ນັກສັງຄົມສົງເຄາະ ປະຈຳຢູ່ນະຄອນປາກເຊ
- February 21, 2025
- 2 days ago
ອົງການບ້ານຈຸດສຸມສາກົນເປັນອົງການຈັດຕັ້ງສາກົນປະຈໍາ ສ ປປ ລາວ. ປະຈຸບັນໄດ້ຈັດຕັ້ງປະຕິບັດໂຄງການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ໃນແຂວງ ສາລະວັນ, ຈໍາປາສັກ ແລະ ແຂວງອື່ນໃນເຂດ ພາກໃຕ້ ຂອງ ສປປລາວ ໃນການຝຶກອົບຮົມວິຊາ ແລະ ມີວຽກເຮັດງານທໍາ ແລະ ຕ້ອງການພະນັກງານ ຈໍານວນ 01 ຕໍາແຫນ່ງປະຈໍາຢູ່ ປາກເຊ, ແຂວງຈໍາປາສັກ.
ຫນ້າທີ່ຮັບຜິດຊອບ
- ປະສານງານກັບພາກລັດຖະບານເພື່ອຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກໍາຂອງໂຄງການ
- ເຮັດການເກັບກໍາຂໍ້ມູນປະເມີນຄວາມຕ້ອງການຂອງກຸ່ມ, ຄອບຄົວ ແລະ ຊູມຊົນ ຂອງກຸ່ມເປົ້າໝາຍ
- ຕິດຕໍ່ເກັບກໍາຂໍ້ມູນກ່ຽວກັບສູນຝຶກອົບຮົມວິຊາຊີບທັງຂອງພາກລັດ ແລະ ເອກກະຊົນເພື່ອຈັດຫາເປັນບ່ອນ ຝຶກອົບຮົມໃຫ້ແກ່ກຸ່ມເປົ້າໝາຍ
- ສ້າງແຜນກິດຈະກໍາ ແລະ ແຜນໃຊ້ຈ່າຍກ່ຽວກັບກິດຈະກໍາໂດຍອີງໃສ່ແຜນຂອງໂຄງການ
- ຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກໍາໂຄສະນາ ການເຜີຍແຜ່ຂໍ້ມູນຂ່າວສານການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ການຄ້າມະນຸດ
- ເຮັດການຕິດຕາມສະໜັບສະໜູນກຸ່ມເປົ້າໝາຍທີ່ກໍາລັງຮຽນວິຊາຊີບ ແລະ ກຸ່ມທີ່ຮຽນຈົບໄປແລ້ວ
ຄຸນນະວຸດ ແລະ ປະສົບການ
- ຈົບປະລິນຍາຕີທີ່ກ່ຽວຂອ້ງກັບການພັດທະນາ, ສັງຄົມສົງເຄາະ, ກົດໝາຍ ຫຼື ວິຊາອື່ນໆທີ່ກ່ຽວຂ້ອງ
- ມີປະສົມການໃນການເຮັດວຽກກ່ຽວກັບສົ່ງເສີມອາຊີບໃຫ້ແກ່ໄວໜຸ່ມ, ການຄ້າມະນຸດ, ການເຄື່ອນຍ້າຍແຮງງານ ແລະ ບົດບາດຍິງຊາຍ, ການໃຊ້ຄວາມຮຸນແຮງປະເດັນທີ່ກ່ຽວຂ້ອງຢ່າງຫນ້ອຍ 3 ປີ
- ເຕັມໃຈ ແລະມັກທີ່ຈະເຮັດວຽກໃນການຊ່ວຍເຫລືອກຸ່ມຜູ້ດ້ອຍໂອກາດຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ແຮງງານເຄື່ອນຍ້າຍ
- ສາມາດຕິດຕໍ່ພົວພັນ ສື່ສານ ກັບພາກລັດ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງກັບໂຄງການເປັນຢ່າງດີ
- ສາມາດນໍາໃຊ້ພາສາອັງກິດໄດ້ດີ ຈະພິຈາລະນາເປັນພິເສດເຕັມໃຈ ແລະ ມັກໃນການເຮັດວຽກເປັນທີມ ແລະ ສາມາດປັບ
ຕົວເຂົ້າເຂົ້າກັບສະຖານນະການ.
- ສາມາດຂັບລົດກະບະໂຟວີນໄປເຂດຫ່າງໄກໄດ້ ແລະ ມີໃບຂັບຂີ່