Request for Expressions of Interest
- Cord
- February 27, 2026
- 13 hours ago
ອົງການ Cord ປະຈຳ ສປປ ລາວ
ຜູ້ສະຫນອງທີ່ມີຄວາມສົນໃຈເຂົ້າຄັດເລືອກ
ອົງການຂອດ(Cord) ແມ່ນອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ແຫ່ງປະເທດອັງກິດ ໄດ້ຈົດທະບຽນໃນປີ 1967 ຢູ່ລາຊະອານາຈັກອັງກິດ ເປັນມູນນິທິເພື່ອການກຸສົນ. ອົງການຂອດ (Cord) ດໍາເນີນວຽກງານຢູ່ໃນເຂດພາກພື້ນອັບຟຼິກກາ ແລະ ອາຊີຕາເວັນອອກສຽງໃຕ້.
ອົງການ Cord ປະຈໍາ ສປປ ລາວ ແມ່ນມີເປົ້າໝາຍ ໃນການເສີມຂະຫຍາຍສາຍພົວພັນໃຫ້ມີຄວາມເຂັ້ມແຂງ ລະຫວ່າງປະຊາຊົນ ກັບ ປະຊາຊົນ ລະຫວ່າງຂະແໜ່ງການ ກັບຂະແໜ່ງການ ແລະ ລະຫວ່າງ ປະຊາຊົນກັບພາກລັດ, ເພື່ອແນ່ໃສ່ຄວາມປອງດອງສາມັກຄີ ໂດຍຜ່ານການຮ່ວມມືກັບຄູ່ຮ່ວມງານໄລຍະຍາວ ແລະ ການເຮັດວຽກຄຽງຄູ່ກັບລັດຖະບານ ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທ້ອງຖິ່ນ ອົງການຈັດຕັ້ງຊຸມຊົນ ລວມທັງພາກເອກະຊົນ, ຫ້ອງການຂອງອົງການ Cord ໄດ້ດໍາເນີນການຈັດຕັ້ງປະຕິບັດຫຼາຍວຽກງານຢູ່ ສປປ ລາວ ຕັ້ງແຕ່ປີ 2011 ເປັນຕົ້ນມາ.
ອົງການ Cord ປະຈຳ ສປປ ລາວ ມີຄວາມຍິນດີ ຂໍຮຽນເຊີນບັນດາ ບໍລິສັດ, ໂຮງແຮມ, ເຮືອນພັກ, ຜູ້ໃຫ້ບໍລິການຫ້ອງປະຊຸມ ແລະະ ຫ້າງຮ້ານຕ່າງໆ ທີ່ດໍຳເນີນທຸລະກິດທີ່ຖືກຕ້ອງຕາມລະບຽບກົດຫມາຍຂອງລັດຖະບານແຫ່ງ ສປປ ລາວ ທີ່ມີຄຸນວຸດທິ ແລະ ຄວາມສາມາດສະຫນອງຫນຶ່ງ ຫຼື ຫຼາຍປະເພດຂອງສິນຄ້າ ໃນຂອດຂອງວຽກສະໜອງ ແລະ ການບໍລິການ ໃຫ້ອົງການຂອງພວກເຮົາທີ່ປະຈຳຢູ່ ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ(ເມືອງຫ້ວຍຊາຍ, ຜາອຸດົມ ແລະ ເມືອງປາກທາ), ນະຄອນຫລວງພະບາງ, ແຂວງວຽງຈັນ, ແຂວງສະຫວັນນະເຂດ(ເມືອງໄກສອນ ແລະ ເມືອງຊົນນະບູລີ) ແລະ ແຂວງຈຳປາສັກ(ເມືອງປາກເຊ ແລະ ເມືອງໂຂງ). ກະລຸນາຕອບກັບການໂຄສະນານີ້ ເພື່ອບໍລິສັດ ຫຼື ຫ້າງຮ້ານຂອງທ່ານ ຈະໄດ້ຮັບການພິຈາລະນາ ຫຼື ຈົດທະບຽນ ໃນຖານະເປັນຜູ້ສະຫນອງ ແລະ ການບໍລິການທີ່ຜ່ານການຄັດເລືອກ ໃນບັນຊີຜູ້ສະໜອງຂອງອົງການຂອງພວກເຮົາດັ່ງລາຍລະອຽດລຸ່ມນີ້:
- ການບໍລິການ ທີ່ພັກ (ໂຮງແຮມ ແລະ ເຮືອນພັກ).
- ການບໍລິການສ້ອມແປງລົດ
- ການບໍລິການເຊົ່າລົດ
- ບໍລິການຫ້ອງປະຊຸມ(ໂຮງແຮມ ແລະ ສະຖານທີ່ປະຊຸມ)
ຜູ້ສະຫນອງທີ່ສະຫນອງ ແລະ ບໍລິການຕາມຂ້າງເທິງນີ້, ອາດໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມໃນການຈັດຊື້ເພີ່ມເຕີມ ສຳລັບສິນຄ້າທີ່ກ່ຽວຂ້ອງ. ສະນັ້ນ, ບັນດາຜູ້ສະຫນອງທີ່ສົນໃຈທຸກທ່ານ ຕ້ອງໄດ້ຕອບກັບພວກເຮົາ ເພື່ອລົງທະບຽນ ຂໍ້ມູນທີ່ຈຳເປັນກ່ອນວັນທີ 13/03/2026.
ຂໍ້ກຳນົດແລະເງື່ອນໄຂ.
- ຜູ້ສະຫນອງທີ່ສົນໃຈຕ້ອງໄດ້ຕື່ມແບບຟອມການລົງທະບຽນຂອງຜູ້ສະຫນອງ (EOI), ຕື່ມຂໍ້ມູນໃຫ້ຖືກຕ້ອງ ແລະ ຄົບຖ້ວນ ພ້ອມກັບໃບສະຫມັກ, ຜູ້ສະຫນອງຈະຕ້ອງໄດ້ກັອບປີ້ໃບທະບຽນວິສາຫະກິດ, ໃບທະບຽນອາກອນ ແລະ ໃບຢັ້ງຢືນການແຈ້ງພາສີ ໃນປີ 2025, ຂໍ້ມູນຂອງບໍລິສັດ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງຕ້ອງປະທັບຕາ ແລະ ສົ່ງຕາມທີ່ຢູ່ທີ່ໄດ້ລະບຸດ້ານລຸ່ມນີ້.
- ຊອງເອກະສານຕ້ອງລະບຸປະເພດຄວາມສົນໃຈ ຈາກລາຍການ ທີ່ກ່າວມາຂ້າງເທິງນີ້.
- ແບບຟອມການລົງທະບຽນຂອງຜູ້ສະຫນອງສາມາດຮັບເອົາໄດ້ທີ່ຫ້ອງການດ້ານລຸ່ມນີ້ ຫຼື ສາມາດດາວໂຫຼດໄດ້ທີ່ເວັບໄຊທ໌ຂອງພວກເຮົາ https://cord.org.uk/call-for-suppliers-and-services-lao-pdr/
ອົງການ Cord ປະຈຳ ສປປ ລາວ ຂໍສະຫງວນສິດທີ່ຈະຍອມຮັບ ຫຼື ປະຕິເສດການສະຫມັກໃດໆ ທັງຫມົດ ຫຼື ບາງສ່ວນ ແລະ ປ່ຽນແປງຂໍ້ກຳນົດ ຂອງຜູ້ສະຫນອງທີ່ສົນໃຈເຂົ້າຄັດເລືອກ (EOI) ນີ້ ທີ່ເຫັນວ່າມີຄວາມຈໍຳເປັນ ໂດຍບໍ່ຕ້ອງມີເຫດຜົນໃດໆ.
ສະຖານທີ່ ທ່ານສາມາດຮັບ ແລະ ຍື່ນເອກະສານໄດ້:
ອົງການ Cord ປະຈຳ ສປປ ລາວ
ທີ່ຢູ່: ເຮືອນເລກທີ386 | ໜ່ວຍ 19 | ບ້ານ ໂພນທັນ
ເມືອງໄຊເສດຖາ | ນະຄອນຫຼວງວຽງຈັນ
ໂທລະສັບ: +856 21 417 826 ຫຼື email: laosoffice@cord.org.uk
Cord Lao PDR
Request for Expressions of Interest
Cord is an international British non-governmental organization, registered in 1967 in the United Kingdom as a charity. Cord is active in Africa and South-East Asia regions. Cord has focus on strengthening the relationship between villagers and villagers, sectors and sectors and between the villagers and the authorities in order to enhance the peaceful relationship through long term stakeholder cooperation. It is to promote peace through building long-term partnerships with and working alongside government agencies, international and local NGOs, community-based organizations as well as the private sector. The Cord Laos office has been operating since 2011.
Cord Lao PDR is pleased to invite companies, hotel, guesthouse and suppliers that are conducting business in accordance with the laws and regulations of the Government of Lao PDR that are qualified and capable of providing one or more of the following products and services to our organization located in Vientiane Capital, Bokeo Province(Houayxai district, Phaoudom and Paktha), Luang Prabang Province, Vientiane Province, Savannakhet Province(Kaisone district and Xonnabouly district), and Champasak Province(Pakse district and Kong district). Please respond to this advertisement so that your company or shop can be considered or listed as a selected supplier and service in our organization’s supplier list as detailed below:
- Accommodation Services (Hotels and Guest Houses).
- Car Maintenance Services.
- Car Rental Services
- Meeting room and Event Service Provider
Suppliers providing the above services and services may be invited to participate in additional procurement for the related items. Therefore, all interested suppliers must respond to us to register the required information before 13/03/2026.
Terms and Conditions.
- Interested suppliers must complete the Expression of Interest (EOI) form, fill in the information correctly and completely, along with the application form, the supplier must provide a copy of the business registration certificate, tax registration certificate and tax declaration certificate for the year 2025, company information and other relevant documents must be stamped and sent to the address specified below.
- The package must specify the type of interest from the above-mentioned items.
- Supplier registration forms can be obtained from the office below or can be downloaded from our: https://cord.org.uk/call-for-suppliers-and-services-lao-pdr/
Cord Lao PDR reserves the right to accept or reject any application in whole or in part and to change the terms and conditions of this EOI as it deems appropriate without assigning any reason.
Expression of interest must be delivered in a written form to Cord Office (368/19, Phonthan village, Saysettha district, VTE capital, Tel: 021 417 826) or email:laosoffice@cord.org.uk
