ພະນັກງານຂັບລົດ

Plan International Laos

Details

Province:
Bokeo
Type of Position:
Full-time
Contract Duration:
Type of Organization:
iNGO
National/International Position:
National
Application Deadline:
May 21, 2025

Description

ຮັບສະໝັກພະນັກງານ

ອົງການແພລນສາກົນ ແມ່ນອົງການຈັດຕັ້ງສາກົນທີ່ຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການພັດທະນາ ໂດຍເນັ້ນໜັກໃສ່ການເສີມສ້າງຄວາມກ້າວໜ້າດ້ານສິດທິເດັກນ້ອຍ ແລະ ຄວາມເທົ່າທຽມດ້ານບົດບາດຍິງ-ຊາຍ, ປະຈຸບັນພວກເຮົາເຮັດວຽກຢູ່ 04 ແຂວງ: ນະຄອນຫຼວງວຽງຈັນ, ບໍ່ແກ້ວ, ອຸດົມໄຊ ແລະ ສາລະວັນ ໃນຂະແໜງການສາທາລະນະສຸກ, ການສຶກສາ, ການພັດທະນາໄວໜຸ່ມ ແລະ ພັດທະນາຊີວິດການເປັນຢູ່.

ຕຳແໜ່ງ: ພະນັກງານຂັບລົດ, 1 ຕຳແໜ່ງ (ປະຈໍາຢູ່ ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ)

ໜ້າທີ່ຮັບຜິດຊອບຫຼັກ:

  • ກວດກາສະພາບລົດໃຫ້ມີຄວາມພ້ອມ (ສະອາດ ແລະ ເປັນລະບຽບຮຽບຮ້ອຍ) ພ້ອມໃຊ້ງານ.
  • ກວດກາອຸປະກອນຕ່າງໆເຊັ່ນ: ຊຸດປະຖົມພະຍາບານເບື້ອງຕົ້ນ ແລະ ເຄື່ອງມືຕ່າງໆທີ່ຈຳເປັນກ່ອນອອກເດີນທາງ.
  • ດູແລຜູ້ໂດຍສານທຸກຄົນໃຫ້ປະຕິບັດຕາມຄໍາແນະນໍາຄວາມປອດໄພການນໍາໃຊ້ຍານພາຫະນະຂອງອົງການ.
  • ຮັບຜິດຊອບໃນການບັນທຶກຂໍ້ມູນ ກ່ຽວກັບການນຳໃຊ້ລົດ, ກວດກາລົດປະຈຳວັນ ແລະ ການເຕີມນໍ້າມັນລົດເປັນປະຈຳ.
  • ໃຫ້ຄໍາປຶກສາຫາລືກັບທີມງານກ່ຽວກັບບັນຫາທາງດ້ານເຕັກນິກພາຫະນະ ແລະ ກວດກາສະພາບລົດໃຫຍ່ ແລະ ລົດຈັກໃຫ້ພ້ອມໃຊ້ງານ.
  • ສະໜັບສະໜູນວຽກງານບໍລິຫານເຊັ່ນ: ຮັບ/ສົ່ງ ເອກະສານ, ຈັດສົ່ງເຄື່ອງລົງພາກສະໜາມ, ຊ່ວຍວຽກທົ່ວໄປພາຍໃນຫ້ອງການ.
  • ສະໜັບສະໜູນວຽກງານອື່ນໆຕາມການມອບໝາຍຈາກຫົວໜ້າສາຍງານ.

ເງື່ອນໄຂຂອງຜູ້ສະໝັກ:

  • ລະດັບການສຶກສາ ມັດທະຍົມຕອນປາຍຂື້ນໄປ.
  • ມີໃບຂັບຂີ່ລົດໃຫຍ່ ແລະ ປະສົບການໃນການຂັບລົດ 2-3 ປີ ໃນສະພາບເສັ້ນທາງທີ່ຫຍຸ້ງຫຍາກໃນເຂດທ້ອງຖິ່ນ.
  • ມີຄວາມຮູ້ ແລະ ທັກສະໃນການສ້ອມແປງລົດຂັ້ນພື້ນຖານ.
  • ມີຄວາມຫ້າວຫັນ, ມີວິໄນ ແລະ ອົດທົນຕໍ່ໜ້າທີ່ວຽກງານ.
  • ສາມາດສື່ສານ ພາສາອັງກິດໄດ້ເລັກນ້ອຍ.
  • ສາມາດເຮັດວຽກໃນວັນພັກ ເສົາ ແລະ ອາທິດ ຫຼື ວັນພັກລັດຖະການໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກ.
  • ມີຄວາມຮັບຜິດຊອບສູງ ແລະ ຮັກໃນອາຊີບການໃຫ້ການບໍລິການລົດຮັບສົ່ງ.

ທຸກໆຕໍາແໜ່ງຂອງອົງການແພລນແມ່ນ:

  • ມີຄວາມມຸ້ງໝັ້ນທາງດ້ານຄວາມສະເໝີພາບທາງດ້ານສິດທິ ແລະ ການມີສ່ວນຮ່ວມຂອງເດັກຍິງ ແລະ ແມ່ຍິງ.
  • ມີຄວາມມຸ້ງໝັ້ນທາງດ້ານສິດທິເດັກ.
  • ອົງການແພລນຈະບໍ່ຍອມໃຫ້ມີການທາລຸນເດັກ. ຜູ້ທີ່ຖືກຄັດເລືອກເປັນພະນັກງານຂອງອົງການແພລນຈະຕ້ອງໄດ້ປະຕິບັດນະໂຍບາຍດ້ານການປົກປ້ອງເດັກເຊີ່ງລວມທັງການກວດສອບປະຫວັດການເຮັດວຽກຜ່ານມາ.

Contact Details

Contact Person:
Phone:
Email:
PlanLaos.JobVacancies@plan-international.org

Additional Information

ເອກະສານປະກອບໃນການສະໝັກ:

  • ໜັງສືສະເໜີຂໍສະໝັກງານ
  • ຊີວະປະຫວັດຜູ້ສະໝັກ
  • ກັອບປີ້ໃບປະກາດ, ໃບຄະແນນ, ໃບຜ່ານງານ
  • ກັອບປີ້ປຶ້ມສຳມະໂນຄົວ ຫຼື ບັດປະຈຳຕົວ ແລະ ໃບຂັບຂີ່.

ບ່ອນສົ່ງເອກະສານສະໝັກງານ:

ອົງການແພລນ ສາກົນ ປະຈໍາ ສປປ ລາວ

ຫ້ອງການປະຈຳແຂວງບໍ່ແກ້ວ, ບ້ານ ອຸດົມ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ, ເບີໂທລະສັບ: 084 212 321

ອີເມວ: PlanLaos.JobVacancies@plan-international.org

ປິດຮັບສະໝັກວັນທີ: 21 ພຶດສະພາ 2025

ມີພຽງຜູ້ທີ່ຖືກຄັດເລືອກ ເຂົ້າສຳພາດເທົ່ານັ້ນຈະໄດ້ຮັບການຕິດຕໍ່ຫາເພື່ອການນັດໝາຍໃນການສຳພາດ.

Attachments

Save & Share