ພະນັກງານຝຶກງານຂອງໂຄງການ VTESS
Swisscontact
Details
Description
ສະວິດຄອນແທັກ ແມ່ນອົງການບໍ່ສະແຫວງຫາຜົນກໍາໄລ ສຸມໃສ່ການພັດທະນາເສດຖະກິດແບບຍືນຍົງໂດຍເນັັ້ນໃສ່ພາກສ່ວນເອກະຊົນເປັນຫຼັກ, ໂດຍມີຕົວແທນຢູ່ 41 ປະເທດ ແລະ ມີພະນັກງານຫຼາຍກວ່າ 1400 ຄົນ ໄດ້ຮັບການສ້າງຕັ້ງ ແລະ ດຳເນີນພາລະກິດຕັ້ງແຕ່ປີ 1959.
ອົງການສະວິດຄອນແທັກ ໄດ້ເລີ່ມຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ແຕ່ປີ 2013 ເປັນຕົ້ນມາ ໂດຍສຸມໃສ່ການພັດທະນາພາກເອກະຊົນໃນຂົງເຂດວຽກ: ອາຊີວະສຶກສາ, ເສດຖະກິດໝູນວຽນ ແລະ ການທ່ອງທ່ຽວແບບຍືນຍົງ.
ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ມີເປົ້າໝາຍເລັງໃສ່ການຍົກລະດັບລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ, ເຊິ່ງມີອາຍຸລະຫວ່າງ 15 ຫາ 35 ປີ, ຮຽນຈົບຊັ້ນປະຖົມ ແລະ/ຫຼື ມັດທະຍົມຕອນຕົ້ນ (ຜູ້ທີ່ຮຽນບໍ່ຈົບ ມ.ຕົ້ນ) ແລະ ມີລາຍໄດ້ຕ່ຳ ໂດຍການສະໜັບສະໜູນການຝຶກອົບຮົມອາຊີບ ແລະ ເຂົ້າເຖິງຕະຫຼາດແຮງງານ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາຂອງຜູ້ໄດ້ຮັບຜົນປະໂຫຍດ. ທ່ານສາມາດສຶກສາຂໍ້ມູນເພີ່ມຕື່ມກ່ຽວກັບໂຄງການໄດ້ທີ່: https://bit.ly/443BFPN.
ພະນັກງານຝຶກງານຂອງໂຄງການ VTESS
ຜູ້ສະໝັກເປົ້າໝາຍ: ນັກຮຽນ/ສຶກສາ ທີ່ຮຽນຈົບໃໝ່ ທີ່ຕ້ອງການຊອກຫາປະສົບການ ແລະ ຮຽນຮູ້ການເຮັດວຽກ ກັບ ອົງການຈັດຕັ້ງສາກົນ.
ການເລີ່ມເຮັດວຽກ: ເດືອນ ຕຸລາ 2025 ເປັນຕົ້ນໄປ
ໄລຍະເວລາຂອງສັນຍາ: 6 ເດືອນ ແຕ່ສາມາດຕໍ່ສັນຍາໄດ້ອີກ 1 ຄັ້ງ
ສະຖານທີ່ເຮັດວຽກ: ໂຮງຮຽນ ວິທະຍາໄລເຕັກນິກ-ວິຊາຊີບ ແບບປະສົມ ແຂວງ ອຸດົມໄຊ
ສະຫວັດດີການ: ຈະໄດ້ຮັບເງິນເດືອນຫລາຍກວ່າ 3,000,000 ກີບ/ເດືອນ, ພ້ອມນະໂຍບາຍອື່ນໆ ເຊັ່ນ: ການຄຸ້ມຄອງປະກັນໄພປະກັນສຸຂະພາບ ແລະ ອຸບັດຕິເຫດ ຕະຫລອດໄລຍະຂອງສັນຍາ, ການກວດສຸຂະພາບປະຈໍາປີ.
ໜ້າວຽກລວມ
ອາສາສະໝັກຊ່ວຍວຽກໂຄງການ ແມ່ນເຮັດວຽກຮ່ວມກັບຄູ່ຮ່ວມງານຂອງໂຄງານ ແລະ ເຮັດວຽກພາຍໃນການຊີ້ນໍາຂອງພະນັກງານຜູ້ປະສານງານຂອງໂຄງການຂັ້ນແຂວງ ເພື່ອສະໝັບສະໝູນວຽກບໍລິກຫານ, ວຽກວິຊາການ, ການປ້ອນຂໍ້ມູນ ແລະ ໃຫ້ການຊ່ວຍເຫຼືອດ້ານວິຊາການຕາມການແນະນໍາຂອງຜູ້ປະສານງານໂຄງການ.
ຄວາມຮັບຜິດຊອບ ແລະ ໜ້າວຽກຂອງພະນັກງານຝຶກງານຂອງໂຄງການມີດັ່ງນີ້:
- ຊ່ວຍລົງຂໍ້ມູນເອກະສານດ້ານການເງິນ, ການຈັດຊື້ ແລະ ການດໍາເນີນງານຂອງໂຄງການຕາມການຊີ້ນໍາຂອງຜູ້ປະສານງານຂັ້ນແຂວງ.
- ຊ່ວຍໃນການປັບປຸງ ແລະ ຈັດລະບຽບບັນທຶກໂຄງການ ແລະ ເອກະສານໃຫ້ເປັນລະບົບ, ມີປະສິດທິພາບ ແລະ ເຂົ້າເຖິງໄດ້ງ່າຍ.
- ສະໜັບສະໜນການບໍລິຫານຫ້ອງການ (ສໍາເນົາ ແລະ ສະແກນເອກະສານ).
- ຊ່ວຍກະກຽມກອງປະຊຸມຂອງໂຄງການ ແລະ ການປະສານງານການຝຶກອົບຮົມ ແລະ ກອງປະຊຸມໂດຍການຕິດຕາມການຢືນຢັນຂອງຜູ້ເຂົ້າຮ່ວມ ແລະ ການກະກຽມເອກະສານ ແລະ ອຸປະກອນຕ່າງໆ.
- ສະໜັບສະໜູນວຽກການຈັດຊື້ຕາມການຊີ້ນຳຂອງຄະນະປະສານງານດ້ານວິຊາການຂັ້ນແຂວງ.
- ປະສານງານກັບທີມງານບໍລິຫານຂອງ ສະວິດຄອນແທັກ ນະຄອນຫຼວງວຽງຈັນ.
- ປະຕິບັດໜ້າທີ່ ແລະ ວຽກງານອື່ນໆ ຕາມການແນະນໍາຂອງຫົວໜ້າ.
ເງື່ອນໄຂຂອງຜູ້ສະໝັກ
- ລະດັບການສືກສາຈົບຊັ້ນກາງ ຫຼື ຊັ້ນສູງ ຫຼື ປະລິນຍາຕຼີ ຈາກວິທະຍາໄລ/ມະຫາວິທະຍາໄລ ສາຂາການເງິນ, ບໍລິຫານທຸລະກິດ ແລະ ສາຂາອື່ນໆ ທີ່ກ່ຽວຂ້ອງກັບວຽກການພັດທະນາການສຶກສາ (ໂດຍສະເພາະນັກສືກສາຈົບໃໝ່ ຫລື ຜູ້ຕ້ອງການຮຽນຮູ້ ແລະ ຊອກປະສົບການ).
- ລະດັບພາສາອັງກິດແມ່ນ ສາມາດສື່ສານເຂົ້າໃຈ, ເວົ້າ, ອ່ານ ແລະ ຂຽນໄດ້ ໃນລະດັບພື້ນຖານ.
- ລະດັບຄວາມຮູ້ພື້ນຖານທາງດ້ານ ຄອມພິວເຕີ ແລະ ອຸປະກອນການສື່ສານ (Phone, Fax, Internet, Microsoft Office).
- ມີຄວາມຮູ້ກ່ຽວກັບລະບົບການເຮັດວຽກຂອງ ໂຮງຮຽນວິຊາຊີບຈະພິຈາລະນາເປັນພິເສດ.
- ເຕັມໃຈທີ່ຈະສະໜັບສະໜູນຕາມການມອບໝາຍຂອງໂຄງການ.
- ມີຄວາມກະຕື້ລືລົ້ນ ແລະ ມັກຮັກໃນການຮຽນຮູ້.
ການຮັບສະໝັກ
- ວິທີສົ່ງ ແບບທີ 1: ສົ່ງ CV ແລະ Cover letter ມາທີ່ອີເມວ recruitment-sc-lao@swisscontact.org ກະລຸນາຂຽນ ຫົວຂໍ້ສະໝັກວ່າ: ພະນັກງານຝຶກງານຂອງໂຄງການ (VTESS Internship)
- ວິທີສົ່ງ ແບບທີ 2: ສາມາດສົ່ງເອກະສານສະໝັກໄດ້ທີ່ ໂຮງຮຽນ ວິທະຍາໄລເຕັກນິກ-ວິຊາຊີບ ແບບປະສົມ ແຂວງອຸດົມໄຊ ນໍາຜູ້ປະສານງານຂັ້ນແຂວງໄດ້. ຕີດຕໍ່ເບີ: 020 5656 6329
- ພວກເຮົາຈະຕິດຕໍ່ຫາຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນ!
ວັນປິດຮັບສະໝັກແມ່ນ ວັນທີ 16 ຕຸລາ 2025
ພວກເຮົາເປີດໂອກາດສະໝັກໃຫ້ກັບທຸກທ່ານໂດຍສະເພາະທ່ານຍິງ