ພະນັກງານຝຶກງານຊ່ວຍວຽກບໍລິຫານ-ຫ້ອງການ
Swisscontact
Details
Description
ສະວິດຄອນແທັກ ແມ່ນອົງການທີ່ເອກະລາດທາງດ້ານທຸລະກິດທີ່ເຮັດວຽກສໍາລັບການຮ່ວມມືພັດທະນາສາກົນ. ມີຕົວແທນຢູ່ໃນ 41 ປະເທດ ແລະ ມີພະນັກງານຫຼາຍກວ່າ 1400 ຄົນ, ມີການສົ່ງເສີມນັບຕັ້ງແຕ່ 1959 ທາງດ້ານການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.
ສະວິດຄອນແທັກ ໄດ້ເຂົ້າມາເຄື່ອນໄຫວຢູ່ ສປປ ລາວ ຕັ້ງແຕ່ປີ 2013 ດ້ວຍບັນດາໂຄງການດ້ານອາຊີວະສຶກສາ ແລະ ການຝຶກອົບຮົມ ເພື່ອປັບປຸງສີມືແຮງງານຂອງປະຊາຊົນ ແລະ ສ້າງໂອກາດໃຫ້ເຂົາເຈົ້າມີລາຍຮັບທີ່ໝັ້ນຄົງ ແລະ ມີສ່ວນຮ່ວມຢ່າງຫ້າວຫັນໃນຕະຫຼາດແຮງງານ, ເປັນຕົ້ນແມ່ນໃນຂົງເຂດການທ່ອງທ່ຽວແບບຍືນຍົງ, ການຄຸ້ມຄອງສິ່ງເສດເຫຼືອ ແລະ ສົ່ງເສີມການບໍລິໂພກ ແລະ ການຜະລິດແບບຍືນຍົງ ເພື່ອສ້າງໂອກາດທາງເສດຖະກິດທີ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມີຄວາມຍືນຍົງຕໍ່ສິ່ງແວດລ້ອມ. ໂຄງການຂອງພວກເຮົາແມ່ນຈັດຕັ້ງປະຕິບັດໂດຍທີມງານຄຸນນະພາບທີ່ປະຈໍາຢູ່ນະຄອນຫຼວງວຽງຈັນ ແລະ ປະຈໍາຢູ່ຫ້ອງການ 7 ແຂວງໃນປະເທດ.
ເປີດຮັບສະໝັກ:
ພະນັກງານຝຶກງານຊ່ວຍວຽກບໍລິຫານ-ຫ້ອງການ (Internship)
ຜູ້ສະໝັກເປົ້າໝາຍ:
ນັກຮຽນ/ສຶກສາ ທີ່ຮຽນຈົບໃໝ່ ທີ່ຕ້ອງການຊອກຫາປະສົບການ ແລະ ຮຽນຮູ້ການເຮັດວຽກ
ກັບອົງການຈັດຕັ້ງສາກົນ.
ການເລີ່ມເຮັດວຽກ:
ເດືອນ ຕຸລາ 2025 ເປັນຕົ້ນໄປ.
ໄລຍະເວລາຂອງສັນຍາ:
6 ເດືອນ (ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ).
ສະຖານທີ່ເຮັດວຽກ:
ຫ້ອງການອົງການສະວິດຄອນແທັກ ປະຈໍາ ສປປ ລາວ, ນະຄອນຫຼວງວຽງຈັນ
ສະຫວັດດີການ:
ຈະໄດ້ຮັບເງິນເບ້ຍລ້ຽງຫລາຍກວ່າ 3,000,000 ກີບ/ເດືອນ, ພ້ອມນະໂຍບາຍອື່ນໆ ເຊັ່ນ: ການຄຸ້ມຄອງປະກັນ
ໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ, ການກວດສຸຂະພາບປະຈໍາປີ.
ໜ້າວຽກລວມ
ພະນັກງານຝຶກງານຜູ້ຊ່ວຍວຽກບໍລິຫານ-ຫ້ອງການ ແມ່ນເປັນພະນັກງານສັງກັດພະແນກ ບໍລິຫານ-ຫ້ອງການ ແລະ ບຸກຄະລາກອນ, ພະນັກງານຝຶກງານຊ່ວຍວຽກບໍລິຫານ-ຫ້ອງການ ແມ່ນ ຈະໄດ້ເຮັດວຽກ ແລະ ປະສານງານໂດຍກົງກັບ ຜູ້ປະສານງານ ບໍລິຫານ-ຫ້ອງການ ໃນການສະ ໜັບສະໝູນວຽກງານ ບໍລິຫານ-ຫ້ອງການ, ເປັນພະນັກງານຕ້ອນຮັບ ແລະ ໃຫ້ການສະໝັບສະໝູນດ້ານວິຊາການຕາມຄວາມຕ້ອງການຂອງຫ້ອງການນະຄອນຫຼວງວຽງຈັນ.
ໜ້າວຽກ ແລະ ຄວາມຮັບຜິດຊອບ
- ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຈາກຜູ້ປະສານງານ ບໍລິຫານ-ຫ້ອງການ.
- ຊ່ວຍໃນການປັບປຸງ ແລະ ຈັດລະບຽບບົດບັນທຶກໂຄງການ ແລະ ເອກະສານໂຄງການໃຫ້ເປັນລະບົບ, ມີປະສິດທິພາບ ແລະ ສາມາດເຂົ້າເຖິງໄດ້ງ່າຍ.
- ສະຫນັບສະຫນູນການບໍລິຫານ-ຫ້ອງການ ເຊັນ: ປຣີ້ນເອກະສານ, ກອບປີ້ເອກະສານ ແລະ ສະແກນເອກະສານ.
- ຊ່ວຍກະກຽມກອງປະຊຸມຂອງໂຄງການ, ການປະສານງານການຝຶກອົບຮົມ ແລະ ກອງປະຊຸມໂດຍການຕິດຕາມການຢືນຢັນຂອງຜູ້ເຂົ້າຮ່ວມ ແລະ ການກະກຽມເອກະສານ ແລະ ກະກຽມອຸປະກອນຕ່າງໆ.
- ຊ່ວຍ ຈັດແຈງການບໍລິຫານການເດີນທາງໃນງານຕ່າງໆໃຫ້ແກ່ທີມງານເຊັນ: ທີ່ພັກ, ຈອງປີ້ຍົນ,ຈອງປີ້ລົດໄຟ ແລະ ປະສານງານກັບລົດເຊົ່າ.
- ສະໜັບສະໜູນວຽກງານການຈັດຊື້ໂດຍການຂໍໃບສະເໜີລາຄາ ແລະ ປະສານງານຂະບວນການຈັດຊື້ຕາມການຊີ້ນຳຈາກຜູ້ປະສານງານ ບໍລິຫານ-ຫ້ອງການ.
- ຊ່ວຍໃນການກວດກາ ແລະ ກວດນັບ ອູປະກອນ ແລະ ເຄື່ອງໃຊ້ທີ່ທາງບັນດາຮ້ານຄ້າ ແລະ ຜູ້ສະໜອງໄດ້ນໍາມາສົ່ງ.
- ປະສານງານກັບທີມງານບໍລິຫານຂອງ Swisscontact ທັງໃນນະຄອນຫຼວງວຽງຈັນ ແລະ ຫ້ອງການພາກສະໜາມ.
- ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາ ແລະ ມອບໝາຍຈາກຫົວໜ້າສາຍງານ.
ຄຸນສົມບັດ, ປະສົບການ ແລະ ຄວາມສາມາດ
- ນັກສືກສາຈົບໃໝ່ ຫລື ຜູ້ຕ້ອງການຮຽນຮູ້ ຫຼື ຊອກຫາປະສົບການ
- ລະດັບການສືກສາຈົບຊັ້ນກາງ, ຊັ້ນສູງ ຫຼື ປະລິນຍາຕີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງກັບວຽກການພັດທະນາການສຶກສາ
- ລະດັບພາສາອັງກິດແມ່ນ ສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ ໃນລະດັບພື້ນຖານ
- ລະດັບຄວາມຮູ້ພື້ນຖານທາງດ້ານ ຄອມພິວເຕີ ແລະ ອຸປະກອນການສື່ສານ (Use of Laptop, Windows and Microsoft Office Programs)
- ມີຄວາມພ້ອມທີ່ຈະສະຫນັບສະຫນູນຕາມການຮ້ອງຂໍຂອງໂຄງການ ແລະ ມັກໃນການຮຽນຮູ້
ການຮັບສະໝັກ
- ສົ່ງ CV ແລະ Cover letter ມາທີ່ອີເມວ laos@swisscontact.org . ກະລຸນາຂຽນ ຫົວຂໍ້ສະໝັກວ່າ: ພະນັກງານຝຶກງານຊ່ວຍວຽກບໍລິຫານ-ຫ້ອງການ (Internship)
- ພວກເຮົາຈະຕິດຕໍ່ຫາຜູ້ສະໝັກທີ່ຖືກຄັດເລືອກ ເທົ່ານັ້ນ!
ວັນປິດຮັບສະໝັກແມ່ນ ວັນທີ 12 ກັນຍາ 2025
ພວກເຮົາເປີດໂອກາດສະໝັກໃຫ້ກັບທຸກທ່ານໂດຍສະເພາະທ່ານຍິງ