ຮ່ວມສົມທຽບລາຄາ ບໍລິການລົດເຊົ່າ
Plan International Laos

Details
Description
ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ
ບໍລິການລົດເຊົ່າ ສັນຍາໄລຍະຍາວ
ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບຸກຄົນ, ນິຕິບຸກຄົນ, ບໍລິສັດຈຳກັດ ທີ່ມີປະສົບການໃນການໃຫ້ບໍລິການລົດເຊົ່າ ທີ່ສົນໃຈປະກອບເອກະສານສົມທຽບລາຄາໃນການໃຫ້ບໍລິການຢູ່ ແຂວງ ຈໍາປາສັກ, ສປປ ລາວ ເປັນສັນຍາໄລຍະຍາວ (2 ປີ) ຕາມລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:
ເງື່ອນໄຂ ແລະ ເອກະສານທີ່ຕ້ອງການ
- ໃບສະເໜີລາຄາ.
- ຜູ້ເຂົ້າຮ່ວມການສະເໜີລາຄາທີ່ເປັນບໍລິສັດແມ່ນຕ້ອງໄດ້ສຳເນົາ ໃບອະນຸຍາດດຳເນີນທຸລະກິດ ທີ່ຍັງໃຊ້ໄດ້.
- ສຳລັບບຸກຄົນແມ່ນຕ້ອງໄດ້ສຳເນົາ ບັດປະຈຳຕົວ, ພາສປອດ, ສຳມະໂນຄົວ ຢ່າງໃດຢ່າງໜື່ງ ທີ່ຍັງສາມາດນຳໃຊ້ໄດ້.
- ເອກະສານຂໍ້ມູນຂອງພາຫານະ ແລະ ອື່ນໆຢູ່ໃນເອກະສານສົມທຽບລາຄາຂອງອົງການແພລນສາກົນທີ່ຕິດຂັດ.
- ສຳເນົາໃບຂັບຂີ່ຍານພາຫານະ ຂອງພະນັກງານຂັບລົດ.
ຜູ້ທີ່ມີຄວາມສົນໃຈ ກະລຸນາເຂົ້າມາເອົາແບບຟອມສົມທຽບລາຄາຢູ່ຫ້ອງການ ແລະ ປະກອບເອກະສານສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້.
ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ
ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ ສປປ ລາວ ໂທ: +856 (0) 21 353 409 -11
ອົງການແພລນປະຈໍາ ສປປ ລາວ, ຫ້ອງການປະຈໍາແຂວງ ຈຳປາສັກ.
ຫ້ອງການສະພາການຄ້າ ແລະ ອຸດສາຫະກໍາ ແຂວງ, ຢູ່ ບ້ານໂພນກຸງ, ນະຄອນປາກເຊ, ແຂວງ ຈຳປາສັກ. ໂທ: +856 20 5616 1715
ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 05 ມີນາ (03) ປີ 2026.
ໝາຍເຫດ:
- ເອກະສານ ແລະ ຂໍ້ມູນຖືກຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມຂໍ້ມູນຄວນຕື່ມໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ.
- ເອກະສານທີ່ໄດ້ສົ່ງຫາອົງການແລ້ວບໍ່ສາມາດຖອນຄືນໄດ້.
