ພະນັກງານ GIS

The Halo Trust Lao

Details

Province:
Savannakhet
Type of Position:
Full-time
Contract Duration:
Type of Organization:
iNGO
National/International Position:
National
Application Deadline:
December 13, 2025

Description

ຕໍາແໜ່ງ
ພະນັກງານ GIS
ພະແນກ:
ຄຸ້ມຄອງຂໍ້ມູນ (IM)

ທີ່ຕັ້ງ:
ເຊໂປນ, ສະຫວັນນະເຂດ
ລາຍງານເຖິງ
ຫົວໜ້າ/ຮອງພະແນກຄຸ້ມຄອງຂໍ້ມູນ

ປະເພດຂອງສັນຍາ
ສັນຍາມີກຳນົດ

ພາບລວມ

ອົງການ ຮາໂລ ທຣາສທ໌ ແມ່ນອົງການເພື່ອການກຸສົນສາກົນທີ່ປະຕິບັດການເກັບກູ້ ລບຕ ແລະ ລະເບີດຝັງດິນ. ພວກເຮົາປະຕິບັດການສຳຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ (ລບຕ) ຢູ່ ສປປ ລາວ ເຊິ່ງມີພະນັກງານຫຼາຍກວ່າ 1,400 ຄົນ ປະຈຳການຢູ່ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ ແລະ ມີຫ້ອງການບໍລິຫານຕັ້ງຢູ່ ນະຄອນຫຼວງວຽງຈັນ.

ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ແມ່ນເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ 22-23 ມື້ ເລີ່ມໃນຕົ້ນເດືອນ ເຊິ່ງມີການແຈ້ງໄລຍະເວລາການພັກວຽກຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບພວກເຮົາ, ທ່ານສາມາດເຂົ້າອ່ານໄດ້ທີ່ນີ້ www.halotrust.org

ຈຸດປະສົງ ແລະ ບົດບາດໜ້າທີ່

ພະນັກງານ GIS ມີໜ້າທີ່ຮັບຜິດຊອບໃນການບໍລິຫານຄຸ້ມຄອງຖານຂໍ້ມູນ ແລະ ແຜນທີ່ຂອງອົງການ, ສ້າງ ແລະ ອອກແບບແຜນທີ່ຕາມການສະເໜີຂອງຫົວໜ້າອາວຸໂສ. ບໍລິຫານ ແລະ ຕິດຕາມລະບົບຖານຂໍ້ມູນ, ຮັບປະກັນໃນການບັນຈຸຂໍ້ມູນໃຫ້ມີຄວາມຖືກຕ້ອງ. ພົວພັນ ແລະ ປະສານງານກັບທີມງານຝ່າຍປະຕິບັດງານເປັນປະຈໍາ ສະໜອງຂໍ້ມູນເພື່ອຊ່ວຍໃນການວາງແຜນ ແລະ ຈັດລຽງບູລິມະສິດ. ຕ້ອງໄດ້ຮັບຜິດຊອບໃນການວິເຄາະການບັນຈຸຂໍ້ມູນເວລາຫົວໜ້າຝ່າຍຖານຂໍ້ມູນ ແລະ ແຜນທີ່ບໍ່ຢູ່.

ເປັນຜູ້ບໍລິຫານ ແລະ ການນຳ ເປັນແບບຢ່າງ ແລະ ໃຫ້ການສະໜັບສະໜູນພະນັກງານຄົນອື່ນໃນອົງການ ເປັນພະນັກງານສະມາຊິກຂອງອົງການຮາໂລ ທີ່ເຮັດໜ້າທີ່ເປັນຢ່າງດີ ແລະ ເຮັດວຽກໜັກເພື່ອຮັບປະກັນວ່າໜ້າວຽກນັ້ນສຳເລັດໂດຍດີ.

ເຮັດໃຫ້ພະນັກງານອົງການຮາໂລ ມີຄວາມເຄົາລົບຕະຫລອດເວລາ:

·         ປະພຶດ ແລະ ປະຕິບັດຕົວໃຫ້ມີມາດຕະຖານສູງ ນຳພາອົງການ ຮາໂລ ໄປສູ່ມາດຕະຖານທີ່ດີໃນລະຫວາງການການປະຕິບັດໜ້າວຽກໃນຮອບວຽນ.

·         ສ້າງ ແລະ ປັບປຸງການພົວພັນກັບຊຸມຊົນບ່ອນທີ່ເຮັດວຽກ ແລະ ໃຫ້ຄວາມຊ່ວຍເຫລືອ.

·         ເຂົ້າກັບໝູ່ເພື່ອໄດ້ດີ ແລະ ໃຫ້ຄວາມຊ່ວຍເຫລືອແກ່ຜູ້ຮວມງານ ແລະ ໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ.

·         ປະຕິບັດຕົນໃຫ້ເປັນມືອາຊີບ, ການປະພຶດເປັນແບບຊ່ຽວຊຽນ ແລະ ຕ້ອງໃສ່ເຄື່ອງແບບ ຕະຫລອດເວລາ.

ຄຸນນະວຸດ ແລະ ທັກສະ

·         ຮຽນຈົບປະລິນຍາຕີ ສາຂາ ພູມີສາດ ແລະ ພຸມີສາລະສົນເທດສາດ ຫຼື ສາຂາທີ່ກ່ຽວຂ້ອງ.

·         ມີປະສົບການໃນການນຳໃຊ້ ໂປຣແກຣມ:     ArcGIS Pro,       ArcGIS Online,       Survey123,       Field Maps ຢ່າງໜ້ອຍ 2 ປີ ຂື້ນໄປ.

·         ມີປະສົບການໃນການນຳໃຊ້ Microsoft Office 365 ເຊັ່ນ: Word, Excel, Access, Teams, Outlook, OneDrive

·         ສາມາດສື່ສານພາສາອັງກິດລະດັບດີ.

·         ສາມາດນຳໃຊ້ PgAdmin ແລະ SQL ແມ່ນຈະຖືກພິຈາລະນາເປັນພິເສດ.

ໜ້າທີ່ຮັບຜິດຊອບ

 1.      ສະໜັບສະໜູນຂໍ້ມູນ ແລະ ແຜນທີ່ໃຫ້ ຝ່າຍປະຕິບັດງານ ຕາມແຜນ.

2.      ກວດກາ ແລະ ຮັບປະກັນຄຸນະພາບ ຂໍ້ມູນທີ່ສົ່ງມາ ຈາກ Survey 123.

3.      ກວດແຜນທີ່ ປະຈຳວັນຈາກ Survey123 ທີ່ສົ່ງຈາກຝ່າຍປະຕິບັດງານ ໃຫ້ຖືກຕ້ອງ.

4.      ສະໜັບສະໜູນແຜນທີ່ Online/Offline ໃຫ້ຝ່າຍປະຕິບັດງານ ຕາມການຮຽບຮ້ອງຂອງຫົວໜ້າທີມ.

5.      ສະໜອງແຜນທີ່ ມອບດິນ ແລະ ຮັບແຂກ ໃຫ້ກັບຝ່າຍປະຕິບັດງານ.

6.      ເຂົ້າຮ່ວມປະຊຸມປະຈຳອາທິດຂອງສາຍງານ ເພື່ອແກ້ໄຂບັນຫາ.

7.      ຮວບຮວມຂໍ້ມູນ, ສ້າງແຜນທີ່ ແລະ ປະກອບເປັນຟອມສຳເລັດການກວດກູ້ ຫຼັງຈາກການກວດກູ້ສຳເລັດ.

8.      ນຳເຂົ້າຂໍ້ມູນ ແລະ ຮັບປະກັນຄຸນະພາບ ຖານຂໍ້ມູນຂອງ The HALO Trust ແລະ ຂ້ໍມູນແຫ່ງຊາດ IMSMA.

9.      ເກັບມ້ຽນເອກະສານຕ່າງໆໃຫ້ເປັນລະບຽບ.

10. ຕິດຕາມທີມທີ່ມີຂໍ້ຜິດພາດຫຼາຍ ແລະ ວາງແຜນລົງສະໜາມຕາມຄວາມເໝາະສົມ ກ່ຽວກັບການນຳໃຊ້ Survey123 ແລະ DGPS.

11. ລວບລວມບັນຫາຕ່າງໆ ແລະ ຈັດຝຶກອົບຮົມໃຫ້ກັບ ຝ່າຍປະຕິບັດງານຖ້າຈຳເປັນ.

12. ຊ່ວຍເຫຼືອ ພະແນກ ICT ຖ້າຈຳເປັນ.

ພິຈາລະນາເປັນພິເສດ

  • ພວກເຮົາສະໜັບສະໜູນໃຫ້ເພດຍິງສະໝັກຕຳແໜ່ງນີ້.
  • ຕຳແໜ່ງນີ້ແມ່ນສະຫງວນໃຫ້ຄົນສັນຊາດລາວເທົ່ານັ້ນ.
  • ຜູ້ທີ່ມີປະສົບການເຮັດກັບອົງການ NGO ໃນປະເທດ ຫຼື ຕ່າງປະເທດ ຫຼື ມີປະສົບການເຮັດວຽກກັບຊຸມຊົນຈະໄດ້ຮັບການພິຈາລະນາເປັນພິເສດ.

ເງື່ອນໄຂຂອງການເຮັດວຽກ

ທີມງານຂອງອົງການ ຮາໂລ ທຣາສທ໌ ຢູ່ເມືອງ ເຊໂປນ ແມ່ນເຮັດວຽກເປັນຮອບວຽນໃນແຕ່ລະເດືອນ ໂດຍສະເລ່ຍ 22-23 ມື້ ເລີ່ມໃນຕົ້ນເດືອນ ເຊິ່ງມີການແຈ້ງໄລຍະເວລາການພັກວຽກຂອງເດືອນ ເອີ້ນວ່າ ‘ສະແຕນດາວ’ (ວັນພັກ). ຮອບວຽນການເຮັດວຽກຂອງ ຮາໂລ ໃນເດືອນ ເມສາ ແມ່ນມີໄລຍະສັ້ນ ແລະ ມີວັນຢຸດພັກຜ່ອນຍາວ.

ການຄຸ້ມຄອງປ້ອງກັນ

ຕ້ອງຮັບປະກັນວ່າທ່ານຈະບໍ່ມີການແລກປ່ຽນມາດ້ວຍເງິນ, ຂໍ້ສະເໜີການຈ້າງງານ, ການຈ້າງງານ, ສິນຄ້າ ຫຼື ການບໍລິການ ເພື່ອແລກກັບການມີເພດສຳພັນ ຫຼື ຜົນປະໂຫຍດທາງເພດ ຫຼື ຮູບແບບຕ່າງໆຂອງການດູໝິ່ນ, ລະເມີດ ຫຼື ພຶດຕິກຳການສະແຫວງຫາຜົນປະໂຫຍດໃນຮູບແບບຕ່າງໆ.

ຖະແຫຼງການທົ່ວໄປ

ອົງການ ຮາໂລ ທຣາສທ໌ ແມ່ນຜູ້ຈ້າງງານທີ່ໃຫ້ໂອກາດຢ່າງເທົ່າທຽມ ແລະ ບໍ່ແບ່ງແຍກ ຫຼື ເລືອກປະຕິບັດຕໍ່ຜູ້ສະໝັກວຽກບໍ່ວ່າດ້ວຍເຫດຜົນໃດກໍຕາມເຊັ່ນ: ອາຍຸ, ຄວາມພິການ, ການແປງເພດ, ການແຕ່ງງານ ແລະ ການຈົດທະບຽນຄູ່ສົມລົດ, ການຖືພາ ແລະ ການເປັນແມ່, ເຊື້ອຊາດ, ສາສະໜາ ຫຼື ຄວາມເຊື່ອ, ເພດ ຫຼື ລົດສະນິຍົມທາງເພດ.

ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການສ້າງວັດທະນະທຳທີ່ມີຄວາມຫຼາກຫຼາຍ ແລະ ຄອບຄຸມ ໂດຍມຸ່ງເນັ້ນການຈັດຫາ, ພັດທະນາ ແລະ ຮັກສາບຸກຄະລາກອນທີ່ມີຄວາມສາມາດຈາກກຸ່ມຜູ້ສະໝັກທີ່ມີຄວາມຫຼາກຫຼາຍ.

ອົງການ ຮາໂລ ທຣາສທ໌ ມີຄວາມມຸ່ງໝັ້ນໃນການຮັບປະກັນວ່າ ສະພາບແວດລ້ອມແມ່ນມີຄວາມປອດໄພ ແລະ ໜ້າເຊື່ອຖື ໂດຍໃຫ້ຄວາມສຳຄັນກັບການຄຸ້ມຄອງ ແລະ ສົ່ງເສີມສະຫວັດດີການ ແລະ ການເປັນຢູ່ທີ່ດີຂອງທຸກຄົນທີ່ມີສ່ວນກ່ຽວຂ້ອງ ຫຼື ເປັນສ່ວນໜຶ່ງຂອງອົງການ ໂດຍມີນະໂຍບາຍບໍ່ຍອມຮັບພຶດຕິກຳໃດໆທີ່ຂັດຕໍ່ຫຼັກການດັ່ງກ່າວຢ່າງເດັດຂາດ.

ວິທີສະໝັກ

ກະລຸນາສົ່ງຊີວະປະຫວັດປັດຈຸບັນ (CV) ແລະ ໜັງສືສະໝັກງານ  (Cover Letter) ສະແດງຄວາມສົນໃຈຂອງທ່ານ ແລະ ເງິນເດືອນທີ່ຕ້ອງການສຳລັບຕຳແໜ່ງນີ້ ຫາອີເມລ: hr@halolaos.org.

ປິດຮັບສະໝັກ ວັນທີ 13 ທັນວາ 2025. ເນື່ອງຈາກຈຳນວນຜູ້ສະໝັກທີ່ຫຼາຍ, ມີພຽງແຕ່ຜູ້ສະໝັກທີ່ຖືກເລືອກເທົ່ານັ້ນ ຈະໄດ້ຮັບການຕິດຕໍ່ກັບເພື່ອການສຳພາດ.

Contact Details

Contact Person:
HR
Phone:
02093171980
Email:
hr@halolaos.org

Additional Information

Attachments

    Save & Share