ESS call for Expression of Interest, VTESS Project

ຂໍເຊີນ ພາກສ່ວນ ບັນດາສະມາຄົມ ແລະ ອົງການຈັດຕັ້ງ ທີ່ມີຄວາມສົນໃຈເຂົ້າຮ່ວມເປັນຄູ່ຮ່ວມງານ ຂອງ ໂຄງການ ຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ (VTESS).
ໃນການຈັດຕັ້ງປະຕິບັດ ວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ     
 ໄລຍະເວລາຂອງສັນຍາການຮ່ວມມື: ຢ່າງໜ່ອຍ 12 ຫາ 14 ເດືອນ (ເລີ່ມແຕ່ຕົ້ນປີ 2025 ຫາ ຕົ້ນປີ 2026);

ພື້ນທີ່ເປົ້າໝາຍຂອງໂຄງການ: ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງຄໍາມ່ວນ ແລະ ແຂວງສາລະວັນ, ພາກສ່ວນ ບັນດາສະມາຄົມ ແລະ ອົງການຈັດຕັ້ງ ທີ່ສົນໃຈສະໝັກຈະຕ້ອງນອນໃນແຂວງເປົ້າໝາຍ ທີ່ກ່າວມາຂ້າງເທິງ.

ໂຄງ​ການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ​ໄລຍະທີ 2 ແມ່ນເລີ່ມແຕ່ ປີ 2024 – 2027, ມີ ເປົ້າໝາຍເລັງໃສ່ເພື່ອສະໜອງການຝຶກອົບຮົມວິຊາຊີບ ທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ໂດຍສຸມໃສ່ກຸ່ມເປົ້າໝາຍທີ່ເປັນໄວໜຸ່ມຜູ້ດ້ອຍໂອກາດທີ່ ຮຽນຈົບຊັ້ນປະຖົມ ຫຼື ຈົບຊັ້ນມັດທະຍົມຕອນຕົ້ນ, ທີ່ມີອາຍຸລະຫວ່າງ 15-35 ປີ. ເປົ້າໝາຍແມ່ນເພື່ອໃຫ້ເຂົາເຈົ້້າມີວຽກເຮັດງານທໍາ, ປະກອບອາຊີບດ້ວຍຕົນເອງ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາ

ໂດຍຜ່ານວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ. ເຊິ່ງກຸ່ມເປົ້າໝາຍດັ່ງກ່າວ ຈະໄດ້ເຂົ້້າຮ່ວມວົງຈອນການໃຫ້ຄໍາປຶກສາ ເປັນໄລຍະເວລາ ທັງໝົດ 9 ເດືອນ.

ສະນັ້້ນ, ໂຄງການ VTESS ກຳລັງຊອກຫາ ຄູ່ຮ່ວມງານ ທີ່ມີຄວາມສົນໃຈຮ່ວມມືໃນການດຳເນີນກິດຈະກຳ ໂດຍການມອບໝາຍ/ແຕ່ງຕັ້ງພະນັກງານທີ່ມີເງື່ອນໄຂເໝາະສົມ ສະໝັກເປັນຜູ້ໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ ເພື່ອເຂົ້າຮ່ວມຝຶກອົບຮົມ “ການເປັນຜູ້ໃຫ້ຄໍາປຶກສາ”

ການມີ ຄູ່ຮ່ວມງານ ແລະ ຜູ້ໃຫ້ຄໍາປຶກສາ ທີ່ມີຄຸນສົມບັດທີ່ເໝາະສົມ ແມ່ນເປັນປັດໄຈທີ່ສໍາຄັນຕໍ່ຜົນສໍາເລັດ ຂອງ ການຈັດຕັ້ງປະຕິບັດ  ວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ ເຊິ່ງໃນປີ 2025 ທາງໂຄງການມີແຜນຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາ ຊຸດໃໝ່ ຈໍານວນ 20-25 ທ່ານ, ພາຍໃນ 6 ແຂວງເປົ້າໝາຍ ຂອງ ໂຄງການ, ໃນນັ້ນ ຜູ້ໃຫ້ຄໍາປຶກສາແຕ່​ລະ​ທ່ານ ຈະໄດ້ຮັບຜິດຊອບໃນການໃຫ້ຄໍາປຶກສາດ້ານການມິວຽກເຮັດງານທໍາ ໃຫ້ແກ່ໄວໜຸ່ມກຸ່ມເປົ້າໝາຍ ຢ່າງໜ້ອຍ 12 ຄົນ/ກຸ່ມ, ທາງໂຄງການໃຫ້ຄວາມສໍາຄັນຕໍ່ກັບຄວາມສົມດຸນ (ສັດສ່ວນ ເພດຍິງ-ຊາຍ, ຊົນເຜົ່າ) ໃນກຸ່ມ ຂອງ ຜູ້ໃຫ້ຄໍາປຶກສາ.

ການຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ ແມ່ນໄດ້ແບ່ງອອກເປັນ 5 ຄັ້ງ, ສະເລ່ຍແຕ່ລະຄັ້ງ ປະມານ 4-5 ວັນ. ພາຍຫຼັງສໍາເລັດການຝຶກອົບຮົມແຕ່ລະຄັ້ງ ຜູ້ໃຫ້ຄໍາປຶກສາ ຈະໄດ້ນໍາເອົາຄວາມຮູ້ ແລະ ທັກສະດັ່ງກ່າວ ນໍາໃຊ້ເຂົ້າໃນການດຳເນີນ ການໃຫ້ຄໍາປຶກສາ ແກ່ໄວໜຸ່ມກຸ່ມເປົ້າໝາຍ.

ໄລຍະເວລາ ການຮັບສະໝັກ:

  1. ເປີດຮັບສະໝັກ ເລີ່ມແຕ່ວັນທີ  11 ທັນວາ, 2024 ແລະ ປີດຮັບສະໝັກ ໃນວັນທີ 10 ມັງກອນ, 2025

2. ສອບຖາມລາຍລະອຽດ ແລະ ສົ່ງ ແບບຟອມສະໝັກ ມາຍັງໂຄງການ VTESS ຕາມລາຍລະ ອຽດລຸ່ມນີ້:

+85620 9590 3747 (ນາງ ແສງມະນີ ສີສຸດທິຈັກ)

+85620 5690 4769 (ນາງ ພີຈິດຕາ ພະເມືອງ)

ຫຼື ສາມາດສົ່ງແບບຟອມສະໝັກຜ່ານມາທາງອິເມວ soudsaichay.baudrez@swisscontact.org

ໝາຍເຫດ: ກະລຸນາຕິດຕໍ່ ຕາມມື້ ແລະ ໂມງລັດຖະການ

ຂໍ້ແນະນໍາກ່ຽວກັບການປະກອບແບບຟອມສະໝັກ
 ຂັ້ນຕອນການສະໝັກ

ພາກສ່ວນບັນດາສະມາຄົມ ແລະ ອົງການຈັດຕັ້ງ ທີ່ມີເງື່ອນໄຂໃນການສະໝັກເຂົ້າຮ່ວມເປັນຄູ່ຮ່ວມງານ ໃນການຈັດຕັ້ງປະຕິບັດກິດຈະກຳ ຮ່ວມກັບໂຄງການ ລວມມີ   ອົງການຈັດຕັ້ງພາກລັດ, ເອກະຊົນ, ບັນດາ ສະມາຄົມ (NPAs)  ແລະ ອົງການຈັດຕັ້ງສາກົນ (INGOs).

ເງື່ອນໄຂ ລວມມີດັ່ງນີ້:

ເງື່ອນໄຂ ສໍາລັບພາກສ່ວນບັນດາສະມາຄົມ ແລະ ອົງການຈັດຕັ້ງ ທີ່ຈະສະໝັກ ເປັນຄູ່ຮ່ວມງານ:

  1. ມີ​ປະ​ສົບ​ການ ​ເຮັດ​ວຽກ​ກັບ​ໄວ​ໜຸ່ມກຸ່ມຜູ້ດ້ອຍໂອກາດ;
  2. ມີ​ປະ​ສົບ​ການ ໃນການດຳ​ເນີນ​ກິດ​ຈະ​ກຳ​ໂຄງ​ການ/ກ່ຽວ​ກັບ​ການ​ຝຶກ​ອົບ​ຮົມ​ວິ​ຊາຊີບ, ການແນະນໍາດ້ານອາຊີບ ແລະ ການສະໜັບສະໜູນການຊອກວຽກ;
  3. ມີສະຖານທີ່ ທີ່ເໝາະ​ສົມ​ (ເຊັ່ນ: ຫ້ອງປະຊຸມ ຫຼື ຫ້ອງໃຫ້ຈັດກິດຈະກຳ) ເພື່ອນໍາໃຊ້ເຂົ້າໃນການຈັດກິດຈະກໍາຂອງ ວົງຈອນການໃຫ້ຄໍາປຶກສາ  ສະເລ່ຍສາມາດຮອງຮັບຜູ້ເຂົ້າຮ່ວມໄດ້ປະມານ 20 ຄົນ;
  4. ມີພະນັກງານ ຜູ້ທີ່ມີເງື່ອນໄຂເໝາະສົມ ເພື່ອມອບໝາຍ ໃຫ້ເຂົ້າຮ່ວມການຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາ ແລະ      ດຳເນີີນ ວົງຈອນການໃຫ້ຄໍາປຶກສາ ຮ່ວມກັບ ໄວໜຸ່ມກຸ່ມເປົ້າໝາຍ, ພ້ອມກັນນັ້້ນ ຕ້ອງສາມາດຈັດສັນເວລາ ໃຫ້ແກ່ ພະນັກງານຜູ້ຖືກມອບໝາຍ ໃນການເຮັດວຽກ ເປັນຜູ້ໃຫ້ຄໍາປຶກສາ.

ເງື່ອນໄຂ ຜູ້ຈະສະໝັກ ເປັນຜູ້ໃຫ້ຄໍາປຶກສາ:

  1. ມີອາຍຸ ລະຫວ່າງ 25 ຫາ 45 ປີ.
  2. ມີຄວາມຮູ້ ແລະ ປະສົບການ ໃນການເຮັດວຽກກັບໄວໜຸ່ມ ແລະ ກຸ່ມຜູ້ດ້ອຍໂອກາດ (ເຊັ່ນ: ວຽກການສິດສອນ, ວຽກພັດທະນາໄວໜຸ່ມ, ວຽກພັດທະນາຊຸມຊົນ, ວຽກສັງຄົມສົງເຄາະ) ຫຼື ວຽກອາສາສະໝັກອື່ນໆ ທີ່ກ່ຽວຂ້ອງ;
  3. ມີປະສົບການເຮັດວຽກ ຫຼື ການປະສານງານ ກັບ ພາກທຸລະກິດ;
  4. ເປັນພະນັກງານວິຊາການ;
  5. ສາມາດຈັດສັນເວລາ ໃນການດຳເນີນກິດຈະກຳ ວົງຈອນການໃຫ້ຄໍາປຶກສາ ໃຫ້ແກ່ກຸ່ມເປົ້າໝາຍໄດ້;
  6. ສາມາດເຂົ້າຮ່ວມຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາ ຕະຫຼອດໄລຍະການຮ່ວມມື ກັບໂຄງການ;
  7. ເວົ້າ ແລະ ຂຽນພາສາລາວໄດ້ຢ່າງຄ່ອງແຄ້ວ, ຖ້າ ສາມາດເວົ້າພາສາຊົນເຜົ່າໃດໜຶ່ງໃນທ້ອງຖິ່ນໄດ້ຍິ່ງເປັນການດີ.

 

ວິທີປະກອບແບບຟອມສະໝັກ ແລະ ສົ່ງສະໝັກ:
ແບບຟອມສະໝັກປະກອບດ້ວຍ 2 ແບບຟອມຄື: ແບບຟອມທີ 1 ແມ່ນ ສໍາລັບ ອົງການຈັດຕັ້ງທີ່ສົນໃຈສະໝັກເປັນຄູ່ຮ່ວມງານ ແລະ ແບບຟອມທີ 2 ແມ່ນສໍາລັບ ຜູ້ສົນໃຈສະໝັກ ເປັນຜູ້ໃຫ້ຄໍາປຶກສາ.

  1. ອົງການຈັດຕັ້ງ ຕ້ອງໄດ້ຕື່ມລາຍລະອຽດໃສ່ແບບຟອມ ສໍາລັບສະໝັກເປັນຄູ່ຮ່ວມງານ, ໃຫ້ເບິ່ງລາຍລະອຽດ ແລະ ໂຫຼດເອົາແບບຟອມສະໝັກ ໃນລີ້ງນີ້ ແບບຟອມທີ 1;
  2. ຜູ້ສົນໃຈສະໝັກ ເປັນຜູ້ໃຫ້ຄໍາປຶກສາ ຕ້ອງໄດ້ຕື່ມລາຍລະອຽດໃສ່ແບບຟອມ ສໍາລັບສະໝັກ ເປັນຜູ້ໃຫ້ຄໍາປຶກສາ , ໃຫ້ເບິ່ງລາຍລະອຽດ ແລະ ໂຫຼດເອົາແບບຟອມສະໝັກ ໃນລີ້ງນີ້ ແບບຟອມທີ 2;
  3. ພະນັກງານ ທີ່ມີຄວາມສົນໃຈສະໝັກເປັນ ຜູ້ໃຫ້ຄໍາປຶກສາ ຈະຕ້ອງປະກອບແບບຟອມຂອງໃຜລາວ ແລະ ແບບຟອມດຽວເທົ່ານັ້ນ (ໃນກໍລະນີ ໃນສະມາຄົມ ຫຼື ອົງການຈັດຕັ້ງໜຶ່ງ ຫາກມີຫຼາຍກວ່າ 1 ຄົນສະໝັກ).

Attachments

Save & Share