ພະນັກງານຂັບລົດປະຈໍາຫ້ອງການ 1 ຕຳແໜ່ງ
MAG Lao

Details
Description
ຈຸດປະສົງໜ້າວຽກ:
ພະນັກງານຂັບລົດ ມີໜ້າທີ່ຮັບຜິດຊອບໃນການຂັບພາຫະນະຂອງອົງການເກັບກູ້ລະເບີດ ແມັກ, ໂດຍປະຕິບັດຕາມກົດຈາລະຈອນ ລວມເຖິງນະໂຍບາຍ ແລະ ຂັ້ນຕອນການປະຕິບັດຂອງອົງການເກັບກູ້ລະເບີດ ແມັກ.
ພະນັກງານຂັບລົດ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງພະນັກງານຄຸ້ມຄອງພາຫະນະ ແລະ ຈະປະຕິບັດວຽກຕາມຕາຕະລາງການເຮັດວຽກ ທີ່ກໍານົດໂດຍອົງການເກັບກູ້ລະເບີດ ແມັກ ປະຈໍາ ສປປ ລາວ. ໂດຍທົ່ວໄປແລ້ວ, ຕາຕະລາງການເຮັດວຽກ ແມ່ນເລີ່ມຕັ້ງແຕ່ວັນທີ 1-22 ແລະ ວັນພັກ 8 ມື້, ເຖິງຢ່າງໃດກໍຕາມ ຕາຕະລາງການເຮັດວຽກອາດມີການປ່ຽນແປງຕາມຄວາມຕ້ອງການຂອງໂຄງການ ແລະ ພະນັກງານຕ້ອງສາມາດເດີນທາງລະຫວ່າງແຂວງ ໃນ ສປປ ລາວ ຕາມຄວາມຈໍາເປັນ.
ໜ້າທີຮັບຜິດຊອບ ດັ່ງລຸ່ມມນີ້:
- ຂັບພາຫະນະຂອງອົງການເກັບກູ້ລະເບີດ ແມັກ ຕາມທີ່ໄດ້ມອບໝາຍ ເພື່ອຮັບໃຊ້ວຽກງານບໍລິຫານ.
- ຮັກສາມາດຕະຖານສູງສຸດໃນການບໍລິການພະນັກງານພາຍໃນ ແລະ ແຂກຈາກພາຍນອກ.
- ປະຕິບັດຕາມ ແລະ ຮູ້ກ່ຽວກັບກົດລະບຽບພື້ນຖານໃນການນໍາໃຊ້ຖະໜົນຢ່າງປອດໄພ ຂອງອົງການເກັບກູ້ລະເບີດ ແມັກ.
- ປະຕິບັດຕາມກົດໝາຍວ່າດ້ວຍ ການຈາລະຈອນທາງບົກ ແລະ ກົດຈາລະຈອນຂອງ ສປປ ລາວ.
- ຂັບຂີ່ດ້ວຍຄວາມຮັບຜິດຊອບ ແລະ ຄວາມປອດໄພ ໃນຂະນະທີ່ຂັບຂີ່ພາຫະນະຂອງອົງການເກັບກູ້ລະເບີດ ແມັກ.
- ຮັກສາຄວາມສະອາດ, ຄວາມເປັນລະບຽບຂອງພາຫະນະໃຫ້ຢູ່ໃນມາດຕະຖານສະເໝີ.
- ແຈ້ງພະນັກງານຄຸ້ມຄອງພາຫະນະທັນທີ ເມື່ອເກີດອຸບັດຕິເຫດ ແລະ ຄວາມເສຍຫາຍຕໍ່ພາຫະນະໃນມື້ເກີດເຫດ ແລະ ເຮັດບົດລາຍງານອຸບັດຕິເຫດສົ່ງໃຫ້ກັບພະນັກງານຄຸ້ມຄອງພາຫະນະ.
- ບັນທຶກບັນຫາຕ່າງໆຂອງພາຫະນະໃນແບບຟອມການບໍາລຸງຮັກສາພາຫະນະ ແລະ ສົ່ງໃຫ້ກັບພະນັກງານຄຸ້ມຄອງພາຫະນະ.
- ນໍາພາຫະນະທີ່ມອບໝາຍໄປສູນບໍລິການຕາມວັນທີກໍານົດທີ່ຕິດຢູ່ໜ້າແວ່ນ ແລະ ຊ່ວຍພະນັກງານຄຸ້ມຄອງພາຫະນະ ເອົາພາຫະນະເຂົ້າອູ່ສ້ອມແປງ ແລະ ເຕີມນໍ້າມັນ ເມື່ອຈໍາເປັນ.
- ຫ້າມດື່ມສິ່ງມືນເມົາ ຫຼື ຢູ່ໃນສະພາບທີ່ມືນເມົາ ໃນຂະນະທີ່ປະຕິບັດໜ້າທີ່.
- ຕ້ອງສາມາດເດີນທາງໃນໄລຍະທາງທີ່ຍາວ ແລະ ດົນນານ ໄປຫ້ອງການສໍານັກງານໃຫຍ່ນະຄອນຫຼວງວຽງຈັນ ແລະ ຫ້ອງການແຂວງຊຽງຂວາງ ຂອງອົງການເກັບກູ້ລະເບີດ ແມັກ ແລະ ຕ້ອງສາມາດຕິດຕໍ່ໄດ້ຕະຫຼອດ ເມື່ອຈໍາເປັນ. ລວມເຖິງ ໃນໄລຍະຂອງການປິດສະໜາມ.
- ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍ ເພື່ອສະໜັບສະໜູນໂຄງການ ແລະ ຕໍາແໜ່ງອື່ນໆ. ອາດລວມເຖິງການສະໜັບສະໜູນພະແນກອື່ນ ໃນການປະຕິບັດວຽກພື້ນຖານ.
ເງື່ອນໄຂ, ຄຸນວຸດທິ ແລະ ປະສົບການມີດັ່ງນີ້:
- ມີປະສົບການຢ່າງໜ້ອຍ 2 ປີ ໃນການຂັບຂີ່ ພ້ອມທັງມີສະຖິຕິການຂັບຂີ່ທີ່ດີ.
- ມີໃບຂັບຂີ່ທີ່ບໍ່ໝົດອາຍຸ ປະເພດ A, B ແລະ C.
- ມີປະສົບການໃນການບໍາລຸງຮັກສາ ແລະ ການສ້ອມແປງພື້ນຖານ.
- ມີຄວາມຮູ້ ແລະ ຄຸ້ນເຄີຍກັບເສັ້ນທາງໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆຈະພິຈາລະນາເປັນພິເສດ.
- ສາມາດສື່ສານພາສາລາວກັບຄົນອື່ນ, ມີຄວາມສາມາດໃນການສື່ສານເປັນພາສາອັງກິດຈະພິຈາລະນາເປັນພິເສດ.
- ມີປະສົບການໃນການຂັບຂີ່ພາຫະນະທີ່ມີລະບົບຂັບເຄື່ອນ 4 ລໍ້ (4WD)
- ມີຄວາມຮູ້ກ່ຽວກັບກົດຈາລະຈອນ.
- ມີທັກສະໃນການວາງແຜນ ແລະ ບໍລິຫານເວລາທີ່ດີ.
- ມີຄວາມສາມາດໃນການເຮັດວຽກເປັນສ່ວນໜຶ່ງຂອງທີມ.
- ມີຄວາມຊື່ສັດ ແລະ ຄຸນນະທໍາສູງ.
- ເຄົາລົບນະໂຍບາຍ ແລະ ຂໍ້ກໍານົດພາຍໃນຕ່າງໆຂອງອົງການເກັບກູ້ລະເບີດ ແມັກ.
- ມີຄວາມສາມາດໃນການເຮັດວຽກເປັນທີມ.
ເອກະສານທີ່ຕ້ອງການ:
- ໃບຄໍາຮ້ອງຂໍສະໝັກວຽກ (ທົ່ວໄປ).
- ຊີວະປະຫວັດຫຍໍ້.
- ໃບຢັ້ງຢືນຮັບປະກັນຈາກນາຍບ້ານ.
- ສໍາເນົາປຶ້ມສໍາມະໂນຄົວ.
- ສຳເນົາໃບຢັ້ງຢືນການສຶກສາ.
- ສຳເນົາໃບຜ່ານງານ (ຖ້າມີ).
- ສຳເນົາໃບຂັບຂີ່ ( ຕ້ອງຍັງມີອາຍຸການນຳໃຊ້ຢ່າງໜ້ອຍ 6 ເດືອນ)
ໝາຍເຫດ: ກະລຸນາຖືໃບຂັບຂີ່ຂອງແທ້ມາພ້ອມ ໃນມື້ມາສົ່ງເອກະສານ
Contact Details
Additional Information
ຂັ້ນຕອນໃນການສະໝັກສໍາລັບຕໍາແໜ່ງນີ້:
ຜູ້ທີ່ສົນໃຈກະລຸນາສົ່ງເອກະສານສະໝັກວຽກ ໂດຍມີການລະບຸໜ້າຊອງວ່າ ”ເອກະສານສຳຄັນ” ໃຫ້ກັບພະແນກບຸກຄະລາກອນຂອງອົງການເກັບກູ້ລະເບີດແມັກທີ່[ບ້ານ ສົມສະອາດ, ເມືອງທ່າແຂກ, ແຂວງຄຳມ່ວນ ຫຼື ບ້ານ ຫຼັງຄັງ, ເມືອງ ບົວລະພາ, ແຂວງ ຄໍາມ່ວນ
ໂທ 051 212339, 021 251 849/ 252 004.
ປິດຮັບສະໝັກແມ່ນ ເວລາ 16:00 PM ຂອງ ວັນທີ 06 ເດືອນ ມິຖຸນາ 2025
ຜູ້ສະໝັກທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ແມ່ນຈະໄດ້ຮັບການຕິດຕໍ່ເພື່ອມາສຳພາດ.