ປະກາດແຈ້ງການເຂົ້າຮ່ວມສົບທຽບລາຄາ ລົດເຊົ່າ

Plan Internatinal Laos

Details

Province:
Vientiane Capital
Type of Position:
Part-time
Contract Duration:
2 weeks
Type of Organization:
iNGO
National/International Position:
National
Application Deadline:
March 26, 2026

Description

ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ

ບໍລິການລົດເຊົ່າ ສັນຍາໄລຍະຍາວ

 

ົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບຸກຄົນ, ນິຕິບຸກຄົນ, ບໍລິສັດຈຳກັດ ທີ່ມີປະສົບການໃນການໃຫ້ບໍລິການລົດເຊົ່າ ທີ່ສົນໃຈປະກອບເອກະສານສົມທຽບລາຄາໃນການໃຫ້ບໍລິການຢູ່ ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ,  ສປປ ລາວ ເປັນສັນຍາໄລຍະຍາວ (2 ປີ) ຕາມລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:

 

ເງື່ອນໄຂ ແລະ ເອກະສານທີ່ຕ້ອງການ      

  1. ໃບສະເໜີລາຄາ.
  2. ຜູ້ເຂົ້າຮ່ວມການສະເໜີລາຄາທີ່ເປັນບໍລິສັດແມ່ນຕ້ອງໄດ້ສຳ​ເນົາ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​.
  3. ສຳລັບບຸກຄົນແມ່ນຕ້ອງໄດ້ສຳ​ເນົາ ບັດປະຈຳຕົວ, ພາສປອດ, ສຳມະໂນຄົວ ຢ່າງໃດຢ່າງໜື່ງ ທີ່ຍັງສາມາດນຳໃຊ້ໄດ້​.
  4. ເອກະສານຂໍ້ມູນຂອງພາຫານະ ແລະ ອື່ນໆຢູ່ໃນເອກະສານສົມທຽບລາຄາຂອງອົງການແພລນສາກົນທີ່ຕິດຂັດ.
  5. ສຳເນົາໃບຂັບຂີ່ຍານພາຫານະ ຂອງພະນັກງານຂັບລົດ.

ຜູ້ທີ່ມີຄວາມສົນໃຈ ກະລຸນາເຂົ້າມາເອົາແບບຟອມສົມທຽບລາຄາຢູ່ຫ້ອງການ ແລະ ປະກອບເອກະສານສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້.

ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 26 ມີນາ (03) ປີ 2026.

ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ

ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ  ສປປ ລາວ

ໂທຣ: +856 (0) 21 353 409 -11

ໝາຍເຫດ:

  • ເອກະສານ ແລະ ຂໍ້ມູນ​ຖືກ​ຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມຂໍ້ມູນຄວນຕື່ມໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ.
  • ເອກະສານທີ່ໄດ້ສົ່ງຫາອົງການແລ້ວບໍ່ສາມາດຖອນຄືນໄດ້.

Contact Details

Contact Person:
Procurement Team
Phone:
Email:
Laos.procurement@plan-international.org

Additional Information

Attachments

Save & Share