Capacity Development Opportunity
Event

ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ ບໍລິການຫ້ອງພັກຂອງໂຮງແຮມ

ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ

ບໍລິການຫ້ອງພັກຂອງໂຮງແຮມ

ອົງການແພລນສາກົນ ແມ່ນອົງການສາກົນທີ່ພັດທະນາຊຸມຊົນໂດຍຖືເອົາ ເດັກນ້ອຍເປັນໃຈກາງ ພວກເຮົາຊ່ວຍເຫຼືອເດັກທຸກຍາກຢູ່ຫຼາຍປະເທດທີ່ກຳລັງພັດທະນາໃນທົ່ວໂລກ. ປັດຈຸບັນອົງການແພລນ ສາກົນປະຈໍາ ສປປ ລາວ ກໍາລັງຈັດຕັ້ງປະຕິບັດໂຄງການຢູ່ 3 ແຂວງ: ແຂວງ ບໍ່ແກ້ວ,​ ອຸດົມໄຊ ແລະ ສາລະວັນ ແລະ ມີຫ້ອງການໃຫຍ່ຢູ່ນະຄອນຫຼວງວຽງຈັນ. ໃນແຕ່ລະປີອົງການແພລນໄດ້ມີການໃຊ້ບໍລິການຫ້ອງພັກ ແລະ ລົດຮັບສົ່ງໃຫ້ແກ່ພະນັກງານ ແລະ ແຂກຂອງອົງການທີ່ໄດ້ມາຢ້ຽມຢາມໂຄງການເປັນຈໍານວນຫຼາຍ. ສະນັ້ນ, ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາໂຮງແຮມທີ່ມີປະສົບການທີ່ສົນໃຈສະໜອງການບໍລິການດັ່ງກ່າວ ປະກອບເອກະສານສົມທຽບລາຄາ ຕາມລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:

  • ສຳເນົາ ທະບຽນວິສາຫະກິດ ແລະ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​                                      1 ຊຸດ
  • ສຳ​ເນົາ ໃບ​​ເສຍ​ພາສີ​ອາກອນປະຈໍາປີ 2024        1 ຊຸດ
  • ເອກະສານອື່ນໆ ແມ່ນໃຫ້ປະກອບຕາມເງື່ອນໄຂໃນເອກະສານຂັດຕິດ

 

ບັນດາໂຮງແຮມທີ່ມີຄວາມສົນໃຈກະລຸນາເຂົ້າມາເອົາແບບຟອມສົມທຽບລາຄາ ແລ້ວປະກອບເອກະສານສົ່ງຫາຫ້ອງການອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້.

ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 25 ເມສາ 2025

ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ

ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ  ສປປ ລາວ

ໂທ:   + 856 (0) 21 353 409 -11,    ແຟັກ: + 856 (0) 21 313 512

 

ໝາຍເຫດ:

  • ເອກະສານ ແລະ ຂໍ້ມູນ​ຖືກ​ຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ.
  • ເອກະສານທີ່ທາງບໍລິສັດໄດ້ສົ່ງຫາ ອົງການແລ້ວບໍ່ສາມາດຖອນຄືນໄດ້.

Attachments

Save & Share