ຜູ້ຊ່ວຍຂົນສົ່ງ/ໂຊເຟີ້

ADRA Lao PDR

Details

Province:
Xiengkhouang
Type of Position:
Full-time
Contract Duration:
As soon as to 31 December 2025 with likely extension (based on performance till end of project)
Type of Organization:
iNGO
National/International Position:
National
Application Deadline:
August 28, 2025

Description

ປະກາດຮັບສະໝັກພະນັກງານ

ຕຳແໜ່ງ ຜູ້ຊ່ວຍຂົນສົ່ງ/ໂຊເຟີ້

ອົງການ ພັດທະນາ ແລະ ບັນເທົາທຸກ (ອາດຣາ) ປະຈຳ ສປປ ລາວ ໄດ້ຖືກຈົດທະບຽນເປັນ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດ (INGO) ໃນ ສປປ ລາວ ຕັ້ງແຕ່ປີ 1992 ໂດຍມີຈຸດເນັ້ນໜັກເພື່ອຊ່ວຍເຫຼືອຜູ້ດ້ອຍໂອກາດ ດ້ວຍການຫຼຸດຜ່ອນຄວາມທຸກຍາກຜ່ານໂຄງການພັດທະນາທີ່ຂັບເຄື່ອນດ້ວຍຊຸມຊົນ.

ອາດຣາ ກຳລັງຊອກຫາເພື່ອນຮ່ວມງານໃນຕຳແໜ່ງ: ຜູ້ຊ່ວຍຂົນສົ່ງ/ໂຊເຟີ້ ສຳລັບໂຄງການຊື່ວ່າ ໂຄງການສົ່ງເສີມສຸຂະພາບ ແລະ ໂພຊະນາການແບບເຊື່ອມສານເມືອງໝອກ (INHIM). ຫ້ອງການຂອງພວກເຮົາແມ່ນຈະຕັ້ງຢູ່ທີ່ ບ້ານ ນາຄ່ອນ, ເມືອງ ໝອກໃໝ່, ແຂວງ ຊຽງຂວາງ. ຕຳແໜ່ງນີ້ຈະໄດ້ລາຍງານໂດຍກົງຫາຜູ້ບໍລິຫານໂຄງການ ແລະ ເປັນໂຊເຟີ້ທີ່ໃຫ້ການຊ່ວຍເຫຼືອທີມງານ INHIM ບໍ່ວ່າຈະເປັນການ ຂົນສົ່ງ ແລະ ການເດີນທາງຕ່າງໆ. ຜູ້ສະໝັກທີ່ໄດ້ຜ່ານການຄັດເລືອກຈະຕ້ອງມີຄວາມເປັນມືອາຊີບໃນການເຮັດວຽກ, ໜ້າເຊື່ອຖື, ໃຫ້ການຮ່ວມມືໃນການເຮັດວຽກ, ຕົງຕໍ່ເວລາ, ແລະ ເຕັມໃຈຊ່ວຍເຫຼືອທີມງານ ເພື່ອໃຫ້ບັນລຸຕາມເປົ້າໝາຍໂຄງການ.

ເງື່ອນໄຂສະໝັກ

  • ມີໃບຂັບຂີ່ລົດໃຫຍ່, ມີປະສົບການຂັບລົດ 5 ປີ ຂຶ້ນໄປ ແລະ ເຄີຍເປັນຜູ້ຊ່ວຍຂົນສົ່ງ.
  • ມີປະສົບການກ່ຽວກັບການວາງແຜນ ແລະ ຈັດບູລິມະສິດວຽກ ເພື່ອໃຫ້ສຳເລັດຕາມເວລາທີ່ກຳນົດໄວ້.
  • ມີທັກສະໃນການສື່ສານທີ່ດີ ແລະ ສາມາດເຮັດວຽກຮ່ວມກັບເພື່ອນຮ່ວມງານ (ຄູ່ຮ່ວມງານ, ຄູ່ສັນຍາ, ຜູ້ສະໜອງຕ່າງໆ)
  • ມີຄວາມເປັນມືອາຊີບໃນການເຮັດວຽກ, ໜ້າເຊື່ອຖື, ໃຫ້ການຮ່ວມມືໃນການເຮັດວຽກ, ຕົງຕໍ່ເວລາ, ແລະ ເຕັມໃຈຊ່ວຍເຫຼືອທີມງານ ເພື່ອໃຫ້ບັນລຸຕາມເປົ້າໝາຍໂຄງການ
  • ສາມາດນໍາໃຊ້ຄອບພິວເຕີ້ໄດ້ ຈະເປັນການດີ ແຕ່ບໍ່ແມ່ນສິ່ງທີ່ຈຳເປັນ
  • ຖ້າອາໄສຢູ່ໃນແຂວງຊຽງຂວາງຍີ່ງເປັນການດີ

ຜູ້ທີ່ສົນໃຈກະລຸນາຕິດຕໍ່ ທ. ພູສິດ ເບີໂທ: 020 55306173 ຫຼື ນ. ໄພວັນ ເບີໂທ: 020 91695694 . ກະລຸນາໃຫ້ບຸກຄົນອ້າງອີງ 3 ຄົນ. ປິດຮັບສະໝັກ 28/8/2025, ພວກເຮົາຈະຄັດເລືອກທຸກໆວັນຕາມໃບສະໝັກທີ່ໄດ້ຮັບມາ ແລະ  ອາດຈະມີການເລືອກຜູ້ທີ່ເໝາະສົມກັບຕຳແໜ່ງນີ້ກ່ອນມື້ປິດຮັບສະໝັກ. ຜູ້ທີ່ໄດ້ຜ່ານການຄັດເລືອກຈະໄດ້ຖືກສຳພາດ ແລະ ມີການສອບເສັງກ່ຽວກັບລະບຽບການຂັບຂີ່.

Contact Details

Contact Person:
Ms. Koung Kouangbounyalath
Phone:
+856 20 22 788 299
Email:
hr@adralaos.org

Additional Information

Attachments

Save & Share