ຮ່ວມສົມທຽບລາຄາ ບໍລິການຫ້ອງປະຊຸມ

Plan International Laos

Details

Province:
Luang Prabang
Type of Position:
Other
Contract Duration:
31 December 2028
Type of Organization:
iNGO
National/International Position:
Not specified
Application Deadline:
March 5, 2026

Description

ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ ບໍລິການຫ້ອງປະຊຸມ ສັນຍາໄລຍະຍາວ

ອົງການແພລນສາກົນ ປະຈຳ ສປປ ລາວ  ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາໂຮງແຮມ/ຮ້ານອາຫານທີ່ມີປະສົບການໃນການໃຫ້ບໍລິການຫ້ອງປະຊຸມ ທີ່ສົນໃຈປະກອບເອກະສານສົມທຽບລາຄາໃນການໃຫ້ບໍລິການຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ,  ສປປ ລາວ ເປັນສັນຍາໄລຍະຍາວ (2 ປີ) ຕາມລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:

  • ສຳເນົາ ທະບຽນວິສາຫະກິດ ແລະ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​             1 ຊຸດ
  • ສຳ​ເນົາ ໃບ​​ເສຍ​ພາສີ​ອາກອນປະຈໍາປີ 2025                                                  1 ຊຸດ
  • ເອກະສານອື່ນໆ ແມ່ນໃຫ້ປະກອບຕາມເງື່ອນໄຂໃນເອກະສານຄັດຕິດ

ັນດາໂຮງແຮມ/ຮ້ານອາຫານ ທີ່ມີຄວາມສົນໃຈ ກະລຸນາເຂົ້າມາເອົາແບບຟອມສົມທຽບລາຄາຢູ່ຫ້ອງການ ແລະ ປະກອບເອກະສານສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້ ຫຼື ອີແມວ Laos.procurement@plan-international.org., ກະລຸນາກັອບປີ່  Vannaly.Sithammalath@plan-international.org

ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 05 ມີນາ (03) ປີ 2026.

ຫ້ອງການອົງການແພລນປະຈໍາແຂວງຫຼວງພະບາງ

ເຮືອນເລກທີ 002, ໜ່ວຍ 01, ບ້ານ ວັດແສນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ  ສປປ ລາວ.   ໂທ:  +856 (0) 20 5555 7744

ໝາຍເຫດ:

  • ໂຮງແຮມ/ຮ້ານອາຫານ ທີ່ຍື່ນເອກະສານສົມທຽບລາຄາ ຕ້ອງຍິນດີທີ່ຈະເຮັດສັນຍາໄລຍະຍາວກັບອົງການແພລນ, ຮັບເງິນໂອນ, ຮັບແຊັກ, ແລະ ສາມາດຕິດໜີ້ໄດ້.
  • ເອກະສານ ແລະ ຂໍ້ມູນ​ຖືກ​ຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ.
  • ເອກະສານທີ່ທາງໂຮງແຮມ/ຮ້ານອາຫານສົ່ງຫາອົງການແພລນແລ້ວຈະບໍ່ສາມາດຖອນຄືນໄດ້

Contact Details

Contact Person:
Ms. Vannaly Sithammalath
Phone:
+856 20 5555 7744
Email:
Vannaly.Sithammalath@plan-international.org

Additional Information

Attachments

Save & Share