ທີີ່ປຶກສາດ້ານການເບີີ່ງແຍງເດັກເກີດໃໝ່

JSI Research & Training Institute, Inc. (JSI)

Details

Province:
Vientiane Province
Type of Position:
Full-time
Contract Duration:
Type of Organization:
iNGO
National/International Position:
National
Application Deadline:
August 23, 2024

Description

ຄວາມເປັນມາຂອງອົງກອນ

ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ JSI ແມ່ນອົງການສາກົນທີ່ຕັ້ງຢູ່ເມືອງ Boston, Massachusetts, USA.  ອົງການ JSI ເຮັດວຽກຢ່າງກວ້າງຂວາງຮ່ວມກັບລັດຖະບານແຫ່ງຊາດ ແລະ ທ້ອງຖິ່ນ, ກະຊວງສາທາລະນະສຸກ, ພະນັກງານແພດ, ໝໍຢາພື້ນເມືອງ, ແລະ ຊຸມຊົນ ເພື່ອຂະຫຍາຍການເຂົ້າເຖິງການບໍລິການສຳລັບປະຊາກອນທີ່ຂາດໂອກາດ.  ອົງການ JSI ມີຄວາມມຸ້ງໝັ້ນທີ່ຈະປັບປຸງສຸຂະພາບຂອງປະຊາກອນທີ່ຂາດໂອກາດ ໂດຍຜ່ານແນວທາງທີ່ເປັນນະວັດຕະກຳ ໃນຂົງເຂດດ້ານສາທາລະນະສຸກ, ລວມມີ HIV, ສຸຂະພາບໄວຈະເລີນພັນ, ແມ່, ແລະ ເດັກ, ການສ້າງຂີດຄວາມສາມາດດ້ານເຕັກນິກ ແລະ ອົງກອນ, ສ້າງຄວາມເຂັ້ມແຂງດ້ານຕ່ອງໂສ້ການສະໜອງ, ຢຸດທະສາດການຈັດການດ້ານຂໍ້ມູນ, ການຈັດການດ້ານລະບົບສາທາລະນະສຸກ, ແລະ ການພັດທະນານະໂຍບາຍ.

ໂຄງການ ສ້າງຄວາມເຂັ້ມແຂງວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ (Laos MCHN Project), ໄດ້ຮັບທືນຈາກອົງການ USAID ເພື່ອຮັບປະກັນ ການເພີ່ມການເຂົ້າເຖິງຄຸນນະພາບການບໍລິການ ການຮັກສາສຸຂະພາບຂແງແມ່ ແລະ ເດັກ ແລະ ໂພຊະນາການ ແລະ  ຊຸມຊົນໄດ້ຮັບສິດເປັນຕົວແທນໃນການສ້າງການປ່ຽນແປງ ໃນການປັບປຸງຜົນໄດ້ຮັບຂອງການຮັກສາສຸຂະ ພາບສຳລັບ ແມ່ ແລະ ເດັກ. ໂຄງການ ຈັດຕັ້ງປະຕິບັດກິດຈະກຳຢູ່ບັນດາຊຸມຊົນ ໃນ 5 ແຂວງ ເພື່ອສ້າງຄວາມອາດສາມາດດ້ານພາວະຄວາມເປັນຜູ້ນຳ, ສົ່ງເສີມພຶດຕິກຳດ້ານການຮັກສາສຸຂະພາບ ແລະ ໂພຊະນາການ, ແລະ ນຳໃຊ້ຂໍ້ມູນ ເພື່ອແກ້ໄຂບັນຫາຂອງຊຸມຊົນ. JSI ເຮັດວຽກຮ່ວມກັບສະຖານທີ່ບໍລິການຫຼາຍກວ່າ 150 ແຫ່ງ ແລະ ພະນັກງານແພດ 650 ທ່ານ, ພັດທະນາຊຸມຊົນຫຼາຍກວ່າ 1,500 ຊຸມຊົນ ເພື່ອສະໜັບສະໜູນ ການບໍລິການວຽກງານແມ່ ແລະ ເດັກ ແລະ ໂພຊະນາການ ແລະ ເພີ່ມການເຂົ້າເຖິງການບໍລິການ ແມ່ ແລະ ເດັກ ແລະ ໂພຊະນາການ ທີ່ມີຄຸນນະພາບ ແລະ ເຂົ້າເຖິງໄດ້.

ຕຳແໜ່ງ:                            ທີ່ປຶກສາ ດ້ານການຮັກສາສຸຂະພາບແມ່

ລາຍງານຫາ:              ຜູ້ຈັດການ ດ້ານວິຊາການ ແລະ ຮັບປະກັນຄຸນນະພາບການບໍລິການ

ບ່ອນປະຈຳການ:          ຫ້ອງການອົງການ JSI ປະຈຳນະຄອນຫລວງ

ໄລຍເວລາ:                ກໍລະກົດ 2024 – ມິຖຸນາ 2025

ໄລຍະຂອງສັນຍາ:        1 ປີ

                          

ສັງລວມໜ້າວຽກ

ອົງການ JSI ຕ້ອງການຮັບສະໝັກ ທີ່ປຶກສາ ດ້ານການຮັກສາສຸຂະພາບແມ່ ເພື່ອສະໜັບສະໜູນການສ້າງຕັ້ງ ແລະ ສ້າງຂີດຄວາມສາມາດ ສຳລັບຫ້ອງຝຶກປະຕິບັດ ຢູ່ໂຮງໝໍແຂວງສະຫວັນນະເຂດ ແລະ ອຸດົມໄຊ ໂດຍການດັດປັບຫຼັກສູດ ການຝຶກອົບຮົມສຳລັບພະນັກງານແພດຂອງກະຊວງສາທາລະນະສຸກ ສຳລັບການຮັກສາສຸຂະພາບແມ່ ເພື່ອນຳໃຊ້ຢູ່ຫ້ອງຝຶກປະຕິບັດ ແລະ ພັດທະນາຄູ່ມືຝຶກອົບຮົມ ແລະ ອຸປະກອນ ເພື່ອສະໜັບສະໜູນໂຮງໝໍແຂວງ ສ້າງຄວາມອາດສາມາດພື້ນຖານ,​ ຝຶກອົບຮົມທັກສະດ້ານຄລີນິກ ແລະ ບໍ່ແມ່ນດ້ານຄລີນິກ ສຳລັບທ່ານໝໍ, ພະຍາບານ ແລະ ຜະດຸງຄັນ.

ທີ່ປຶກສາຈະເຮັດວຽກໃກ້ຊິດຮ່ວມກັບ ຜູ້ຈັດການ ດ້ານວິຊາການ ແລະ ຮັບປະກັນຄຸນນະພາບການບໍລິການ, ຜູ້ອຳນວຍການດ້ານວິຊາການ ແລະ ທີມງານວິຊາການປະຈຳຢູ່ຫ້ອງການ JSI ນະຄອນຫຼວງ, ທີມງານກະຊວງສາທາລະນະສຸກທຸກຂັ້ນ ແລະ ສະມາຄົມວິຊາຊີບ ຂອງ ສປປລາວ.

 

ຄວາມຮັບຜິດຊອບ

  • ສະຫຼຸບເນື້ອຫາຫຼັກສູດ ແລະ ສື່ການຮຽນຮູ້ ຂອງຫ້ອງຝຶກປະຕິບັດທີ່ເປັນພາສາລາວ ເພື່ອຮັບປະກັນໃຫ້ສອດຄ່ອງກັບຄຳແນະນຳດ້ານຄລີນິກ ແລະ ຫຼັກສູດທີ່ມີ (ເຊັ່ນ EENC, KMC, ການຟື້ນຟູຊີບເດັກເກີດໃໝ່).
  • ທຳຄວາມເຂົ້າໃຈກັບຊຸດຝຶກອົບຮົມຈາກ Helping Mothers and Babies Survive, Essential Care for Labor and Birth, ໂດຍສະເພາະ:
  1. ຊັບພະຍາກອນຂອງຜູ້ອໍານວຍຄວາມສະດວກສໍາລັບການດູແລເດັກເກີດໃຫມ່ທີ່ມີຄວາມຈໍາເປັນ 1
  2. ຊັບພະຍາກອນຂອງຜູ້ອໍານວຍຄວາມສະດວກສໍາລັບການດູແລເດັກເກີດໃຫມ່ທີ່ມີຄວາມຈໍາເປັນ 2
  • ທຳຄວາມເຂົ້າໃຈກັບບັນດາຫຸ່ນຈຳລອງ ສຳລັບໃຊ້ໃນການຝຶກທັກສະກ່ຽວກັບການດູແລແມ່ ແລະ ເດັກເກີດໃໝ່ ກ່ອນການຝຶກອົບຮົມ. ບັນດາໂມດູນມີ Mamabirthie, Moyo Heart Rate Monitor; NeoNatalie Live; NeoNatalie;
  • ສະໜັບສະໜູນໃນການພັດທະນາສື່ການສືກສາ, ຕັດສິນກ່ຽວກັບເຄື່ອງມື ແລະ ການຮຽນຮູ້ຕ່າງໆ ແລະ ແຫຼ່ງການຮຽນຮູ້, ຕາມຄວາມຈຳເປັນ
  • ຝຶກອົບຮົມໃຫ້ແກ່ຄູຝຶກຢູ່ຫ້ອງຝຶກປະຕິບັດ ໃຫ້ເປັນຜູ້ອຳນວຍຄວາມສະດວກກຸ່ມນ້ອຍ
  • ສະໜັບສະໜູນຄູຝຶກຢູ່ຫ້ອງຝຶກປະຕິບັດ ໃນການຈັດການຝຶກອົບຮົມປະຈຳເດືອນໃຫ່ແກ່ ທ່ານໝໍ, ພະຍາບານ ແລະ ຜະດຸງຄັນກ່ຽວກັບການຮັກສາສຸຂະພາບແມ່ ແລະ ເດັກເກີດໃໝ່. ໂດຍສະເພາະແມ່ນບັນດາຫົວຂໍ້ຝຶກອົບຮົມ ຊຶ່ງປະກອບມີ (ແຕ່ບໍ່ຈຳກັດແຕ່ຫົວຂໍ້ນີ້ເທົ່ານີ້):
  • ການບໍລິການດ້ວຍຄວາມນັບຖື ແມ່ ແລະ ເດັກເກີດໃໝ່
  • ການເບິ່ງແຍງທີ່ຈໍາເປັນສໍາລັບເດັກເກີດໃໝ່ ພາຍໃນ 1 ຊົ່ວໂມງຫຼັງເກີດ
  • ການຟື້ນຟູເດັກເກີດໃໝ່
  • ການເບິ່ງແຍງທີ່ຈໍາເປັນສໍາລັບເດັກເກີດໃໝ່ ຫຼັງເກີດ 1 ຊົ່ວໂມງຈົນຮອດອອກໂຮງໝໍ
  • ແມ່ເບີ່ງແຍງແບບ kangaroo
  • ໃຫ້ຄໍາແນະນໍາ, ສະຫນັບສະຫນູນ ແລະ ໃຫ້ຄໍາຄິດເຫັນທີ່ສ້າງສັນແກ່ບັນດາຄູຝຶກທີ່ຢູ່ຫ້ອງຝຶກປະຕິບັດ ດ້ວຍການຈັດຝຶກປະຕິ ບັດສຳລັບກຸ່ມນ້ອຍ
  • ໃຫ້ຄຳແນະນຳ ແລະ ສະໜັບສະໜູນບັນດາຄູຝຶກທີ່ຢູ່ຫ້ອງຝຶກປະຕິບັດ ໃນການຮຽນຮູ້ເພື່ອບໍລິຫານຈັດການດ້ານຄລີນິກຕາມວັດຖຸປະສົງ (OSCE)
  • ສະໜັບສະໜູນບັນດາຄູຝຶກທີ່ຢູ່ຫ້ອງຝຶກປະຕິບັດໃນການວາງແຜນ ແລະ ຈັດຕັ້ງປະຕິບັດ ການຕິດຕາມຊຸກຍູ້ດ້ານວິຊາການປະຈຳໄຕມາດ ຢູ່ໂຮງໝໍເມືອງ ແລະ ເຂົ້າຮ່ວມການຕິດຕາມດັ່ງກ່າວບາງຄັ້ງຄາວ.
  • ຕິດຕໍ່ປະສານງານ ແລະ ເຮັດວຽກຢ່າງໃກ້ຊິດ ຮ່ວມກັບພະນັກງານໂຄງການ ລວມທັງຜູ້ປະສານງານດ້ານການຝຶກອົບຮົມ ເພື່ອຈັດຝຶກອົບຮົມປະຈຳໄຕມາດຢູ່ຫ້ອງຝຶກປະຕິບັດ ແລະ ລົງຕິດຕາມຊຸກຍູ້ຢູ່ໂຮງໝໍເມືອງ.
  • ມີສ່ວນຮ່ວມໃນການເຮັດເອກະສານ ແລະ ຕິດຕາມຂະບວນການຮຽນຮູ້ ຢູ່ຫ້ອງຝຶກປະຕິບັດ.
  • ເຮັດບົດລາຍງານການຕິດຕາມກິດຈະກຳຢູ່ພາກສະໝາມ ພ້ອມທັງຍົກໃຫ້ເຫັນຄວາມຄືບໜ້າຂອງກິດຈະກຳທີ່ພົວພັນກັບບັນດາຕົວຊີ້ວັດ ແລະ ບົດຮຽນທີ່ຖອດຖອນໄດ້.
  • ຕິດຕໍ່ປະສານງານກັບູູ່ຮ່ວມງານຫຼັກຢູ່ຂັ້ນສູນກາງ, ແຂວງ ແລະ ເມືອງ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ, ການຕິດຕາມຊຸກຍູ້ ກິດຈະກຳຂອງຫ້ອງຝຶກປະຕິບັດ ແລະ ແບ່ງປັນບົດຮຽນທີ່ຖອດຖອນໄດ້ຈາການຈັດຕັ້ງປະຕິບັດ.

ຄຸນນະວຸດ

  • ທ່ານໝໍຊ່ຽວຊານເດັກ ແລະ ມີປະສົບການເຮັດວຽກດ້ານຄລີນິກ ຢ່າງໜ້ອຍ 10 ປີ ໃນການເບີ່ງແຍງເດັກເກີດໃໝ່.
  • ມີປະສົບການໃນການພັດທະນາ ຫຼື ທົບທວນຫຼັກສູດສຳລັບວິທະຍາໄລແພດ ແລະ ສະຖານທີ່ບໍລິການ ແລະ/ ຫຼື ພັດທະນາຫຼັກສູດສຳລັບຊ່ຽວຊານ ໃນຂົງເຂດການຮັກສາສຸຂະພາບແມ່.
  • ມີປະສົບການຢ່າງໜ້ອຍ 3 ປີ ໃນການເປັນຄູຝຶກ ແລະ ຝຶກອົບຮົມໃຫ້ແກ່ ນັກສືກສາແພດ ແລະ ພະນັກງານແພດ ກ່ຽວກັບການຮັກສາສຸຂະພາບແມ່, ລວມທັງ ການຄຸ້ມຄອງການເກີດລູກປົກກະຕິ ແລະ ເລືອດໄຫຼຫຼັງເກີດ.
  • ມີທັກສະການອຳນວຍຄວາມສະດວກ ແລະ ການພົວພັນທີ່ເຂັ້ມແຂງ.
  • ມີຄວາມສາມາດບໍລິຫານຈັດການຫຼາຍກິດຈະກຳພ້ອມກັນ ແລະ ເຮັດວຽກໃນສະພາບແວດລ້ອມທີ່ຊັບຊ້ອນ ເນື່ອງຈາກສະມາຊິກໃນທີມອາໃສຢູ່ສະຖານທີ່ແຕກຕ່າງກັນ.
  • ເນັ້ນໜັກໃສ່ຜົນໄດ້ຮັບ ແລະ ສາມາດເຮັດວຽກທີ່ມີຄຸນນະພາບສູງພາຍໃຕ້ກໍານົດເວລາ.
  • ມີທັກສະການສື່ສານ ແລະ ການຂຽນພາສາລາວ ແລະ ອັງກິດທີ່ດີ ແລະ ມີຄວາມສາມາດໃນການນຳສະເໜີຂໍ້ມູນໃນລັກສະນະທີ່ໜ້າສົນໃຈ.
  • ສາມາດຂຽນ ແລະ ເວົ້າພາສາອັງກິດໄດ້ດີ
  • ສາມາດນຳໃຊ້ MS Word, Excel, Power Point.
  • ສາມາດເດີນທາງໄປຕ່າງແຂວງ ໄດ້ເຖິງ 50% ເພື່ອສະໜັບສະໜູນບັນດາແຂວງເປົ້າໝາຍຂອງລາວ.

JSI ໃຫ້ໂອກາດເທົ່າທຽມກັນ; ນາຍຈ້າງທີ່ໃຫ້ຄວາມມຸ່ງໝັ້ນໃຫ້ມີຄວາມຫຼາກຫຼາຍໃນບ່ອນເຮັດວຽກ. ພວກເຮົາມຸ່ງຫມັ້ນທີ່ຈະສະໜອງໂອກາດການຈ້າງງານເທົ່າທຽມກັນສໍາລັບຜູ້ສະໝັກ ແລະ ພະນັກງານທີ່ມີຄຸນວຸດທິທັງໝົດໂດຍບໍ່ຄໍານຶງເຖິງອາຍຸ, ເຊື້ອຊາດ, ສີຜິວ, ຊາດກໍາເນີດ, ເຊື້ອສາຍ, ສາສະໜາ, ຄວາມເຊື່ອ, ເພດ, ຄວາມພິການ, ສະຖານະການແຕ່ງງານ, ອັດຕະລັກທາງເພດ, ຄວາມມັກທາງເພດ, ຂໍ້ມູນພັນທຸກໍາ, ຄວາມກ່ຽວຂ້ອງທາງດ້ານການເມືອງ , ສະຖານະຂອງການຖືເຊື້ອ HIV ຫຼື ສະຖານະພາບນັກຮົບເກົ່າທີ່ໄດ້ຮັບການປົກປ້ອງ ໃນການຕັດສິນໃຈຈ້າງງານໃດໆ.

JSI ເປັນອົງການທີ່ປອດໄພຕໍ່ເດັກ, ມີຄວາມປອດໄພ ແລະ ສະຫວັດດີການຂອງເດັກນ້ອຍແມ່ນເປັນບູລິມະສິດຂອງອົງການຂອງພວກເຮົາ. ພວກເຮົາມີຂັ້ນຕອນການຈ້າງງານທີ່ເຂັ້ມແຂງເພື່ອຮັບປະກັນວ່າພະນັກງານທຸກຄົນເໝາະສົມທີ່ຈະເຮັດວຽກຮ່ວມກັບເດັກນ້ອຍທີ່ເຂົ້າຮ່ວມໂຄງການນຂອງພວກເຮົາ. ໃບແຈ້ງໂທດຈະຖືກຮ້ອງຂໍເມື່ອຜູ້ສະໝັກໄດ້ຖືກຂັດເລືອກ ແລະ ຜ່ານຂະບວນການຈ້າງງານຂອງພວກເຮົາ.

Contact Details

Contact Person:
Phone:
Email:

Additional Information

ຜູ້ທີ່ສົນໃຈສະໝັກຕຳແໜ່ງນີ້ກະລຸນາຕື່ມຟອມສະໝັກທາງອອນລາຍທີ່ https://forms.gle/7W4haFxikwre49Jr5 ປິດຮັບສະໝັກວັນທີ 26  ກໍລະກົດ 2024. ຖ້າທ່ານມີຄຳຖາມກ່ຽວກັບການສະໝັກ, ສາມາດສົ່ງອີເມວຫາພວກເຮົາໄດ້ທີ່ recruitment@la.jsi.com.

Attachments

    Save & Share