖືກຕ້ອງ ກ່ອນທີ່ຈະມີການສະເຫນີການຈ້າງງານ, ອົງການເກັບ ກູ້ລະເບີດແມັກ ມຸ່ງຫມັ້ນໃນຫຼັກການຂອງຄວາມຫຼາກຫຼາຍ, ສິດສະເຫມີພາບ ແລະ ການມີສ່ວນຮ່ວມ ແລະ ເປີດໂອກາດໃນການຈ້າງ ງານແບບເທົ່າທຽມກັນ. ຖ້າທ່ານຄິດວ່າ ທ່ານມີຄຸນວຸດທິເຫມາະສົມກັບບົດບາດຂອງຕໍາແຫນ່ງນີ້ ໃນອົງການຂອງພວກເຮົາ, ພວກເຮົາຍິນ ດີຕ້ອນຮັບການສະຫມັກງານຂອງທ່ານ ໂດຍບໍ່ຄໍານຶງເຖິງພື້ນຖານຄວາມເປັນຢູ່ຂອງທ່ານ. ພວກເຮົາມຸ່ງຫມັ້ນໃນການສະຫນອງສະພາບ ແວດລ້ອມໃນການເຮັດວຽກແບບມີສ່ວນຮວ່ມ ແລະ ໃຫ້ສະຫນັບສະຫນູນ ເພື່ອໃຫ້ພະນັກງານທຸກຄົນຮູ້ສຶກໄດ້ຮັບຄວາມເຄົາລົບ ແລະ ໄດ້ຮັບການສະຫນັບສະຫນູນ ແລະ ໃນການບັນລຸຄວາມອາດສາມາດຂອງເຂົາເຈົ້າ.
ທຸກໆຮູບແບບຂອງການຈ້າງງານ ແລະ ຂະບວນການຄັດເລືອກພະນັກງານ, ບໍ່ວ່າຈະເປັນການຈ້າງງານພະນັກງານໃຫມ່ຄັ້ງທໍາອິດ ຫຼື ການເລື່ອນຕໍາແຫນ່ງພະນັກງານພາຍໃນອົງການ ຈະອີງໃສ່ຄຸນສົມບັດ, ຄຸນວຸດທິ, ຄວາມສາມາດ, ຜົນການປະຕິບັດວຽກງານ ແລະ ຄວາມຕ້ອງການຂອງອົງການ, ອົງການເກັບກູ້ລະເບີດ ແມັກ (ຫຼື ພາກສ່ວນອື່ນໆ ທີ່ກ່ຽວຂ້ອງກັບຂະບວນການຄັດ ເລືອກພະນັກງານ ຂອງອົງການເກັບກູ້ລະເບີດ ແມັກ) ຈະບໍ່ເກັບຄ່າທໍານຽມ (ຫຼື ຮັບເອົາຂອງຂວັນ ຫຼື ສິ່ງຕອບ ແທນອື່ນໆ) ໃນທຸກຂັ້ນຕອນຂອງຂະບວນການຄັດເລືອກພະນັກງານ (ການປະກາດຮັບສະຫມັກວຽກ, ການສໍາ ພາດ, ການປະເມີນຜົນ), ຖ້າທ່ານມີຂໍ້ຂ້ອງໃຈກ່ຽວກັບຂະບວນການນີ້ ທ່ານສາມາດລາຍງານ ໃຫ້ອົງການຂອງພວກເຮົາ ຜ່ານທາງ ເບີໂທ:
ຂໍ້ກຳນົດ ແລະ ເງື່ອນໄຂ:
ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ມີສະພາບແວດລ້ອມຂອງການເຮັດວຽກທີ່ດີ, ສະຫວັດດີການທີ່ດີ ແລະ ມີນະໂຍບາຍໃນການສົ່ງເສີມຝຶກອົບຮົມເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ກັບພະນັກງານ.